ຫວຽດນາມ ຕັ້ງໜ້າຫລຸດຜ່ອນມົນລະພິດ ແລະ ການປ່ອຍອາຍແກັດເຮືອນແກ້ວໃນລະດັບຕ່ຳສຸດ

ກອງ​ປະຊຸມ​ຄັ້ງທີ 18 ສົນທິສັນຍາ​ແມ່ ສປຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ (COP 18) ພວມ​ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ​ໂດ​ຮາ ຂອງ​ກາ​ຕາ ​ແນ​ໃສ່​ປຶກສາ​ຫາລື​ກອບ​ກົດໝາຍ​ໃໝ່​ເພື່ອຫລຸດຜ່ອນ​ມົນ​ລະ​ພິດ ​ແລະ ການ​ປ່ອຍ​ອາຍ​ພິດເຮືອນ​ແກ້ວ, ​ໃນ​ນັ້ນມີຈຸດໝາຍ​ຕໍ່​ກຳນົດ​ເວລາ​​ໃຫ້ອະນຸ​ສັນຍາ​ກຽວ​ໂຕ ກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຊື່ງຈະ​ໝົ​ດຜົນ​ສັກສິດ​ໃນ​ປີ​ນີ້. ​ໂດຍ​ແມ່ນ​ປະ​ເທດ​ເຂົ້າຮ່ວມອະນຸ​ສັນຍາ​ກຽວ​ໂຕ, ຫວຽດນາມ ​ໄດ້ ​ແລະ ພວມ​ມຸ້ງ​ໄປ​ເຖິງ​ບັນດາ​ໂຄງການ​ພັດທະນາ​ສະອາດ, ດຶງ​ດູດ​ບັນດາ​ນັກ​ລົງທຶນ​ໃນ​ການ​ພັດທະນາ​ກົນ​ໄກ​ສະອາດ​ເຂົ້າ​ໃນ​ບັນດາ​ຂະ​ແໜງ​ມີ​ອາຍ​ພິດເຮືອນ​ແກ້ວ​ຫຼາຍ.

ຫວຽດນາມ ຕັ້ງໜ້າຫລຸດຜ່ອນມົນລະພິດ ແລະ ການປ່ອຍອາຍແກັດເຮືອນແກ້ວໃນລະດັບຕ່ຳສຸດ - ảnh 1

(ພາບປະກອບ:vea.gov.vn)

  ຫວຽດນາມ ​ແມ່ນ​ປະ​ເທດມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ພັດທະນາ​ແຫຼ່ງພະລັງງານ​ຜະລິດ​ຄືນ​ໃໝ່, ມີ​ຄວາມ​ສາມາດ​ປ່ຽນ​ແທນ​ແຫຼ່ງນ້ຳມັນ, ຖ່ານ​ຫີນ..​ຫລຸດຜ່ອນ​ການ​ກະທົບ​ເຖິງ​ສິ່ງ​ແວດ​ລ້ອມ​ໃນ​ລະດັບ​ຕ່ຳ​ສຸດ. ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຜ່ານ​ບົດ​ລາຍ​ງານ​ຫວ່າງ​ແລ້ວ​ນີ້​ຂອງ​ທະນາຄານ​ໂລກ (WB) ​ໂດຍ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແມ່ນ 1 ​ໃນ​ຈຳນວນ 14 ປະ​ເທດ​ນຳ​ໜ້າ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ໄຟຟ້າ​ນ້ຳຕົກ. ປະຈຸ​ບັນ, ຫວຽດນາມ ມີ​ສະຖານີ​ໄຟຟ້າ​ນ້ຳຕົກ 120.000 ​ແຫ່ງດ້ວຍ​ຍອດ​ສະມັດ​ຕະພາບ​ປະມານ 300 MW. ນອກຈາກ​ນັ້ນ​ແລ້​ວ, ຫວຽດນາມ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ພະລັງ​ແຮງ​ລົມ​ຫຼາຍ​ພໍ​ສົມຄວນ​ຊື່​ງຄາດ​ວ່າ​ບັນລຸ​ເກືອບ 514.000 MW. ຫວຽດນາມ ກໍ່ຍັງ​ມີ​ທ່າ​ໄດ້​ປຽບ​ຫຼາຍ​ກ່ຽວ​ກັບ​ພະລັງງານ​ແສງ​ຕາ​ເວັນ, ນີ້​ແມ່ນ​ແຫຼ່ງວັດຖຸ​ດິບ​ທີ່​ອຸດົມສົມບູນ​ໃຫ້​ແກ່​ການ​ປະຕິບັດ​ກົນ​ໄກ​ພັດທະນາຢ່າງ​ສະອາດ (CDM) ນີ້​ແມ່ນ​ວິທີ​ການ​ອ່ອນ​ໄຫວ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດ​ວກ​ໃຫ້​ແກ່​ການ​ປະຕິບັດ​ອະນຸ​ສັນຍາ​ກຽວ​ໂຕ. ທ່ານ​ນາງ​ດັ້ງທິຮົ່ງ​ແຮ້ງ, ຮອງ​ຜູ້ອຳນວຍການ​ບໍລິສັດ​ຫຸ້ນ​ສ່ວນ​ທີ່​ປຶກສາ​ພະລັງງານ ​ແລະ ສິ່ງ​ແວດ​ລ້ອມ (VNEEC) ຕີ​ລາຄາ​ວ່າ:

   “ຂົງ​ເຂດພະລັງງານ​ຜະລິດ​ຄືນ​ໃໝ່​ແມ່ນຂົງ​ເຂດ​ທີ່ຫວຽດນາມ ມີ​ຄວາມ​ບົ່ມ​ຊ້ອນ​ທີ່​ສຸດ​. ຫວຽດນາມ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທັງດ້ານ​ໄຟຟ້າ​ນ້ຳຕົກ ​ແລະ ໄຟຟ້າແຮງລົມ​ອີກດ້ວຍ. ປະຈຸ​ບັນ, ບໍລິສັດ​ຫຸ້ນ​ສ່ວນ​ທີ່​ປຶກສາ​ພະລັງງານ ​ແລະ ສິ່ງ​ແວດ​ລ້ອມພວມ​ພັດທະນາ​ໂຄງການ​ໄຟຟ້າ​ແຮງ​ລົມ​ໃຫ່ຍກ່ວາ​ໝູ່​ຂອງຫວຽດນາມ​ຢູ່​ບາກ​ລຽວ

ຫວຽດນາມ ຕັ້ງໜ້າຫລຸດຜ່ອນມົນລະພິດ ແລະ ການປ່ອຍອາຍແກັດເຮືອນແກ້ວໃນລະດັບຕ່ຳສຸດ - ảnh 2

​ແຜນ​ວາດມົນ​ລະ​ພິດ​ເຮືອນ​ແກ້ວ

(ພາບ:masternewmedia.org)

