ຫວຽດນາມ ນັບມື້ນັບປະຕິບັດສິດເປັນເຈົ້າຂອງປະຊາຊົນດີກວ່າເກົ່າ

(VOVWORLD) -ປະຊາທິປະໄຕ ແລະ ສິດທິມະນຸດ ແມ່ນສາຍພົວພັນນຳກັນຢ່າງສະຫນິດແຫນ້ນ. ເພາະສະນັ້ນ ເພື່ອປົກປ້ອງ ແລະ ຊຸກຍູ້ບັນດາສິດທິມະນຸດໃຫ້ມີປະສິດທິຜົນ ຮຽກຮ້ອງຕ້ອງເພີ່ມທະວີ ແລະ ເປີດກວ້າງ, ເສີມຂະຫຍາຍປະຊາທິປະໄຕ. ເອກະສານການເມືອງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ໄດ້ກຳນົດ: ປະຕິບັດ ແລະ ເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມ, ສິດເປັນເຈົ້າ ແລະບົດບາດຄຸ້ມຄອງດ້ວຍຕົນເອງຂອງປະຊາຊົນ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ປັບປຸງ, ຍົກສູງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ເພີ່ມທະວີຄວາມເຫັນດີເຫັນພ້ອມໃນສັງຄົມ.

ຫວຽດນາມ ນັບມື້ນັບປະຕິບັດສິດເປັນເຈົ້າຂອງປະຊາຊົນດີກວ່າເກົ່າ - ảnh 1ກອງປະຊຸມຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ຊຸດທີ  XIII (ພາບ: TTXVN)

ປະຊາທິປະໄຕສັງຄົມນິຍົມ ແມ່ນຄວາມເປັນເອກະລັກສະເພາະທີ່ສຳຄັນຂອງລະບອບສັງຄົມນິຍົມຢູ່ ຫວຽດນາມ. ໂຄງການການເມືອງປີ 2011 ຂອງພັກກອມມູນິດ ຫວຽດນາມ ໄດ້ຢັ້ງຢືນວ່າ: “ປະຊາທິປະໄຕສັງຄົມນິຍົມ ແມ່ນທາດແທ້ຂອງລະບອບ, ທັງແມ່ນເປົ້າໝາຍ ທັງແມ່ນກຳລັງຫນູນຂອງການພັດທະນາປະເທດຊາດ. ໂດຍກຳນົດໄດ້ວ່າ ປະຊາທິປະໄຕສັງຄົມນິຍົມ ແມ່ນເປົ້າໝາຍສູ້ຊົນ, ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມຂອງທັງລະບົບການເມືອງ ພາຍໃຕ້ການຊີ້ນຳນຳພາຂອງພັກ, ບັນດາເອກະສານສຳຄັນຂອງພັກ, ລັດ, ແນວໂຮມປະເທດຊາດ ແລະ ບັນດາອົງການການເມືອງສັງຄົມ ແລະ ລັດຖະທຳມະນູນປີ 2013 ຂອງຫວຽດນາມ ໄດ້ປະກາດໃຊ້ດ້ວຍຫລາຍຈຸດໃຫມ່, ໃນນັ້ນ ມີບັນຫາກ່ຽວຂ້ອງເຖິງປະຊາທິປະໄຕ, ສິດທິມະນຸດ, ສິດເປັນເຈົ້າຂອງປະຊາຊົນ.

ລະບົບບັນດາເອກະສານນິຕິກຳກ່ຽວກັບ ປະຊາທິປະໄຕໃນການເຄື່ອນໄຫວຂອງບັນດາອົງການສິດອຳນາດຂອງລັດໄດ້ຫັນເປັນຮູບປະທຳ ແລະ ເປັນລະບອບລະບຽບການ. ກົມການເມືອງ ໄດ້ປະກາດໃຊ້ “ຂໍ້ກຳນົດກົດລະບຽບຕິດຕາມ ແລະ ໄຈ້ແຍກຕີລາຄາສັງຄົມຂອງ ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງສັງຄົມ” ແລະ “ຂໍ້ກຳນົດກ່ຽວກັບແນວໂຮມປະເທດຊາດ,ບັນດາອົງການຈັດຕັ້ງການເມືອງສັງຄົມ ແລະ ປະຊາຊົນເຂົ້າຮ່ວມການປະກອບຄຳເຫັນໃສ່ການກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງ” ແລະ ຂໍ້ກຳນົດກົດລະບຽບອື່ນໆອີກ. ຮູບການປະຕິບັດປະຊາທິປະໄຕ ໄດ້ຮັບຖືເປັນສຳຄັນ. ການປະຕິບັດຂໍ້ກຳນົດກົດລະບຽບປະຊາທິປະໄຕຢູ່ຮາກຖານ ກໍ່ຄື: ນິຕິບັນຍັດປະຕິບັດປະຊາທິປະໄຕຢູ່ ຕາແສງ, ເທດສະບານ ບັນລຸໄດ້ໝາກຜົນສຳຄັນຫລາຍຢ່າງ.

