ຫວຽດ​ນາມ ປະ​ກອບ​ສ່ວນ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ໝັ້​ນ​ຄົງ​ເຂັ້ມ​ແຂງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ພວມເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢູ່ ຈາກາຕາ, ອິນໂດເນເຊຍ, ນັບແຕ່ວັນທີ 4  7 ກັນຍາ. ໃນບັນດາບົດກ່າວປາໄສທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍຕັ້ງໜ້າແບ່ງປັນທັດສະນະຂອງ ຫວຽດນາມ, ສະເໜີບັນດາຂໍ້ລິເລີ່ມ, ການກໍານົດທິດໃນຫຼາຍຂົງເຂດຮ່ວມມືສຳຄັນ, ເພື່ອແນໃສ່ປະຕິບັດຫົວຂໍ້ “ອາຊຽນ ມີຄວາມສຳຄັນ: ສູນກາງແຫ່ງການຈະເລີນເຕີບໂຕ”, ປະກອບສ່ວນປັບປຸງວິວັດທະນາການສ້າງປະຊາຄົມ ອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ, ມີທີ່ຕັ້ງບົດບາດນັບມື້ນັບສຳຄັນຢູ່ພາກພື້ນ ແລະ ໃນໂລກ.
ຫວຽດ​ນາມ ປະ​ກອບ​ສ່ວນ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ໝັ້​ນ​ຄົງ​ເຂັ້ມ​ແຂງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເດີນທາງມາຮອດສະໜາມບິນສາກົນ Soekarno- Hatta, ນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ ໃນວັນທີ  4/9/2023 (ພາບ: VOV)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ພວມເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢູ່ ຈາກາຕາ, ອິນໂດເນເຊຍ, ນັບແຕ່ວັນທີ 4 7 ກັນຍາ. ໃນບັນດາບົດກ່າວປາໄສທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍຕັ້ງໜ້າແບ່ງປັນທັດສະນະຂອງ ຫວຽດນາມ, ສະເໜີບັນດາຂໍ້ລິເລີ່ມ, ການກໍານົດທິດໃນຫຼາຍຂົງເຂດຮ່ວມມືສຳຄັນ, ເພື່ອແນໃສ່ປະຕິບັດຫົວຂໍ້ “ອາຊຽນ ມີຄວາມສຳຄັນ: ສູນກາງແຫ່ງການຈະເລີນເຕີບໂຕ”, ປະກອບສ່ວນປັບປຸງວິວັດທະນາການສ້າງປະຊາຄົມ ອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ, ມີທີ່ຕັ້ງບົດບາດນັບມື້ນັບສຳຄັນຢູ່ພາກພື້ນ ແລະ ໃນໂລກ.

        ບັນດາກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ໄດ້ດຳເນີນໃນສະພາບການໂລກ ແລະ ພາກພື້ນ ສືບຕໍ່ມີການຜັນແປຢ່າງວ່ອງໄວ, ສັບສົນ. ຕໍ່ໜ້າບັນດາສິ່ງທ້າທາຍ ແລະ ທັງມີກາລະໂອກາດນັ້ນ, ອາຊຽນ ຢຶດໝັ້ນເປັນກຳລັງໃຈກາງໃນວິວັດການປັບປຸງສັນຕິພາບ, ຮັກສາສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ກວ້າງໃຫຍ່ກວ່າແມ່ນ ອາຊີ - ມະຫາສະໝຸດອິນເດຍ - ປາຊີຟິກ. ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການນີ້.

       ສ້າງຂີດໝາຍໃນວາລະປະຊຸມ ອາຊຽນ 2023

        ນັບແຕ່ຕົ້ນປີ 2023, ເມື່ອ ອິນໂດເນເຊຍ ຮັບບົດບາດເປັນປະທານ ອາຊຽນ, ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ປະກອບສ່ວນໃນທຸກການເຄື່ອນໄຫວຂອງ ອາຊຽນ ຢ່າງມີປະສິດທິຜົນ. ໃນກອງປະຊຸມສຸດຍອດ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຄະນະຜູ້ແທນ ຫວຽດນາມ ລ້ວນແຕ່ປະກອບສ່ວນເຂົ້າໃນການຊຸກຍູ້ຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມໃນ ອາຊຽນ, ເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື. ຄາດວ່າ ກອງປະຊຸມສຸດຍອດຄັ້ງນີ້ ຈະຮັບຮອງເອົາ ແລະ ຮັບຮູ້ເອກະສານປະມານ 50 ສະບັບ, ໃນນັ້ນ ມີທັງບັນດາເອກະສານຍຸດທະສາດ, ມີລັກສະນະຍາວນານ, ເປັນຕົ້ນແມ່ນ: ວິໄສທັດປະຊາຄົມ ອາຊຽນ 2045, ຖະແຫຼງການປອງດອງ ອາຊຽນ IV, ຖະແຫຼງການ ອາຊຽນ ແມ່ນຈຸດໃຈກາງແຫ່ງການຈະເລີນເຕີບໂຕ… ແລະ ເອກະສານຮ່ວມມືລະອຽດຫຼາຍສະບັບ  ໃນ ອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື. ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ, ຊີ້ແຈ້ງວ່າ:

        “ດ້ວຍການຊີ້ນຳຂອງທ່ານນາຍົກລັດຖະມົນຕີ, ລັດຖະບານ, ບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າທີ່ສຸດ ແລະ ມີການປະກອບສ່ວນຢ່າງລະອຽດ, ແທດຈິງໃສ່ຂໍ້ລິເລີ່ມຕ່າງໆ ເຊິ່ງ ອາຊຽນ ໄດ້ຍົກອອກມາ ເພື່ອໃຫ້ບັນດາການນຳຮັບຮອງເອົາໃນກອງປະຊຸມສຸດຍອດ. ຄະນະຜູ້ແທນ ຫວຽດນາມ ປະຈຳ ອາຊຽນ ກໍຖືກມອບໝາຍໃຫ້ຮັບຜິດຊອບໂດຍກົງການເຈລະຈາບັນດາເອກະສານສຳຄັນ ເຊັ່ນ ຖະແຫຼງການຮ່ວມລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືຂອງ ອາຊຽນ. ບັນດາການປະກອບວສ່ວນຂອງ ຫວຽດນາມ ກໍຄືຂອງຄະນະຜູ້ແທນ ຫວຽດນາມ ຢູ່ ອາຊຽນ ໃນຄັ້ງນີ້ ແມ່ນກວມລວມທັງ 3 ເສົາຄ້ຳ ການເມືອງ, ຄວາມໝັ້ນຄົງດ້ານເສດຖະກິດ ແລະ ວັດທະນະທຳສັງຄົມ”.

        ອາດເວົ້າໄດ້ວ່າ ໃນປີ ອາຊຽນ 2023, ດ້ວຍຈິດໃຈກຽມພ້ອມ, ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ຫວຽດນາມ ໄດ້ມີການປະກອບສ່ວນສຳຄັນຫຼາຍຢ່າງໃນຜົນສຳເລັດລວມຂອງກອງປະຊຸມປີນີ້.

ຫວຽດ​ນາມ ປະ​ກອບ​ສ່ວນ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ໝັ້​ນ​ຄົງ​ເຂັ້ມ​ແຂງ - ảnh 2ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ (ພາບ: VOV)

