ຫວຽດນາມ - ຊື່ເອີ້ນທີ່ຊີນເຄີຍຂອງບັນດານັກຮຽນຮູ້ສາກົນ

(vovworld) - ວັນ​ທີ 26/11, ກອງ​ປະຊຸມ​ສຳ​ມະ​ນາ​ສາກົນ ຫວຽດນາມ​ວິທະຍາຄັ້ງ​ທີ 4 ພາຍ​ໃຕ້​ຫົວ​ຂໍ້​ວ່າຫວຽດນາມ ບົນເສັ້ນທາງ​ເຊື່ອມ​ໂຍງ ແລະ ພັດທະນາ​ແບບ​ຍືນ​ຍົງຖືກ​ໄຂ​ຂຶ້ນ​ຢູ່ ຮ່າ​ໂນ້ຍ, ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ນັກ​ຄົ້ນ​ຄ້ວາ​ກ່ຽວ​ກັບ ຫວຽດນາມ ປະມານ 1.000 ທ່ານ. ນີ້​ແມ່ນ​ກອງ​ປະຊຸມ​ສຳ​ມະ​ນາ​ມີ​ຂອບ​ຂະຫນາດ​ໃຫຍ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ວິຊາ​ຫວຽດນາມ​ວິ​ທະຍາ​ຢູ່ ​ໃນ​ໂລກ ພວມ​ພັດທະນາ​ຢ່າງ​ແຂງ​ແຮງ ໝາຍ​ຄວາມ​ວ່າ ​ ຫວຽດນາມ ນັບ​ມື້​ນັບ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ໂລກ.

ຫວຽດນາມ - ຊື່ເອີ້ນທີ່ຊີນເຄີຍຂອງບັນດານັກຮຽນຮູ້ສາກົນ - ảnh 1
ຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາສາກົນ ຫວຽດນາມ ວິທະຍາຄັ້ງທີ 4
ພາບ:TTXVN

