ຫວຽດນາມ ຊຸກຍູ້ການຮັບປະກັນສິດທິມະນຸດຕາມຂໍ້ສະເໜີແນະຂອງສະພາສິດທິມະນຸດສະຫະປະຊາຊາດ

(VOVWORLD) -ເຖິງວ່າຫາກໍ່ໄປໄດ້ເຄິ່ງທາງກໍ່ຕາມ, ແຕ່ ຫວຽດນາມ ກໍ່ບັນລຸໄດ້ຜົນງານທີ່ໜ້າປະທັບໃຈຫຼາຍຢ່າງເມື່ອທຽບໃສ່ບັນດາປະເທດໃນພາກພື້ນໃນການຮັບປະກັນ ແລະ ຊຸກຍູ້ສິດທິມະນຸດໃນຂົງເຂດແຮງງານ, ສັງຄົມ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ.
ຫວຽດນາມ ຊຸກຍູ້ການຮັບປະກັນສິດທິມະນຸດຕາມຂໍ້ສະເໜີແນະຂອງສະພາສິດທິມະນຸດສະຫະປະຊາຊາດ - ảnh 1ເຖິງວ່າຫາກໍ່ໄປໄດ້ເຄິ່ງທາງກໍ່ຕາມ, ແຕ່ ຫວຽດນາມ ກໍ່ບັນລຸໄດ້ຜົນງານທີ່ໜ້າປະທັບໃຈຫຼາຍຢ່າງ
(ພາບ: baoquocte.vn)

ຫວຽດນາມ ພວມມານະພະຍາຍາມປະຕິບັດຂໍ້ສະເໜີແນະ ຕາມກົນໄກ ກວດກາປະຈຳໄລຍະ (UPR) ຮອບວຽນ 3 ຂອງສະພາສິດທິມະນຸດສະຫະປະຊາຊາດຢ່າງຄົບຖ້ວນ ແລະ ເຂັ້ມງວດ ແລະ ມີບາດກ້າວຫຼາຍຢ່າງທີ່ແທດຈິງໃນການຊຸກຍູ້ ແລະ ຮັບປະກັນສິດທິມະນຸດ, ພິເສດແມ່ນໃນຂົງເຂດແຮງງານ, ສັງຄົມ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ. ໝາກຜົນດັ່ງກ່າວແມ່ນພື້ນຖານເພື່ອສືບຕໍ່ຜັນຂະຫຍາຍວິໄສທັດ, ແນວທາງ, ຍຸດທະສາດພັດທະນາປະເທດຊາດຢ່າງຮອບດ້ານ ດ້ວຍຈິດໃຈບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.

ຫວຽດນາມ ໄດ້ເຫັນດີຕໍ່ 241 ຂໍ້ສະເໜີແນະຂອງ UPR ຮອບວຽນ 3 ໃນເດືອນ ມັງກອນ 2019 ແລະ ໄດ້ຜັນຂະຫຍາຍປະຕິບັດ ຂ້ໍສະເໜີແນະນັ້ນ ຢ່າງຄົບຊຸດ, ຮອບດ້ານ. ເຖິງວ່າຫາກໍ່ໄປໄດ້ເຄິ່ງທາງກໍ່ຕາມ, ແຕ່ ຫວຽດນາມ ກໍ່ບັນລຸໄດ້ຜົນງານທີ່ໜ້າປະທັບໃຈຫຼາຍຢ່າງເມື່ອທຽບໃສ່ບັນດາປະເທດໃນພາກພື້ນໃນການຮັບປະກັນ ແລະ ຊຸກຍູ້ສິດທິມະນຸດໃນຂົງເຂດແຮງງານ, ສັງຄົມ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ.

