ຫວຽດ​ນາມ ບຸ​ລິ​ມະ​ສິດ​ຊຸກ​ຍູ້​ສິດ​ທິ​ມະ​ນຸດ​ໃນ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ໃນບົດກ່າວປາໄສ ທີ່ກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26),  ພວມດຳເນີນຢູ່ ລາຊະອານາຈັກ ອັງກິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢືນຢັນ: ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມ ເພື່ອທັງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ທັງພັດທະນາເສດຖະກິດເພື່ອບືນຕົວຂຶ້ນ. ສິ່ງນີ້ເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນບັນດາປະເທດ ພວມຖືກຜົນກະທົບຢ່າງຫນັກຫນ່ວງຈາກການປ່ຽນແປງຂອງດິນຟ້າອາກາດໃຫ້ນັບມື້ນັບດີກວ່າ ແລະ ປະກອບສ່ວນຢ່າງມີຄວາມຮັບຜິດຊອບພ້ອມກັບປະຊາຄົມສາກົນ ໃນເປົ້າໝາຍພັດທະນາເພື່ອສິດທິມະນຸດ.
ຫວຽດ​ນາມ ບຸ​ລິ​ມະ​ສິດ​ຊຸກ​ຍູ້​ສິດ​ທິ​ມະ​ນຸດ​ໃນ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ 

ແຕ່ປີ 2005, ພາຍຫລັງ ອະນຸສັນຍາ Kyoto ມີຜົນສັກສິດ, ບາງນະໂຍບາຍ, ກົດໝາຍ ທີ່ກ່ຽວຂ້ອງໂດຍກົງເຖິງການປ່ຽນແປງຂອງດິນຟ້າອາກາດ ໂດຍ ຫວຽດນາມ ໄດ້ປະກາດໃຊ້. ກົດໝາຍກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ ໄດ້ກຳນົດໃນຫລາຍຂົງເຂດແຕກຕ່າງກັນ, ໂດຍກົງ ຫລື ມີສ່ວນກ່ຽວຂ້ອງ ຄື: ຊັບພະຍາກອນນ້ຳ, ຊີວະນາໆພັນ, ກະສິກຳ, ປ່າໄມ້, ກໍ່ສ້າງ, ຊົນລະປະທານ, ຄົມມະນາຄົມ, ພະລັງງານ, ອຸດສາຫະກຳ, ສາທາລະນະສຸກ, ສິ່ງແວດລ້ອມ..

ໃນນັ້ນ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມປີ 2014 ໄດ້ສະຫງວນ  ພາກຫນຶ່ງ ກຳນົດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

ເລື່ອງຮັບປະກັນສິດທິມະນຸດ ໃນສະພາບການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ ແມ່ນເຂົ້າເຖິງ 2 ທິດ: ມານະພະຍາຍາມສ້າງລະບົບນະໂຍບາຍ, ກົດໝາຍ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຕິດພັນກັບບັນຫາການປ່ຽນແປງຂອງດິນຟ້າອາກາດໃນນະໂຍບາຍ, ກົດໝາຍຂອງບາງຂະແຫນງການ, ຂົງເຂດທີ່ມີສ່ວນກ່ຽວຂ້ອງໂດຍກົງ.

ບັນດາເນື້ອໃນກ່ຽວກັບການຮັບປະກັນສິດທິມະນຸດໃນນະໂຍບາຍ, ກົດໝາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ ໂດຍໄດ້ສ້າງຂຶ້ນ ບົນພື້ນຖານປະຕິບັດຕາມບັນດາສົນທິສັນຍາສາກົນກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ ຊື່ງຫວຽດນາມ ແມ່ນສະມາຊິກ; ຕິດພັນກັບຄວາມຮັບຜິດຊອບປະຕິບັດບັນດາຄວາມຮຽກຮ້ອງກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນການເຄື່ອນໄຫວຜະລິດ ດຳເນີນທຸລະກິດ, ການບໍລິການຂອງບັນດາອົງການ, ສ່ວນບຸກຄົນຕໍ່ກັບບັນດາອົງການລັດທີ່ມີສິດອຳນາດໃນການປະຕິບັດພາລະຫນ້າທີ່ຄຸ້ມຄອງລັດ.

ເລື່ອງຮັບປະກັນສິດທິມະນຸດໃນນະໂຍບາຍ, ກົດໝາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຕິດພັນກັບ ການຮັບປະກັນສິດໄດ້ສຳຜັດກັບຂໍ້ມູນກ່ຽວກັບສິ່ງແວດລ້ອມ, ແມ່ນຫນຶ່ງໃນບັນດາສິດພື້ນຖານຂອງມະນຸດ, ຂຶ້ນກັບໝວດສິດພົນລະເຮືອນ - ການເມືອງ. ໃນເງື່ອນໄຂປະຈຸບັນ, ສິດສຳຜັດກັບຂໍ້ມູນສິ່ງແວດລ້ອມ ແມ່ນເຄື່ອງມືມີປະໂຫຍດໃນການເພີ່ມທະວີຄວາມຮັບຜິດຊອບ ສະຫນອງຂໍ້ມູນຂອງບັນດາອົງການ, ສ່ວນບຸກຄົນ, ປະກອບສ່ວນປົກປ້ອງສິດ, ຜົນປະໂຫຍດອັນຊອບທຳໃຫ້ແກ່ປະຊາຊົນໃນການປະຕິບັດນະໂຍບາຍ ແລະ ຂໍ້ກຳນົດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

