ຫວຽດນາມ - ຈີນ ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຮ່ວມມືແທດຈິງ

(VOVWORLD) - ຕາມສະຖິຕິຂອງພະແນກພາສີ ຫວຽດນາມ ແລ້ວ, ປີ 2021, ວົງເງິນການຄ້າສອງສົ້ນບັນລຸ 165,8 ຕື້ USD, ເພີ່ມຂຶ້ນ 24,6%; ໃນ 5 ເດືອນຕົ້ນປີ 2022, ບັນລຸ 64,06 ຕື້ USD, ເພີ່ມຂຶ້ນ 13,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ຫວາງອີ, ກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ, ປະທານຄະນະກຳມະການຊີ້ນຳຮ່ວມມືສອງຝ່າຍ ຈີນ - ຫວຽດນາມ, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ, ປະທານຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ ມີການຢ້ຽມຢາມ ຈີນ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 14 ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ ຢູ່ນະຄອນ ໜານໜິງ, ເຂດປົກຄອງດ້ວຍຕົນເອງຊົນເຜົ່າຈ໋ວາງ ກວາງສີ, ປະເທດຈີນ ໃນລະຫວ່າງວັນທີ 12 13 ກໍລະກົດ. ການຢ້ຽມຢາມຄັ້ງນີ້ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ນຳການພົວພັນລະຫວ່າງ ຫວຽດນາມ - ຈີນ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ກ່ວາອີກ.

        ດ້ວຍຄວາມມານະພະຍາຍາມຂອງທັງສອງຝ່າຍ, ການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ຈີນ ໃນໄລຍະຜ່ານມາສືບຕໍ່ໄດ້ຮັກສາເປັນປົກກະຕິ ແລະ ມີຄວາມຄືບໜ້າໃໝ່ຫຼາຍຢ່າງ. ກ່ຽວກັບການພົວພັນທາງດ້ານການເມືອງ, ການແລກປ່ຽນ, ພົບປະຂັ້ນສູງໄດ້ຮັບການຈັດຕັ້ງເປັນປະຈຳດ້ວຍຫຼາຍຮູບແບບທີ່ມີໄຫວພິບ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງພັກ, ສອງລັດ.

ຫວຽດນາມ - ຈີນ ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຮ່ວມມືແທດຈິງ - ảnh 1ກອງປະຊຸມຄັ້ງທີ 13 ຂອງຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ ໃນເດືອນ 9/2021 ຢູ່ຮ່າໂນ້ຍ
(ພາບ : TTXVN )

ການພົວພັນ ຫວຽດນາມ - ຈີນ ມີຄວາມຄືບໜ້າໃໝ່ຫຼາຍຢ່າງ

        ນັບແຕ່ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມີການໂອ້ລົມທາງໂທລະສັບ, ໂອ້ລົມສົນທະນາທາງໄກຕາມລຳດັບ ກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ, ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ, ທ່ານປະທານສະພາປະຊາຊົນແຫ່ງຊາດຈີນ ຫຼີຈານຊູ, ໃນນັ້ນ ໄດ້ຍົກບັນດາການກຳນົດທິດທີ່ສຳຄັນເພື່ອຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງລັດພັດທະນາຢ່າງມີສະຖຽນລະພາບ, ປອດໄສ, ໝັ້ນຄົງເຂັ້ມແຂງ. ການຮ່ວມມື, ພົວພັນແລກປ່ຽນໃນຊ່ອງທາງພັກ, ການທູດ, ການປ້ອງກັນຊາດ, ຕຳຫຼວດ ແລະ ບັນດາທ້ອງຖິ່ນເຂດຊາຍແດນສອງປະເທດໄດ້ຮັກສາຢ່າງເປັນປະຈຳ.

