ຫວຽດນາມ ຖືການຮ່ວມມືໃນການພົບປະເຈລະຈາສາກົນກ່ຽວກັບສິດທິມະນຸດເປັນສຳຄັນ

(VOVWORLD) - ຫວຽດນາມ  ໄດ້ສົ່ງບົດລາຍງານແຫ່ງຊາດກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຕາມກົນໄກສຳຫຼວດກວດກາປະຈຳໄລຍະ (UPR) ໄລຍະທີ III ຕໍ່ສະພາສິດທິມະນຸດ ສປຊ ຢ່າງເປັນທາງການ. ຄາດວ່າ, ວັນທີ 22 ມັງກອນ 2019, ຫວຽດນາມ ຈະເຂົ້າຮ່ວມການພົບປະເຈລະຈາກ່ຽວກັບບົດລາຍງານແຫ່ງຊາດ UPR ທີ່ສະພາສິດທິມະນຸດ ສປຊ.
ຫວຽດນາມ ຖືການຮ່ວມມືໃນການພົບປະເຈລະຈາສາກົນກ່ຽວກັບສິດທິມະນຸດເປັນສຳຄັນ - ảnh 1ພາບປະກອບ

ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ສືບຕໍ່ຢັ້ງຢືນຈິດໃຈຖືການຮ່ວມມືໃນກົນໄກພົບປະເຈລະຈາສາກົນເປັນສຳຄັນ ເພື່ອຊຸກຍູ້ສິດທິມະນຸດຢູ່ ຫວຽດນາມ ກໍ່ຄືຢູ່ໃນໂລກ.

        ຫວຽດນາມ ຖືເປັນສຳຄັນການຮ່ວມມືສາກົນໃນການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບໃນກົນໄກສິດທິມະນຸດຂອງ ສປຊ, ໃນນັ້ນມີສະພາສິດທິມະນຸດ (2014 – 2016), ສະພາເສດຖະກິດ - ສັງຄົມ (2016 – 2018), ສະພາບໍລິຫານງານ UNESCO (2015 -2019); ຊຸກຍູ້ການສຳຜັດຮອບດ້ານ, ສະໜັບສະໜູນການສົນທະນາ ແລະ ການຮ່ວມມື, ເຄົາລົບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ມີຫຼາຍຄຳເຫັນປະກອບ, ຂໍ້ລິເລີ່ມໄດ້ຮັບການຮັບຮູ້ທີ່ບັນດາອົງການດັ່ງກ່າວ.

ຄວາມມານະພະຍາຍາມໃນການຮ່ວມມື, ພົບປະສົນທະນາຢູ່ພາກພື້ນ ແລະ ສາກົນ

        ຫວຽດນາມ ຖືການຮ່ວມມື, ການສົນທະນາກັບຫ້ອງວ່າການຂ້າຫຼວງໃຫຍ່ ສິດທິມະນຸດ ສປຊ ເປັນສຳຄັນ, ບັນດາລະບຽບການພິເສດຂອງສະພາສິດທິມະນຸດແມ່ນເໝາະສົມກັບພາລະບົດບາດ, ໜ້າທີ່ຂອງບັນດາລະບຽບການພິເສດ ແລະ ຫຼັກການລະບຽບການຂອງສະພາສິດທິມະນຸດ. ຫວຽດນາມ ກໍ່ຕັ້ງໜ້າເຂົ້າຮ່ວມປະກອບສ່ວນເຂົ້າໃນບັນດາວາລະພົບປະເຈລະຈາກັບບັນດາອົງການນີ້ທີ່ສະພາສິດທິມະນຸດ. ພິເສດ, ໃນຮອບເວລາ 5 ປີຜ່ານມາ, ຫວຽດນາມ ໄດ້ຕ້ອນຮັບບັນດາຜູ້ບັນລະຍາຍພິເສດຂອງ ສປຊ ກ່ຽວກັບສິດດ້ານວັດທະນະທຳ (ເດືອນພະຈິກ 2013), ສິດເສລີດ້ານສາສະໜາ, ການເຫຼື້ອມໃສ (ເດືອນກໍລະກົດ 2014), ແລະ ສິດທັນຍາຫານ (ເດືອນພະຈິກ 2017). ໃນການຢ້ຽມຢາມ ຫວຽດນາມ ຄັ້ງຕ່າງໆ, ຜູ້ບັນລະຍາຍກ່ຽວກັບບັນດາລະບຽບການພິເສດໄດ້ຮັບຮູ້ຄວາມມານະພະຍາຍາມ, ຜົນງານຂອງ ຫວຽດນາມ, ການຮ່ວມມື, ການແລກປ່ຽນຢ່າງກົງໄປກົງມາຂອງບັນດາອົງການລັດຖະບານ, ບັນດາທ້ອງຖິ່ນ, ບັນດາອົງການບໍ່ຂຶ້ນກັບລັດຖະບານ ແລະ ໄດ້ຍົກອອກບັນດາຂໍ້ສະເໜີແນະທີ່ມີຜົນປະໂຫຍດຕໍ່ວຽກງານການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢູ່ ຫວຽດນາມ.