ກ່ຽວກັບການດັດປັບກອບນິຕິກຳ ແລະ ນະໂຍບາຍກ່ຽວກັບແຮງງານແຫ່ງຊາດ, ປະຈຸບັນກົດໝາຍວ່າດ້ວຍແຮງງານ 2019 ຂອງ ຫວຽດນາມ ໄດ້ຮັບປະກັນຄວາມກົມກຽວກັບສົນທິສັນຍາຂອງອົງການແຮງງານສາກົນ (ILO) ແລະ ສະຫະປະຊາຊາດ ກ່ຽວກັບສິດທິມະນຸດເຊິ່ງ ຫວຽດນາມ ໄດ້ເຂົ້າເປັນສະມາຊິກ. ຫວຽດນາມ ກໍ່ພວມສ້າງສຳເນົາເອກະສານເຂົ້າຮ່ວມສົນທິສັນຍາເລກທີ 87 ຂອງ ILO ກ່ຽວກັບຄວາມເສລີພາບໃນສະຫະສະມາຄົມ ແລະ ປົກປ້ອງສິດເຊິ່ງໄດ້ຈັດຕັ້ງ ແລະ ກະກຽມໃຫ້ແກ່ການເຂົ້າຮ່ວມສົນທິສັນຍາສາກົນຂອງສະຫະປະຊາຊາດ ກ່ຽວກັບການປົກປ້ອງສິດຂອງຜູ້ອອກແຮງງານຍົບພະຍົບ ແລະ ບັນດາສະມາຊິກໃນຄອບຄົວຂອງເຂົາເຈົ້າ (CRMW)… ບັນດາຄວາມມານະພະຍາຍາມດັ່ງກ່າວແມ່ນເພື່ອແນໃສ່ປັບປຸງລະບອບລະບຽບລະບົບກົດໝາຍແຫ່ງຊາດໃຫ້ສົມບູນແບບກ່ຽວກັບການຮັບປະກັນ ແລະ ຊຸກຍູ້ສິດທິມະນຸດ, ນຳ ຫວຽດນາມ ເຂົ້າໃກ້ກັບບັນດາມາດຕະຖານສາກົນກວ່າ.

ວຽກງານຫຼຸດຜ່ອນຄວາມທຸກຍາກ ແລະ ການຮັບປະກັນຊີວິດສັງຄົມຂອງຫວຽດນາມ ໃນໄລຍະຜ່ານມາບັນລຸໄດ້ຜົນງານພົ້ນເດັ່ນ. ໃນໄລຍະ 2016 – 2020, ອັດຕາຄອບຄົວທຸກຍາກໃນທົ່ວປະເທດຍັງເຫຼືອປະມານ 2,75%, ຄິດສະເລ່ຍໃນໄລຍະ 5 ປີແມ່ນຫຼຸດລົງປະມານ 1,43%/ປີ; ອັດຕາຄອບຄົວທຸກຍາກຢູ່ບັນດາເມືອງທຸກຍາກຍັງເຫຼືອປະມານ 24%, ຄິດສະເລ່ຍໃນໄລຍະ 5 ປີຫຼຸດລົງ 5,65%/ປີ. ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນຊີວິດສັງຄົມແບບຍືນຍົງໄລຍະ 2021 – 2030 ມຸ່ງໄປເຖິງການຫຼຸດຜ່ອນຄວາມທຸກຍາກຫຼາຍສົ້ນ, ກວມລວມ, ຍືນຍົງ; ໜູນຊ່ວຍຄົນທຸກຍາກຢູ່ເໜືອມາດຖານຄ່າຄອງຊີບໃນລະດັບຕ່ຳສຸດແບບຍືນຍົງ, ສຳຜັດກັບບັນດາການບໍລິການສັງຄົມຢ່າງຄົບຖ້ວນໂດຍພື້ນຖານ, ຖືການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ສ້າງວຽກເຮັດງານທຳໃຫ້ຜູ້ທຸກຍາກ, ຫຼຸດຜ່ອນການຂາດຄວາມສະເໝີພາບລະຫວ່າງຍິງ - ຊາຍໃນສັງຄົມເປັນສຳຄັນ, ຮັບປະກັນຄວາມກົມກຽວລະຫວ່າງການພັດທະນາເສດຖະກິດ ແລະ ການຮັບປະກັນຊີວິດສັງຄົມແບບຍືນຍົງ… ເພື່ອສືບຕໍ່ປະຕິບັດບັນດາຂໍ້ສະເໜີແນະຂອງ UPR, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ຫາກໍ່ຍື່ນສະໜີຕໍ່ນາຍົກລັດຖະມົນຕີປະກາດໃຊ້ຂໍ້ຕົກລົງວ່າດ້ວຍການກຳນົດຂັ້ນຕອນກວດກາຄືນ, ຢັ້ງຢືນຄອບຄົວທຸກຍາກ, ຄອບຄົວໃກ້ຈະທຸກຍາກ, ຄອບຄົວມີລະດັບຄ່າຄອງຊີບປານກາງໄລຍະ 2021 – 2025. ພ້ອມກັນນັ້ນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຍັງໄດ້ຜັນຂະຫຍາຍການຄົ້ນຄວ້າ, ປັບປຸງ, ເພີ່ມເຕີມບາງນະໂຍບາຍຫຼຸດຜ່ອນຄວາມທຸກຍາກຫຼາຍສົ້ນ ຕາມທິດເພີ່ມທະວີການໜູນຊ່ວຍ, ມຸ່ງໄປເຖິງການສ້າງວຽກເຮັດງານທຳ ແລະ ມີລາຍຮັບແບບຍືນຍົງ, ຫຼຸດຜ່ອນນະໂຍບາຍໃຫ້ລ້າໆເພື່ອຫຼຸດຜ່ອນຄວາມທຸກຍາກຖືກແບບຍືນຍົງ.

