ຫວຽດນາມ ບຸລິມະສິດການເຄົາລົບ “ກົດບັດສະຫະປະຊາຊາດ”

(VOVWORLD) -ຫວຽດນາມ ໄດ້ ຜັນຂະຫຍາຍບັນດາວຽກງານໃນຖານະຕຳແຫນ່ງແມ່ນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 2021 ແລະ ປະທານໝູນວຽນຂອງ ສະພາຄວາມໝັ້ນຄົງ ສປຊ ເດືອນມັງກອນປີ 2020 ຢ່າງເປັນທາງການ ດ້ວຍການເປັນເຈົ້າພາບຈັດວາລະປຶກສາຫາລືເປີດຂັ້ນລັດຖະມົນຕີຂອງ ສະພາຄວາມໝັ້ນຄົງ ສປຊ. ດ້ວຍຫົວຂໍ້ “ສະເຫລີມສະຫລອງ 75 ປີ ແຫ່ງວັນສ້າງຕັ້ງ ສປຊ. ເຄົາລົບກົດບັດ ສປຊ ເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ”, ຫວຽດນາມ ບຸລິມະສິດຖືເລື່ອງເຄົາລົບກົດບັດ ສປຊ ໃນການທູດປ້ອງກັນ, ປົກປ້ອງປະຊາຊົນໃນການປະທະກັນ, ການປ່ຽນແປງຂອງດິນຟ້າອາກາດ ເປັນສຳຄັນ.

ນີ້ແມ່ນຂີດໝາຍສຳຄັນໃນເດືອນທຳອິດ ຫວຽດນາມເຂົ້າຮ່ວມສະພາຄວາມໝັ້ນຄົງສປຊ. ຫົວຂໍ້ຂອງວາລະປຶກສາຫາລືໂດຍແມ່ນຫວຽດນາມລິເລີ່ມ.

ຫນ້າທີ່ໃຫມ່ໃນສະພາວະການທີ່ເຕັມໄປດ້ວຍສິ່ງທ້າທາຍ

ອາດຈະຢືນຢັນໄດ້ວ່າ ວາລະປຶກສາຫາລືເປີດຂັ້ນລັດຖະມົນຕີ ໂດຍຫວຽດນາມ ລິເລີ່ມ ໄດ້ດຳເນີນໄປກົງກັບຈຸດເວລາພວມມີຫລາຍບັນຫາເກີດຂຶ້ນໃນໂລກ ເປັນຕົ້ນແມ່ນການປະທະກັນ, ບັນດາໄພນາບຂູ່ພວມປະກົດອອກຢູ່ຫລາຍບ່ອນ ແລະໃນນັ້ນ ມີບັນດາບັນຫາກ່ຽວຂ້ອງເຖິງການເຄົາລົບກົດບັດ ສປຊ. ສະນັ້ນ ຫົວຂໍ້ນີ້ ໄດ້ດຶງດູດຄວາມສົນໃຈອັນໃຫຍ່ຫລວງຈາກທຸກປະເທດສະມາຊິກ ສປຊ ຫາກບໍ່ພຽງແຕ່ບັນດາປະເທດສະມາຊິກໃນສະພາຄວາມໝັ້ນຄົງເທົ່ານັ້ນ. ໃນຊຸມປີມໍ່ໆມານີ້ ສະພາຄວາມໝັ້ນຄົງ ກໍ່ໄດ້ຈັດຕັ້ງບັນດາວາລະປຶກສາຫາລືເປີດກ່ຽວຂ້ອງເຖິງກົດບັດ ສປຊ ແຕ່ວາລະປຶກສາຫາລື ຄັ້ງນີ້ ສະພາຄວາມໝັ້ນຄົງ ສປຊ ກໍ່ໄດ້ດຶງດູດການເຂົ້າຮ່ວມຂອງຫລາຍປະເທດ.

ປີ 2020 ກໍ່ແມ່ນປີສະເຫລີມສະຫລອງ 75 ປີ ແຫ່ງວັນສ້າງຕັ້ງ ສປຊ. ເລື່ອງເລືອກເຟັ້ນຫົວຂໍ້ “ ສະເຫລີມສະຫລອງ 75 ປີແຫ່ງວັນສ້າງຕັ້ງ ສປຊ: ເຄົາລົບກົດບັດ ສປຊ ເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ” ໃນເດືອນທຳອິດເປັນປະທານ ສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ປາດຖະຫນາຢາກຢັ້ງຢືນອີກຄັ້ງຫນຶ່ງເຖິງຄວາມສຳຄັນຂອງອົງການນີ້ ໃນນັ້ນ ບົດບາດຕົ້ນຕໍ ແມ່ນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ.

