ຫວຽດນາມ ຄວນປະຕິບັດຫຼາຍມາດຕະການຢ່າງຄົບຊຸດເພື່ອພັດທະນາເສດຖະກິດ

(VOVWORLD) - ທີ່ວາລະປຶກສາຫາລື ກ່ຽວກັບສະພາບການເສດຖະກິດ - ສັງຄົມ ໃນວັນທີ 9 ມິຖຸນາ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຕື້ອງເຖິງຫຼາຍມາດຕະການເພື່ອບັນລຸໄດ້ ຄາດໝາຍເຕີບໂຕ 6,7% ໃນປີ 2017, ໃນນັ້ນ ມີການດຶງດູດບັນດາແຫຼ່ງເງິນລົງທຶນນອກງົບປະມານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ພັດທະນາຕະຫຼາດຂາຍຍ່ອຍ, ກຳນົດກະສິກຳແມ່ນຂະແໜງເສດຖະກິດປາຍແຫຼມ. ບົດສັງລວມຂອງບັນນາທິການ VOV.
ຫວຽດນາມ ຄວນປະຕິບັດຫຼາຍມາດຕະການຢ່າງຄົບຊຸດເພື່ອພັດທະນາເສດຖະກິດ - ảnh 1 ກອງປະຊຸມຂອງສະພາແຫ່ງຊາດ ຫວຽດນາມ

ທີ່ວາລະປຶກສາຫາລື, ສະມາຊິກສະພາແຫ່ງຊາດ (ສສຊ) ຫຼາຍທ່ານເຫັນດີເຫັນພ້ອມໂດຍພື້ນຖານກັບບົດລາຍງານຂອງລັດຖະບານທີ່ຖືວ່າ: ໃນຊຸມເດືອນຜ່ານມາ, ເສດຖະກິດ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສືບຕໍ່ທ່າຟື້ນຟູ ແລະ ພັດທະນາ, ເສດຖະກິດມະຫາພາກເປັນປົກກະຕິໂດຍພື້ນຖານ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາ ສສຊ ກໍ່ສະເໜີໃຫ້ເຮັດແຈ້ງເລື່ອງຄຸ້ມຄອງເສດຖະກິດມະຫາພາກ, ບັນຫາຄ່າຜະລິດຕະພັນກະເສດ, ເພີ່ມທະວີການລົງທຶນໃຫ້ແກ່ການພັດທະນາ. ບັນດາຄຳເຫັນກໍ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ພິເສດເຖິງບົດບາດຂອງເສດຖະກິດທ້ອງຖິ່ນ, ການວາງແຜນຜັງ, ການເຊື່ອມຕໍ່, ຮ່ວມສຳພັນເຂດກໍ່ຄືການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່.

ຕັດສິນໃຈບັນລຸຄາດໝາຍເຕີບໂຕ GDP 6,7% ໃນປີ 2017

       ທ່ານ ເລກົງດີ໋ງ, ສສຊ ແຂວງລອງອານ, ຖືວ່າ ລັດຖະບານ ໄດ້ຕັດສິນໃຈບໍ່ປັບປຸງຄາດໝາຍການເຕີບໂຕ 6,7%. ເພື່ອປະຕິບັດສິ່ງດັ່ງກ່າວໃຫ້ໄດ້, ຄວນຍູ້ໄວຄວາມຄືບໜ້າໃນການປ່ອຍເງິນລົງທຶນຈາກງົບປະມານຂອງລັດ. ລັດຖະບານຄວນຕີລາຄາຢ່າງຄົບຖ້ວນສາຍເຫດກ່ຽວກັບການປ່ອຍເງິນຢ່າງຊັກຊ້າໃນ 6 ເດືອນຜ່ານມາ ແລະ ຕ້ອງຍູ້ແຮງການປ່ອຍເງິນລົງທຶນຈາກງົບປະມານຂອງລັດໃນ 6 ເດືອນຍັງເຫຼືອ. ສຳລັບແຫຼ່ງເງິນລົງທຶນນອກງົບປະມານ, ສສຊ ເລກົງດີ໋ງ, ຖືວ່າ:

        “ຕ້ອງປະຕິບັດບັນດາມາດຕະການລະດົມແຫຼ່ງກຳລັງໃນໝູ່ປະຊາຊົນສຳລັບການຜະລິດດຳເນີນທຸລະກິດຢ່າງຄົບຊຸດ, ນັບທັງເງິນຕາຈາກຕ່າງປະເທດ ເພື່ອປະກອບສ່ວນພັດທະນາເສດຖະກິດ. ເພື່ອລະດົມຢ່າງມີປະສິດທິຜົນ, ຄວນສືບຕໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ພິເສດແມ່ນບັນດາມາດຕະການຄວບຄຸມໄພເງິນເຟີ້, ເພື່ອສ້າງເງື່ອນໄຂໃນການລົງທຶນ ພ້ອມກັນນັ້ນແມ່ນປັບປຸງສະພາບແວດລ້ອມແຫ່ງການລົງທຶນຢ່າງແຮງ, ສ້າງເງື່ອນໄຂທີ່ດີໃຫ້ປະຊາຊົນເລີ່ມທຸລະກິດ. ”

