ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນງານຂອງກອງປະຊຸມສຸດຍອດ ອາຊຽນ

(vovworld) ວັນ​ທີ 28/4, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ສຸດຍອດປະ​ຈຳ​ປີ​ຂອງ​ສະ​ມາ​ຄົມປະ​ຊາ​ຊາດ​ອາ​ຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ຄັ້ງ​ທີ 30. ນີ້​ແມ່ນກອງ​ປະ​ຊຸມ​ສຳ​ຄັນ, ເປີດ​ສາກ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ທາງ​ການ​ຂອງ​ປີ ອາ​ຊຽນ 2017, ພ້ອມ​ທັງ​ເປັນ​ຂີດ​ໝາຍ​ທຳ​ອິດ, ແຫ່ງ​ການສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາ​ຊຽນ (1967 2017). ໂດຍແມ່ນ ສະ​ມາ​ຊິກ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ປະ​ຊາ​ຄົມ ອາ​ຊຽນ, ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ຫວຽດ​ນາມ ສືບ​ຕໍ່​ຢັ້ງ​ຢືນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ ຍາມ​ໃດ​ກໍ່​ຖື ອາ​ຊຽນ ແມ່ນ​ບຸ​ລິ​ມະ​ສິດ​ຍຸດ​ທ​ະ​ສາດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຕົນ, ປະ​ກອບ​ສ່ວນ​​ຢ່າງຕັ້ງ​ໜ້າ​ໃຫ້​ແກ່​ໄລ​ຍະ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ຕໍ່​ໄປ​ຂອງ ອາ​ຊຽນ.

ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນງານຂອງກອງປະຊຸມສຸດຍອດ ອາຊຽນ - ảnh 1
ພາບ​ປະ​ກອບ

        ປີ 2017 ​ເປັນ​ຂີດໝາຍໄລ​ຍະ​ທາງ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ຂອງ ອາ​ຊຽນ. ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 30 ແມ່ນ​ຂີດ​ໝາຍ​ສຳ​ຄັນ​ເພື່ອ​ໃຫ້​ການ​ນຳ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກຢັ້ງ​ຢືນ​ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ ໃນ​ໂຄງ​ປະ​ກອບ​ພາກ​ພື້ນ​ພວມ​ສ້າງ​ເປັນ​ຮູບ​ປະ​ທຳ, ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້​າ​ທາຍ​ທີ່​ກະ​ທົບ​ຈາກ​ສະ​ພາບ​ການ​ຂອງ​ພາກ​ພື້ນ ແລະ ໂລກ.

ອາ​ຊຽນ ພາຍຫຼັງ 1 ປີ​​ແຫ່ງ​ການສ້າງ​ຕັ້ງ​ປະ​ຊາ​ຄົມ

       ໜຶ່ງ​ປີ​ຜ່ານ​ມາ, ເຖິງວ່າ​ສະ​ພາບ​ການ​ໂລກ​ມີ​ບັນ​ດາ​ການ​ຜັນ​ແປ​​ຢ່າງ​ສັບ​ສົນກໍ່​ຕາມ ແຕ່ອາ​ຊຽນ ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​​ໃໝ່​ດ້ວຍ​ຄວາ​ມ​ຕັດ​ສິນ​ໃຈ​ສູງ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ. ອາ​ຊຽນ ໄດ້​ມີ​​ການ​ເລີ່ມ​ຕົ້ນ​ທີິ່​ສະ​ດວກ, ໄດ້​​ຮັບ​ບັນ​ດາ​ຜົນງານ​ທີ່​​ໜ້າ​ສົ່ງ​ເສີມ​ໃນ​ປີ​ທຳ​ອິດແຫ່ງ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ແລະ ປະ​ຕິ​ບັດ​ວິ​ໄສ​ທັດ 2025, ​ນັບ​ທັງ 3 ເສົ​າ​ຄ້ຳ​ຄືຄວາມ​ໝັ້ນ​ຄົງ - ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ - ສັງ​ຄົມ. ອາ​ຊຽນ​ສືບ​ຕໍ່​ຢັ້ງ​ຢືນ​ບົດ​ບາດ​ເປັນ​ແກ່ນ​ສານ​ຂອງ​ການ​​ເຈ​ລະ​ຈາ ແລະ ການ​ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ ແລະ ສະ​ຖ​ຽນ​ລະ​ພາບ​ໃນ​ພາກ​ພື້ນ​ບົນ​ພື້ນ​ຖານ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປັ​ບ​ປຸງ​ຄວາມ​ສາ​ມັກ​ຄີ, ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ໃນ​ໂຄງ​ປະ​ກອບ​ພາກ​ພື້ນ​ທີ່​ພວມ​ສ້າງ​ເປັນ​ຮູບ​ປະ​ທຳ ແລະ ໃນ​ການ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ, ບັນ​ຫາ​ສັບ​ສົນ​ທີ່​ຫາກໍ່​​ພົ້ນ​ເດັ່ນ​ຂຶ້ນ. ທ່ານ ຫງວຽນ​ກວກ​ຢູ້ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ຫົວ​ໜ້າ SOM ອາ​ຊຽນ ຂອງ ຫວຽດ​ນາມ, ຖື​ວ່າ:

“ໃນ​ສ​ະ​ພາບ​ການ​ໂລກ​ມີ​ການ​ຜັ​ນ​ແປ, ການ​ປ່ຽນ​ແປງ​ສັບ​ສົນຫຼາຍ​ຢ່າງ​ຍາກ​ທີ່​​ຈະຄາດ​ຄະ​ເນ​ລ່​ວງ​ໜ້າ​ໄດ້. ພາກ​ພື້ນ ອາ​ຊີ - ປາ​ຊ​ີ​ຟິກ ຍັງ​ຄົງ​ສືບ​ຕໍ່​ແມ່ນ​​ສະ​ຖານ​ທີ່ຍຸດ​ທະ​ສາດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່. ພາຍ​ໃນ​ບັນ​ດາ​ປະ​ເທດ ອາ​ຊຽນ ກໍ່​ມີ​ບັນ​ດາ​ການ​ປ່ຽນ​ແປງ​ດ້ານການ​ເມືອງ. ໃນ​ສະ​ພາບ​ການ​ຄື​ແນວນັ້ນ, ສິ່ງ​ທ້າ​ທາຍ​ໃຫຍ່​ສຸດ​ສຳ​ລັບ ອາ​ຊຽນ ແມ່ນ ເຮັດ​ແນວ​ໃດ​ເພື່ອ​ຮັກ​ສາ​ສີ​ສັນ, ຮັກ​ສາ​ເອ​ກະ​ລາດ, ເປັນ​ເຈົ້າ​​ຕົນ​ເອງໃນ​ການ​ຕັດ​ສິນ​ນະ​ໂຍ​ບາຍ​ຂອງ ອາ​ຊຽນ, ຮັກ​ສາ​ບົດ​ບາດ​ຫຼັກ​ແຫຼ່ງ​ແກ່ນ​ສານ​ໃນ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນໃຫ້​ໄດ້ ແລະ ອາ​ດ​​ສາ​ມາດປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ດາ​ບັນ​ຫາ​ຂອງ​ໂລກ.”