        ກ່ຽວກັບການພົວພັນດ້ານເສດຖະກິດ, ຈີນ ສືບຕໍ່ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດ ແລະ ຕະຫຼາດສົ່ງອອກໃຫຍ່ທີ່ສອງຂອງ ຫວຽດນາມ, ໃນຂະນະນັ້ນ ຫວຽດນາມ ສືບຕໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຈີນ ໃນກຸ່ມ ອາຊຽນ ແລະ ຄູຮ່ວມມືໃຫຍ່ທີ 6 ຂອງຈີນ ຢູ່ໃນໂລກ. ຕາມສະຖິຕິຂອງພະແນກພາສີ ຫວຽດນາມ ແລ້ວ, ປີ 2021, ວົງເງິນການຄ້າສອງສົ້ນບັນລຸ 165,8 ຕື້ USD, ເພີ່ມຂຶ້ນ 24,6%; ໃນ 5 ເດືອນຕົ້ນປີ 2022, ບັນລຸ 64,06 ຕື້ USD, ເພີ່ມຂຶ້ນ 13,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

        ກ່ຽວກັບການລົງທຶນ, ຮອດເດືອນ ມິຖຸນາ 2022, ຈີນ ຖືກຈັດອັນດັບທີ 6/139 ປະເທດ ແລະ ເຂດແຄ້ວນລົງທຶນເຂົ້າ ຫວຽດນາມ ດ້ວຍຍອດທຶນຈົດທະບຽນບັນລຸ 22,31 ຕື້ USD. ສິ່ງຕິດຂັດໃນບາງໂຄງການຮ່ວມມືໄດ້ຮັບການແກ້ໄຂເທື່ອລະກ້າວ.ໂຄງການສາຍທາງລົດໄຟເຂດຕົວເມືອງ ກາດລີງ - ຮ່າດົງ ໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ. ການຮ່ວມມືປ້ອງກັນ, ຕ້ານໂລກລະບາດໂຄວິດ  - 19 ບັນລຸຫຼາຍໝາກຜົນແທດຈິງ. ຈີນ ແມ່ນໜຶ່ງໃນບັນດາປະເທດສະໜອງ ວັກຊິນປ້ອງກັນໂຄວິດ - 19 ໃຫ້ ຫວຽດນາມຫຼາຍທີ່ສຸດ, ປະກອບສ່ວນໃຫ້ແກ່ ວຽກງານປ້ອງກັນ, ຕ້ານ, ຄວບຄຸມໂລກລະບາດຢູ່ ຫວຽດນາມ ຢ່າງມີປະສິດທິຜົນ.

ກ່ຽວກັບບັນຫາຊາຍແດນດິນຕໍ່ແຜ່ນ, ຊາຍແດນທາງບົກ ຫວຽດ - ຈີນ ຮັກສາສັນຕິພາບ, ສະຖຽນລະພາບ, ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ, ແກ້ໄຂບັນຫາທີ່ເກີດຂຶ້ນໃໝ່ຢ່າງສົມເຫດສົມຜົນ ບົນພື້ນຖານ ຂອງເອກະສານນິຕິກຳ 3 ສະບັບກ່ຽວກັບຊາຍແດນທາງບົກ; ສະພາບການຢູ່ທະເລ ປະກົດມີບາງປັດໄຈສັບສົນໃໝ່ ແຕ່ໂດຍພື້ນຖານແລ້ວແມ່ນ ເປັນປົກກະຕິ, ສອງຝ່າຍຍັງຮັກສາຊ່ອງທາງສົນທະນາ, ເຈລະຈາ, ມານະພະຍາຍາມຄວບຄຸມຄວາມບໍ່ລົງລອຍກັນໂດຍອີງໃສ່ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ໃນເວທີປາໄສຫຼາຍຝ່າຍ, ຫວຽດນາມ ແລະ ຈີນ ໄດ້ຕັ້ງໜ້າສົມທົບກັນແນໃສ່ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ພາກພື້ນ ແລະ ໃນໂລກ, ໂດຍສະເພາະແມ່ນເວທີປາໄສ ອາຊຽນ ແລະ ສປຊ; ສະໜັບສະໜູນເຊິ່ງກັນແລະກັນເຂົ້າຮ່ວມບັນດາອົງການຈັດຕັ້ງສາກົນ.