        ຢູ່ໃນລະດັບພາກພື້ນ, ຫວຽດນາມ ແລະ ບັນດາປະເທດ ອາຊຽນ ພວມຕັ້ງໜ້າປະສານສົມທົບສິດທິມະນຸດໃນທຸກໆເສົາຄ້ຳຂອງປະຊາຄົມ ອາຊຽນ. ຫວຽດນາມ ແລະ ບັນດາປະເທດ ອາຊຽນ ພວມຜັນຂະຫຍາຍແຜນການປະຕິບັດງານໄລຍະ 5 ປີແຕ່ປີ 2015 – 2020 ຂອງອົງການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ, ແຜນການປະຕິບັດງານຂອງຄະນະກຳມະການປົກປ້ອງ ແລະ ຊຸກຍູ້ສິດຂອງແມ່ຍິງ ແລະ ເດັກນ້ອຍ ອາຊຽນ ໄລຍະ 2016 – 2020. ຫວຽດນາມ ພ້ອມກັບບັນດາປະເທດຂອງ ອາຊຽນ ໄດ້ຮັບຮອງເອົາແຜນການກະທຳພາກພື້ນ ກ່ຽວກັບການລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ (21 ພະຈິກ 2015), ເອກະສານເຫັນດີເຫັນພ້ອມ ອາຊຽນ ກ່ຽວກັບການຊຸກຍູ້ ແລະ ປົກປ້ອງສິດຂອງຊາວຜູ້ອອກແຮງງານອົບພະຍົບ (14 ພະຈິກ 2017), ຖະແຫຼງການຮ່ວມກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ (ປີ 2017) ແລະ ຄາດວ່າ ຈະປະຕິບັດສຳເລັດແຜນການປະສານສົມທົບສິດຂອງຄົນພິການໃນປະຊາຄົມອາຊຽນ ໃນປີ 2018.

        ສິ່ງທີ່ເປັນຕາເວົ້າເຖິງນັ້ນແມ່ນ, ຫວຽດນາມ ໄດ້ໃຫ້ສັດຕະຍາບັນສົນທິສັນຍາ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ, ເຂົ້າຮ່ວມແຜນການເຄື່ອນໄຫວ Bohol ກ່ຽວກັບການຕ້ານການຄ້າມະນຸດ (2017 – 2020), ຕັ້ງໜ້າເຂົ້າຮ່ວມໃນວິວັດທະນາການ ບາລີ ແລະ ວິວັດທະນາການ COMMIT ກ່ຽວກັບການປ້ອງກັນ, ຕ້ານການນຳເອົາຊາວອົບພະຍົບຜິດກົດໝາຍຜ່ານຊາຍແດນ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍ່ລົງນາມໃນຂໍ້ຕົກລົງສອງຝ່າຍກັບບັນດາປະເທດ ຄື: ຈີນ, ໄທ, ກຳປູເຈຍ, ລາວ ໃນການຕ້ານການຄ້າມະນຸດຂ້າມຊາຍແດນ.

