ຫວຽດນາມ ປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 21

(vovworld)- ​ວັນ​ທີ 16/11, ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ ສົມ​ເດັດ ​ເຕ​ໂຊ ຮຸນ​ແຊນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ນຳ​ຫນ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 21 ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວຂ້ອງ​ຊຶ່ງ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ຢູ່ ນະຄອນຫລວງ ພະນົມ​ເປັນ​ປະ​ເທດ ກຳ​ປູ​ເຈຍ ​ແຕ່​ວັນ​ທີ 17 -20/11/2012. ​     
        ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 21 ​ແມ່ນ​ກອງ​ປະຊຸມ​ສຸດ​ທ້າຍ ​ແລະ ສຳຄັນ​ທີ່​ສຸດ​ໃນ​ປີ 2012 ​ໂດຍ ກຳປູ​ເຈຍ ຊື່​ງ​ແມ່ນ​ປະທານ ອາ​ຊຽນ 2012 ​ເປັນ​ເຈົ້າພາບ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​​ການ​ນຳບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ເປັນ​ເອກະ​ພາບ, ຮັບ​ຮອງ​ເອົາ​ບັນດາ​ເນື້ອ​ໃນ​ສຳຄັນ​ຊື່​ງ​ໄດ້​ຮັບ​ການ​ປຶກສາ​ຫາລືໃນ​ຕະຫລອດ​ປີ ພ້ອມ​ທັງ​ສືບ​ຕໍ່​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ ອາ​ຊຽນ ​ແມ່ນ​ຍູ້​​ໄວ​ການ​ຜັນ​ຂະຫຍາຍ​ວິວັດ​ທະ​ນາ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ແລະ ​ເຊື່ອມ​ຈອດ ອາ​ຊຽນ, ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື, ຮັກສາ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ ​ໃນ​ສະພາບ​ການ​ໂລກ​ທີ່​ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ.

ຫວຽດນາມ ປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່       ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 21 - ảnh 1
ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ ສົມ​ເດັດ ​ເຕ​ໂຊ ຮຸນ​ແຊນ
ພາບ:internet

        ດ້ວຍ​ຫົວ​ເລື່ອງ​ໃນ​ຕະຫລອດ​ປີ 2012 ​ແມ່ນ: “ ອາ​ຊຽນ: ປະຊາ​ຄົມ​ຫນຶ່ງ, ຊາຕະ​ກຳ​ດຽວ​ກັນ”, ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ 21 ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວຂ້ອງ, ນອກຈາກ​​ສຸມ​ໃສ່​​ຊຸກຍູ້​ວິວັດ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ, ​ເປັນ​ເຈົ້າ​ການ​ໃນ​ການ​ກຳນົດ​ທິດ ​ແລະ ຊຸກຍູ້​ການ​ສ້າງ​ໂຄງ​ປະກອບ​ພາກ​ພື້ນ​ໃຫ້​ເໝາ​ະສົມ​ກັບ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ ​ແລະ ຈຸດ​ພິ​ເສດ​ຂອງ​ພາກ​ພື້ນ, ຫນ້າ​ທີ່​ຈຸດ​ສຸມ​ຫນຶ່ງ​ອີກ​ຂອງ ອາ​ຊຽນ ​ນັ້ໜແມ່ນ​ເປີດ​ກວ້າງ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ກັບບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ທັງ​ລວງ​ກວ້າງ ​ແລະ ລວງ​ເລິກ, ກຳນົດ​ທິດ​ໃຫ້​ແກ່​ອະນາຄົດ​ຂອງ​ບັນດາ​ວິວັດ​ທະ​ນາ​ການ​ພາກ​ພື້ນ ອາ​ຊຽນ +1, ອາ​ຊຽນ +3, ກອງ​ປະຊຸມຂັ້ນ​ສູງ ອາຊີ​ຕາ​ເວັນ​ອອກ (EAS). ​ເພາະສະ​ນັ້ນ, ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ 21 ​​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ ບໍ່​ພຽງ​ແຕ່​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ປະມຸກ​ລັດ ອາ​ຊຽນ 10 ທ່ານ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະມຸກ​ລັດ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຄື: ​ອາ​ເມ​ລິ​ກາ, ຍີ່​ປຸ່ນ, ຈີນ, ອິນ​ເດຍ ອີກ​ດ້ວຍ. ຜ່ານ 45 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ດ້ວຍ​ທີ່​ຕັ້ງ​ຍຸດ​ທະ​ສາດ​ສຳຄັນ​ໃນ​ພາກພື້ນ, ພ້ອມ​ກັບ​ບັນດາ​ນະ​ໂຍບາຍ​ເປີດ​ກວ້າງ, ອາ​ຊຽນ ​​ໄດ້ ​ແລະ ພວມ​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່ຂາດ​ບໍ່​ໄດ້​ຂອງ​ບັນດາ​ປະ​ເທດ​ໃຫຍ່​ໃນ​ໂລກ, ​ແລະ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ສະຖານ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ແມ່ນ​ພື້ນຖານ​ ​ເພື່ອ​ຕິດ​ພັນ​ ​ແລະ ​ເຮັດ​ໃຫ້​ຜົນ​ປະ​ໂຫຍ​ດ​ຂອງ​ບັນດາ​ຝ່າຍ​ມີ​ຄວາມ​ກົມກຽວ ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ລວມ ນັ້ນ​ແມ່ນ​ຮັກສາ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ພ້ອມ​ກັນ​ພັດທະນາ​ໃຫ້​ວັດທະນາ​ຖາວອນ.

