ຫວຽດນາມ ຍູ້ໄວເລື່ອງຜັນຂະຫຍາຍການເຊື່ອມຕໍ່ປະຕູດຽວແຫ່ງຊາດ

(VOVWORLD) - ການຜັນຂະຫຍາຍກົນໄກເຊື່ອມຕໍ່ປະຕູດຽວແຫ່ງຊາດໄດ້ເລີ່ມເຄື່ອນໄຫວຢ່າງເປັນທາງການແຕ່ປີ 2015 ແລະ ມາຮອດປະຈຸບັນ ມີ 11 ກະຊວງ, ຂະແໜງການ ເຊື່ອມຕໍ່ດ້ວຍລະບຽບການນັບຮ້ອຍໆສະບັບໄດ້ຫັນເປັນງ່າຍດາຍ, ໃນເບື້ອງຕົ້ນ ໄດ້ສ້າງຄວາມສະດວກດ້ານການຄ້າທີ່ມີປະສິດທິຜົນຢ່າງເຫັນໄດ້ຊັດ.

 ເພື່ອແນໃສ່ບັນລຸຄາດໝາຍ 80% ລະບຽບການໄດ້ຮັບການປະຕິບັດຕາມກົນໄກປະຕູດຽວແຫ່ງຊາດໃນໄຕມາດທີ I/2019, ການເຊື່ອມຕໍ່ລະຫວ່າງບັນດາກະຊວງ ແລະ ຫົວໜ່ວຍທີ່ກ່ຽວຂ້ອງພວມສືບຕໍ່ໄດ້ຮັບການຍູ້ແຮງ, ເພື່ອແນໃສ່ມຸ່ງໄປເຖິງການສ້າງພື້ນຖານບໍລິຫານຂອງລັດຢ່າງໂປ່ງໄສ.

ຫວຽດນາມ ຍູ້ໄວເລື່ອງຜັນຂະຫຍາຍການເຊື່ອມຕໍ່ປະຕູດຽວແຫ່ງຊາດ - ảnh 1ການເຮັດວຽກຢູ່ກົມພາສີ ຮ່າໂນ້ຍ

(ພາບ: Hoàng Hùng/TTXVN)

        ກົນໄກເຊື່ອມຕໍ່ປະຕູດຽວແຫ່ງຊາດໄດ້ຮັບການສ້າງຕັ້ງ ແລະ ຜັນຂະຫຍາຍໃນວິວັດການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ, ບໍ່ພຽງແຕ່ຕອບສະໜອງຄວາມຮຽກຮ້ອງຕ້ອງການແຫ່ງການພັດທະນາຢ່າງວ່ອງໄວຂອງການຄ້າສາກົນ, ປະຢັດເວລາ, ລາຍຈ່າຍໃຫ້ແກ່ວິສາຫະກິດ ເທົ່ານັ້ນ, ຫາກຍັງໄດ້ປະກອບສ່ວນສ້າງຄວາມສະດວກໃນການເຄື່ອນໄຫວຄຸ້ມຄອງຂອງລັດ, ການຄ້າ ແລະ ນຳການຄ້າເອເລັກໂຕນິກກ້າວເຂົ້າສູ່ຊີວິດຕົວຈິງອີກດ້ວຍ.

ປະສິດທິຜົນຢ່າງເຫັນໄດ້ຊັດຂອງກົນໄກປະຕູດຽວແຫ່ງຊາດ

       ໂຄງການກົນໄກເຊື່ອມຕໍ່ປະຕູດຽວແຫ່ງຊາດ ໂດຍກົມໃຫຍ່ພາສີເປັນປະທານ, ໄດ້ຮັບການຜັນຂະຫຍາຍຢ່າງເປັນທາງການນັບແຕ່ປີ 2015. ມາຮອດປະຈຸບັນ, ນອກຈາກລະບຽບການແຈ້ງພາສີສິນຄ້າຂອງກະຊວງການເງິນແລ້ວ, ມີປະມານ 47 ລະບຽບການຂອງ 11 ກະຊວງ, ຂະແໜງການໄດ້ເອົາລົງໃນກົນໄກປະຕູດຽວແຫ່ງຊາດ ແລະ ເວລາໃກ້ຈະມາເຖິງຈະມີ 100 ລະບຽບການຈະເອົາລົງໃນກົນໄກປະຕູດຽວແຫ່ງຊາດຕື່ມອີກ.

