ຫວຽດນາມ ປະຕິບັດບົດບາດເປັນປະທານສະພາຄວາມໝັ້ນຄົງ ສປຊ ສຳເລັດເປັນຢ່າງດີທີ່ສຸດ

(VOVWORLD) -ຫວຽດນາມ ໄດ້ຜັນຂະຫຍາຍວຽກງານຂອງສະພາຄວາມໝັ້ນຄົງ ສປຊ ຢ່າງມີປະສິດທີຜົນ, ສຳເລັດວຽກງານໃຫ່ຍຂອງອາຍຸການເປັນຢ່າງດີ
ຫວຽດນາມ ປະຕິບັດບົດບາດເປັນປະທານສະພາຄວາມໝັ້ນຄົງ ສປຊ ສຳເລັດເປັນຢ່າງດີທີ່ສຸດ - ảnh 1ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມດິງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ
(ພາບ: baoquocte.vn)

ເດືອນເມສາປີ 2021, ເປັນຄັ້ງທີ 2 ຫວຽດນາມ ໄດ້ຮັບຜິດຊອບບົດບາດເປັນປະທານໝູນວຽນສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021. ນີ້ແມ່ນໜ້າທີ່ຫຼາຍຝ່າຍທຳອິດທີ່ຫວຽດນາມ ຮັບຜິດຊອບ ພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ປະກອບສ່ວນຜັນຂະຫຍາຍວິໄສທັດ, ບັນດາການກຳນົດທິດ ແລະ ແຜນນະໂຍບາຍໃຫ່ຍກ່ຽວກັບແນວທາງການຕ່າງປະເທດຂອງຫວຽດນາມ ໃນໄລຍະຈະມາເຖິງ.

   ເປັນຄັ້ງທີ 2 ທີ່ເຂົ້າຮ່ວມສະພາຄວາມໝັ້ນຄົງ ສປຊ,  ໃນສະພາບການໂລກມີການຜັນແປທີ່ສັບສົນຫຼາຍຢ່າງ, ການແກ່ງແຍ້ງລະຫວ່າງບັນດາປະເທດໃຫ່ຍໄດ້ເພີ່ມຂຶ້ນ, ບັນດາສະຖານທີ່ເຄັ່ງຮ້ອນ, ຂາດສະຖຽນລະພາບສືບຕໍ່ເກີດຂຶ້ນໃນໂລກ, ໂດຍສະເພາະແມ່ນຍ້ອນສະພາບໂລກລະບາດໂຄວິດ 19 ຄຸກຄາມ. ຫວຽດນາມ ໄດ້ຜັນຂະຫຍາຍວຽກງານຂອງສະພາຄວາມໝັ້ນຄົງ ສປຊ ຢ່າງມີປະສິດທີຜົນ, ສຳເລັດວຽກງານໃຫ່ຍຂອງອາຍຸການເປັນຢ່າງດີ ແລະ ສ້າງ “ຂີດໝາຍຫວຽດນາມ” ຢູ່ອົງການສຳຄັນທີ່ສຸດຂອງ ສປຊ ກ່ຽວກັບການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

ຫວຽດນາມ ສ້າງຂີດໝາຍຫຼາຍຢ່າງຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ

        ນັ້ນແມ່ນຂີດໝາຍ ແລະ ສີສັນທາງການພົວພັນກັບຕ່າງປະເທດຂອງປະເທດຫວຽດນາມ ທີ່ຮັກຫອມສັນຕິພາບ, ຄັດຄ້ານສົງຄາມທຸກຮູບແບບ ແລະ ການນຳໃຊ້ອາວຸດ, ຍົກສູງກົດບັດຂອງສະຫະປະຊາຊາດ, ເຄົາລົບກົດໝາຍສາກົນ. ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໜ້າທີ່ຄວາມຮັບຜິດຊອບຂອງສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ແມ່ນຍາມໃດກໍ່ຊຸກຍູ້ຄວາມເຫັນດີເຫັນພ້ອມລວມ, ມານະພະຍາຍາມຊອກຫາມາດຕະການແກ້ໄຂໃຫ້ແກ່ບັນດາການປະທະກັນໂດຍສັນຕິວິທີ. ຫວຽດນາມ ໄດ້ຢືດໝັ້ນກັບຫຼັກການເອກະລາດ, ເປັນເຈົ້າຕົນເອງ, ປົກປ້ອງຜົນປະໂຫຍດຂອງປະເທດ-ຂອງຊາດ, ປະສົມກົມກຽວກັບຜົນປະໂຫຍດລວມຂອງປະຊາຄົມສາກົນ, ຕັ້ງໜ້າປະກອບສ່ວນ, ເປັນເຈົ້າການ, ສ້າງສາ ແລະ ມີຄວາມຮັບຜິດຊອບ, ແກ້ໄຂບັນດາບັນຫາສັບສົນໃນໂຄງການດຳເນີນງານຂອງສະພາຄວາມໝັ້ນຄົງຢ່າງສົມເຫດສົມຜົນ, ພ້ອມທັງຖືເປັນສຳຄັນບັນດາຄວາມມານະພະຍາຍາມ, ບົດຮຽນຂອງຫວຽດນາມ ໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດຄືນໃໝ່.