        ຫວຽດນາມ ​ແມ່ນ​ປະ​ເທດ​ຕັ້ງ​ຢູ່​ໃຈກາງ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ດ້ວຍ​ໄຫລ່​ທະວີບ​ທີ່​ກ້ວາງ​ໃຫຍ່ ​ແລະ ​ເຂດ​ເສດຖະກິດ​ພິ​ເສດ​ຢູ່​ທະ​ເລ ມີ​ໝູ່​ເກາະ​​​ໃຫຍ່​ນ້ອຍ​ຫລາຍ​ແຫ່ງ. ​ແຕ່​ດົນ​ນານ​ມາ​ແລ້ວ, ຫວຽດນາມ ​ ມີ​ການ​ພົວພັນ​ແລກ​ປຽນ​ກັບ​ບັນດາ​ພື້ນຖານ​ວັດທະນະທຳ, ອະລິຍະ​ທຳ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ອິນ​ເດຍ ​ແລະ ຝ່າຍ​ຕາ​ເວັນ​ຕົກ… ​ເພາະສະ​ນັ້ນ, ​ເລື່ອງ​ຄົ້ນ​ຄ້ວາ​ກ່ຽວ​ກັບປະ​ເທດ​ຊາດ,   ປະຊາຊົນ, ວັດທະນະທຳ ​ແລະ ປະຫວັດສາດ ຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ວຽກ​ງານ​ຂອງ​ຊາວ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ນັກຮຽນ​ຮູ້, ປັນຍາ​ຊົນ​ຕ່າງປະ​ເທດຫລາຍ​ທ່ານ​ອີກ​ດ້ວຍ. ຖ້າ​ຫາກ​ໃນ​ໄລຍະ​ຕໍ່ຕ້ານ​ຍາດ​ເອົາ​ເອກະລາດ, ຫວຽດນາມ ວິທະຍາ​ ພຽງ​ແຕ່​ພັດທະນາ​ຢູ່​ບາງ​ປະ​ເທດ​ຄື: ຈີນ, ລັດ​ເຊຍ, ຝລ່ັງ ​ແລະ ​ເອີ​ລົບ​ຕາ​ເວັນ​ອອກ,​ ປະຈຸ​ບັນ ຂະ​ບວນການ​ຄົ້ນ​ຄ້ວາ​ກ່ຽວ​ກັບ ຫວຽດນາມ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈຈາກ​ບັນດາ​ນັກຮຽນ​ຮູ້​ຍີ່​ປຸ່ນ, ສ​ເກົາຫລີ, ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ… ຕາມ​ສາ​ສະ​ດາ​ຈານປະຫວັດສາດ ຟານ​ຮູ​ຍ​ເລ, ວິຊາ ຫວຽດນາມ ວິທະຍາ​ທັນ​ສະ​ໄຫມ​ພວມ​ແຜ່​ລາມ​ອອກສູ່​ວົງ​ກວ້າງ​. ອົງການ​ຄົ້ນ​ຄ້ວາ ​ແລະ ບຳລຸງ​ສ້າງ​ກ່ຽວ​ກັບ ຫວຽດນາມ ວິທະຍາ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນຫລື​ປະກົດ​ອອກ​ຢູ່​ມະຫາວິທະຍາ​ໄລ​ຈຳນວນ​ຫນຶ່ງ​ຢູ່ ຫລາຍ​ປະ​ເທດ. ສະມາຄົມ​ຍີ່​ປຸ່ນຄົ້ນ​ຄ້ວາ​ກ່ຽວ​ກັບ ຫວຽດນາມ ​ໄດ້​ເຕົ້າ​ໂຮມ​ນັກຮຽນ​ຮູ້​ນັບ​ຮ້ອຍ​ທ່ານ, ​ແຕ່​ລະ​ປີ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ ຫວຽດນາມ. ສະມາຄົມ​ຄົ້ນ​ຄ້ວາ​ກ່ຽວ​ກັບ ຫວຽດນາມ ຈຳນວນ​ຫນຶ່ງກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່ ສ​ເກົາຫລີ, ອາ​ເມ​ລິ​ກາ. ຢູ່ ​ເອີ​ລົບ, ມີ​ເຄືອ​ຂ່າຍ​ຫນຶ່ງ​ຄົ້ນ​ຄ້ວາ​ກ່ຽວ​ກັບ ຫວຽດນາມ ​ມີ​ຊື່ວ່າ: Euro - ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ ​ແລະ ສອງ​ປີ​ເທື່ອ​ຫນຶ່ງ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ ຫວຽດນາມວິທະຍາ.         ສາ​ສະ​ດາ​ຈານ, ດຣ ຫງວຽນ​ຊວນ​ທັງ, ປະທານ​ສະ​ຖາ​ບັນ​ວິທະຍາ​ສາດສັງຄົມ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ເມື່ອ​ມີ​ຜົນ​ສະທ້ອນ ​ແລະ ບົດບາດ​ຂອງ ຫວຽດນາມ ນັບ​ມື້​ນັບ​ເປີດ​ກ້ວາງ,​​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ ຢູ່​​ໃນ​ລະດັບ​ທີ່ແຕກ​ຕ່າງ​ກັນ, ຢູ່ ພາກ​ພື້ນ ​ແລະ ​ໃນ​ໂລກ, ຊາວ​ໂລກ​ຈະ​ຮູ້ຈັກ​ເຖິງ​ພວກ​ເຮົາ, ​ທັງ​ຊອກ​ຮູ້, ທັງ​ແບ່ງປັນ, ທັງ​ປະກອບສ່ວນ. ​ເຂົາ​ເຈົ້າ​ຈະ​ມາ​ຢ້ຽມຢາມ​ຫວຽດນາມ ຫລາຍ​ກວ່າ, ຜົນສະທ້ອນຂອງຫວຽດນາມ​ວິທະຍາ​ຈະໄດ້​ຮັບ​ການ​ເປີດ​ກວ້າງ​ກວ່າ. ​ເຂົາ​ເຈົ້າ​ພວມ​ມຸ່ງ​ຫວັງ​ຕໍ່​ບົດບາດ​ຂອງ ຫວຽດນາມ ນັບ​ມື້​ນັບ​ສຳຄັນ​ໃນ​ພາກ​ພື້ນ​ກໍ​ຄື​ໃນ​ໂລກ. ສະ​ນັ້ນ ຂ້າພະ​ເຈົ້າ​ຖື​ວ່າ ຫວຽດນາມ ວິທະຍາ​ຈະ​ສືບ​ຕໍ່​ແນະນຳ​ພາບ​ພົດ​ຂອງ ຫວຽດນາມ ອອກ​ສູ່​ໂລກ.”