ບັນ​ດາ​ສິ່ງ​ທ້າ​ທາຍນີ້​ຮຽກ​ຮ້ອງ​ຕ້ອງ​ມີຄວາມ​ຕັດ​ສິນ​ໃຈ​​ຢ່າງ​ໃຫຍ່ຫຼວງ​ຂອ​ງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ເພື່ອ​ແນ​ໃສ່​ນຳ​ພາກ​ພື້ນ​ພັດ​ທະ​ນາ​ຖືກ​ກັ​ບ​ຄາ​ດ​ໝາຍ​ເຊິ່ງ​ກຸ່ມ​ໄດ້​ວາງ​ອອກ. ທີ່ກອງ​ປະ​ຊຸມ, ບັນ​ດາ​ກາ​ນ​ນຳ ອາ​ຊຽນ ຈະ​ສຸມ​ໃສ່​ປຶກ​ສາ​ຫາ​ລືເຂົ້າ​ບັນ​ດາ​ບັນ​ຫາ​ພັດ​ທະ​ນາ​ລວມ​ຂອງ​ກຸ່ມຢ່າງ​ເລິ​ກ​ເຊິ່ງ. ນັ້ນ​ແມ່ນ​ຊຸກ​ຍູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ກ່ຽວ​ກັບ​ການ​ເຊື່ອມ​ຈອດ ແລະ ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ, ໃນ​ນັ້ນ​ຜັນ​ຂະ​ຫຍາຍ​ໂຄງ​ການ​​ປະ​ຕິ​ບັດ​ໄລ​ຍະ 3 ຂອງ​ຂໍ້​ລິ​ເລີ່​ມ​ຮ່ວມ​ສຳ​ພັນ ອາ​ຊຽນ ແລະ ແຜນ​ການ​ສັງ​ລວ​ມ​ກ່ຽວ​ກັບ​ການ​ເຊ​ື່ອມ​ຈອດໃນ​ປີ 2025 ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ກອງ​ປະ​ຊຸມ​ຄັ້ງ​ນ​ີ້ ກໍ່​ແມ່ນ​ກາ​ລະ​ໂອ​ກາ​ດ​ເພື່ອ​ໃຫ້ ອາ​ຊຽນ ພິ​ຈາ​ລະ​ນາ​ເປີດ​ກ້​ວາງ​ບັນ​ດາ​ການ​ພົວ​ພັນ​ຮ່ວ​ມ​ມື​ກັ​ບ​ບັນ​ດາ​ປະ​ເທດ​ຄູ່​ເຈ​ລະ​ຈາ, ​ນອກ​ຈາກ​ບັນ​ດາ​ຄູ່​​ຮ່ວມ​ມືທີ່​ມີ​ຢູ່​ແລ້ວ. ນອກ​ນັ້ນ, ບັນ​ດາ​ການ​ນຳ ອາ​ຊຽນ ກໍ່​ຈະ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ເຊິ່ງ​ພາກ​ພື້ນ ແລະ ສາ​ກົນ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນງານຂອງກອງປະຊຸມສຸດຍອດ ອາຊຽນ - ảnh 2
ພາບ​ປະ​ກອບ


ຫວຽດ​ນາມ ຕັ້​ງ​ໜ້າ​ປະ​ກອບ​ສ່ວນກໍ່​ສ້າງ​ປະ​ຊາ​ຄົມ ອາ​ຊຽນ

       ​ເປັນ​ເວ​ລາກ່​ວາ 20 ປີ​​ທີ່​ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ​, ຍາມ​ໃດ​ ຫວຽດ​ນາມ ກໍ່​ແມ່ນ​ສະ​ມາ​ຊິກ​​ທີ່ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ສາ​ມັກ​ຄີ ເປັນ​ເອ​ກະ​ພາບ​ຂອງ ອາ​ຊຽນ, ຊຸກ​ຍູ້ ອາ​ຊຽນ ຮ່ວມ​ສຳ​ພັນ​ຢ່າງ​ແໜ້ນ​ແຟ້ນ ແລະ ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ. ຜົນ​​ສຳ​ເລັດ​ຂອງ ອາ​ຊຽນ ໃນ​ກ່​ວາ​ໜຶ່ງ​ປີ​ທີ່​ຜ່ານ​ມາ​ມີ​ການ​ປະ​ກອບ​ສ່ວນ​ພໍ​ສົມ​ຄວນ​ຂອງ ຫວຽດ​ນາມ, ​ເຊິ່ງ​ສະ​ແດງ​ອອກ​ໃນ​​ການ​ເຄື່ອນ​ໄຫວ​ຮ່ວມ​ມື ອາ​ຊຽນ ເກືອບ​ທັງ​ໝົດ, ພິ​ເສດ​ແມ່ນ​​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຜັ​ນ​ຂະ​ຫຍາຍ​ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ 2025 ໂດຍ​ໄວ. ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​​ທີ່​ກ່ຽວ​ຂ້ອງຂອງ ຫວຽດ​ນາມ ລ້ວນ​ແຕ່​ສ້າງ​ແຜນ​ຮ່າງ, ໂຄງ​ການ ແລະ ແຜນ​ການ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ວິ​ໄສ​ທັດ ແລະ ແຜນ​ການ​ສັງ​ລວມ​ຂອງ 3 ເສົ້າ​ຄ້ຳ​ປະ​ຊາ​ຄົມ. ເປັນ​ໜ້າ​ສົນ​ໃຈນັ້ນ​ແມ່ນ, ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ​​ຍົກ​ອອກ​ຂໍ້​ສະ​ເໜີ​ໃໝ່ຫຼາຍ​ຂໍ້ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ ອາ​ຊຽນ, ໄດ້​ຮັບ​ການ​ຊົມ​ເຊີຍ ແລະ ​ການສະ​ໜັບ​ສະ​ໜູນ​ຈາກ​ບັນ​ດາ​ປະ​ເທດ, ໃນ​ນັ້ນ​ມີ​ເລື່ອງ​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ເວ​ທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ (ARF) ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ບັນ​ດາ​ກຳ​ລັງ​ປະ​ຕິ​ບັດ​ກົດ​ໝາຍ​ບົນ​ທະ​ເລ.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 30 ​ໃນຄັ້ງ​ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ສືບ​ຕໍ່​ຢັ້ງ​ຢືນ​ພາບ​ພົດ​ຂອງ​ສະ​ມາ​ຊິກ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ, ເປັນ​ເຈົ້າ​ການ, ຂະ​ຫຍັນ​ຂັນ​ເຄື່ອນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ພາຍ​ໃຕ້​ຊາຍ​ຄາ​ລວມ. ທ່ານ ຫງວຽນ​ກວກ​ຢູ້ງ, ຮອ​ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເນັ້ນ​ໜັກ​ວ່າ:

        “ພວກ​ເຮົາ​ມີ​ບັນ​ດາ​ນະ​ໂຍ​ບາຍ, ການ​ກະ​ທຳ ແລະ ການ​ປະ​ພຶດບໍ່​ພຽງ​ແຕ່​​ແມ່ນເພື່ອ​ຜົນ​ປະ​ໂຫຍດ​ຂອງ ຫວຽດ​ນາມ ເທົ່າ​ນັ້ນ​ ຫາກ​ຍັງ​ເພື່ອ​ຜົນ​ປະ​ໂຫຍດລວມ​ຂອງ ອາ​ຊຽນ, ຂ​ອງ​ປະ​ຊ​າ​ຄົມອີກ​ດ້ວຍ. ພວກ​ເຮົາ, ກໍ່ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ເພື່ອ​ເຮັດ​ແນ​ວ​ໃດ​ໃຫ້​ພວກ​ເຮົາ​ມີ​ຄວາມ​​ກົມ​ກຽວ ແລະ ຈາກນັ້ນ​ມ​ີ​​ຄວາມເປັນ​ເອ​ກະ​ພາບ​ລວມ​ຂອງ ອາ​ຊຽນ. ນັ້ນແມ່ນ​ວິ​ທີ​ສຳ​ພັດ​ຂອງ​ ຫວຽດ​ນາມ. ພວກ​ເຮົາ​ຮັບ​ຮູ້​ໄດ້​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ພວມ​ວາງ​ອອກ​ໃຫ້ ອາ​ຊຽນ ເພື່ອ​ໃຫ້​ພວກ​ເຮົາ​ພ້ອມ​ກັບ​ປະ​ເທດ​ອື່ນໆ​ຜ່ານ​ຜ່າ​​ບັນ​ດາສິ່ງ​ທ້າ​ທາຍ​ດັ່ງ​ກ່າວ”

        ຫວຽດ​ນາມ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕົນ​ກ່​ວາ​ອີກ, ຍູ້​ແຮງ​ບັນ​ດາ​ຂົງ​ເຂດ​ຮ່ວມມ​ື​​ທີ່ແທດ​ຈິງ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ລະ​ອຽດ​ໃຫ້​ແກ່​ປະ​ຊາ​ຊົນ​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ. ພິ​ເສດ, ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາ​ມ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ໃນ​ສະ​ຫະ​ປະ​ຊາ​ຄົມ​ຮັກ​ສາ​ຄວາມ​ສາ​ມັກ​ຄີ, ຄວາມ​ເປັນ​ເອ​ກະ​ພາບ, ບັນ​ດາຫຼັກ​ການ​ຄຸນ​ຄ່າ​ທີ່​ໄດ້​ສ້າງ​​ເປັນສີ​ສັນ ແລະ ຜົນ​ສຳ​ເລັດ​ຂອງ ອາ​ຊຽນ.


ຕອບກັບ

ຂ່າວ/ບົດ​ອື່ນ