        ຫວຽດນາມ ໄດ້ຕັ້ງໜ້າສະເໜີບັນດາຂໍ້ລິເລີ່ມ, ສວມບົດບາດເປັນແກ່ນສານ, ນຳພາໃນບາງບັນຫາສຳຄັນ. ໃນຄັ້ງທຳອິດທີ່ດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງເດືອນມັງກອນ 2020, ຫວຽດນາມ ໄດ້ເປັນເຈົ້າພາບຈັດວາລະປຶກສາຫາລືເປີດ “ຊຸກຍູ້ການເຄົາລົບກົດບັດຂອງສະຫະປະຊາຊາດ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ” ບັນລຸຜົນສຳເລັດ ແລະ ກອງປະຊຸມກ່ຽວກັບ “ການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ອາຊຽນ” ເຊິ່ງເປັນຄັ້ງທຳອິດທີ່ສ້າງເວທີປາໄສແລກປ່ຽນການຮ່ວມມືລະຫວ່າງສະພາຄວາມໝັ້ນຄົງ ແລະ ອາຊຽນ, ສ້າງຄວາມສະໜິດຕິດພັນ, ປະກອບສ່ວນຊຸກຍູ້ການຖືເປັນສຳຄັນຄວາມສາມັກຄີ, ບົດບາດຂອງອາຊຽນ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງອາຊຽນ ກັບສະຫະປະຊາຊາດ, ສະພາຄວາມໝັ້ນຄົງ. ຫວຽດນາມ ກໍ່ເປັນເຈົ້າພາບຈັດກອງປະຊຸມສາກົນກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 400 ທ່ານທີ່ມາຈາກເກືອບ 90 ປະເທດ, ບັນດາອົງການຈັດຕັ້ງສາກົນລະຫວ່າງລັດຖະບານ ແລະ ບໍ່ຂຶ້ນກັບລັດຖະບານທີ່ສຳຄັນໃຫ້ບັນລຸຜົນສຳເລັດ. ບັນດາປະເທດໄດ້ສະໜັບສະໜູນ ແລະ ຕີລາຄາສູງຄວາມມານະພະຍາຍາມ, ຄວາມຕັດສິນໃຈເປັນເຈົ້າພາບຈັດ 2 ເຫດການດັ່ງກ່າວຂອງຫວຽດນາມ ໃນສະພາບໂລກລະບາດພວມມີການຜັນແປຢ່າງສັບສົນໃນທົ່ວໂລກ.

ຫວຽດນາມ ປະຕິບັດບົດບາດເປັນປະທານສະພາຄວາມໝັ້ນຄົງ ສປຊ ສຳເລັດເປັນຢ່າງດີທີ່ສຸດ - ảnh 2ເປັນຄັ້ງທຳອິດທີ່ສ້າງເວທີປາໄສແລກປ່ຽນການຮ່ວມມືລະຫວ່າງສະພາຄວາມໝັ້ນຄົງ ແລະ ອາຊຽນ
(ພາບ: TTXVN)

ຜັນຂະຫຍາຍແນວທາງການຕ່າງປະເທດ “ຄູ່ຮ່ວມມືເພື່ອສັນຕິພາບແບບຍືນຍົງ”

