ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ປະ​ເທດ​ເຂດ​ອ່າວເປີ​ເຊຍ

(VOVWORLD) - ວັນທີ 18 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ສະພາຮ່ວມມືເຂດອ່າວເປີເຊຍ (GCC), ຢູ່ Riyadh, ອາຣັບບິ ຊາອຸດິ ແລະ ຢ້ຽມຢາມລາຊະອານາຈັກ ອາຣັບບິ ຊາອຸດິ. ການຢ້ຽມຢາມຢັ້ງຢືນຄຳໝັ້ນສັນຍາຢ່າງແຮງ ແລະ ການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມແຫ່ງຄວາມ ຈິງໃຈ, ໄວ້ເນື້ອເຊື່ອໃຈ, ຊຸກຍູ້ການຮ່ວມມືລະຫວ່າງສອງກຸ່ມ, ພ້ອມທັງ ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດເຂດອ່າວ.

ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ປະ​ເທດ​ເຂດ​ອ່າວເປີ​ເຊຍ - ảnh 1ອາຊຽນ - GCC ຍູ້ແຮງການຮ່ວມມື (ພາບ: Manila Bulletin)

ກອງປະຊຸມສຸດຍອດ ອາຊຽນ - GCC ໄດ້ດຳເນີນໃນສະພາບການໂລກ ແລະ ພາກພື້ນ ສືບຕໍ່ມີການຜັນແປໂດຍໄວ ແລະ ສັບສົນ. ການເຈລະຈາ ແລະ ການຮ່ວມມື ກາຍເປັນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຂອງບັນດາປະເທດ, ເປັນຕົ້ນແມ່ນປະເທດກາງ ແລະ ນ້ອຍ. ອາຊຽນ ມີແຜນນະໂຍບາຍ ທັງເຮັດໃຫ້ການພົວພັນກັບບັນດາປະເທດໃຫຍ່ເລິກເຊິ່ງກ່ວາອີກ, ທັງເປີດກວ້າງການພົວພັນກັບບັນດາປະເທດ, ອົງການຈັດຕັ້ງສາກົນໃນໂລກ, ເພື່ອແນໃສ່ຍາດແຍ່ງແຫຼ່ງກຳລັງສ້າງປະຊາຄົມ, ຊຸກຍູ້ການຟື້ນຟູ, ພັດທະນາແບບຍືນຍົງ ແລະ ສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ການເຈລະຈາ ແລະ ການຮ່ວມມື.

ໃນສະພາບການນັ້ນ, ການເດີນທາງໄປປະຕິບັດງານຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີຄວາມໝາຍສຳຄັນ, ທັງພ້ອມກັບບັນດາປະເທດ ອາຊຽນ ສະແດງໃຫ້ເຫັນຖານະບົດບາດໃໝ່, ເອກະລາດ, ສາມັກຄີ, ພັດທະນາ, ທັງປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍົກສູງປະສິດທິຜົນການຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ເຂດອ່າວເປີເຊຍ.

ບົດບາດຂອງ ຫວຽດນາມ ໃນການຊຸກຍູ້ການຮ່ວມມື ອາຊຽນ - GCC

ດ້ວຍຈຳນວນປະຊາກອນເກືອບ 700 ລ້ານຄົນຢູ່ບັນດາປະເທດ ອາຊຽນ ແລະ 60 ລ້ານຄົນຢູ່ເຂດອ່າວເປີເຊຍ, ເຕົ້າໂຮມຫຼາຍພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ, ອາຊຽນ, GCC ໄດ້ ແລະ ພວມແມ່ນບັນດາອົງການຈັດຕັ້ງພາກພື້ນພັດທະນາທີ່ມີຄວາມຂະຫຍັນຂັນເຄື່ອນ ແລະ ເຕັມໄປດ້ວຍຄວາມຫວັງ, ພ້ອມທັງກໍ່ແມ່ນຈຸດສຸມການເຕີບໂຕຂອງໂລກ.