        ອາດເຫັນໄດ້ຢ່າງຈະແຈ້ງວ່າ ການຜັນຂະຫຍາຍກົນໄກປະຕູດຽວແຫ່ງຊາດໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງເຖິງການເຄື່ອນໄຫວສົ່ງອອກ ນຳເຂົ້າ ແລະ ມີປະສິດທິຜົນຢ່າງຈະແຈ້ງທີ່ສຸດນັ້ນແມ່ນ, ໃນປີ 2017 ສາມາດປະຢັດເງິນໄດ້ 200 ລ້ານ USD ໃຫ້ແກ່ປະຊາຄົມວິສາຫະກິດ, ຕາມຕົວເລກສະຖິຕິຂອງກົມໃຫຍ່ພາສີ. ທ່ານ ຟ້າມຢວຽນເຟືອງ, ຮອງຫົວໜ້າກົມເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ສະຖິຕິພາສີ, ຢືນຢັນວ່າ:

        “ຜ່ານການປະຕິບັດກົນໄກປະຕູດຽວນີ້, ວິສາຫະກິດໄດ້ຫລຸດຜ່ອນລາຍຈ່າຍ, ຫລຸດຜ່ອນເວລາລົງ ແລະ ສຳຄັນກ່ວານັ້ນແມ່ນກົນໄກປະຕູດຽວແຫ່ງຊາດແມ່ນໄດ້ປະຕິບັດໃນສະພາບແວດລ້ອມເອເລັກໂຕນິກ, ໃບຢັ້ງຢືນການໃຊ້ຈ່າຍເອເລັກໂຕນິກ, ສະນັ້ນຈຶ່ງຈຳກັດໄດ້ການສຳຜັດລະຫວ່າງວິສາຫະກິດກັບບັນດາອົງການຄຸ້ມຄອງຂອງລັດ, ຜ່ານນັ້ນ, ຈຳກັດໄດ້ບັນດາປະກົດການຫຍໍ້ທໍ້, ສັບສົນ. ດ້ານອື່ນ, ລັກສະນະກະຈ່າງແຈ້ງຂອງສຳເນົາເອກະສານແມ່ນສູງກ່ວາ, ເປັນທີ່ຈະແຈ້ງແລ້ວວ່າລະດັບຄວາມໄວ້ເນື້ອເຊື່ອໃຈຂອງຂໍ້ມູນຂ່າວສານແມ່ນສູງກ່ວາ, ກະຈ່າງແຈ້ງກ່ວາ ພາໄປເຖິງປະສິດທິຜົນໃນການຄຸ້ມຄອງຂອງອົງການຂອງລັດແມ່ນຈະດີກ່ວາ.”      

        ຍ້ອນມີການເຊື່ອມຕໍ່ປະຕູດຽວ, ການກະກຽມສຳເນົາເອກະສານການນຳເຂົ້າຂອງວິສາຫະກິດສະບັບໜຶ່ງໄດ້ຫລຸດເວລາລົງເຖິງ 30 ຊົ່ວໂມງ, ຈາກ 106 ຊົ່ວໂມງ ລົງເຫຼືອພຽງ 76 ຊົ່ວໂມງ. ຄ້າຍຄືກັນ, ສຳເນົາເອກະສານກ່ຽວກັບການສົ່ງອອກໄດ້ຫລຸດລົງ 33 ຊົ່ວໂມງ. ດ້ວຍສຳເນົາເອກະສານສົ່ງອອກ - ນຳເຂົ້າ ນັບລ້ານໆສະບັບນັ້ນ, ຄິດໄລ່ສະເພາະລາຍຈ່າຍເພື່ອກະກຽມສຳນວນເອກະສານປະຢັດເງິນໄດ້ປະມານ 600 ລ້ານ USD ໃນປີ 2017. ການຜັນຂະຫຍາຍກົນໄກປະຕູດຽວແຫ່ງຊາດເບື້ອງຕົ້ນໄດ້ນຳມາເຊິ່ງປະສິດທິຜົນອັນໃຫຍ່ຫຼວງໃຫ້ແກ່ວຽກງານປະຕິຮູບບໍລິຫານຢ່າງແທ້ຈິງ. ຜ່ານກົນໄກປະຕູດຽວແຫ່ງຊາດ, ວິສາຫະກິດບໍ່ຕ້ອງໄດ້ໄປເຮັດວຽກໂດຍກົງກັບແຕ່ລະອົງການຂອງລັດ ເພື່ອເຮັດສຳເລັດບັນດາລະບຽບການບໍລິຫານ, ຍ້ອນເຫດນັ້ນ, ຈຶ່ງຫລຸດລາຍຈ່າຍ ແລະ ເວລາແຈ້ງພາສີສິນຄ້າລົງ. ທ່ານ ຫງວຽນຫາຍແອງ, ຜູ້ອຳນວຍການບໍລິສັດສົ່ງອອກ - ນຳເຂົ້າ IEA, ໃຫ້ຮູ້ວ່າ:

        “ກ່ອນນີ້, ເມື່ອເຮັດລະບຽບການບໍລິຫານດ້ານພາສີ, ໃນວິວັດການເຮັດລະບຽບການນັ້ນແມ່ນຕ້ອງການບັນດາໃບອະນຸຍາດ, ໃບຈົດທະບຽນ ແລະ ຕ້ອງຈົດທະບຽນດ້ວຍເອກະສານ ແລະ ຕ້ອງນຳເອກະສານສະບັບຕົ້ນ ໄປສະເໜີຕໍ່ອົງການພາສີ. ແຕ່ຜ່ານປະຕູຖານຂໍ້ມູນປະຕູດຽວແຫ່ງຊາດນັ້ນ, ຝ່າຍຂອງພວກຂ້າພະເຈົ້າພຽງແຕ່ຈົດທະບຽນຜ່ານເອເລັກໂຕນິກ ແລະ ໄດ້ຮັບເອກະສານເອເລັກໂຕນິກ ເມື່ອໄປສະເໜີຕໍ່ອົງການພາສີ ພຽງແຕ່ບອກຕົວເລກຈົດທະບຽນ, ດັ່ງນັ້ນຈຶ່ງຫລຸດຜ່ອນເວລາ, ກຳລັງເຫື່ອແຮງ ແລະ ຊັບພະຍາກອນມະນຸດລົງຫຼາຍທີ່ສຸດ ແລະ ຈາກນັ້ນ ໄດ້ເພີ່ມລັກສະນະແກ່ງແຍ້ງຂອງວິສາຫະກິດຂຶ້ນຫຼາຍທີ່ສຸດ.”