        ພ້ອມກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນຢ່າງແຮງ, ລັດຖະບານຄວນສ້າງຕັ້ງບັນດາຄະນະປະຕິບັດງານໂດຍສະມາຊິກລັດຖະບານເປັນຫົວໜ້າຄະນະເພື່ອພົບປະກັບບັນດາວິສາຫະກິດແນໃສ່ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບກົນໄກນະໂຍບາຍຢ່າງທັນການ. ປະຈຸບັນ, ສິ່ງດັ່ງກ່າວເລີ່ມໄດ້ຮັບການຜັນຂະຫຍາຍຢູ່ຂັ້ນທ້ອງຖິ່ນເທົ່ານັ້ນ. ເມື່ອປະຕິບັດສິ່ງດັ່ງກ່າວໄດ້ ຈະສ້າງບັນຍາກາດເບີກບານມ່ວນຊື່ນໃຫ້ແກ່ວິສາຫະກິດ.

ຫວຽດນາມ ຄວນປະຕິບັດຫຼາຍມາດຕະການຢ່າງຄົບຊຸດເພື່ອພັດທະນາເສດຖະກິດ - ảnh 2 ນະຄອນ ຮ່າໂນ້ຍ 

        ກ່ຽວຂ້ອງເຖິງການພັດທະນາຕະຫຼາດຂາຍຍ່ອຍພາຍໃນປະເທດ, ທ່ານ ຟ້າມຈ້ອງເຍີນ, ສສຊ ແຂວງ ບີ່ງເຢືອງ, ສະເໜີວ່າ:

        “ລັດຖະບານຕ້ອງມີແຜນການລະອຽດກ່ວາຢ່າງວ່ອງໄວ. ເພີ່ມທະວີການຕິດຕາມກວດກາບັນດາການເຄື່ອນໄຫວພາຍໃຕ້ແງ່ມູມນະໂຍບາຍ, ຮັບປະກັນປະຕິບັດບັນດານະໂຍບາຍທີ່ກ່ຽວຂ້ອງໃນຕະຫຼາດຂາຍຍ່ອຍ ແລະ ການແກ່ງແຍ້ງ. ນຳເອົາກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ຫາກໍ່ໄດ້ຮັບການຮັບຮອງເອົາກ້າວເຂົ້າສູ່ຊີວິດ ໂດຍໄວເພື່ອສ້າງຄວາມສະດວກໃຫ້ວິສາຫະກິດ ຫວຽດນາມ ເປັນເຈົ້າການໃນການແກ່ງແຍ້ງຂາຍຍ່ອຍກັບວິສາຫະກິດຕ່າງປະເທດ. ສຳລັບວິສາຫະກິດຂາຍຍ່ອຍພາຍໃນປະເທດ, ໄປຄຽງຄູ່ກັບການຕ້ອງປ່ຽນໃໝ່ເພື່ອຍົກສູງກຳລັງແກ່ງແຍ້ງສຳລັບສິນຄ້າໃນບັນດາຮ້ານຂາຍຍ່ອຍຂອງວິສາຫະກິດຕ່າງປະເທດ, ການຮ່ວມທຸລະກິດ, ຮ່ວມສຳພັນ ແມ່ນສິ່ງທີ່ຈຳເປັນເພື່ອຢຶດຄອງຕະຫຼາດພາຍໃນປະເທດຄືນໃໝ່.”

ຕ້ອງກຳນົດກະສິກຳແມ່ນຂະແໜງເສດຖະກິດປາຍແຫຼມ

        ປະຈຸບັນ, ລັດຖະບານສະຫງວນ 5,6% ງົບປະມານເພື່ອລົງທຶນໃຫ້ກະສິກຳ ໃນຂະນະທີ່ການປະກອບຂອງຂະແໜງກະສິກຳສຳລັບພື້ນຖານເສກຖະກິດກວມ 18%. ດັ່ງນັ້ນ, ສສຊ ຫຼາຍທ່ານໄດ້ສະເໜີໃຫ້ລັດຖະບານຄວນກຳນົດກະສິກຳແມ່ນຂະແໜງເສດຖະກິດປາຍແຫຼມ. ບົນພື້ນຖານນັ້ນ, ລົງທຶນຫຼາຍກ່ວາໃຫ້ກະສິກຳ, ພ້ອມນັ້ນ ແມ່ນແກ້ໄຂບັນຫາທີ່ດິນ, ຫັນເປັນກົນຈັກ, ຫັນເປັນອັດຕະໂນມັດໃນຂະແໜງກະສິກຳ ກໍ່ຄືມີກົນໄກສົ່ງເສີມການລົງທຶນເຂົ້າກະສິກຳພາຍຫຼັງການເກັບກ່ຽວ. ເພື່ອພັດທະນາກະສິກຳທັນສະໄໝ, ດ້ວຍຂອບຂະໜາດໃຫຍ່, ທ່ານນາງ ມາທິຖູຍ, ສສຊ ແຂວງ ຕວຽນກວາງ, ຖືວ່າ:

        “ຄວນປ່ຽນໃໝ່ປັບປຸງນະໂຍບາຍກົດໝາຍກ່ຽວກັບທີ່ດິນ, ເລື່ອງຖ່າຍທອດການໝູນໃຊ້, ຊຸກຍູ້ວິທະຍາສາດ ເຕັກໂນໂລຢີໃນການຜະລິດ ແລະ ຄຸ້ມຄອງກະສິກຳ. ມີພຽງວິທະຍາສາດເຕັກໂນໂລຢີ ຈຶ່ງສາມາດຜະລິດບັນດາຜະລິດຕະພັນມີຄຸນນະພາບ ມີກຳລັງແກ່ງແຍ້ງກັບສາກົນໄດ້. ທີສອງແມ່ນສຸມໃສ່ແຫຼ່ງກຳລັງບຸລິມະສິດພັດທະນາພື້ນຖານໂຄງລ່າງ, ສົ່ງເສີມບັນດາພາກສ່ວນເສດຖະກິດລົງທຶນເຂົ້າກະສິກຳແຮງກ່ວາອີກ. ທີສາມແມ່ນຕະຫຼາດຕ້ອງພັດທະນາຕາມທິດເປີດປະຕູ ເພື່ອໃຫ້ບັນດາປະເພດຜະລິດຕະພັນກະເສດພາຍໃນ ແລະ ຕ່າງປະເທດໄດ້ເຊື່ອມໂຍງ, ແກ່ງແຍ້ງຢ່າງສະເໝີພາບ, ຈໍລະຈອນມາຢ່າງກ້ວາງຂວາງ. ຢາກເຮັດໄດ້ຄືແນວນັ້ນ ເລື່ອງເພີ່ມທະວີການຮ່ວມສຳພັນລະຫວ່າງບັນດາທ້ອງຖິ່ນໃນເຂດ, ພາກພື້ນ ໃນການສົ່ງເສີມການຄ້າແມ່ນສຳຄັນທີ່ສຸດ.”

        ທ່ານນາງ ເຈີ່ນທິຮວາຣີ, ສສຊ ແຂວງບາກລຽວ, ສະເໜີວ່າ:

        “ຄວນເພີ່ມທະວີໃນການລົງທຶນໃຫ້ແກ່ກະສິກຳຊົນນະບົດ ມີໂຄງປະກອບ ແລະ ການແຈກຢາຍເໝາະສົມແຫຼ່ງກຳລັງຈາກງົບປະມານເໝາະສົບກັບເປົ້າໝາຍຊົມໃຊ້ໃນຍອດຈຳນວນເງິນລົງທຶນໃນປະຈຸບັນ. ຄຽງຄູ່ກັນນັ້ນ ສ້າງເງື່ອນໄຂສະດວກເພື່ອໃຫ້ຊາວກະສິກອນສາມາດໝູນໃຊ້ບັນດາຄວາມກ້າວໜ້າດ້ານວິທະຍາສາດ ເຕັກນິກ, ຮັບໃຊ້ການຜະລິດ. ເອົາໃຈໃສ່ລົງທຶນປັບປຸງ, ຍົກລະດັບຮາກຖານທົດລອງ, ປູກແນວພັນໄມ້, ສັດລ້ຽງ, ສິນໃນນ້ຳ ເພື່ອສາມາດສະໜອງແນວພັນເໝາະສົມກັບແຕ່ລະເຂດ, ພາກ, ຕິດພັນກັບກະສິກຳປຸງແຕ່ງລົງເລິກຂະແໜງ, ເອົາໃຈໃສ່ກ່ວາອີກເຖິງການກໍ່ສ້າງເຄື່ອງໝາຍການຄ້າສຳຫຼັບສິນຄ້າຜະລິດຕະພັນກະເສດມີຄຸນນະພາບສູງ.”

        ປີ 2017, ສະພາແຫ່ງຊາດ ຫວຽດນາມ ເປັນເອກະພາບຕໍ່ຄາດໝາຍເຕີບໂຕເສດຖະກິດ 6,7%. ການປະຕິບັດຫຼາຍມາດຕະການຄົບຊຸດຈາກການດຶງດູດເງິນລົງທຶນ, ການພັດທະນາຕະຫຼາດ ຕະຫຼອດຮອດການລົງທຶນຫຼາຍກ່ວາ ໃຫ້ບັນດາຂະແໜງປາຍແຫຼມ ແມ່ນບັນດາປັດໄຈສຳຄັນເພື່ອສາມາດບັນລຸຄາດໝາຍທີ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