ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າພ້ອມກັນສ້າງປະຊາຄົມອາຊຽນເຂັ້ມແຂງດ້ວຍຕົນເອງ

(VOVWORLD) -ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຖືກດຳເນີນໃນບລະຫວ່າງວັນທີ 11 – 15 ພະຈິກ, ຢູ່ສິງກະໂປ. ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາການນຳອາຊຽນ ແລະ ບັນດາຄູ່ຮ່ວມມືແບ່ງປັນທັດສະນະລວມໃນຫຼາຍບັນຫາຂອງພາກພື້ນ ແລະ ສາກົນ, ມຸ່ງໄປເຖິງຄວາມວັດທະນາຖາວອນໃຫ້ແຕ່ລະປະເທດ, ກໍ່ຄືໃຫ້ພາກພື້ນອາຊຽນ.
ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າພ້ອມກັນສ້າງປະຊາຄົມອາຊຽນເຂັ້ມແຂງດ້ວຍຕົນເອງ - ảnh 1 (ພາບປະກອບ: TTXVN)

ເລື່ອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມແມ່ນເພື່ອແນໃສ່ສືບຕໍ່ຢືນຢັນວ່າ ຫວຽດນາມ ແມ່ນປະເທດສະມາຊິກທີ່ຍາມໃດກໍ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສຳລັບຄວາມວັດທະນາຖາວອນຂອງອາຊຽນ, ປະກອບສ່ວນສ້າງປະຊາຄົມອາຊຽນ ເຂັ້ມແຂງດ້ວຍຕົນເອງ.

        ນີ້ແມ່ນບັນດາການເຄື່ອນໄຫວສິ້ນສຸດປີເປັນປະທານອາຊຽນ ຂອງສິງກະໂປ, ໂດຍມີການເຂົ້າຮ່ວມຂອງບັນດາການນຳສູງສຸດ 10 ປະເທດອາຊຽນ, ພ້ອມກັບ 8 ປະເທດຄູ່ເຈລະຈາຂອງສະຫະສະມາຄົມ. ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ກໍ່ຍັງໄດ້ດຳເນີນກອງປະຊຸມສຳຄັນຫຼາຍຄັ້ງຄື: ກອງປະຊຸມສຸດຍອດອາຊຽນ + 3 (ຈີນ, ຍີ່ປຸ່ນ, ສ.ເກົາຫຼີ), ກອງປະຊຸມຂັ້ນສູງອາຊີ (EAS), ບັນດາກອງປະຊຸມສຸດຍອດອາຊຽນ + 1 (ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາ, ອິນເດຍ, ອົດສະຕາລີ, ລັດເຊຍ) ແລະ ກອງປະຊຸມຂັ້ນສູງບັນດາປະເທດເຂົ້າຮ່ວມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຄັ້ງທີ 2.

ກຳນົດທິດທາງໃຫ້ອາຊຽນ ໃນໄລຍະຈະມາເຖິງ

        ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຖືກດຳເນີນໃນສະພາບພາກພື້ນ ແລະ ໂລກພວມມີການຜັນແປສັບສົນຫຼາຍຢ່າງ, ເຊິ່ງສົ່ງຜົນສະທ້ອນບໍ່ແມ່ນໜ້ອຍເຖິງອາຊຽນ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮ່ວາຍຈຸງ, ເນັ້ນໜັກວ່າ.

        “ບໍ່ພຽງແຕ່ອາຊຽນ ເທົ່ານັ້ນ, ຫາກບັນດາອົງການຈັດຕັ້ງໃນພາກພື້ນກໍ່ພວມປະເຊີນໜ້າກັບສິ່ງທ້າທາຍອັນໃຫຍ່ຫຼວງ ຕໍ່ບັນດາການຜັນແປຂອງສະພາບການໂລກ, ຕົວຢ່າງຄືເລື່ອງປະເທດອັງກິດ ຖອນຕົວອອກຈາກອີຢູ ອາດຈະສົ່ງຜົນສະທ້ອນເຖິງຂົງເຂດເສດຖະກິດ. ນອກນັ້ນ, ຍັງມີບັນດາຜົນກະທົບເຖິງຄວາມໝັ້ນຄົງຄື ຫຼາຍພາກພື້ນຢູ່ພາກຕາເວັນອອກກາງອາເມລິກາເໜືອ ພວມຂາດຄວາມສະຖຽນລະພາບ, ການກໍ່ການຮ້າຍ, ການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ…”

