ຫວຽດນາມ ຍາມໃດກໍ່ສະໜັບສະໜູນການຮ່ວມມືໃຕ້-ໃຕ້

(VOVWORLD) -ວັນທີ 22 ມີນາ, ກອງປະຊຸມຂັ້ນສູງຂອງສະຫະປະຊາຊາດກ່ຽວກັບການຮ່ວມມືໃຕ້ - ໃຕ້ ຄັ້ງທີ 2 ໄດ້ສິ້ນສຸດລົງ, ພາຍຫຼັງດຳເນີນມາເປັນເວລາ 2 ວັນຢູ່ Buenos Aires, ປະເທດ ອາກຊັງຕິນ.

ຫວຽດນາມ ຍາມໃດກໍ່ສະໜັບສະໜູນການຮ່ວມມືໃຕ້-ໃຕ້ - ảnh 1 ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ

ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: VTV)

ຄະນະຜູ້ແທນຫວຽດນາມ ນຳໂດຍທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ນຳໜ້າເຂົ້າຮ່ວມເຫດການດັ່ງກ່າວ. ເລື່ອງເຂົ້າຮ່ວມກອງປະຊຸມໄດ້ເປັນການຢັ້ງຢືນຄຳໝັ້ນສັນຍາ, ການສະໜັບສະໜູນຂອງຫວຽດນາມ ສຳລັບການຮ່ວມມືໃຕ້ - ໃຕ້; ເປັນການເນັ້ນໜັກເຖິງການເຂົ້າຮ່ວມຂອງຫວຽດນາມ ເຂົ້າໃນການຮ່ວມມືໃຕ້ - ໃຕ້, ການແບ່ງປັນບົດຮຽນ, ຜົນສຳເລັດຂອງຫວຽດນາມ ໃນການພັດທະນາເສດຖະກິດ, ສັງຄົມ.

        ການຮ່ວມມືໃຕ້ - ໃຕ້ ແມ່ນຮູບແບບການຮ່ວມມືເພື່ອຊຸກຍູ້ການພັດທະນາຢ່າງມີປະສິດທິຜົນ ຜ່ານການຮ່ຳຮຽນ ແລະ ແບ່ງປັນບົດຮຽນ, ພຶດຕິກຳຕົວຈິງ ແລະ ເຕັກໂນໂລຊີລະຫວ່າງບັນດາປະເທດພວມພັດທະນາ. ການຮ່ວມມືໃຕ້ - ໃຕ້ ໄດ້ສະໜອງບັນດາມາດຕະການແກ້ໄຂລະອຽດ ຕໍ່ບັນດາສິ່ງທ້າທາຍໃນການພັດທະນາລວມຂອງທົ່ວໂລກ; ແບ່ງປັນບັນດາບົດຮຽນຕົວຈິງທີ່ດີທີ່ສຸດ, ອຸປະຖຳໃຫ້ບັນດາໂຄງການທົດລອງ, ສະໜອງທຶນໃຫ້ແກ່ການເປີດກວ້າງບັນດາໂຄງການທີ່ບັນລຸຜົນສຳເລັດ, ພັດທະນາ ແລະ ນຳໃຊ້ບັນດາເຕັກໂນໂລຊີໃຫ້ເໝາະສົມ.

