ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຮ່ວມມືດ້ານເສດຖະກິດ

(VOVWORLD) -

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ໄດ້ໄປຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມອະນາຄົດອາຊີ ຄັ້ງທີ 23 ຢູ່ໂຕກຽວ, ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 04 – 08 ມິຖຸນາ 2017. ນອກຈາກຈຸດປະສົງຢືນຢັນການຖືເປັນສຳຄັນ, ເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ - ຍີ່ປຸ່ນ ເລິກເຊິ່ງ, ກວ້າງຂວາງກວ່າແລ້ວ, ການຢ້ຽມຢາມຍັງໄດ້ສ້າງປະຖົມປັດໃຈສຳຄັນເພື່ອໃຫ້ການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດພັດທະນາຢ່າງແຮງກວ່າ ໃນໄລຍະຈະມາເຖິງ. ບົດຂຽນ “ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຮ່ວມມືດ້ານເສດຖະກິດ” ຂອງນັກຂ່າວ VOV.

ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ảnh 1(ກອງປະຊຸມສາກົນກ່ຽວກັບອະນາຄົດຂອງອາຊີ)

ພາຍຫຼັງໄລຍະ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (21 ກັນຍາ 1973), ຍີ່ປຸ່ນ ໄດ້ກາຍເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ. 2 ປະເທດໄດ້ຍົກການພົວພັນໃຫ້ຂຶ້ນສູ່ຄູ່ຮ່ວມມືຍຸດທະສາດ ເພື່ອສັນຕະພາບ ແລະ ຄວາມວັດທະນາຖາວອນຢູ່ອາຊີ ເມື່ອປີ 2009. ປີ 2014, ຫວຽດນາມ ແລະ ຍີ່ປຸ່ນ ໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງເພື່ອສັນຕິພາບ, ສະຖຽນລະພາບຢູ່ອາຊີ, ໃນການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ອອກ “ຖະແຫຼງການຮ່ວມກ່ຽວກັບວິໄສທັດລວມໃນການພົວພັນຫວຽດນາມ - ຍີ່ປຸ່ນ”.

ຍູ້ແຮງການຮ່ວມມືດ້ານເສດຖະກິດ

        ການພົວພັນ 2 ຝ່າຍຫວຽດນາມ - ຍີ່ປຸ່ນ ມີການປັບປຸງຢ່າງວ່ອງໄວ ແລະ ພັດທະນາຢ່າງແຮງກ່ຽວກັບດ້ານເສດຖະກິດ, ການຄ້າ. ປະຈຸບັນ, ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ, ແມ່ນປະເທດ G7 ທຳອິດຮັບຮອງກົດລະບຽບເສດຖະກິດການຕະຫຼາດຂອງຫວຽດນາມ. ປະເທດນີ້ແມ່ນນັກລົງທຶນໃຫຍ່ອັນດັບ 2  ແລະ ແມ່ນຄູ່ຄ້າໃຫຍ່ອັນດັບ 4 ຂອງຫວຽດນາມ. ຖ້າຫາກປີ 2006, ວົງເງິນການຄ້າ 2 ສົ້ນບັນລຸ 9,93 ຕື້ USD, ມາຮອດປະຈຸບັນ ຕົວເລກນັ້ນບັນລຸເກືອບ 30 ຕື້ USD. ພິເສດ, ເມື່ອບັນດາສັນຍາການຄ້າເສລີລຸ້ນໃໝ່ໄດ້ ແລະ ພວມລົງນາມ ຈະແມ່ນກຳລັງໜູນຊຸກຍູ້ດ້ານການຄ້າລະຫວ່າງບັນດາປະເທດ ແລະ ບັນດາເປົ້າໝາຍເຂົ້າຮ່ວມ, ໃນນັ້ນມີຫວຽດນາມ ແລະ ຍີ່ປຸ່ນ. ປະຈຸບັນ, ຫວຽດນາມ ມີສັນຍາການຄ້າ (FTA) ໃຫຍ່ກັບຍີ່ປຸ່ນ 2 ສະບັບລວມມີ: ສັນຍາ ຄູ່ຮ່ວມມືເສດຖະກິດຮອບດ້ານອາຊຽນ - ຍີ່ປຸ່ນ (AJCEP) ແລະ ສັນຍາຄູ່ຮ່ວມມືເສດຖະກິດຫວຽດນາມ - ຍີ່ປຸ່ນ (VJEPA).