ຫວຽດນາມ ບຸລິມະສິດການເຄົາລົບ “ກົດບັດສະຫະປະຊາຊາດ” - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ເປັນເປັນທານກອງປະຊຸມປຶກສາຫາລືເປີດຂອງ ສະພາຄວາມໝັ້ນຄົງ ສປຊ 

ໃນຈຸດເວລາປະຈຸບັນ, ບັນດາປະເທດ ຍິ່ງຕ້ອງເຄົາລົບກົດບັດ ສປຊ ພິເສດ ສຳລັບບັນດາປະເທດທີ່ເປັນສະມາຊິກ ສະພາຄວາມໝັ້ນຄົງ ສປຊ. ທີ່ກອງປະຊຸມປຶກສາຫາລືເປີດຄັ້ງນີ້ ເປັນຄັ້ງທຳອິດ ໃນປະຫວັດສາດ ສປຊ, ອົງການນີ້ ໄດ້ຍົກອອກຖະແຫລງການກ່ຽວກັບການປຶກສາຫາລືເປີດກ່ຽວຂ້ອງເຖິງກົດບັດ ສປຊ. ນັບແຕ່ບັນດາການປຶກສາຫາລືກ່ຽວກັບກົດບັດສປຊ ໄດ້ຮັບການສ້າງຕັ້ງຂຶ້ນ ແມ່ນຍັງບໍ່ທັນມີເວລາໃດທີ່ມີຄຳຖະແຫລງຂອງປະທານ ສະພາຄວາມໝັ້ນຄົງ ສປຊ ຄືແນວນັ້ນ. ສິ່ງດັ່ງກ່າວເວົ້າເຖິງຄວາມສຳຄັນກໍ່ຄືຜົນສຳເລັດຂອງການປຶກສາຫາລືເປີດ ພ້ອມທັງແມ່ນຂໍ້ລິເລີ່ມຂອງ ຫວຽດນາມ ນັບແຕ່ຕົ້ນເດືອນທຳອິດ ຫວຽດນາມ ແມ່ນສະມາຊິກຂອງ  ສະພາຄວາມໝັ້ນຄົງ ສປຊ ກໍ່ຄື ແມ່ນເດືອນທຳອິດ ຫວຽດນາມ ແມ່ນປະທານ ສະພາຄວາມໝັ້ນຄົງ ສປຊ.

ຖືການເຄົາລົບກົດບັດ ສປຊ ເປັນສຳຄັນ

ເມື່ອເຂົ້າຮ່ວມ ສະພາຄວາມໝັ້ນຄົງ ສປຊ, ຫວຽດນາມໄດ້ວາງອອກບັນດາບຸລິມະສິດສະເພາະຂອງຕົນ. ແຕ່ບັນດາບຸລິມະສິດນັ້ນ ຂອງຫວຽດນາມ ກໍ່ສອດຄ່ອງກັບບັນດາບຸລິມະສິດລວມຂອງ ສະພາຄວາມໝັ້ນຄົງ ສປຊ ກໍຄື ຂອງບັນດາສະມາຊິກ ສປຊ. ບຸລິມະສິດທຳອິດໃນສະພາບການປະຈຸບັນ ແມ່ນເຄົາລົບກົດບັດ ສປຊ ເຮັດແນວໃດເພື່ອໃຫ້ບັນດາປະເທດເຄົາລົບກົດບັດ ສປຊ. ບັນຫາທີສອງ ແມ່ນຕ້ອງສະກັດກັ້ນການປະທະກັນຫລື ເອີ້ນວ່າ ການທູດປ້ອງກັນ, ປົກປ້ອງສາມັນຊົນໃນການປະທະກັນ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍໃນການປະທະກັນກໍແມ່ນການບຸລິມະສິດຂອງຫວຽດນາມ ກໍ່ຄື ບັນດາປະເທດສະພາຄວາມໝັ້ນຄົງ ສປຊ.