ຕັ້ງໜ້າເຂົ້າຮ່ວມການຮ່ວມມືໃຕ້ - ໃຕ້

        ຍາມໃດຫວຽດນາມ ກໍ່ຕັ້ງໜ້າເຂົ້າຮ່ວມ ແລະ ນັບມື້ນັບເລິກເຊິ່ງ, ກວ້າງຂວາງໃນການພົວພັນຮ່ວມມືກັບບັນດາປະເທດພວມພັດທະນາອື່ນ (ການຮ່ວມມືໃຕ້ - ໃຕ້) ແລະ ຮ່ວມມື 3 ຝ່າຍ ດ້ວຍການເຂົ້າຮ່ວມຂອງບັນດາປະເທດພັດທະນາ ແລະ ນັກອຸປະຖຳ. ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນຮອງປະທານຄະນະກຳມະການຂັ້ນສູງກ່ຽວກັບການຮ່ວມມືໃຕ້ - ໃຕ້ ສະໄໝທີ 17 ແລະ ໄດ້ເຂົ້າຮ່ວມການເຈລະຈາໃຕ້ - ໃຕ້. ລັດຖະບານຫວຽດນາມ ກໍ່ຮັບຮອງເອົາເອກະສານການພົວພັນຄູ່ຮ່ວມມືຫວຽດນາມ (VPD), ໃນນັ້ນໃຫ້ຄຳໝັ້ນສັນຍາ “ເພີ່ມທະວີການຮ່ວມມືກັບບັນດາປະເທດພວມພັດທະນາອື່ນ ຜ່ານໃສ່ເປີດກວ້າງດ້ານການຄ້າ, ການລົງທຶນ, ແບ່ງປັນຄວາມຮູ້ ແລະ ຮ່ວມມືດ້ານເຕັກນິກ”. ໂດຍອີງຕາມການກຳນົດທິດດັ່ງກ່າວ, ໃນໄລຍະຜ່ານມາ, ຫວຽດນາມ ໄດ້ຕັ້ງໜ້າເປີດກວ້າງການຮ່ວມມື 2 ຝ່າຍກັບບັນດາປະເທດພວມພັດທະນາ, ພິເສດແມ່ນບັນດາປະເທດຢູ່ພາກພື້ນອາຊີ, ອາຟະລິກາ, ອາເມລິກາລາຕິນ ແລະ ກາຣີເບ.

        ສຳລັບບັນດາປະເທດອາຟະລິກາ, ຫວຽດນາມ ມີການຮ່ວມມືຢ່າງແໜ້ນແຟ້ນໃນຫຼາຍຂົງເຂດຄື: ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ການຮ່ວມມືດ້ານກະສິກຳ, ພື້ນຖານໂຄງລ່າງ, ການສຶກສາ - ບຳລຸງສ້າງ, ສາທາລະນະສຸກ, ຫຼຸດຜ່ອນຄວາມທຸກຍາກ ແລະ ປົກປັກຮັກສາສິ່ງແວດລ້ອມ… ໃນການພົວພັນຄູ່ຮ່ວມມືກັບບັນດາປະເທດຢູ່ພາກພື້ນນີ້ສ່ວຫຼາຍ, ຫວຽດນາມ ໄດ້ສວມບົດບາດເປັນຝ່າຍແບ່ງປັນບົດຮຽນ ແລະ ຖ່າຍທອດຄວາມຮູ້, ພິເສດແມ່ນຜ່ານຮູບການຈັດສົ່ງນັກຊ່ຽວຊານໄປບຳລຸງສ້າງ ແລະ ຖ່າຍທອດເຕັກໂນໂລຊີ. ຫວຽດນາມ ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍກັບຫຼາຍປະເທດຄື: ອັງໂກລາ, ໂມຊຳບິກ, ອີຢິບ, ລີບີ… ໃນບັນດາຂົງເຂດສົ່ງອອກເຂົ້າສານ, ພັດທະນາຕົ້ນຢາງພາລາ, ກາເຟ, ໝາກມ່ວງຫິມະພານ, ໝາກໄມ້, ລ້ຽງປູກສິນໃນນ້ຳ...

        ສຳລັບກຸ່ມບັນດາປະເທດອາເມລິກາລາຕິນ ແລະ ກາຣີເບ, ການພົວພັນຂອງຫວຽດນາມ ກັບບັນດາປະເທດພາກພື້ນນີ້ແທ້ຈິງແມ່ນເລີ່ມມາຈາກການເປີດກວ້າງ ແລະ ພັດທະນາຢ່າງແຮງ ນັບແຕ່ເມື່ອຫວຽດນາມ ເລີ່ມປະຕິບັດກິດຈະການປ່ຽນແປງໃໝ່ ແລະ ເຊື່ອມໂຍງເສດຖະກິດເຂົ້າກັບສາກົນ. ໄລ່ມາຮອດປະຈຸບັນ, ຫວຽດນາມ ມີການພົວພັນທາງການທູດກັບບັນດາປະເທດອາເມລິກາລາຕິນ ເກືອບທັງໝົດ. ຫວຽດນາມ ໄດ້ສ້າງກົນໄກຄະນະກຳມະການລະຫວ່າງລັດຖະບານກັບ 5 ປະເທດ, ມີກົນໄກປຶກສາຫາລືດ້ານການເມືອງກັບ 15 ປະເທດ, ລົງນາມໃນສັນຍາ, ຂໍ້ຕົກລົງຮ່ວມມືຫຼາຍສະບັບ, ສ້າງກົນໄກ ແລະ ກອບນິຕິກຳທີ່ສະດວກໃຫ້ແກ່ການພົວພັນກັບບັນດາປະເທດຢູ່ພາກພື້ນນີ້.

ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ

        ດ້ວຍຫົວຂໍ້ “ບົດບາດຂອງການຮ່ວມມືໃຕ້-ໃຕ້ ແລະ ການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ: ກາລະໂອກາດ ແລະ ສິ່ງທ້າທາຍ”, ກອງປະຊຸມຂັ້ນສູງຂອງສະຫະປະຊາຊາດກ່ຽວກັບການຮ່ວມມືໃຕ້ - ໃຕ້ ຄັ້ງທີ 2 ໄດ້ຕີລາຄາວິວັດທະນາການ 40 ປີແຫ່ງການຜັນຂະຫຍາຍແຜນການກະທຳ Buenos Aires (BAPA) ກ່ຽວກັບການຊຸກຍູ້ ແລະ ປະຕິບັດການຮ່ວມມືດ້ານເຕັກນິກລະຫວ່າງບັນດາປະເທດທີ່ພວມພັດທະນາ ແລະ ວາງອອກທິດທາງການຮ່ວມມືໃຕ້-ໃຕ້ ໃນໄລຍະຈະມາເຖິງ.

        ໃນໄລຍະເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີຜູ້ປະຈຳການ ບຸ່ຍແທັງເຊີນ ນຳໜ້າ ມີບົດກ່າວປາໄສສຳຄັນຫຼາຍບົດທີ່ກອງປະຊຸມຄົບຄະນະ ແລະ ເຂົ້າຮ່ວມການປຶກສາຫາລືຢູ່ບັນດາການໂອ້ລົມສົນທະນາ, ການເຈລະຈາທີ່ໄດ້ຈັດຂຶ້ນ ເນື່ອງໃນໂອກາດຈັດກອງປະຊຸມ. ຫວຽດນາມ ໄດ້ຢືນຢັນເຖິງເລື່ອງພ້ອມແລ້ວທີ່ຈະແບ່ງປັນ, ແລກປ່ຽນບັນດາປະສົບການ, ບົດຮຽນທີ່ຖອດຖອນມາໄດ້ຈາກການພັດທະນາ ແລະ ການເຊື່ອມໂຍງຂອງຫວຽດນາມ ກັບບັນດາປະເທດພວມພັດທະນາ ທີ່ມີເງື່ອນໄຂ, ສະພາບທີ່ຄ້າຍຄືກັນກັບຫວຽດນາມ. ໄປຄຽງຄູ່ກັບບັນດາຂົງເຂດມີທ່າແຮງມາແຕ່ດົນນານຄື: ກະສິກຳ, ການສຶກສາ - ບຳລຸງສ້າງ, ສາທາລະນະສຸກ... ແລ້ວ, ຫວຽດນາມ ປາດຖະໜາຢາກເປີດກວ້າງການຮ່ວມມືໄປສູ່ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ແທດຈິງເພື່ອຕອບສະໜອງຄວາມຕ້ອງການຂອງບັນດາປະເທດພວມພັດທະນາ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. ຫວຽດນາມ ຖືວ່າ, ຄວນເພີ່ມທະວີປະສິດທິຜົນຂອງບັນດາເວທີປາໄສ, ຂອບເຂດການຮ່ວມມືໃຕ້-ໃຕ້ ຢູ່ໃນລະດັບທົ່ວໂລກ ກໍຄືຢູ່ພາກພື້ນ ເພື່ອເພີ່ມທະວີບົດບາດ ແລະ ຊຸກຍູ້ບັນດາຜົນປະໂຫຍດລວມຂອງບັນດາປະເທດພວມພັດທະນາໃນການແກ້ໄຂບັນດາບັນຫາທົ່ວໂລກ.

        ການເຊື່ອມໂຍງເຂົ້າກັບສາກົນແມ່ນບຸລິມະສິດໃຫຍ່, ແມ່ນການກຳນົດທິດຍຸດທະສາດໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ເລື່ອງຫວຽດນາມ ຖືເປັນສຳຄັນ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືໃຕ້-ໃຕ້ ແມ່ນບາດກ້າວເດີນຢ່າງແຮງ, ເໝາະສົມກັບທ່າອ່ຽງພັດທະນາຂອງໂລກ ກໍຄືເໝາະສົມກັບພຶດຕິກຳຕົວຈິງຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