ການປະຕິຮູບຮອບດ້ານ, ສ້າງພື້ນຖານການບໍລິຫານດ້ວຍຄວາມເປີດເຜີຍ,ໂປ່ງໃສ

       ໜຶ່ງໃນບັນດາຄາດໝາຍສຳຄັນເຊິ່ງລັດຖະບານໄດ້ວາງອອກນັ້ນແມ່ນ ຫວຽດນາມ ບືນຕົວຂຶ້ນໃຫ້ເທົ່າທຽມກັບກຸ່ມ 4 ປະເທດມີສະພາບແວດລ້ອມແກ່ງແຍ້ງສະດວກໃນກຸ່ມ ອາຊຽນ. ດັ່ງນັ້ນ, ເພື່ອສ້າງກຳລັງໜູນໃຫ້ແກ່ການເຄື່ອນໄຫວສົ່ງອອກ - ນຳເຂົ້າໃຫ້ນັບມື້ນັບພັດທະນາ, ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດຂອງປະເທດຊາດ, ຫວຽດນາມ ພວມສ້າງກອບກົດໝາຍຄົບຊຸດເພື່ອຍູ້ແຮງຄວາມຄືບໜ້າໃນການເຊື່ອມຕໍ່ປະຕູດຽວແຫ່ງຊາດ. ຄາດໝາຍແມ່ນໝົດໄຕມາດທີ I ປີ 2019 ມີປະມານ 80% ລະບຽບການໄດ້ຮັບການປະຕິບັດຕາມກົນໄກປະຕູດຽວແຫ່ງຊາດ ແລະ ຮອດປີ 2020, ທຸກໆລະບຽບການບໍລິຫານທີ່ກ່ຽວຂ້ອງເຖິງການຄຸ້ມຄອງຂອງລັດສຳລັບສິນຄ້າສົ່ງອອກ, ນຳເຂົ້າ, ຜ່ານດ່ານ ແລະ ພາຫະນະຂົນສົ່ງອອກເມືອງ, ເຂົ້າເມືອງ, ຜ່ານດ່ານໄດ້ຮັບການປະຕິບັດຜ່ານການເຊື່ອມຕໍ່ປະຕູດຽວແຫ່ງຊາດ, ພາຍໃຕ້ຮູບແບບການບໍລິການສາທາລະນະຜ່ານທາງອິນເຕີເນັດລະດັບ 4. ພ້ອມກັນນັ້ນ, ການປະຕິຮູບຮອບດ້ານການເຄື່ອນໄຫວກວດກາສະເພາະຂະແໜງ, ກວດກາຄືນ, ຫລຸດຜ່ອນ, ຫັນບັນຊີລາຍຊື່ສິນຄ້າ, ຜະລິດຕະພັນ ແລະ ລະບຽບການກວດກາສະເພາະຂະແໜງເປັນງ່າຍດາຍລົງ 50%.

        ໂດຍເປັນສະມາຊິກຕັ້ງໜ້າຂອງ ອາຊຽນ ໃນການຜັນຂະຫຍາຍກົນໄກປະຕູດຽວ ອາຊຽນ, ນັບແຕ່ຈຸດເວລາສ້າງຮ່າງດຳລັດ, ອະນຸສັນຍາເພື່ອນຳເນື້ອໃນຂອງບັນດາສົນທິສັນຍາເຂົ້າປະຕິບັດ, ຫວຽດນາມ ໄດ້ເປັນເຈົ້າການເຂົ້າຮ່ວມບັນດາກຸ່ມປະຕິບັດງານຂອງອາຊຽນ, ມານະພະຍາຍາມພ້ອມກັບບັນດາປະເທດອື່ນໆຜັນຂະຫຍາຍກົນໄກປະຕູດຽວ ອາຊຽນ ເພື່ອຮັບປະກັນການປະຕິບັດເມື່ອມີຄົບ 10 ປະເທດ ອາຊຽນ ໃຫ້ສັດຕະຍາບັນຢ່າງເປັນທາງການ (ປະຈຸບັນ ມີພຽງ 8 ປະເທດເທົ່ານັ້ນ). ເລື່ອງຍູ້ໄວຄວາມຄືບໜ້າຜັນຂະຫຍາຍກົນໄກປະຕູດຽວແຫ່ງຊາດຕາມທິດປະຕິຮູບຮອບດ້ານເພື່ອແນໃສ່ສືບຕໍ່ວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