       ກ້າວເຂົ້າສູ່ປີທີ 2 ຂອງອາຍຸການສະພາຄວາມໝັ້ນຄົງ ແລະ ຮັບດຳລົງຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງ ສະຫະປະຊາຊາດ, ຫວຽດນາມ ໄດ້ຜັນຂະຫຍາຍແນວທາງການຕ່າງປະເທດຢ່າງແຮງໂດຍກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກວາງອອກ, ພິເສດແມ່ນເສີມຂະຫຍາຍບົດບາດນຳໜ້າຂອງການພົວພັນຕ່າງປະເທດ, ຍູ້ແຮງ, ຍົກສູງການພົວພັນຕ່າງປະເທດຫລາຍຝ່າຍ, ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ ແລະ ກ້ວາງຂວາງ. ບົນເນື້ອໃນຈິດໃຈນັ້ນ, ດ້ວຍຖານະບົດບາດປະທານໃນເດືອນ ເມສາ 2021 ນີ້, ຫວຽດນາມ ໄດ້ຈັດຕັ້ງ, ເປັນເຈົ້າພາບ, ບັນຊາກອງປະຊຸມຂອງສະພາຄວາມໝັ້ນຄົງປະມານ 30 ຄັ້ງ, ຕາງໜ້າໃຫ້ສະພາຄວາມໝັ້ນຄົງໃນການພົວພັນກັບບັນດາປະເທດນອກສະພາຄວາມໝັ້ນຄົງ, ບັນດາອົງການຈັດຕັ້ງສະຫະປະຊາຊາດ, ບັນດາອົງການຈັດຕັ້ງສາກົນ, ສື່ມວນຊົນ, ຕາມທິດນຳຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ… ຫວຽດນາມ ໄດ້ຊຸກຍູ້ບັນດາບຸລິມະສິດ ແລະ ສ້າງຄວາມປະທັບໃຈໃນບັນດາເຫດການ, ພ້ອມທັງແມ່ນຄຳໝັ້ນສັນຍາຂອງ ຫວຽດນາມ ໃນອາຍຸການນີ້ ແມ່ນ “ຄູ່ຮ່ວມມືເພື່ອສັນຕິພາບແບບຍືນຍົງ”, ນັ້ນແມ່ນຊອກຫາວິທີເໝາະສົມ ແລະ ຍືນຍົງໃຫ້ແກ່ບັນດາການປະທະກັນ, ຊຸກຍູ້ການພົບປະເຈລະຈາ, ແກ້ໄຂການຂັດແຍ້ງໂດຍສັນຕິວິທີ, ເພີ່ມທະວີບົດບາດຂອງບັນດາອົງການຈັດຕັ້ງພາກພື້ນ. ບົດເນື້ອໃນຈິດໃຈນັ້ນ, ຫວຽດນາມ ໄດ້ເປັນເຈົ້າພາບຈັດ 3 ເຫດການທີ່ສ້າງຂີດໝາຍສຳຄັນໃນເດືອນປະທານສະພາຄວາມໝັ້ນຄົງ ດ້ວຍບັນດາຫົວເລື່ອງທີ່ມີຄວາມໝາຍ, ມີລັກສະນະສະຖານະການການເມືອງ. ໃນເດືອນ ເມສາ ນີ້, ຫວຽດນາມ ກໍ່ເປັນປະທານກອງປະຊຸມປຶກສາຫາລືເປີດຂັ້ນລັດຖະມົນຕີກ່ຽວກັບຫົວຂໍ້ “ປົກປັກຮັກສາຮາກຖານຈຳເປັນສຳລັບຊີວິດຂອງປະຊາຊົນໃນການປະທະກັນໂດຍນຳໃຊ້ອາວຸດ” ໃນວັນທີ 27 ເມສາ ດ້ວຍເນື້ອໃນປົກປ້ອງສາມັນຊົນໃນການປະທະກັນອາວຸດ.

        ມາຮອດຈຸດເວລານີ້, ຫວຽດນາມ ປະຕິບັດບົດບາດເປັນປະທານສະພາຄວາມໝັ້ນຄົງເດືອນ ເມສາ 2021 ໄດ້ເປັນຢ່າງດີ ດ້ວຍບັນດາການປະກອບສ່ວນ, ຂີດໝາຍໃໝ່. ບັນດາໝາກຜົນຕັ້ງໜ້ານີ້ໄດ້ປະກອບສ່ວນຮັກສາ ແລະ ປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ມີຄວາມສະດວກໃຫ້ແກ່ການພັດທະນາຂອງປະເທດຊາດ; ຍົກສູງອິດທິພົນເຊື່ອສຽງ, ທີ່ຕັ້ງຂອງ ຫວຽດນາມຢູ່ເວທີສາກົນ ແລະ ສືບຕໍ່ນຳການພົວພັນຮ່ວມມືຫລາຍດ້ານຂອງ ຫວຽດນາມ ກັບບັນດາປະເທດ ແລະ ຄູ່ຮ່ວມມືສຳຄັນເຂົ້າສູ່ລວງເລິກ, ແຜ່ຂະຫຍາຍ ແລະ ສະໜິດຕິດພັນການພົວພັນຕ່າງປະເທດຫລາຍຝ່າຍ ແລະ 2 ຝ່າຍຢ່າງແໜ້ນແຟ້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