ເລື່ອງຮັບປະກັນສິດທິມະນຸດໃນນະໂຍບາຍ, ກົດໝາຍ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຢູ່ ຫວຽດນາມ ແມ່ນຕິດກັບການສ້າງແຜນຜັງປົກປັກຮັກສາສິ່ງແວດລ້ອມ, ຕິດພັນກັບການສ້າງຍຸດທະສາດ, ການວາງແຜນຜັງ, ແຜນການພັດທະນາເສດຖະກິດ ສັງຄົມ, ບັນດາໂຄງການລົງທຶນ.

ສິດທິມະນຸດ ໂດຍຫວຽດນາມ ຮັບປະກັນໃນນະໂຍບາຍ, ກົດໝາຍ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຕິດພັນກັບການຄຸ້ມຄອງການປ່ອຍອາຍພິດເຮືອນແກ້ວ, ຖອນເອົາພະລັງງານຈາກສິ່ງເສດເຫລືອ, ໃນການຜະລິດ ແລະ ການຊົມໃຊ້ເປັນມິດກັບສິ່ງແວດລ້ອມ, ໃນການພັດທະນາ ແລະ ໝູນໃຊ້ວິທະຍາສາດເຕັກໂນໂລຊີ. ຫວຽດນາມ ບຸລິມະສິດບັນດາການເຄື່ອນໄຫວຄົ້ນຄ້ວາ, ຖ່າຍທອດ ແລະ ໝູນໃຊ້ເຕັກໂນໂລຊີກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຫວຽດນາມ ກໍ່ຮັບປະກັນສິດທິມະນຸດໃນນະໂຍບາຍ, ກົດໝາຍ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຕິດພັນກັບການເຄື່ອນໄຫວຂຸດຄົ້ນແຫລ່ງຊັບພະຍາກອນທຳມະຊາດແບບຍືນຍົງ ສອດຄ່ອງກັບເປົ້າໝາຍປົກປັກຮັກສາສິ່ງແວດລ້ອມ, ສ້າງການພັດທະນາແບບຍືນຍົງ.

ບໍ່ພຽງແຕ່ສ້າງນະໂຍບາຍ, ກົດໝາຍໃຫ້ສົມບູນແບບ ແລະ ເປັນເຈົ້າການໃນການສ້າງບັນດາແຜນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດເທົ່ານັ້ນ ຫາກ ຫວຽດນາມ ຍັງຕັ້ງຫນ້າຮ່ວມມື ແລະ ເຂົ້າຮ່ວມບັນດາກົນໄກສາກົນ ກ່ຽວກັບການຮັບປະກັນສິດທິມະນຸດໃນສະພາບການປ່ຽນແປງຂອງດິນຟ້າອາກາດອີກດ້ວຍ. ນັບແຕ່ປີ 2014 ມາຮອດປະຈຸບັນ, ຫວຽດນາມ ເຂົ້າຮ່ວມການຮຽບຮຽງ ແລະ ຍື່ນສະເຫນີຕໍ່ສະພາສິດທິມະນຸດ ສປຊ ຫລາຍມະຕິກ່ຽວກັບການຮັບປະກັນສິດຂອງບັນດາກຸ່ມຄົນມີຄວາມສ່ຽງ ຄື ແມ່ຍິງ, ເດັກນ້ອຍ, ຜູ້ອາຍຸສູງໃນສະພາບການປ່ຽນແປງຂອງດິນຟ້າອາກາດເພື່ອໃຫ້ສະພາສິດທິມະນຸດ ສປຊ ພິຈາລະນາຮັບຮອງເອົາ.

ຄຳໝັ້ນສັນຍາການເມືອງຢ່າງແຮງຂອງ ລັດຖະບານຫວຽດນາມ ໃນການຮັບມືກັບຄວາມວິຕົກກັງວົນລວມຂອງທົ່ວໂລກກ່ຽວກັບສະພາບການປ່ຽນແປງຂອງດິນຟ້າອາກາດ. ບໍ່ພຽງແຕ່ຢູ່ ກອງປະຊຸມ COP 26 ຄັ້ງນີ້ ຫາກຢູ່ ບັນດາເວທີປາໄສຮ່ວມມືສາກົນ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຫລື ທີ່ການພົບປະການທູດຄັ້ງຕ່າງໆ ນັບແຕ່ກອ່ນມາຮອດປະຈຸບັນ, ບັນດາການນຳ ຫວຽດນາມ ໄດ້ ແລະ ພວມຢືນຢັນຄວາມຕັດສິນໃຈ ປະຕິບັດບັນດາຄຳໝັ້ນສັນຍາສາກົນ, ຜັນຂະຫຍາຍບັນດາຄຳໝັ້ນສັນຍາສາກົນກ່ຽວຂ້ອງຢ່າງມີປະສິດທິຜົນ ແລະ ປາດຖະຫນາກຢາກຮ່ວມມືກັບບັນດາປະເທດໃນຂົງເຂດປົກປ້ອງສິດທິມະນຸດໃນສະພາບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