ແຕ່ວ່າ, ຍ້ອນຖືກຜົນກະທົບທີ່ຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19, ການພົວພັນລະຫວ່າງ ຫວຽດນາມ - ຈີນ ໄດ້ປະເຊີນໜ້າກັບຄວາມຫຍຸ້ງຍາກຈຳນວນໜຶ່ງ, ວົງເງິນການຄ້າສອງສົ້ນມີສັນຍານເຕີບໂຕຊັກຊ້າລົງ, ການສົ່ງສິນຄ້າຜ່ານດ່ານຊາຍແດນຢູ່ບາງແຫ່ງ ບາງເທື່ອຍັງບໍ່ທັນລຸລ່ວງ, ບັນດາຖ້ຽວບິນໂດຍກົງຍັງບໍ່ທັນໄດ້ເຊື່ອມຕໍ່ຄືນໃໝ່ເປັນປົກກະຕິ, ນັກສຶກສາ ຫວຽດນາມ ຍັງບໍ່ທັນກັບໄປຮຽນຢູ່ ຈີນ ເປັນປົກກະຕິໄດ້ເທື່ອ… ດ້ວຍບັນດາບັນຫານີ້, ສອງຝ່າຍຍາມໃດກໍຮັກສາການປຶກສາຫາລືຢ່າງກົງໄປກົງມາ ຜ່ານຫຼາຍຊ່ອງທາງ ເພື່ອຊອກຫາມາດຕະການແກ້ໄຂ.

ຊຸກຍູ້ການພົວພັນເຂົ້າສູ່ລວງເລິກ ແລະ ແທດຈິງ

ໃນສະພາບການພົວພັນສອງຝ່າຍພວມພັດທະນາເປັນຢ່າງດີ, ການຢ້ຽມຢາມ ຈີນ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 14 ຂອງ ຄະນະກຳມະການຊີ້ນຳຮ່ວມມືສອງຝ່າຍ ຫວຽດນາມ - ຈີນ ຂອງທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ແມ່ນມີຄວາມໝາຍສຳຄັນທີ່ສຸດ. ທີໜຶ່ງແມ່ນ, ສະແດງຄວາມຕັດສິນໃຈຂອງສອງຝ່າຍໃນການຮັກສາການພົບປະແລກປ່ຽນຢ່າງສະໜິດແໜ້ນລະຫວ່າງສອງພັກ, ສອງລັດ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງຝ່າຍໃຫ້ຫຼາຍກວ່າອີກ. ທີສອງແມ່ນ, ປະຕິບັດຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງສອງພັກ, ສອງລັດຢ່າງມີປະສິດທິຜົນ, ປະກອບສ່ວນນຳການພົວພັນມິດຕະພາບ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ ຫວຽດນາມ - ຈີນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ. ທີສາມແມ່ນ, ຕີລາຄາລວມການຮ່ວມມືຂອງສອງປະເທດນັບແຕ່ກອງປະຊຸມຄັ້ງທີ 13 ຂອງຄະນະຊີ້ນຳຮ່ວມມືສອງຝ່າຍ ຫວຽດນາມ - ຈີນ (ກັນຍາ 2021) ມາຮອດປັດຈຸບັນ, ປຶກສາຫາລືບັນດາທິດທາງໃຫຍ່ ແລະ ມາດຕະການລະອຽດ ເພື່ອສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ, ເພີ່ມກຳລັງໜູນໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ - ຈີນ ພັດທະນາຫຼາຍກວ່າອີກໃນໄລຍະຈະມາເຖິງ.

ບົນພື້ນຖານທ່າໄດ້ປຽບ, ກຳລັງບົ່ມຊ້ອນ, ຄວາມຕ້ອງການ ແລະ ພື້ນຖານການພົວພັນສອງຝ່າຍທີ່ພວມມີ, ດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມລວມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ຈະສືບຕໍ່ໄດ້ຮັບການຍົກຂຶ້ນສູ່ລະດັບສູງໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