ຫວຽດນາມ ຈະພັດທະນາຢ່າງໝັ້ນຄົງໃນປີ 2013

(vovworld) - ​​​ປີ 2012, ປະຊາຊົນ ຫວຽດນາມ ​ໄດ້ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ນາໆ​ປະການ​ ບັນລຸ​ລະດັບ​ເຕີບ​ໂຕ GDP 5,03% ຊຶ່ງ​ແມ່ນ​ຕົວ​ເລກ​ທີ່​ມີ​ຄວາມ​ໝາຍ​ໃນ​ສະພາບ​ພື້ນຖານ​ເສດຖະກິດ​ໂລກ​ພວມ​ຊຸດ​ໂຊມ​ຢູ່​ຫລາຍ​ປະ​ເທດ. ໝາກຜົນ​ດັ່ງກ່າວ​ພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ປີ, ​ແລະ​ການ​ກຳນົດ​ທິດ​ພັດທະນາ​ເສດຖະກິດຢ່າງ​ຈະ​ແຈ້ງ​​ໃນ​ປີ 2013, ​ໄດ້​ຊີ້​ໃຫ້​ເຫັນຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ພັດທະນາ​ຂອງຫວຽດນາມຢ່າງ​ໝັ້ນຄົງ​ໃນ​ປີ 2013.” ນີ້​ກໍ​ແມ່ນ​ເນື້ອ​ໃນ​​ບົດ​ຂຽນຂອງ​ນັກ​ຂ່າວ ທູ​ຮວາ. ​

ຫວຽດນາມ ຈະພັດທະນາຢ່າງໝັ້ນຄົງໃນປີ 2013 - ảnh 1
ພາບ​ປະກອບ:internet

        ປີ 2013, ຫວຽດນາມ ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ພັດທະນາ​ເສດຖະກິດ. ນັ້ນ​ແມ່ນ​ການ​ຮັກສາ​ລະດັບ​​ເຕີບ​ໂຕຍ​ອດຜະລິດ​ຕະພັນ​ພາຍ​ໃນ​ໃຫ້ຢູ່​ໃນ​ລະດັບ​ເໝາະ​ສົມ, ພ້ອມ​ທັງ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ໃຫ້​ໄດ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັບປະກັນ​ຊີວິດ​ສັງຄົມ. ​ໃນ​ສານ​ຕົ້ນ​ປີ​ 2013, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ວາງ​ອອກ 6 ຫນ້າ​ທີ່​ຈຸດ​ສຸມ ​ເພື່ອ​ໃຫ້​ຫວຽດນາມ​ ແກ້​ໄຂ​ຄວາມ​ຫຍຸ້ງຍາກ. ຫນຶ່ງ​ໃນ​ບັນດາ​ມາດ​ຕະການ​ນັ້ນ​ແມ່ນ: ຄວບ​ຄຸມ​ໄພ​ເງິນ​ເຟີ້​​ໃຫ້ຢູ່​ໃນ​ລະດັບ 8%, ພ້ອມ​ທັງ​ຮັບປະກັນ​ລະດັບເຕີບ​ໂຕ​ເສດຖະກິດ​ປະມານ 5,5%. ຫນ້າ​ທີ່​ຫຍຸ້ງຍາກດັ່ງກ່າວ​ຮຽກຮ້ອງ​ໃຫ້​ລັດຖະບານ​ຕ້ອງມີ​ນະ​ໂຍບາຍ​ຢ່າງ​ມີໄຫວ​ພິບ, ​ເປັນ​ຕົ້ນ​​ແມ່ນນະ​ໂຍບາຍ​ເງິນຕາ ​ແລະ ຮັກສາ​ອັດຕາ​ດອກ​ເບ້ຍ​ຢ່າງເໝາະ​ສົມ. ດຣ ຫງວຽນ​ກວາງ​ທາຍ, ຮອງ​ປະທານ​ທັງ​ເປັນ​ເລຂາທິການ​ໃຫຍ່​ສະມາຄົມ​ວິທະຍາສາດ​ ເສດຖະກິດຫວຽດນາມ ​ຖື​ວ່າ:

        “ພວກ​ເຮົາ​​ໄດ້ຄຸມ​ໄພ​ເງິນ​ເຟີ້​​ຢູ່​ໃນ​ລະດັບ 6,8% ​ໃນ​ປີ 2012,​ ປະຈຸ​ບັນ ພວກ​ເຮົາ​ຕ້ອງ​ຄວບ​ຄຸມ​ຕໍ່ ​ແລະ ຮັກສາ​ສາຍພົວພັນ​ລະຫວ່າງ​ໄພ​ເງິນ​ເຟີ້ ​ແລະ ການ​ເຕີບ​ໂຕ, ​ເຮັດ​ແນວ​ໃດ​ກະຕຸກ​ຊຸກຍູ້​ພື້ນຖານ​ເສດຖະກິດ​ໃຫ້​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​ກວ່າ. ນັ້ນ​ແມ່ນບັນດາ​ບັນຫາ​ສຳຄັນ​ທີ່​ສຸດ. ນອກ​ນັ້ນ, ການ​ສົມທົບ​ກັນລະຫວ່າງ​ເງິນຕາ ​ແລະ ງົບປະມານ ຕ້ອງ​ມີ​ມາດ​ຕະການ​ຢ່າງ​ເໝາະ​ສົມ ​ແລະ ​ເຂັ້ມ​ງວດ, ຮຽກຮ້ອງ​​ໃຫ້ມີ​ການຕິດຕາມ​ກວດກາ ​ແລະ ຄຸ້ມ​ຄອງ​ຢ່າງ​ແຫນ້ນ​ແຟ​້ນລະຫວ່າງ​ລັດ, ລັດຖະບານ ​ເພື່ອ​ຮັບປະກັນ​​ໃຫ້ຄວາມ​ຮຽກຮ້ອງ​ຕ້ອງການ​​​ສູງ​ກວ່າ.”

         ​ປີ 2013, ລັດຖະບານ​ຈະຍົກ​ສູງ​ຄຸນ​ນະພາ​ບດ້ານກົດໝາຍ ​ແລະ ຄວາມ​ສາມາດ​ປະຕິບັດ​ກັບ​ນະ​ໂຍບາຍ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ຕະຫລາດ, ປັດ​ໄຈ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ​້​ແກ່​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ, ປະກອບສ່ວນ​ຍົກ​ສູງ​ກຳລັງ​ແກ້ງ​ແຍ້​ງສັງ​ລວມຂອງ​ພື້ນຖານ​ເສດຖະກິດ, ​ເພາະສິ່ງ​ດັ່ງກ່າວ​​ຈະປະກອບສ່ວນ​ສ້າງ​ພື້ນຖານ​ເສດຖະກິດ​​ໃຫ້ສຳ​ເລັດ​ຜົນ, ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​​ໃຫ້ບັນລຸ​ປະສິດທິ​ຜົນ ​ແລະ ​ເລື່ອງ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່ ຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຂ້ຽວຂາດ​ກວ່າ, ຕາມ​ທິດ​ສ້າງ​ບັນດາ​ອົງການ​ສິນ​ເຊື່ອ​ຄືນ​ໃຫມ່ ສົມທົບ​ກັບ​ການ​ແກ້​ໄຂ​ຫນີ້​ເສຍ​ເພື່ອ​ແກ້​ໄຂ​ແຫ​ລ່ງທຶນ​ທີ່​ຖືກ​ຕິດ​ຂັດ​ໃຫ້​ແກ່​ພື້ນຖານ​ເສດຖະກິດ. ຄຽງ​ຄູ່​ກັນ​ນັ້ນ, ​ເລື່ອງ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ແລະ ຫນູນ​ຊ່ວຍ​ຕະຫລາດ ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ແຂງ​ແຮງ​ກວ່າ​ໃນ​ປີ 2013. ຮອງ​ສາ​ສະ​ດາ​ຈານ, ດຣ ຫວໍ​ຈີ​ແທ່ນ, ຮອງ​ຫົວຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ການ​ບໍລິຫານ​ສູນ​ກາງ​ໃຫ້​ຮູ້​ວ່າ:

        “​ເລື່ອງ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ແລະ ຫນູນ​ຊ່ວຍ​ຕະຫລາດ​ຄັ້ງ​ນີ້​ມີ​ຈຸດ​ແຕກ​ຕ່າງ​ກັນ​ຫນ້ອຍ​ຫນຶ່ງ ນັ້ນ​ແມ່ນ​ມີ​ຄວາມ​ເອົາ​ໃຈ​ໃສ່​​ເຖິງ​ຄວາມ​ຕ້ອງການ​ຫລາຍ​ກວ່າ, ສ້າງ​ກຳລັງ​ຊື້​ໃຫ້​ແກ່​ຕະຫລາດ.  ທີ​ສອງ ຕ້ອງ​ມີ​ຫລາຍ​ມາດ​ຕະການ​ໃຫມ່​ເພື່ອ​ຍູ້​ແຮງ​ການ​ລົງທຶນ​ຂອງ​ລັດ.”

ຫວຽດນາມ ຈະພັດທະນາຢ່າງໝັ້ນຄົງໃນປີ 2013 - ảnh 2
​ເສດຖະກິດ​ຫວຽດນາມ ຈະ​ພັດທະນາ​ໃນ​ປີ 2013
ພາບ: internet

        ພ້ອມ​ກັບ​ບັນດາ​ມາດ​ຕະການ​ພັດທະນາ​ເສດຖະກິດ, ​ໃນ​ປີ 2013 ຫວຽດນາມ ຈະ​​​ເອົາ​ໃຈ​ໃສ່​ເຖິງ​ການ​ຮັບປະກັນ​ຊີວິດ​ສັງຄົມກວ່າ, ຍູ້​ແຮງ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ, ​ເປັນ​ຕົ້ນ​​ແມ່ນຢູ່​ເຂດ​​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ຫນູນ​ຊ່ວຍ​ບັນດາ​ເປົ້າ​ໝາຍ​ໃກ້​ຈະ​ຖືກ​ຈັດ​ເຂົ້າ​ໃນ​ລະດັບ​ຄອບຄົວ​ທຸກ​ຍາກ ​ແລະ ບັນດາ​ຄອບຄົວ​ທຸກ​ຍາກ​ບື່ນຕົວ​ຂຶ້ນ​ພັດທະນາ​ແບບ​ຍືນ​ຍົງ. ຫວຽດນາມ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ​ກາ​ນພັດທະນາ​ເສດຖະກິດ​ສັງຄົມ​ຢູ່ ​ເຂດ​ທຸກ​ຍາກ ​ແລະ ຖື​ວ່າ ນີ້​ແມ່ນ​ມາດຖານ​ສຳ​ເລັດ​ຜົນ​ຂອງ​ບໍ່​ວ່າ​ໂຄງການ​ພັດທະນາ​ເສດຖະກິດ​ໃດ. ຮອງ​ສາ​ສະ​ດາ​ຈານ, ດຣ ​ໂງ​ຈີ​ລອງ ອະດີດ ຫົວຫນ້າ​ສະຖາບັນ​ຄົ້ນ​ຄ້ວາຕະ​ຫລາດ​ລາຄາ, ສັງກັດ​ກະຊວງ​ການ​ເງິນ ​ໄດ້​ຍົກ​ໃຫ້​ເຫັນ​ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ:

        “ນອກຈາກ​ການ​ນຳ​ໃຊ້​ແຫ​ລ່ງງົບປະມານ​ແຫ່ງ​ຊາດ​ແລ້ວ ຕ້ອງ​ຈັດ​ຕັ້ງ​ການ​ຂຸດ​ຄົ້ນ​ທຸກ​ແຫ​ລ່ງກຳລັງ ​ເຮັດ​ແນວ​ໃດ​​  ​ເພື່ອ​ປັບປຸງການຮັບປະກັນ​ຊີວິດ​ສັງຄົມ​​ໃຫ້ດີກ​ວ່າ​ປີ 2012. ບັນຫາ​ນີ້ ​​ໄດ້​ລະບຸຢ່າງ​ຈະ​ແຈ້ງ​ໃນ​ສານ​ຂອງ​ລັດຖະບານ​. ຕາມ​ທັດ​ສະ​ນະ​ຂອງ​ຂ້າພະ​ເຈົ້າ ​ຕ້ອງເຮັດ​​ແນວ​ໃດ​​ເພື່ອ​ຜັນ​ຂະຫຍາຍ​ໃຫ້​ຖືກ​ກັບ​ຄາດໝາຍ​ທີ່​ໄດ້​ວາງ​ອອກ ​ແລະ ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ, ບັນຫາ​ຕິດ​ຕາມ​ກວດກາມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ.”