 ໂດຍເປັນປະເທດທີ່ເຄີຍຜ່ານຜ່າສົງຄາມໃນໄລຍະກ່ອນນີ້, ສະນັ້ນ ຫວຽດນາມ ກໍມີປະສົບການໃນການແກ້ໄຂບັນດາຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຄື ການເກັບກູ້ລູກລະເບີດຍັງບໍ່ທັນແຕກ. ນີ້ແມ່ນຂົງເຂດເຊິ່ງຫວຽດນາມ ປາດຖະໜາຢາກແບ່ງປັນປະສົບການກັບປະເທດເພື່ອນບ້ານ.

ຫວຽດນາມ ຮັບດໍາລົງຕໍາແໜ່ງທີ່ສໍາຄັນໃໝ່ ໃນສະພາບການໂລກ ແລະ ພາກພື້ນ ມີການຜັນແປສັບສົນຫຼາຍຢ່າງ. ໃນນັ້ນ ມີການປະທະກັນທີ່ແກ່ຍາວຢູ່ ອາຟະລິກາ ແລະ ຍັງບໍ່ທັນຊອກຫາມາດຕະການແກ້ໄຂໄດ້ເທື່ອ, ຄວາມເຄັ່ງຕຶງພວມມີທ່າອ່ຽງປີນຂັ້ນໄດ ຢູ່ພາກພື້ນຕາເວັນອອກກາງ ແລະ ບັນດາຈຸດເຄັ່ງຮ້ອນຊ້ອນແຝງທີ່ມີຄວາມສ່ຽງຊ້ອນແຝງເກີດສົງຄາມຢູ່ບາງພາກພື້ນ, ນັບທັງ ອາຊີ - ປາຊີຟິກ ອີກດ້ວຍ. ບັນດາການກະທໍາພຽງລໍາພັງຝ່າຍດຽວ, ສິດອໍານາດບາດໃຫຍ່, ບໍ່ເຄົາລົບກົດໝາຍສາກົນ, ນໍາໃຊ້ ແລະ ນາບຂູ່ການນໍາໃຊ້ກໍາລັງອາວຸດ, ລ່ວງລະເມີດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດ... ກໍແມ່ນສິ່ງທ້າທາຍທີ່ກະທົບໂດຍກົງເຖິງພື້ນຖານສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ເຖິງວ່າ ສັນຕິພາບ, ການຮ່ວມມື ແລະ ພັດທະນາ ຍັງຄົງແມ່ນທ່າອ່ຽງຕົ້ນຕໍ, ແຕ່ຄວາມຂັດແຍ່ງດ້ານຍຸດທະສາດລະຫວ່າງບັນດາປະເທດໃຫຍ່ຍັງສືບຕໍ່ເພີ່ມຂຶ້ນ, ອັນໄດ້ສົ່ງຜົນຮ້າຍຢ້ອນຫຼັງຫຼາຍຢ່າງທີ່ສັບສົນ, ໂດຍສະເພາະແມ່ນດ້ານການເມືອງ ແລະ ຄວາມໝັ້ນຄົງ.

ເຂົ້າຮ່ວມ ສະພາຄວາມໝັ້ນຄົງ ສປຊ ໃນສະພາບການມີສິ່ງທ້າທາຍຫຼາຍຢ່າງນັ້ນ, ຫວຽດນາມ ຢຶດໝັ້ນຕໍ່ແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ມານະພະຍາຍາມຊຸກຍູ້ການເຈລະຈາ, ຫຼຸດຜ່ອນຄວາມເຄັ່ງຕຶງ, ການສູ້ຢັນກັນ, ຊອກຫາມາດຕະການແກ້ໄຂບັນດາບັນຫາທີ່ນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ ໃຫ້ມີຄວາມຍຸຕິທໍາ ແລະສອດຄ່ອງ; ຊຸກຍູ້ການເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນ ກົດບັດ ສປຊ. ຫວຽດນາມ ຈະຍົກສູງເນື້ອໃນຈິດໃຈ “ຄູ່ຮ່ວມມືເພື່ອສັນຕິພາບແບບຍືນຍົງ” ກັບຫຼາຍເນື້ອໃນສໍາຄັນ ກ່ຽວກັບການສະກັດກັ້ນການປະທະກັນ, ສ້າງສັນຕິພາບ, ຟື້ນຟູສະພາບການພາຍຫຼັງສົງຄາມ, ເພີ່ມທະວີລັດທິຫຼາຍຝ່າຍ ແລະ ບັນດາກົນໄກຫຼາຍຝ່າຍ, ໂດຍສະເພາະແມ່ນ ສປຊ./. 

ຕອບກັບ

ຂ່າວ/ບົດ​ອື່ນ