  ພ້ອມ​ກັບ​ການ​ນຳ​ໃຊ້​ແຫຼ່ງພະລັງງານ​ທຳ​ມະ​ຊາດ, ມີ​ຫຼາຍໂຄງການ​ຂອງ​ຫວຽດນາມ ທີ່ນຳ​ໃຊ້​ຂັ້ນຕອນ​ການ​ພັດທະນາ​ສະອາ​ດ​ໄດ້ ​ແລະ ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ. ຕາມ​ບົດ​ລາຍງານ​ຫລ້າ​ສຸດຂອງ​ກະຊວງ​ຊັບພະຍາ ກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ​ແລ້ວ, ພາຍ​ຫຼັງ​ປະຕິບັດ​ກົນ​ໄກ​ພັດທະນາ​ສະອາດ​ເປັນ​ເວລາ 10 ປີ, ຫວຽດນາມ ​ສາມາດ​ຫລຸດຜ່ອນ CO2 ​ໄດ້ປະມານ 30 ລ້ານ​ໂຕນ, ​ແມ່ນ 1 ​ໃນ​ຈຳນວນ 10 ປະ​ເທດ​ທີ່ຕັ້ງໜ້າ​ໃນ​ການ​ຫລຸດຜ່ອນ​ອາຍ​ CO2 ໃນ​ໂລກ. ນອກຈາກ​ນັ້ນ​ແລ້ວ, ປະຈຸ​ບັນ, ຫວຽດນາມ ມີ​ກ່ວາ 300 ​ໂຄງການ​ປະຕິບັດ​ກົນ​ໄກ​ພັດທະນາ​ສະອາດ​ພວມ​ລໍຖ້າ ສປຊ ​ເຊັນ​ອະນຸມັດ ​ແລະ ມີ​ເກືອບ 160 ​ໂຄງການ​ໄດ້​ຮັບ​ການ​ຈົດ​ທະບຽນ. ​ໃນ​ນັ້ນ, ພະລັງງານ​ຜະລິດ​ຄືນ​ໃໝ່, ຂີ້​ເຫຍື້ອ​ຜະລິດ​ຄືນ​ໃໝ່, ກຳ​ຈັດ​ຂີ້​ສັດລ້ຽງ, ​ເຟືອງ, ປູກ​ປ່າ...ລ້ວນ​ແຕ່​ແມ່ນບັນດາ​ຂະ​ແໜງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຫວຽດນາມ ຂະນະ​ທີ່​ເຂົ້າຮ່ວມກົນ​ໄກພັດທະນາ​ສະອາດ. ປະຈຸ​ບັນ, ຫວຽດນາມ ພວມ​ຕັ້ງໜ້າ​ດຶງດູດ​ການ​ໜູນ​ຊ່ວຍ​ດ້ານ​ການ​ເງິນ, ​ເຕັກ​ໂນ​ໂລ​ຊີ ​ແລະ ຊັບພະຍາກອນ​ມະນຸດ​ເພື່ອ​ປະຕິບັດ​ບັນດາ​ໂຄງການ​ບໍ່ປ່ອຍອາຍ​ແກັດ​ເຮືອນ​ແກ້ວ​ຫຼາຍ. ທ່ານ​ຫງວຽນ​ຄັກ​ຮຽວ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ການ​ປະຕິບັດ​ສົນທິສັນຍາ ສປຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ອະນຸສັນຍາ​ກຽວ​ໂຕ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ໃຫ້​ຮູ້​ວ່າ:

   “ປະຈຸ​ບັນ, ຖ້າ​ເວົ້າ​ສະ​ເພາະແຕ່ຂົງ​ເຂດ​ປະຕິບັດ​ກົນ​ໄກ​ພັດທະນາ​ສະອາດ, ພວກ​ເຮົາ​​ໄດ້ມີ​ການຄົ້ນຄ້ວາ, ຕີ​ລາຄາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຫວຽດນາມ ​ແລ້ວ. ອາດ​ເວົ້າ​ໄດ້​ວ່າ, ຖ້າ​ພວກ​ເຮົາ​ລະດົມ​ຄວາມ​ສາມາດ​ບົ່ມ​ຊ້ອນທັງໝົດ​, ຈະ​ສາມາດ​ຫລຸດຜ່ອ​ນການ​ປ່ອຍອາຍ CO2 ​ໄດ້ 250 ລ້ານ​ໂຕນ ​ແລະ ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ​ອາດ​ຈະ​ເພີ່ມ​ຂຶ້ນ​ອີກ​“.

​   ເຖິງ​ວ່າ​ປະຕິບັດ​ກົ​ນ​ໄກ​ພັດທະນາ​ສະອາດ​ໄດ້​ພຽງ​ກ່ວາ 10 ປີ​ ແລະ ການ​ນຳ​ໃຊ້​ພະລັງ​ງານ​ຜະລິດ​ຄືນ​ໃໝ່​ຍັງ​ຢູ່​ໃນ​ລະດັບ​ຈຳກັດກໍ່ຕາມ ​ແຕ່​ຫວຽດນາມ ​ໄດ້​ປະກອບສ່ວນ​ສຳຄັນ​ໃນ​ການ​ປະຕິບັດ​ສົນທິສັນຍາ​ແມ່​ຂອງ ສປຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ອະນຸ​ສັນຍາ​ກຽວ​ໂຕ, ກໍ່​ຄື​ປະກອບສ່ວນ​ປະຕິບັດ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​

 

ຕອບກັບ

ຂ່າວ/ບົດ​ອື່ນ