        ປີ 2012 ​ແມ່ນ​ປີ​ທີ່​ມີ​ການ​ຜັນ​ແປ​ ​ແລະ ປະສົບ​ກັບ​ຄວາມ​ຫຍຸ້ງຍາກຫລາຍ​ຢ່າງ. ​ແຕ່​ດ້ວຍຄວາມ​ມານະ​ພະຍາຍາມ​ສູ້​ຊົນ​ຂອງ​ປະຊາຊົນຫວຽດນາມ ​ໄດ້​ນຳ​ມາ​ເຊິ່ງບັນດາ​ຜົນງານ​ດີ​ພໍ​ສົມຄວນ​ໃນ​ສະພາບ​​ເສດຖະກິດ​ທົ່ວ​ໂລກພວມປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ນັ້ນ​ແມ່ນ​ເສດຖະກິດ​ມະຫາ​ພາກ​ໄດ້​ຮັບ​ການ​ປັບປຸງ, ​ໄພ​​ເງິນ​ເຟີ້​ຖືກ​ຄວບ​ຄຸມ​ຢູ່​ໃນ​ລະດັບ​ຕຳ່, ວົງ​ເງິນຂາ​ອອກ​ບັນລຸ​ລະດັບ​ສູງ, ບັນດາ​ຂົງ​ເຂດ​ວັດທະນະທຳ​ສັງຄົມ​ມີ​ຄວາມ​ກ້າວ​ຫນ້າ, ສະຫວັດ​ດີກາ​ນສັງຄົມ ​ແລະ ຮັບປະກັນ​ຊີວິດ​ສັງຄົມ​. ໝາກຜົນ​ດັ່ງກ່າວ​ແມ່ນ​ປະຖົມ​ປັດ​ໄຈ​ທີ່​ດີ​ເພື່ອ​ໃຫ້ ຫວຽດນາມ ປະຕິບັດສຳ​ເລ​ັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2013 ຄື​ດັ່ງ​ຄຳ​ຢືນຢັນ​ຂອງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ:

        “​ໃນ​ສະພາບຄວາມ​ຫຍຸ້ງຍາກ​ນັ້ນ, ​ແຕ່ພວກ​​ເຮົາ​ກໍ່ບັນລຸ​ໄດ້​ບັນດາ​ຜົນງານດີ​ພໍ​ສົມຄວນ. ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ເສີມ​ຂະຫຍາຍ ​ແລະ ສ້າງ​ເປັນຄວາມ​ສາມ​າດບົ່ມ​ຊ້ອນ, ທ່າ​ໄດ້​ປຽບ ​ເພື່ອ​ປະຕິບັດ​ບັນດາ​ຄາດໝາຍຫນ້າ​ທີ່​ທີ່​ໄດ້ວາງ​ອອກ​ໃນ​ປີ 2013 ​ເປັນ​ຢ່າງ​ດີ.”

        ​ບັນຍາ​ກາດ​ຕ້ອນຮັບ​ປີ​ໃຫມ່​ປີ​ມະ​ເສ​ງ 2013 ພວມ​ດຳ​ເນີນ​ໄປ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ. ​ເຖິງ​ວ່າ ​ໄລຍະ​ແຫ່ງ​ການ​ພັດທະນາ​ໃນ​ປີ 2013 ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ກໍ​ຕາມ. ​ແຕ່​ບັນດາ​ຄວາມ​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ປີຜ່ານມາ ​ໄດ້​​ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເລ່ັງລັດ​ຊາວ ຫວຽດນາມ ​ແຕ່ລະຄົນ ຮ່ວມ​ແຮງ​ຮ່ວມ​ໃຈ​​ພັດທະນາ​ພື້ນຖານເສດຖະກິດ ຫວຽດນາມ ​ໃນ​ປີ 2013 ​ເພື່ອ​ໃຫ້​ປະ​ເທດ​ຫວຽດນາມ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