ພາຍຫຼັງ35 ປີແຫ່ງການປ່ຽນແປງໃໝ່, 30 ປີແຫ່ງການປະຕິບັດໂຄງການການເມືອງ ປີ 1991 ແລະ ພິເສດແມ່ນ 10 ປີແຫ່ງການປະຕິບັດໂຄງການການເມືອງ ສະບັບເພີ່ມເຕີມ ແລະ ພັດທະນາໃນປີ 2011, ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງກ່ຽວກັບປະຊາທິປະໄຕ ໃນທຸກຂົງເຂດ. ການປະຕິບັດປະຊາທິປະໄຕໃນພັກ ສືບຕໍ່ບັນລຸໄດ້ບາດກ້າວພັດທະນາໃໝ່, ສົ່ງເສີມຄວາມເສລີທາງດ້ານແນວຄິດ ໃນການເນີນຊີວິດໃນພັກ, ມີຄວາມເຄົາລົບນັບຖືຄວາມແຕກໂຕນກັນໃນທັດສະນະ, ຄວາມຄິດເຫັນສ່ວນຕົວ ບົນຈິດໃຈສ້າງສັນ. ກ່ຽວກັບການປະຕິບັດປະຊາທິປະໄຕໃນບັນດາອົງການແຫ່ງລັດ, ເຊິ່ງໄດ້ສະແດງໃຫ້ເຫັນໃນການກໍ່ສ້າງ ລັດແຫ່ງສິດອຳນາດສັງຄົມນິຍົມໃຫ້ສົມບູນແບບ. ການເຄື່ອນໄຫວຂອງສະພາແຫ່ງຊາດ ສືບຕໍ່ມີການປ່ຽນແປງໃໝ່, ຕາມທິດເປັນມືອາຊີບ, ປະຊາທິປະໄຕ ສືບຕໍ່ໄດ້ຮັບຖືເປັນສຳຄັນໃຫ້ຫຼາຍກ່ວາອີກ. ການເຄື່ອນໄຫວຂອງ ລັດຖະບານໄດ້ຮັບການປ່ຽນແປງໃໝ່ຕາມທິດກໍ່ສ້າງລັດຖະບານເອເລັກໂຕນິກ, ລັດຖະບານສ້າງສັນ ເພື່ອແນໃສ່ເສີມຂະຫຍາຍປະຊາທິປະໄຕໃນການປະຕິບັດການບໍລິຫານລັດ. ສືບຕໍ່ບູລະນະບັນດາອົງການຕຸລາການ, ເຄື່ອນໄຫວຕາມທິດເຄົາລົບກົດໝາຍ, ໂປງໄສ, ເປີດເຜີຍ ແລະ ມີຄວາມຮັບຜິດຊອບໃນການອະພິບາຍ. ກ່ຽວກັບການປະຕິບັດປະຊາທິປະໄຕໃນການເຄື່ອນໄຫວແນວໂຮມປະເທດຊາດ ແລະ ບັນດາອົງການການເມືອງ - ສັງຄົມ, ສືບຕໍ່ໄດ້ເສີມຂະຫຍາຍ, ຕັ້ງໜ້າເຂົ້າຮ່ວມການໃຫ້ຄຳປືກສາ, ໄຈແຍກສັງຄົມ, ເຂົ້າຮ່ວມການກໍ່ສ້າງພັກ ແລະ ປະຕິບັດບັນດາໜ້າທີການເມືອງສຳຄັນຂອງປະເທດຊາດ ໃນແຕ່ລະໄລຍະສະໄໝ. ກ່ຽວກັບບັນດາຜົນງານນີ້, ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ຢັ້ງຢືນວ່າ “ປະຊາທິປະໄຕສັງຄົມນິຍົມ ໄດ້ເສີມຂະຫຍາຍ ແລະ ນັບມື້ນັບເປີດກ້ວາງ”, “ສິດເປັນເຈົ້າ ຂອງປະຊາຊົນ ໄດ້ເສີມຂະຫຍາຍເປັນຢ່າງດີ ໃນທຸກຂົງເຂດຂອງການດຳລົງຊີວິດສັງຄົມ ດ້ວຍປະຊາທິປະໄຕໂດຍກົງ ແລະ ປະຊາທິປະໄຕເປັນຕົວແທນ, ເປັນຕົ້ນແມ່ນ ໃນຂົງເຂດການເມືອງ, ເສດຖະກິດ”. ສິດເປັນເຈົ້າຂອງປະຊາຊົນ ໃນການຕັດສິນບັນດາບັນຫາໃຫຍ່, ສຳຄັນຂອງ ປະເທດຊາດ ໄດ້ຮັບຄວາມເອົາໃຈໃສ່. ເຄົາລົບນັບຖື, ຮັບປະກັນ, ປົກປ້ອງສິດທິມະນຸດ, ສິດ ແລະ ພັນທະຂອງພົນລະເມືອງ, ຕິດພັນກັບສິດຂອງພົນລະເມືອງ ແມ່ນພັນທະ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ.