        ຄຽງຂ້າງເລື່ອງແລກປ່ຽນການຄ້າສິນຄ້າ, ບັນດາວິສາຫະກິດຍີ່ປຸ່ນ ກໍ່ເອົາໃຈໃສ່ທີ່ສຸດເຖິງຕະຫຼາດຫວຽດນາມ ແລະ ຂອບເຂດລົງທຶນນັບມື້ນັບໃຫຍ່ກວ່າ. ທີ່ການສຳຫຼວດຫວ່າງມໍ່ໆມານີ້, ວິສາຫະກິດຍີ່ປຸ່ນ ກວມ 53% ໄດ້ຍົກອອກຊື່ຫວຽດນາມ ໃນແຜນການລົງທຶນຂອງຕົນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ປີ 2016. ສິ່ງດັ່ງກ່າວຊີ້ໃຫ້ເຫັນຄວາມປະທັບໃຈກ່ຽວກັບການພົວພັນລະຫວ່າງ 2 ປະເທດ ແລະ ຢືນຢັນຄາດໝາຍວົງເງິນການຄ້າລະຫວ່າງຫວຽດນາມ - ຍີ່ປຸ່ນ ຈະບັນລຸຄາດໝາຍ 60 ຕື້ USD ໃນປີ 2020.

        ໃນສະພາບຫວຽດນາມ ພວມດຳເນີນບັນດາການປະຕິຮູບ ແລະ ກົນໄກເສດຖະກິດ ຢ່າງເລິກເຊິ່ງ, ກ້ວາງຂວາງ, ບັນດາກາລະໂອກາດລົງທຶນ ແລະ ດຳເນີນທຸລະກິດຢູ່ຫວຽດນາມ ນັບມື້ນັບຫຼາຍສຳລັບບັນດາຄູ່ຮ່ວມມືວິສາຫະກິດຍີ່ປຸ່ນ. ບັນດາກາລະໂອກາດນີ້ລວມມີບັນດາການເຄື່ອນໄຫວໂຮມເຂົ້າດ້ວຍເລື່ອງຫັນລັດວິສາຫະກິດເປັນຫຸ້ນສ່ວນ, ພັດທະນາພື້ນຖານໂຄງລ້າງ, ກໍ່ສ້າງ, ຂົນສົ່ງ, ໂທລະຄົມມະນາຄົມ… ເມື່ອເຕື້ອງເຖິງກາລະໂອກາດລົງທຶນຢູ່ຫວຽດນາມ, ທ່ານ Yuchi Akai, ຜູ້ອຳນວຍການໃຫຍ່ບໍລິຫານ Daiwa Security ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າມີກອງທຶນຮຽກຮ້ອງການລົງທຶນຢູ່ຕະຫຼາດຫວຽດນາມ ແລະ ຮຽກຮ້ອງທຶນໄດ້ເປັນຈຳນວນຫຼາຍເຂົ້າກອງທຶນນີ້. ພວກຂ້າພະເຈົ້າແນະນຳບັນດານັກລົງທຶນຂອງຫວຽດນາມ ແລະ ນັກລົງທຶນຍີ່ປຸ່ນ, ໃນນັ້ນມີບັນດາວິສາຫະກິດໃນຂົງເຂດຜະລິດນ້ຳນົມ, ທະນາຄານ… ປະຈຸບັນ, ພວກຂ້າພະເຈົ້າພວມສຸມໃສ່ຮຽກຮ້ອງການລົງທຶນດ້ານການເງິນເຂົ້າຫວຽດນາມ”.

        ເພື່ອຍູ້ແຮງການຮ່ວມມືດ້ານເສດຖະກິດ, ໃນການຢ້ຽມຢາມຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ມີເວທີປາໄສວິສາຫະກິດ 2 ຝ່າຍໃຫຍ່ກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນຖືກຈັດຂຶ້ນໃນວັນທີ  05 ມິຖຸນາ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ 1.500 ແຫ່ງຂອງ 2 ປະເທດ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງລະຫວ່າງ 2 ລັດຖະບານ ກໍຄືປະຊາຄົມວິສາຫະກິດ, ພິເສດແມ່ນໃນຂົງເຂດລົງທຶນ ແລະ ການຄ້າລະຫວ່າງຫວຽດນາມ ກັບ ຍີ່ປຸ່ນ. ທີ່ເວທີປາໄສນີ້,  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີສານຢ່າງແຮງກ່ຽວກັບຄວາມຕັດສິນໃຈ ແລະ ການກະທຳຂອງລັດຖະບານຫວຽດນາມ ເພື່ອແນໃສ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງຈະແຈ້ງ ແລະ ເປີດເຜີຍ, ເພື່ອສ້າງຄວາມສະດວກໃຫ້ວິສາຫະກິດຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີ ກໍມີບັນດາການເຮັດວຽກກັບກຸ່ມວິສາຫະກິດໃຫຍ່ຫຼາຍແຫ່ງຂອງຍີ່ປຸ່ນ ໃນຂົງເຂດການເງິນ, ທະນາຄານ, ເຕັກໂນໂລຊີ, ການຜະລິດປຸງແຕ່ງ… ກ່າວຄຳເຫັນພາຍຫຼັງການພົບປະກັບທ່ານນາຍົກລັດຖະມົນຕີ, ທ່ານ Toshifumi Watanabe, ປະທານກຸ່ມບໍລິສັດ J-Power, ໃຫ້ຮູ້ວ່າ:

        “ບໍລິສັດພວກຂ້າພະເຈົ້າສວນບົດບາດສຳຄັນສຳລັບເສດຖະກິດຍີ່ປຸ່ນ ແລະ ແນ່ນອນວ່າ ດ້ວຍບົດຮຽນຂອງພວກຂ້າພະເຈົ້າ ຈະສາມາດໜູນຊ່ວຍໃຫ້ຝ່າຍຫວຽດນາມ ກ່ຽວກັບການຮ່ວມມືໃຫ້ຄຳປຶກສາດ້ານເຕັກນິກ ກໍຄືການລົງທຶນ. ຫວັງວ່າ, ການພົບປະຄັ້ງນີ້ຈະແມ່ນບາດກ້າວເລີ່ມຕົ້ນເພື່ອສາມາດພັດທະນາການຮ່ວມມືລົງທຶນໃນອະນາຄົດ”.

        ສິ່ງທີ່ໜ້າສົນໃຈ, ເນື່ອງໃນໂອກາດການຢ້ຽມຢາມຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ການນຳຫຼາຍແຂວງ, ນະຄອນຂອງຫວຽດນາມ ກໍ່ໄດ້ລົງນາມຮ່ວມມື, ລົງທຶນກັບວິສາຫະກິດຍີ່ປຸ່ນ ດ້ວຍບັນດາສັນຍາທີ່ມີຍອດມູນຄ່ານັບຫຼາຍຕື້ USD.

ສະແດງບົດບາດຂອງຫວຽດນາມພ້ອມກັບບັນດາຄູ່ຮ່ວມມືຮັບມີກັບສິ່ງທ້າທາຍຂອງພາກພື້ນ

        ໃນການຢ້ຽມຢາມຍີ່ປຸ່ນ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮັບເຊີນເປັນນັກປາຖະກະຖາຕົ້ນຕໍ່ທີ່ວາລະໄຂກອງປະຊຸມສາກົນກ່ຽວກັບອະນາຄົດຂອງອາຊີ ຈາກກຸ່ມບໍລິສັດ Nikkei ເຊິ່ງຖືກດຳເນີນໃນລະຫວ່າງວັນທີ 05 – 06 ມິຖຸນາ, ຢູ່ໂຕກຽວ. ດ້ວຍຫົວຂໍ້ “ໂລກາພິວັດຢູ່ທາງ 3 ແຍກ - ການກະທຳຂອງອາຊີ”, ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງນັກການເມືອງກວ່າ 400 ທ່ານ ໃນນັ້ນມີບັນດາຜູ້ນຳລັດຖະບານ, ການນຳວິສາຫະກິດໃຫຍ່ ແລະ ນັກຊ່ຽວຊານຂັ້ນສູງຂອງພາກພື້ນ ກໍຄືໃນໂລກ. ທ່ານນາຍົກລັດຖະມົນຕີຢືນຢັນຄຳໝັ້ນຍາຂອງຫວຽດນາມ ສຳລັບສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ, ສົ່ງສານຢ່າງແຮງເຖິງປະຊາຄົມສາກົນກ່ຽວກັບຫວຽດນາມ ປະເທດໜຶ່ງທີ່ພວມສືບຕໍ່ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ເປີດກາລະໂອກາດຮ່ວມມືໃໝ່ຫຼາຍຢ່າງກັບບັນດາຄູ່ຮ່ວມມື ແລະ ວິສາຫະກິດບັນດາປະເທດ, ໃນນັ້ນມີຍີ່ປຸ່ນ.

        ພາຍຫຼັງໄລຍະ 40 ປີແຫ່ງການສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ການພົວພັນດ້ານເສດຖະກິດລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ພວມພັດທະນາຢ່າງແຮງ. ການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຄັ້ງນີ້ແມ່ນກຳລັງໜູນ, ປະກອບສ່ວນຊຸກຍູ້ການລົງທຶນໃໝ່ຂອງບັນດາວິສາຫະກິດຍີ່ປຸ່ນ ເຂົ້າຫວຽດນາມ ໃນຊຸມປີຈະມາເຖິງ. ນີ້ແມ່ນແຫຼ່ງກຳລັງຕ່າງປະເທດສຳຄັນ, ປະກອບສ່ວນຮັບໃຊ້ກິດຈະການພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ ຢ່າງແຮງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