ກໍ່ມີຈຸດທີ່ຄ້າຍຄືກັນກັບ ອາຊຽນ, ສະພາຮ່ວມມືເຂດອ່າວເປີເຊຍ (GCC) ແມ່ນອົງການຈັດຕັ້ງພາກພື້ນສຳຄັນແຖວໜ້າຢູ່ ຕາເວັນອອກກາງ ລວມມີ 6 ປະພເທດສະມາຊິກຢູ່ເຂດອ່າວແມ່ນ: ອາຣັບບິ ຊາອຸດິ, ສະຫະລັດ ອາຣັບ ເອມີເລັດ, ກາຕາ, ບາເຣນ, ກູວັດ ແລະ ໂອມານ. GCC ໄດ້ຮັບການສ້າງຕັ້ງເມື່ອເດືອນພຶດສະພາ ປີ 1981, ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງ Riyadh, ອາຣັບບິ ຊາອຸດິ. ບັນດາປະເທດ GCC ໄດ້ປະຕິບັດແນວທາງການຕ່າງປະເທດທີ່ເປັນມິດ, ຍູ້ແຮງນະໂຍບາຍມຸ່ງໄປເຖິງທາງທິດຕາເວັນອອກ, ມີຄວາມເອົາໃຈໃສ່ເຖິງການຮ່ວມມືກັບ ອາຊີຕາເວັນອອກສ່ຽງໃຕ້.

ການພົບປະຢ່າງເປັນທາງການຄັ້ງທຳອິດລະຫວ່າງ GCC ແລະ ອາຊຽນ ໄດ້ດຳເນີນໃນປີ 1990 ເມື່ອ ໂອມານ ເປັນປະທານຂອງ GCC ເຊິ່ງສະແດງໃຫ້ເຫັນຄວາມຫວັງໃນການສ້າງຕັ້ງການພົວພັນຢ່າງເປັນທາງການກັບ ອາຊຽນ. ກອງປະຊຸມຂັ້ນລັດຖະມົນຕີ ອາຊຽນ - GCC ຄັ້ງທຳອິດໄດ້ຈັດຂຶ້ນໃນປີ 2009 ຢູ່ ບາເຣນ. ນັບແຕ່ນັ້ນເປັນຕົ້ນມາ, ລັດຖະມົນຕີການຕ່າງປະເທດ ສອງຝ່າຍໄດ້ພົບປະກັນເປັນປະຈຳ ຢູ່ນອກສະມັດຊາໃຫຍ່ ສປຊ ຢູ່ນິວຢອກ, ປະເທດ ອາເມລິກາ. ແລະ ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມສຸດຍອດຄັ້ງທຳອິດລະຫວ່າງ ອາຊຽນ ແລະ GCC. ນີ້ແມ່ນເຫດການທີ່ມີຄວາມສຳຄັນທີ່ສຸດ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງສອງຝ່າຍ. ກອງປະຊຸມເພື່ອແນໃສ່ຍົກສູງການພົວພັນດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງກຸ່ມ, ພິເສດ, ຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານ, ແລກປ່ຽນ ເຕັກໂນໂລຢີກາກບອນຕ່ຳ, ການຮ່ວມມືດ້ານການເງິນທະນາຄານ…

ໂດຍແມ່ນສະມາຊິກຫຼັກແຫຼ່ງຂອງ ອາຊຽນ, ຫວຽດນາມ ຍາມໃດກໍ່ເສີມຂະຫຍາຍຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນລະຫວ່າງ ອາຊຽນ ແລະ GCC ຢ່າງມີປະສິດທິຜົນ, ຜ່ານນັ້ນ ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ ແລະ GCC ແລະ ການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ ແຕ່ລະປະເທດ ສະມາຊິກ GCC.

ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ປະ​ເທດ​ເຂດ​ອ່າວເປີ​ເຊຍ - ảnh 2ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: TTXVN)

ຍົກສູງການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ກັບ GCC

ສຳລັບຫວຽດນາມແລ້ວ, ທັງໝົດ 6 ປະເທດສະມາຊິກຂອງ GCC ລ້ວນແຕ່ແມ່ນ ຄູ່ຮ່ວມມືບຸລິມະສິດ. ມີການພົວພັນໃນຫຼາຍຂົງເຂດລວມມີ: ການເມືອງ, ການທູດ, ການຄ້າ, ການລົງທຶນ, ແຮງງານ… ຫວຽດນາມ ແລະ 4 ປະເທດ GCC (Saudi Arabia, Kuwait, Qatar, UAE) ໄດ້ເປີດສະຖານທູດ ປະຈຳ ເຊິ່ງກັນແລະກັນ. ວົງເງິນການຄ້າ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດໃນພາກພື້ນບັນລຸ 12,5 ຕື້ USD. ຍອດເງິນລົງທຶນໂດຍກົງ (FDI) ຂອງບັນດາປະເທດ GCC ເຂົ້າມາ ຫວຽດນາມ ໃນປັດຈຸບັນບັນລຸປະມານ 1 ຕື້ USD. ປັດຈຸບັນມີແຮງງານ ຫວຽດນາມ ປະມານ 11.000 ຄົນ ພວມເຮັດວຽກ ຢູ່ບັນດາປະເທດ GCC. ຫວຽດນາມ ພວມຜັນຂະຫຍາຍການເຈລະຈາ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ກັບ UAE.

ພິເສດ, ສຳລັບປະເທດ ອາຣັບບິ ຊາອຸດິ ແມ່ນປະເທດເຊິ່ງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມາຢ້ຽມຢາມຄັ້ງນີ້, ການພົວພັນສອງຝ່າຍພວມມີການພັດທະນາຢ່າງດີງາມທີ່ສຸດ. ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນເປັນປະຈຳ ແລະ ສະໜັບສະໜູນກັນຢູ່ເວທີປາໄສສາກົນຕ່າງໆ. ການແລກປ່ຽນການຄ້າສອງຝ່າຍໃນປີ 2022 ເພື່ອບັນລຸກ່ວາ 2,7 ຕື້ USD, ເພີ່ມກ່ວາ 32% ເມື່ອທຽບໃສ່ກັບປີ 2021. ກ່ຽວກັບການຮ່ວມມືລົງທຶນ ແລະ ໜູນຊ່ວຍພັດທະນາ, ມີຫຼາຍກຸ່ມບໍລິສັດ, ບໍລິສັດໃຫຍ່ຂອງ ອາຣັບບິ ຊາອຸດິ ພວມປະຕິບັດບັນດາໂຄງການລົງທຶນຢູ່ ຫວຽດນາມ ຄື: ກຸ່ມບໍລິສັດ Zamil Steel, ກຸ່ມບໍລິສັດ Sabic ສ້າງຕັ້ງບໍລິສັດ Sabic ຫວຽດນາມ ຈຳກັດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - GCC ແລະ ຢ້ຽມຢາມລາຊະອານາຈັກ ອາຣັບບິ ຊາອຸດິ ແມ່ນເຫດການດ້ານການຕ່າງປະເທດທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີນີ້. ການເດີນທາງໄປປະຕິບັດງານເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດ ຂອງ ຫວຽດນາມ ກ່ຽວກັບການຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍເຖິງປີ 2030, ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ, ສົ່ງສານກ່ຽວກັບຄຳໝັ້ນສັນຍາຢ່າງແຮງ ແລະ ປະກອບສ່ວນຄວາມຮັບຜິດຊອບຂອງ ຫວຽດນາມ ທີ່ເປັນມິດ, ຈິງໃຈ, ມີຄວາມໄວ້ເນື້ອເຊື່ອໃຈ, ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນມິດຕະພາບ, ການເຈລະຈາ ແລະ ຮ່ວມມື ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສ້າງສະພາບແວດລ້ອມໃນພາກພື້ນ ແລະ ສາກົນແຫ່ງສັນຕິພາບ, ສະຖຽນລະພາບກັບບັນດາປະເທດ. ການເດີນທາງໄປປະຕິບັດງານກໍ່ແມ່ນການສ້າງກຳລັງໜູນໃຫຍ່ ໃນການຊຸກຍູ້ການພົວພັນ ລະຫວ່າງ ຫວຽດນາມ ແລະ ອາຣັບບິ ຊາອຸດິ, ເປີດຫຼາຍແງ່ມູນຮ່ວມມືໃໝ່ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