ເພື່ອສືບຕໍ່ເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມ, ຮັບປະກັນສິດເປັນເຈົ້າຂອງ ປະຊາຊົນ, ປະຕິບັດເປົ້າໝາຍ ນຳຫວຽດນາມ ກາຍເປັນ ປະເທດພັດທະນາຕາມທິດສັງຄົມນິຍົມ ໃນກາງສະຕະວັດທີ 21, ເອກະສານການເມືອງຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດ: ສືບຕໍ່ຫັນເປັນຮູບປະທຳ, ສ້າງລະບອບລະບຽບການ, ປະຕິບັດປະຊາທິປະໄຕໃຫ້ສົມບູນແບບ ຕາມຈິດໃຈໂຄງການກໍ່ສ້າງປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ ແລະ ລັດຖະທຳມະນູນ ປີ 2013.

ປະຕິບັດປະຊາທິປະໄຕໂດຍກົງ, ປະຊາທິປະໄຕເປັນຕົວແທນ, ປະຊາທິປະໄຕຮາກຖານຕາມທິດນຳ ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມ, ປະຊາຊົນ ຊົມໃຊ້ ໃຫ້ເປັນຢ່າງດີ ແລະມີປະສິດທິຜົນ. ເອກະສານການເມືອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ຮຽກຮ້ອງບັນດາອົງການຈັດຕັ້ງພັກ, ອົງການການເມືອງ, ຖັນແຖວພະນັກງານ, ລັດຖະກອນ ຕ້ອງເປັນແບບຢ່າງໃນການປະຕິບັດປະຊາທິປະໄຕ, ເຄົາລົບກົດໝາຍ, ເຊີດຊູຄຸນສົມບັດສັງຄົມ. ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ ສ້າງພື້ນຖານດ້ານການເມືອງ, ນິຕິກຳເພື່ອໃຫ້ປະຊາຊົນປະຕິບັດສິດເປັນເຈົ້າ, ລະບົບການເມືອງໂດຍພັກນຳພາ ຕ້ອງເຄົາລົບ, ຮັບປະກັນ, ປົກປ້ອງສິດເປັນເຈົ້າຂອງປະຊາຊົນ.

ເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມ ແມ່ນການປຸກລຸກກຳລັງແຮງໃນປະຊາຊົນ ເພື່ອກໍ່ສ້າງສັງຄົມນິຍົມຢ່າງສຳເລັດຜົນ ແລະ ປົກປັກຮັກສາປະເທດ ຫວຽດນາມສັງຄົມນິຍົມໃຫ້ໝັ້ນຄົງເຂັ້ມແຂງ. ຈຸດໃຫມ່ກ່ຽວກັບ ປະຊາທິປະໄຕສັງຄົມນິຍົມ ແລະ ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ໃນເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແມ່ນສືບທອດບັນດາໝາກຜົນຂອງການປະຕິບັດປະຊາທິປະໄຕສັງຄົມນິຍົມ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດໃນເງື່ອນໄຂໃຫມ່, ສືບຕໍ່ປຸກລຸກສິດເປັນເຈົ້າຂອງປະຊາຊົນ ກ່ຽວກັບຄວາມຄາດຫວັງພັດທະນາປະເທດຊາດ, ມຸ່ງໄປເຖິງການສະເຫລີມສະຫລອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ໃນປີ 2030 ແລະ 100 ປີແຫ່ງວັນສະຖາປະນາປະເທດໃນປີ 2045.

ຕອບກັບ

ຂ່າວ/ບົດ​ອື່ນ