ຫວຽດນາມ ຊຸກຍູ້ການຮັບປະກັນສິດທິມະນຸດຕາມຂໍ້ສະເໜີແນະຂອງສະພາສິດທິມະນຸດສະຫະປະຊາຊາດ - ảnh 2ກອງປະຊຸມສຳມະນາສາກົນທາບທາມຄວາມເຫັນບົດລາຍງານກາງສະໄໝການປະຕິບັດ UPR ຮອບວຽນ 3
(ພາບ: baoquocte.vn)

ໃນຂົງເຂດຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ວັນທີ 28 ທັນວາ 2020, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ປະກາດໃຊ້ມະຕິເລກທີ 2282 ອະນຸມັດຜ່ານໂຄງການ ເພີ່ມທະວີການເຂົ້າຮ່ວມຢ່າງສະເໝີພາບລະຫວ່າງຍິງ - ຊາຍໃນຕຳແໜ່ງການນຳ ແລະ ຄຸ້ມຄອງຢູ່ຂັ້ນວາງແຜນນະໂຍບາຍໃນໄລຍະ 2021 - 2030 ເພື່ອແນໃສ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ກຳລັງປະດິດຄິດສ້າງຂອງແມ່ຍິງ, ມຸ່ງໄປເຖິງການປະຕິບັດຄຳໝັ້ນສັນຍາບັນລຸການພັດທະນາແບບຍືນຍົງກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ. ວັນທີ 03 ມີນາ 2021, ລັດຖະບານສືບຕໍ່ປະກາດໃຊ້ມະຕິເລກທີ 28 ຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ໄລຍະ 2021 – 2030 ມຸ່ງໄປເຖິງເປົ້າໝາຍ ສືບຕໍ່ຮັດແຄບຊ່ອງຫວ່າງທາງເພດ, ສ້າງເງື່ອນໄຂ, ກາລະໂອກາດເພື່ອໃຫ້ແມ່ຍິງ ແລະ ເພດຊາຍເຂົ້າຮ່ວມ, ຊົມໃຊ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນທຸກຂົງເຂດຂອງຊີວິດສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງປະເທດຊາດ.

ເລື່ອງສືບຕໍ່ປະຕິບັດບັນດາຂໍ້ສະເໜີແນະຂອງ UPR ຮອບວຽນ 3 ແມ່ນເໝາະສົມກັບແຜນນະໂຍບາຍ, ນະໂຍບາຍເຊິ່ງໄດ້ສະແດງອອກໃນເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ສ່ອງແສງໃຫ້ເຫັນຄຳໝັ້ນສັນຍາ, ຄວາມມານະພະຍາຍາມຢ່າງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການຮັບປະກັນສິດທິມະນຸດ, ໂດຍສະເພາະແມ່ນກຸ່ມທີ່ມີຄວາມສ່ຽງສູງໃນສະພາບຄວາມຫຍຸ້ງຍາກຂອງໂລກລະບາດໂຄວິດ-19. ໃນຕົວຈິງການປະຕິບັດບັນດາຂໍ້ສະເໜີແນະຂອງ UPR ຮອບວຽນ 3 ໃນໄລຍະຜ່ານມາ ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການຮັບປະກັນຕໍ່ເລື່ອງ ທົ່ວປວງຊົນໄດ້ຊົມໃຊ້ສິດທິມະນຸດ, ຜ່ານນັ້ນສະແດງໃຫ້ເຫັນຈິດໃຈມະນຸດສະທຳລັດຖະນະໂຍບາຍຂອງພັກ ແລະ ລັດຫວຽດນາມ ຕໍ່ເປົ້າໝາຍລຸລ່ວງແມ່ນ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ”.

ຕອບກັບ

ຂ່າວ/ບົດ​ອື່ນ