        ໃນສະພາບການນັ້ນ, ຫົວຂໍ້ “ອາຊຽນ ເຂັ້ມແຂງດ້ວຍຕົນເອງ ແລະ ປະດິດຄິດສ້າງ”, ໂດຍປະເທດປະທານສິງກະໂປ ສະເໜີໃນປີ 2018 ໄດ້ຫັນຫຼາຍເນື້ອໃນເປັນລະອຽດຄື: ຖະແຫຼງການວິໄສທັດການນຳອາຊຽນ ກ່ຽວກັບອາຊຽນ ເຂັ້ມແຂງດ້ວຍຕົນເອງ ແລະ ປະດິດຄິດສ້າງ ດ້ວຍບັນດາເນື້ອໃນຮ່ວມມືຍົກສູງກຳລັງເຂັ້ມແຂງດ້ວຍຕົນເອງຂອງອາຊຽນ ຕໍ່ບັນດາຜົນສະທ້ອນຈາກພາຍນອກ, ປັບປຸງບົດບາດໃຈກາງຂອງອາຊຽນ ໃນພາກພື້ນ ແລະ ກໍ່ຄືນຳໃຊ້ປະສິດທິຜົນຈາກບັນດາກາລະໂອກາດຈາກການປະຕິວັດອຸດສາຫະກຳ 4.0 ນຳມາໃຫ້. ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນແຮ່ວງນຳ, ອະດີດເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ, ຖືວ່າ.

        “ອາຊຽນ ພວມແລກປ່ຽນ, ເພື່ອຊອກຫາບັນດາມາດຕະການແກ້ໄຂ ໃນນັ້ນມີເລື່ອງປັບປຸງຮູບແບບ, ວິທີການເຄື່ອນໄຫວ, ຍົກສູງກຳລັງຄວາມສາມາດຂອງກົງຈັກ ພ້ອມທັງສ້າງກາລະໂອກາດຮ່ວມສຳພັນຢູ່ພາຍໃນກຸ່ມຢ່າງສະດວກກວ່າ ຄືຜ່ານບັນດາມາດຕະການຫັນການຄ້າ, ການລົງທຶນ, ຄົມມະນາຄົມ, ແຮງງານ… ເປັນສະດວກ. ຂ້າພະເຈົ້າຖືວ່າ, ໃນ 1 ປີຜ່ານມາ, ວຽກງານຜັນຂະຫຍາຍຂອງອາຊຽນ ໄດ້ຮັບການປະຕິບັດເປັນຢ່າງດີ, ເປັນລະບົບກວ່າ.”

ອາຊຽນນັບມື້ນັບເສີມຂະຫຍາຍບົດບາດໃຈກາງ

        ເລື່ອງການນຳຫຼາຍປະເທດເຂົ້າຮ່ວມບັນດາກອງປະຊຸມສຸດຍອດອາຊຽນ ຍາມໃດກໍ່ແມ່ນສິ່ງພິສູດໃຫ້ເຫັນ “ຄວາມດຶງດູດ” ຂອງອາຊຽນ ໃນໄລຍະຜ່ານມາ, ຍ້ອນບົດບາດໃຈກາງຂອງອາຊຽນ ນັບມື້ນັບເພີ່ມຂຶ້ນ. ເສດຖະກິດ - ການຄ້າແມ່ນຕົວຢ່າງໜຶ່ງ. ມາຮອດປະຈຸບັນ, ອາຊຽນ ໃກ້ຈະສິ້ນສຸດປີທີ 3 ທີ່ຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາແຜນການສັງລວມສ້າງ 3 ເສົາຄ້ຳອາຊຽນ ດ້ວຍຜົນງານຕັ້ງໜ້າຫຼາຍຢ່າງ ແລະ ມີຄວາມປະເອີບໃຈ. ມີໝາກຜົນຕົ້ນຕໍທີ່ບັນລຸໄດ້ ນັ້ນຄື: ບັນດາການເຄື່ອນໄຫວຮ່ວມມືດ້ານການເມືອງ, ຄວາມໝັ້ນຄົງບັນລຸ 239/290 (ເທົ່າກັບ 82%); ບຸລິມະສິດກ່ຽວກັບການຮ່ວມມືດ້ານເສດຖະກິດບັນລຸ 80/118 (ເທົ່າກັບ 68%)  ແລະ 100% ບັນດາຄຳໝັ້ນສັນຍາກ່ຽວກັບການຮ່ວມມືທາງດ້ານວັດທະນະທຳ, ສັງຄົມ ໄດ້ແລະ ພວມໄດ້ຮັບການຜັນຂະຫຍາຍ. ການເຕີບໂຕດ້ານເສດຖະກິດຄາດວ່າບັນລຸ 5,1% ໃນປີ 2018 ແລະ 5,2% ໃນປີ 2019.

