ຫວຽດນາມ - ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງເວທີປາໄສເສດຖະກິດໂລກ

(VOVWORLD) - ນັບແຕ່ວັນທີ 11 -13 ກັນຍາ ຈະມາເຖິງ, ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ຈະໄດ້ຮັບການຈັດຕັ້ງຢູ່ຮ່າໂນ້ຍ.

 ເຫດການແມ່ນຂົວເຊື່ອມຕໍ່ລະຫວ່າງບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ກັບປະຊາຄົມບັນດາກຸ່ມບໍລິສັດແຖວໜ້າໃນໂລກ, ສ້າງເວທີປາໄສເພື່ອປຶກສາຫາລືບັນດາສິ່ງທ້າທາຍ ແລະ ກາລະໂອກາດຂອງພາກພື້ນ. ນີ້ຍັງໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາການປະກອບສ່ວນລະອຽດທີ່ສຸດຂອງ ຫວຽດນາມ ດ້ວຍຖານະແມ່ນສະມາຊິກຕັ້ງໜ້າເປັນເຈົ້າການຂອງເວທີປາໄສເສດຖະກິດໂລກ. ບົດຂຽນຂອງນັກຂ່າວ ຟານຕູ່ງ.

ຫວຽດນາມ - ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງເວທີປາໄສເສດຖະກິດໂລກ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ

        ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ເວທີປາໄສເສດຖະກິດໂລກ (WEF) ໄດ້ເລີ່ມຈັດຕັ້ງແຕ່ປີ 1989, ກົງກັບໄລຍະເລີ່ມວິວັດການປ່ຽນແປງໃໝ່ຂອງເສດຖະກິດໂລກ. ນີ້ແມ່ນເວທີການເຈລະຈາທີ່ສຳຄັນຂອງການນຳລັດຖະບານ ຫວຽດນາມ ກັບບັນດາກຸ່ມບໍລິສັດແຖວໜ້າຂອງໂລກ, ເຊິ່ງຊ່ວຍໃຫ້ເປີດບັນດາແນວຄວາມຄິດກ່ຽວກັບການປະຕິຮູບເສດຖະກິດ, ພ້ອມທັງນຳມາໃຫ້ ຫວຽດນາມ ເຊິ່ງບັນດາກາລະໂອກາດໃນການລົງທຶນ ແລະ ພັດທະນາໃຫ້ແກ່ເສດຖະກິດພາຍໃນປະເທດ.

ການຮ່ວມມືຂະຫຍັນຂັນເຄື່ອນ, ຕັ້ງໜ້າ

       ໃນຕະຫຼອດເກືອບ 3 ທົດສະວັດແຫ່ງການຮ່ວມມືນັ້ນ, ຍາມໃດ ຫວຽດນາມ ກໍ່ສະແດງໃຫ້ເຫັນຄວາມຂະຫຍັນຂັນເຄື່ອນ, ຕັ້ງໜ້າໃນການສະເໜີບັນດາແນວຄວາມຄິດໃໝ່, ຜັນຂະຫຍາຍບັນດາແຜນການຮ່ວມມືຢ່າງແທດຈິງ. ກ່ອນນີ້  2 ປີ, ຫວຽດນາມ ໄດ້ສະເໜີຂໍ້ລິເລີ່ມ ແລະ ຈັດຕັ້ງກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບພາກພື້ນ ແມ່ນ້ຳຂອງ ແລະ ຈັດຕັ້ງເປັນຄັ້ງທຳອິດຢູ່ ຫວຽດນາມ ຢ່າງສຳເລັດຜົນ. ປີ 2010, ຫວຽດນາມ ໄດ້ຈັດຕັ້ງສຳເລັດກອງປະຊຸມເວທີປາໄສເສດຖະກິດໂລກພາກພື້ນ ອາຊີຕາເວັນອອກ ຢູ່ນະຄອນໂຮ່ຈີມິນ, ເຊິ່ງເປັນກອງປະຊຸມເວທີປາໄສເສດຖະກິດໂລກ ພາກພື້ນ ອາຊຽນ ໃນປະຈຸບັນ. ນີ້ພຽງແມ່ນສອງໃນຈຳນວນການປະກອບສ່ວນລະອຽດຫຼາຍຢ່າງຂອງ ຫວຽດນາມ ດ້ວຍຖານະແມ່ນສະມາຊິກຕັ້ງໜ້າ ເປັນເຈົ້າການຂອງເວທີປາໄສເສດຖະກິດໂລກ ໃນເມື່ອແມ່ນຂົວເຊື່ອມຕໍ່ລະຫວ່າງບັນດາປະເທດໃນພາກພື້ນກັບປະຊາຄົມບັນດາກຸ່ມບໍລິສັດແຖວໜ້າຂອງໂລກ. ທ່ານເອກອັກຄະລັດຖະທູດ ດ່ວານຊວນຮຶງ, ຜູ້ເຄີຍມີເວລາຫຼາຍປີຊຸກຍູ້ບັນດາໂຄງການຮ່ວມມືລະຫວ່າງ ຫວຽດນາມ ແລະ ເວທີປາໄສເສດຖະກິດໂລກ, ໃຫ້ຮູ້ວ່າ:

        “ຊຸກຍູ້ການຮ່ວມມືນີ້ແມ່ນມີຜົນປະໂຫຍດສຳລັບ ຫວຽດນາມ, ຕາມນັ້ນແລ້ວ, ກໍ່ຍາດແຍ່ງແຫຼ່ງກຳລັງສາກົນໃຫ້ແກ່ການພັດທະນາຂອງ ຫວຽດນາມ. ນີ້ແມ່ນທິດທາງຂອງ ຫວຽດນາມ, ຂອງການທູດເສດຖະກິດ ຫວຽດນາມ, ດຶງດູດບັນດາອົງການສາກົນເຂົ້າຮ່ວມສະໜັບສະໜູນ ຫວຽດນາມ. ທຸກໆຊ່ອງທາງການທູດນັ້ນຂອງ ຫວຽດນາມ ລ້ວນແຕ່ຮັບໃຊ້ໃຫ້ແກ່ພາລະກິດແຫ່ງການພັດທະນາປະເທດຊາດ. ບັນດາຂໍ້ລິເລີ່ມເຂົ້າຮ່ວມບັນດາອົງການທົ່ວໂລກຄືແນວນີ້ແມ່ນມີຄວາມໝາຍໃຫ້ແກ່ການພັດທະນາ ແລະ ໂຄສະນາພາບພົດຂອງປະເທດ ຫວຽດນາມ. ເພື່ອນມິດສາກົນເຂົ້າໃຈກ່ວາ, ຫວຽດນາມ ຈະຍາດແຍ່ງໄດ້ຫຼາຍແຫຼ່ງກຳລັງຈາກພາຍນອກໃຫ້ແກ່ການພັດທະນາຂອງປະເທດຊາດ.”

        ປະເທດທຳອິດເປັນຄູ່ຮ່ວມມືພາກລັດ - ເອກະຊົນຂອງ WEF

       ການຮ່ວມມືລະຫວ່າງ ຫວຽດນາມ ແລະ ເວທີປາໄສເສດຖະກິດໂລກ ໄດ້ຫັນໄປເປັນໄລຍະໃໝ່ດ້ວຍເລື່ອງ 2 ຝ່າຍລົງນາມຂໍ້ຕົກລົງຄູ່ຮ່ວມມືພາກລັດ - ເອກະຊົນລະຫວ່າງ ຫວຽດນາມ ແລະ ເວທີປາໄສນີ້ໃນປີ 2017. ຂໍ້ຕົກລົງມຸ່ງໄປເຖິງຈຸດໝາຍພັດທະນາພື້ນຖານເສດຖະກິດ ຫວຽດນາມ ເຂັ້ມແຂງດ້ວຍຕົນເອງຕໍ່ໜ້າອະນາຄົດຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4. ດ້ວຍຂໍ້ຕົກລົງນີ້, ຫວຽດນາມ ໄດ້ກາຍເປັນປະເທດທຳອິດເຊິ່ງເວທີປາໄສໂລກລົງນາມຂໍ້ຕົກລົງຮ່ວມມືຕາມຮູບແບບຄູ່ຮ່ວມມືພາກລັດ - ເອກະຊົນ ແລະ ຫວັງວ່າ ນີ້ແມ່ນ “ຮູບແບບ” ເພື່ອຜັນຂະຫຍາຍກັບປະເທດອື່ນໆອີກ. ບັນດາເນື້ອໃນຂອງຂໍ້ຕົກລົງນີ້ 2 ຝ່າຍພວມໄດ້ຜັນຂະຫຍາຍຢ່າງຕັ້ງໜ້າໃນ 6 ຂົງເຂດຄື: ເສດຖະກິດ ແລະ ຫັນເປັນດີຈີຕອນ, ການຄ້າ, ການລົງທຶນຜ່ານຊາຍແດນ ຫຼື ພື້ນຖານໂຄງລ່າງ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ, ເນັ້ນໜັກວ່າ:

ເລື່ອງລົງນາມໃນຂໍ້ຕົກລົງດັ່ງກ່າວໄດ້ຜັນຂະຫຍາຍຢ່າງລະອຽດໃນໄລຍະປີ 2017 2018. WEF ໄດ້ຜັນຂະຫຍາຍຊ່ວຍພວກເຮົາທັງ 6 ເສົາຄໍ້າໃນການຮ່ວມມື, ເພື່ອຊ່ວຍໃຫ້ຄໍາປຶກສາແກ່ພວກເຮົາໃນການວາງອອກບັນດານະໂຍບາຍທີ່ເໝາະສົມ, ຊົມໃຊ້ການປະຕິວັດອຸດສາຫະກໍາ 4.0. ອີກຈຸດໜຶ່ງ ແມ່ນ ໃນກອງປະຊຸມ WEF ທີ່ໄດ້ຈັດຂຶ້ນຫວ່າງມໍ່່ໆມານີ້ ລ້ວນແຕ່ມີການນໍາຂັ້ນສູງຂອງລັດຖະບານເຂົ້າຮ່ວມທີ່ບັນດາກອງປະຊຸມປະຈໍາປີ Davos ຫຼືບັນດາກອງປະຊຸມອື່ນໃນພາກພື້ນ. ພວກເຮົາໄດ້ມີການແລກປ່ຽນ, ແບ່ງປັນ, ຖອດຖອນບົດຮຽນພັດທະນາຂອງ ຫວຽດນາມ ໃນການປະຕິຮູບເສດຖະກິດ, ສັງຄົມ, ປ່ຽນແປງໃໝ່ຮູບແບບການເຕີບໂຕ. ບັນດາສິ່ງດັ່ງກ່າວ ແມ່ນເໝາະສົມກັບບັນດາຫົວຂໍ້ທີ່ແຕກຕ່າງກັນໃນ WEF, ເຊິ່ງໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ຕີລາຄາສູງ”.

        ກອງປະຊຸມ WEF ອາຊຽນ ປີ 2018 ຄາດວ່າຈະດໍາເນີນເກືອບ 60 ວາລະປຶກສາຫາລື, ເຊິ່ງແກ່ຍາວ, ແຕ່ວັນທີ 11 ກັນຍາ - 13 ກັນຍາ ຢູ່ຮ່າໂນ້ຍ. ກອງປະຊຸມແມ່ນເວທີປາໄສ ເພື່ອໃຫ້ບັນດາການນໍາ ແລະບັນດາວິສາຫະກິດແຖວໜ້າຂອງໂລກ ແລະ ພາກພື້ນໄດ້ແບ່ງປັນແນວຄວາມຄິດ, ນະໂຍບາຍ, ມາດຕະການ ກ່ຽວກັບການ starp up, ຍາດແຍ່ງກາລະໂອກາດກໍຄືຮ່ວມມືກັນແກ້ໄຂບັນດາບັນຫາການປະຕິວັດອຸດສາຫະກໍາ 4.0 ທີ່ໄດ້ວາງອອກໃຫ້ແກ່ບັນດາປະເທດອາຊຽນ ແລະພາກພື້ນ. ໂດຍການເປັນປະເທດເຈົ້າພາບ ແລະ ມີການກະກຽມ, ຈັດຕັ້ງ ກອງປະຊຸມ WEF ອາຊຽນ 2018 ໄດ້ເປັນຢ່າງດີນັ້ນ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍເປັນຄູ່ຮ່ວມມືທີ່ໄວ້ວາງໃຈ ແລະ ຕັ້ງໜ້າຂອງ WEF.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