       ສົ່ງສານຕັດສິນໃຈສ້າງປະຊາຄົມ ອາຊຽນ ໝັ້ນຄົງເຂັ້ມແຂງ

        ຫວຽດນາມ ບໍ່ພຽງແຕ່ເຂົ້າຮ່ວມບັນດາກອງປະຊຸມສຸດຍອດເທົ່ານັ້ນ ຫາກຍັງປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ ອາຊຽນ ດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ, ພິເສດແມ່ນຮັບຮອງເອົາຄວາມມານະພະຍາຍາມສ້າງເສົາຄ້ຳປະຊາຄົມ ອາຊຽນ ກໍຄືສາຍພົວພັນກັບບັນດາຄູ່ຮ່ວມມືພາຍນອກ. ໜຶ່ງໃນບັນດາຂີດໝາຍສໍາຄັນຂອງ ຫວຽດນາມ ແມ່ນຊຸກຍູ້ການເຊື່ອມຕໍ່ໃນພາກພື້ນ ຢູ່ທັງ 3 ຂົງເຂດ: ລະບອບລະບຽບການ, ພື້ນຖານໂຄງລ່າງ ແລະ ມະນຸດ ເພື່ອແກ້ໄຂບັນດາຈຸດອຸດຕັນໃນການຮ່ວມມື ແລະ ປຸກລຸກກຳລັງບົ່ມຊ້ອນພັດທະນາ ປະກອບສ່ວນເຂົ້າໃນການປະຕິບັດສຳເລັດເປົ້າໝາຍເຕີບໂຕຂອງ ອາຊຽນ ໃນບັນດາທົດສະວັດຈະມາເຖິງ. ປັດຈຸບັນ, ຫວຽດນາມ ເຂົ້າຮ່ວມບັນດາກົນໄກຂອງ ອາຊຽນ ແລະ ມີບົດບາດສຳຄັນໃນເລື່ອງ ພ້ອມກັບບັນດາປະເທດສະມາຊິກອື່ນ ປະຕິບັດ ແລະ ຮັບປະກັນໃຫ້ກົດບັດ ອາຊຽນ ໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ. ໃນຂົງເຂດເສດຖະກິດ, ຫວຽດນາມ ມີປະຊາກອນເປັນຈຳນວນຫຼາຍ ແລະ ພື້ນຖານເສດຖະກິດພັດທະນາໄວ. ຫວຽດນາມ ກໍມີຂໍ້ຕົກລົງຫຼາຍສະບັບກ່ຽວກັບເສດຖະກິດສອງຝ່າຍກັບຫຼາຍປະເທດໃນໂລກ, ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນສະພາບການເສດຖະກິດລວມຂອງ ອາຊຽນ.  ດ້ວຍນ້ຳໃຈຫຼັກແຫຼ່ງແກ່ນສານຂອງ ອາຊຽນ ແມ່ນ ຖືປະຊາຊົນເປັນໃຈກາງ, ເປົ້າໝາຍ ແລະ ກຳລັງໜູນຂອງການສ້າງປະຊາຄົມ, ຫວຽດນາມ ກໍໄດ້ຊຸກຍູ້ຄວາມມານະພະຍາຍາມຮັດແຄບໄລຍະຫ່າງຂອງການພັດທະນາ, ພິເສດແມ່ນຢູ່ເຂດຫ່າງໄກສອກຫຼີກ.  ໃນປີ 2023, ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43, ຫວຽດນາມ ສືບຕໍ່່ສົ່ງສານກ່ຽວກັບນ້ຳໃຈສາມັກຄີໃນ ອາຊຽນ ແລະ ຕັດສິນໃຈປະກອບສ່ວນເຂົ້າໃນພາລະກິດສ້າງປະຊາຄົມ ອາຊຽນ ຢ່າງແທດຈິງ ແລະ ມີປະສິດທິຜົນ. ຫວຽດນາມ ຍາມໃດກໍສະແດງຄວາມປາດຖະໜາກ່ຽວກັບ ອາຊຽນ ແຫ່ງຄວາມສາມັກຄີ, ເປັນເອກະພາບ, ພັດທະນາ, ໝັ້ນຄົງເຂັ້ມແຂງ ແລະ ແມ່ນກຳລັງແກ່ນສານໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ຕາເວັນອອກກາງ ແລະ ກວ້າງກວ່າແມ່ນ ອາຊີ - ມະຫາສະໝຸດອິນເດຍ - ປາຊີຟິກ. ທ່ານເອກອັກຄະລັດຖະທູດ ຫວຽນຫາຍບັ່ງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ຢູ່ ອາຊຽນ, ຊີ້ແຈ້ງວ່າ:

        “ສືບຕໍ່ຜັນຂະຫຍາຍຂໍ້ລິເລີ່ມຂອງ ຫວຽດນາມ, ກອງປະຊຸມສຸດຍອດຄັ້ງນີ້ ຈະຮັບຮອງເອົາຖະແຫຼງການກ່ຽວກັບວິໄສທັດພັດທະນາ ອາຊຽນ ໃນ 20 ປີ ຈະມາເຖິງ ຮອດປີ 2045. ຫວຽດນາມ ກໍສະໜັບສະໜູນ ແລະ ປະກອບສ່ວນຫຼາຍຄຳເຫັນທີ່ແທດຈິງໃຫ້ແກ່ການສ້າງວິໄສທັດຂອງ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ -ປາຊີຟິກ. ນອກຈາກນັ້ນ, ຫວຽດນາມ ກໍປະກອບສ່ວນຫຼາຍຢ່າງເຂົ້າໃນຂໍ້ຕົກລົງຫຼາຍສະບັບລະຫວ່າງການນຳບັນດາປະເທດ ອາຊຽນ ກັບ ຄູ່ຮ່ວມມື. ການປະກອບສ່ວນຂອງ ຫວຽດນາມ ແມ່ນເຮັດແນວໃດເພື່ອຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ເຊິ່ງເປັນເງື່ອນໄຂຕັດສິນຊີ້ຂາດ ແລະ ມີຄວາມສຳຄັນແກ່ການຮ່ວມມື ແລະ ພັດທະນາຂອງ ອາຊຽນ.”

        ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ພັກ ແລະ ລັດ ຫວຽດນາມ ຖື ອາຊຽນ ເປັນພາກສ່ວນສຳຄັນ, ບໍ່ສາມາດຕັດແຍກອອກຈາກນະໂຍບາຍການຕ່າງປະເທດ. ດ້ວຍຖານະເປັນສະມາຊິກ ອາຊຽນ, ໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43, ແລະ ໃນທຸກທີ່ທຸກເວລາ, ຫວຽດນາມ ຍາມໃດກໍຊຸກຍູ້ທັດສະນະ, ເພີ່ມຜົນປະໂຫຍດໃຫ້ແກ່ ອາຊຽນ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງ ອາຊຽນ ໃນວິວັດການປັບປຸງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ກວ້າງກວ່າແມ່ນ ອາຊີ - ມະຫາສະໝຸດອິນເດຍ - ປາຊີຟິກ ໃນໄລຍະຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