ຫວຽດນາມ - ຊື່ເອີ້ນທີ່ຊີນເຄີຍຂອງບັນດານັກຮຽນຮູ້ສາກົນ - ảnh 2
ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢູ໋ງ ກ່າວຄຳປາໄສໄຂກອງປະຊຸມ
ພາບ:TTXVN

        14 ປີຜ່ານມາ, ນັບ​ແຕ່​ເມື່ອ​ກອງ​ປະຊຸມ​ສຳ​ມະ​ນາ​ສາກົນກ່ຽວ​ກັບ​ຫວຽດນາມ​ວິທະຍາ​ດ​ໄດ້​ຮັບ​ການຈັດ​ຕັ້ງຂຶ້ນ​ເປັນ​ຄັ້ງ​ທຳ​ອິດ (1998),  ຍາມ​ໃດຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາກໍ​ຕິດ​ແທດ​ກັບ​ພຶດຕິ​ກຳ​ແຫ່ງ​ການ​ພັດທະນາ​ຢູ່ ຫວຽດນາມ. ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ທຳ​ອິດ ມີ​ຫົວ​ຂໍ້​ວ່າ: ຄົ້ນ​ຄ້ວາ ຫວຽດນາມ ​ແລະ ​ເພີ່ມທະວີ​ການ​ຮ່ວມ​ມື​ສາກົນ; ຫົວ​ຂໍ້​ກອງ​ປະຊຸມ​ຄັ້ງ​ທີ 2 ​ແມ່ນຫວຽດນາມບົນ​ເສັ້ນທາງ​ພັດທະນາ ​ແລະ ​ເຊື່ອມ​ໂຍງ - ມູນ​ເຊື້ອ ​ແລະ ທັນ​ສະ​ໄຫມ; ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ທີ 3 ​ແມ່ນ ຫວຽດນາມ ​ເຊື່ອມ​ໂຍງ ​ແລະ ພັດທະນາ. ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ທີ 4 ດຳ​ເນີນ​ໄປ​ແຕ່​ວັນ​ທີ 26 - 28/11/2012 ພາຍ​ໃຕ້​ຫົວ​ຂໍ້​ວ່າ: ຫວຽດນາມ ບົນ​ເສັ້ນທາງ​ເຊ່ືອມ​ໂຍງ ​ແລະ ພັດທະນາ​ແບບ​ຍືນ​ຍົງ” ​ແມ່ນ​ການ​ສືບ​ທອດ​ກອງ​ປະຊຸມ​ສຳ​ມະ​ນາ 3 ຄັ້ງ​ກ່ອນ​ນີ້ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ພວມ​ວາງ​ອອກ​ໃຫ້​ແກ່​ຫວຽດນາມ ​ໃນ​ທ່າ​ອ່ຽງຂອງ​ຍຸກ​​ໂລກາ​ພິບັດ. ນີ້​ແມ່ນ​​ໂອກາດ​ເພື່ອ​ໃຫ້ຫວຽດນາມ ສຳ​ພັດ​ຫລາຍກວ່າກັບບັນດາ​ກິດຈະກຳ​ຄົ້ນ​ຄ້ວາ​ຫລາຍ​ຝ່າຍ​ກ່ຽວ​ກັບ ຫວຽດນາມ ຂອງ​ວົງ​ການ​ນັກຮຽນ​ຮູ້ສາກົນ. ສາ​ສະ​ດາ​ຈານ, ​ດຣ ມາຍ​ຈ້ອງ​ຍ້ວນ, ຜູ້ອຳນວຍການ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ, ທັງ​ເປັນ​ຫົວຫນ້າ​ຄະນະ​ຊີ້​ນຳ​ກອງ​ປະຊຸມ​ສຳ​ມະ​ນາ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ຖື​ວ່າ ມີ 3 ຜະລິດ​ຕະພັນ​ສຳຄັນພິ​ເສດ ຊຶ່ງ​ພວກ​ເຮົາ​ຕ້ອງ​ປະຕິບັດ​ໃຫ້​ໄດ້​ໃນ​ກອງ​ປະຊຸມ​ສຳ​ມະ​ນາຄັ້ງ​ນີ້. ທີ​ຫນຶ່ງ ​ແມ່ນ​ລະບົບ​ບັນດາບົດ​ລາຍ​ງານ​ວິທະຍາສາດ, ການປຶ​ກສາ​ຫາລື​ບັນດາ​ຂໍ້​ສະ​ເຫ​ນີ​ເພື່ອໃຫ້​ຫວຽດນາມ ​ເຊື່ອມ​​ໂຍງ​ຢ່າງ​ເລິກ​ເຊິ່ງ ​ແລະ ພັດທະນາ​ແບບ​ຍືນ​ຍົງ. ທີ​ສອງ ບັນດາ​ຂໍ້​ສະ​ເຫ​ນີຈາກ​ກອງ​ປະຊຸມ​ສຳ​ມະ​ນາ​​ໃຫ້​ແກ່​ພັກ, ລັດ. ທີ​ສາມ ​ແມ່ນ​ເຄືອ​ຂ່າຍ​ບັນດາ​ນັກວິທະຍາສາດ​ໃນ​ໂລກ​ໄດ້​ຮັບ​ການ​ປັບປຸງ, ພັດທະນາ ​ເພື່ອ​ໃຫ້ ຫວຽດນາມ ​ເຂົ້າ​ໃຈຢ່າງ​ຄົບ​ຖ້ວນກວ່າ, ຫລາຍ​ກວ່າ ​ແລະ ​ເລິກ​ເຊິ່ງກວ່າ, ປະກອບສ່ວນ​ໃຫ້​ແກ່ການ​ພັດທະນາ​ແບບ​ຍືນ​ຍົງ ບໍ່​ພຽງ​ແຕ່ ຢູ່ຫວຽດນາມ ​ເທົ່າ​ນັ້ນ​ຫາກ​ນັບ​ທັງ​ທົ່ວໂລກ​ອີກ​ດ້ວຍ. ສະ​ນັ້ນຜະລິດ​ຕະພັນ​ທີ 3 ​ໄດ້​ຮັບ​ການ​ຕີ​ລາຄາ​ດ້ວຍ​ຈຳນວນ​ນັກຮຽນ​ຮູ້​ຕ່າງປະ​ເທດ​ໃນ​ທົ່ວ​ໂລກ​​ເຂົ້າຮ່ວມ, ພິ​ເສດແມ່ນ ​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື, ປະກອບ​ຄຳ​ຄິດ​ຄຳ​ເຫັນ.”

        ອາດ​ຈະ​ເວົ້າ​ໄດ້​ວ່າ, ນັບ​ແຕ່​ເມື່ອ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ມາ​ຮອດ​ປະຈຸ​ບັນ, ວິຊາ ຫວຽດນາມ ວິທະຍາ ພວມ​ພັດທະນາ​ຢ່າງ​ແຂງ​ແຮງ​ເທື່ອ​ລະ​ກ້າວ. ສິ່ງ​ດັ່ງກ່າວ​ໝາຍ​ຄວາມ​ວ່າ ຫວຽດນາມ ສືບ​ຕໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ນັກຮຽນ​ຮູ້​ສາກົນ​ຫລາຍ​ທ່ານ ​ແລະ ​ເລື່ອງ​ພິຈາລະຈາ​ບັນດາ​ກິດຈະກຳ​ຄົ້ນ​ຄ້ວາ​ຂອງ​ເຂົາ​ເຈົ້າ​ຈະ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ການ​ພັດທະນາ​ຂອງ ຫວຽດນາມ. /.

ຕອບກັບ

ຂ່າວ/ບົດ​ອື່ນ