        ມຸ່ງໄປເຖິງປະຊາຊົນ ແລະ ຖືປະຊາຊົນເປັນໃຈກາງຂອງການພັດທະນາ

       ໃນບົດລາຍງານແຫ່ງຊາດກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຕາມກົນໄກສຳຫຼວດກວດກາປະຈຳໄລຍະ (UPR) ໄລຍະ III ກໍ່ຄືໃນບັນດາຍຸດທະສາດ, ນະໂຍບາຍພັດທະນາຂອງ ຫວຽດນາມ, ຫວຽດນາມ ລ້ວນແຕ່ໃຫ້ຄຳໝັ້ນສັນຍາປະຕິບັດການພັດທະນາແບບຍືນຍົງຜ່ານການປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງຂອງ ສປຊ (SDGs) ແລະ ເປົ້າໝາຍພັດທະນາແບບຍືນຍົງຂອງ ຫວຽດນາມ (VSDGs), ໃນນັ້ນໄດ້ເອົາໃຈໃສ່ບັນດານະໂຍບາຍຫລຸດຜ່ອນຄວາມທຸກຍາກຫຼາຍສົ້ນແບບຍືນຍົງ, ຮັດແຄບຊ່ອງຫວ່າງການພັດທະນາລະຫວ່າງບັນດາເຂດພູມສັນຖານ, ບັນດາກຸ່ມຊຸມຊົນ, ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງກຸ່ມຄົນມີຄວາມສ່ຽງໄພສູງກ່ວາເພິ່ນ. ຫວຽດນາມ ກໍ່ວາງອອກຄາດໝາຍມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອຫລຸດຜ່ອນການຂາດຄວາມສະເໝີພາບກ່ຽວກັບການສຳຜັດກັບບັນດາການບໍລິການທີ່ກ່ຽວຂ້ອງເຖິງສິດທິມະນຸດ, ໜູນຊ່ວຍຊີວິດສັງຄົມ ແລະ ຮັບປະກັນຄວາມສະເໝີພາບລະຫວ່າງຍິງ - ຊາຍ.

        ຫວຽດນາມ ໃຫ້ບຸລິມະສິດຮັບປະກັນສິດໃນການສຶກສາ ແລະ ເພີ່ມທະວີການສຶກສາກ່ຽວກັບສິດທິມະນຸດເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນ ແລະ ກຳລັງຄວາມສາມາດຂອງບັນດາກົນໄກປະຕິບັດກົດໝາຍໃນການຮັບປະກັນບັນດາສິດ ແລະ ຄວາມເສລີພື້ນຖານຂອງປະຊາຊົນຕາມການກຳນົດຂອງກົດໝາຍ ແລະ ບັນດາມາດຕະຖານສາກົນກ່ຽວກັບສິດທິມະນຸດໃຫ້ນັບມື້ນັບດີກ່ວາ. ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາຢ່າງແຮງໃນການເພີ່ມທະວີການພົບປະເຈລະຈາໃຫ້ແທດຈິງ ແລະ ຮ່ວມມືຢ່າງມີປະສິດທິຜົນກັບທຸກໆປະເທດ, ບັນດາກົນໄກ ສປຊ ທີ່ກ່ຽວຂ້ອງເຖິງສິດຂອງມະນຸດບົນພື້ນຖານຄວາມສະເໝີພາບ, ເຄົາລົບກົດໝາຍສາກົນ, ມຸ່ງໄປເຖິງການນຳມາເຊິ່ງຜົນປະໂຫຍດແທດຈິງ, ເພີ່ມທະວີການຊົມໃຊ້ສິດໃຫ້ແກ່ປະຊາຊົນໃນສະພາບຕົວຈິງ.

        ຫວຽດນາມ ຈະສືບຕໍ່ປະຕິບັດບັນດາພັນທະຕໍ່ບັນດາສົນທິສັນຍາສາກົນກ່ຽວກັບສິດທິມະນຸດເຊິ່ງ ຫວຽດນາມ ເປັນສະມາຊິກຢ່າງເຂັ້ມງວດ; ຄົ້ນຄ້ວາ, ກະກຽມເຂົ້າຮ່ວມບັນດາສົນທິສັນຍາສາກົນອື່ນໆກ່ຽວກັບສິດທິມະນຸດ. ການພົບປະເຈລະຈາ, ການຮ່ວມມື ແລະ ການພິຈາລະນາເຊື້ອເຊີນບັນດານັກບັນລະຍາຍພິເສດຂອງ ສະພາສິດທິມະນຸດ ກໍ່ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ໃນໄລຍະຈະມາເຖິງ. ເລື່ອງອອກສະໝັກເລືອກຕັ້ງເຂົ້າໃນບັນດາອົງການຂອງ ສປຊ ມີບົດບາດສຳຄັນ ໃນການຮັບປະກັນສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ຫຼື ກ່ຽວຂ້ອງໂດຍກົງເຖິງສິດການຊົມໃຊ້ສິດທິມະນຸດໃຫ້ແກ່ທຸກໆຄົນໃນໂລກ ກໍ່ແມ່ນເນື້ອໃນສຳຄັນໃນທິດທາງການໃຫ້ບຸລິມະສິດຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