ຫວຽດນາມ ປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່       ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 21 - ảnh 2
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung
ພາບ:internet

        ​ໃນ 17 ປີ ທີ່​ເປັນ​ສະມາຊິກ ອາ​ຊຽນ, ຍາມ​ໃດ​ຫວຽດນາມ ກໍ​ກຳນົດ​ການຮ່ວມ​ມື ອາ​ຊຽນ ​ແມ່ນ​ພາກສ່ວນ​ສຳຄັນ​ໃນ​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫລາຍ​ຮູບ​ຫລາຍ​ແບບ ​ແລະ ຫລາຍ​ຝ່າຍ, ​ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ພາກ​ພື້ນ ​ແລະ ສາກົນ ຂອງ​ພັກ ​ແລະ ລັດ ຫວຽດນາມ.​ ​ປະຈຸ​ບັນ,  ການ​ຮ່ວມ​ມື​ໃນ​ອາ​ຊຽນ ນັບ​ມື້​ນັບ​ມີ​ຄວາມຈຳ​ເປັນ​ເມື່ອ​ງຫວຽດນາມ ພວມ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ Pham Quang Vinh ຢືນຢັນ​ວ່າ:

        “​ໃນ 17 ປີ​ແຫ່ງ​ການ​ເຂົ້າ​ເປັນ​ສະມາຊິກ ອາ​ຊຽນ. ກ່ອນ​ອື່ນ​ໝົດ​ ແຜນ​ນະ​ໂຍບາຍ​ຂອງ​ຫວຽດນາມ ແມ່ນ​ເປັນ​ເຈົ້າ​ການ, ຕັ້ງຫນ້າ ​ແລະ ມີ​ຄວາມ​ຮັບຜິດຊອບ ພ້ອມ​ທັງ​ຖືວ່າ ອາ​ຊຽນມີ​ຄວາມສາມັກຄີ, ​ເຂັ້ມ​ແຂງ ​ແມ່ນ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຂອງ ຫວຽດນາມ. ພື້ນຖານ​ຂອງ​ ຫວຽດນາມ ແມ່ນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເອກະລາດ ​ເປັນ​ເຈົ້າ​ຕົ​ນ​ເອງ ​ເພື່ອ​ສັນຕິພາບ, ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ​ກໍ​ຄື​ການ​ພັດທະນາ​ຂອງ​ພາກ​ພື້ນ, ຫັນ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ສົມທົບ​ກັບ​ຜົນ​ປະ​ໂຫຍ​ດຂອງ​ພາກ​ພື້ນ ​ແມ່ນ​ສິ່ງ​ສຳຄັນ​ທີ່​ສຸດ. ”

        ບົນ​ຈິດ​ໃຈ​ນັ້ນ, ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ຫວຽດນາມ ມີ​ແຜນ​ນະ​ໂຍາຍ​ຊຸກຍູ້​ການ​ສ້າງ ອາ​ຊຽນ​ໃຫ້​ເຂັ້ມ​ແຂງ, ສາມັກຄີ ​ແລະ ຮ່ວມ​ສຳພັນ​ຢ່າງ​ແຫນ້ນ​ແຟ​້ນ, ມີ​ບົດບາດ​ສຳຄັນ​ຢູ່​ພາກ​ພື້ນ, ຜ່ານ​ນັ້ນ ​ເພີ່ມ​ທະວີ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ພັດທະນາ​ຢູ່​ພາກ​ພື້ນ, ຍາດ​ແຍ່ງ​ໂອກາດ​ໃນ​ບັນດາເວທີ​ປາ​ໄສ​ຂອງ​ອາ​ຊຽນ ​ເພື່ອ​ຮັບ​ໃຊ້​ຈຸດໝາຍສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ຫວຽດນາມ ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນບັນດາ​ບັນຫາ​​ລວມຂອງ ອາ​ຊຽນ ​ແລະ ຫວຽດນາມ ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ປະກອບສ່ວນ​ຍົກ​ສູງ​ບົດບາດ ​ແລະ ທີ່​ຕັ້ງ​ຂອງ​ຫວຽດນາມ ​ໃນ​ເວທີ​ສາກົນ ກໍ​ຄື ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ຄູ່​ເຈ​ລະ​ຈາ​ສຳຄັນ. ທ່ານ Luong Thanh Nghi ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຢືນຢັນ​ວ່າ:

        “​ໂດຍ​ແມ່ນ​ປະ​ເທດສະມາຊິກ​ທີ່ຕັ້ງຫນ້າ, ​ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບຜິດຊອບ​ຂອງ ອາ​ຊຽນ, ຫວຽດນາມ ​ໄດ້, ພວມ ​ແລະ ຈະ​ພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ສືບ​ຕໍ່​ປັບປຸງ ​ແລະ ຮັກສາ​ຈິດ​ໃຈ ​ກໍ​ຄືບັນດາ​ຫລັກການ​ເຄື່ອນ​ໄຫວ​ຂອງ ອາ​ຊຽນ, ສູ້​ຊົນ​ເພີ່ມ​ທະວີ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ ​ໃນ​ບັນດາ​ວິ​ວັດທະນາ​ການ​ຂອງ​ພາກ​ພື້ນ​ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາ​ມໝັ້ນ​ຄົງ​,​ ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.”

        ຕາມ​ໂຄງການ​ດຳ​ເນີນ​ງານ​ແລ້ວ, ນອກຈາກ​ ເຂົ້າ​ຮ່ວມ​ບັນດາ​ວາລະ​ໄຂ, ອັດ ​ແລະ ວາ​ລະ​ປະຊຸມ​ຄົບ​ຄະນະ​ແລ້ວ,​ ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຍັງ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ ​ແລະ ການ​ເຄື່ອນ​ໄຫວ​ສຳຄັນ​ອື່ນ​ຄື: ກອງ​ປະຊຸມ​ລະຫວ່າງ​ບັນດາ​ການ​ນຳ ອາ​ຊຽນ ກັບ​ສະພາ​ທີ່​ປຶກສາ​ດຳ​ເນີນ​ທຸລະ​ກິດ ອາ​ຊຽນ, ກອງ​ປະ​ຊຸມ​ສຸດ​ຍອດ ອາ​ຊຽນ - ຈີນ, ອາຊຽນ - ອາ​ເມ​ລິ​ກາ, ກອງ​ປະຊຸມ​ຂັ້ນ​ສູງ ອາຊີ​ຕາ​ເວັນ​ອອກ ​ແລະ ການ​ພົບ​ປະ​ສອງ​ຝ່າຍ​ຄັ້ງ​ຕ່າງໆ.

        ດ້ວຍ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ຖື​ການ​ຮ່ວມ​ມື ອາ​ຊຽນ ​ແມ່ນ ພາກສ່ວນ​ຫນຶ່ງ​ທີ່ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫລາ​ຍຮູບ​ຫລາຍ​ແບບ ​ແລະ ຫລາຍ​ຝ່າຍ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ ຫວຽດນາມ​ໄດ້, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ເຂົ້າ​ຮ່ວມ​ ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ 21 ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ​ຄັ້ງ​ນີ້ ມີ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ​​ໃຫ້​​ແກ່​ກອງ​ປະຊຸມ, ພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ສູ້​ຊົນ​ນຳ​ ອາ​ຊຽນ ສືບ​ຕໍ່​ມີ​ບາດກ້າວ​ພັດທະນາ​ໃຫມ່ ພາຍຫລັງ 45 ປີ​ແຫ່ງ​ການ​ຄົງ​ຕົວ, ກາຍ​ເປັນ​ອົງການ​ຮ່ວມ​ມື​ພາກ​ພື້ນ​ຢ່າງຮອບດ້ານ, ​ແມ່ນ​ອົງການ​ການ​ເມືອງ ​ເສດຖະກິດ​ຂະຫຍັນ​ຂັນ​ເຄື່ອນ, ມີ​ບົດບາດ ​ແລະ ທີ່​ຕັ້ງ​ສຳຄັນ​ຢູ່​ພາກ​ພື້ນ ອາຊີ - ປາຊິ​ຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