        ການພົວພັນຕ່າງປະເທດຂອງອາຊຽນ ສືບຕໍ່ໄດ້ຮັບການຊຸກຍູ້ຢ່າງແທ້ຈິງ ດ້ວຍຂໍ້ລິເລີ່ມຫຼາຍຢ່າງທີ່ແທດຈິງເພື່ອແນໃສ່ໜູນຊ່ວຍອາຊຽນ ສ້າງປະຊາຄົມ. ບັນດາປະເທດສືບຕໍ່ຢືນຢັນການຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບອາຊຽນ; ໃຫ້ຄຳໝັ້ນສັນຍາໜູນຊ່ວຍອາຊຽນ ສ້າງປະຊາຄົມ, ສະໜັບສະໜູນບົດບາດໃຈກາງຂອງອາຊຽນ. ມາຮອດປະຈຸບັນ, ມີ 91 ປະເທດແຕ່ງຕັ້ງເອກອັກຄະລັດຖະທູດ ປະຈຳອາຊຽນ ແລະ ມີ 53 ຄະນະກຳມະການອາຊຽນ ຢູ່ປະເທດທີ 3 ໄດ້ຮັບການສ້າງຕັ້ງ.

ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າສ້າງປະຊາຄົມອາຊຽນ ມີຄວາມເຂັ້ມແຂງດ້ວຍຕົນເອງ

        ອີກຄັ້ງໜຶ່ງທີ່ກອງປະຊຸມຄັ້ງນີ້, ຫວຽດນາມ ດ້ວຍບົດບາດແມ່ນປະເທດສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການຂອງອາຊຽນ, ໄດ້ຕັ້ງໜ້າປະກອບສ່ວນພ້ອມກັບບັນດາປະເທດສະມາຊິກອື່ນໆສ້າງປະຊາຄົມອາຊຽນ ໃຫ້ນັບມື້ນັບມີສະຖຽນລະພາບ, ໝັ້ນຄົງເຂັ້ມແຂງ ແລະ ມີຄວາມວັດທະນະຖາວອນໃນອະນາຄົດ. ຫວຽດນາມ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອີນເຕີເນັດ; ສ້າງຍຸດທະສາດແຫ່ງຊາດກ່ຽວກັບການຮັບມືກັບການປະຕິວັດອຸດສາຫະກຳ 4.0; ຜັນຂະຫຍາຍການກໍ່ສ້າງນະຄອນອັດສະລິຍະ… ໃຫ້ເໝາະສົມກັບຂອບເຂດບັນດາຖະແຫຼງການ ແລະ ຄຳໝັ້ນສັນຍາໃນອາຊຽນ, ເພື່ອແນໃສ່ຊຸກຍູ້ການພັດທະນາແບບຍືນຍົງ ແລະ ປະກອບສ່ວນສ້າງປະຊາຄົມອາຊຽນ ໂດຍອີງໃສ່ກົດໝາຍ.

        ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຄັ້ງນີ້ ແມ່ນເພື່ອແນໃສ່ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ຄວາມວັດທະນາຖາວອນຂອງອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