ຫວຽດນາມ ປະຕິບັດບັນດາຈຸດໝາຍກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ເປັນຢ່າງດີ

​(vovworld) - ​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ບັນລຸ​ຜົນງານສູງ ​ໃນ​ການ​ປະຕິບັດ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ - ຊາຍ, ​ຊຶ່ງ​ໄດ້​ຮັບ​ການ​ຕີ​ລາຄາຈາກ​ສະຫະ​ປະຊາ​ຊາດ ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ປະຕິບັດ​ບັນດາ​​ເປົ້າໝາຍສະຫັດ​ສະ​ວັດ. ພ້ອມ​ກັບ​ບັນດາ​ນະ​ໂຍບາຍ​ຂອງພັກ, ລັດ ​ແລະ ການ​ເຂົ້າຮ່ວມ​ຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ, ວຽດງານ​ສະ​ເໝີ​ພາບ​ລະຫວ່າງ ຍິງ - ຊາຍ​ ບັນລຸ​ໄດ້ຜົນ​ງານ​ຫລາຍ​ຢ່າງ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ວິວັດ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ. ບົດ​ຂຽນ​ຂອງບັນນາທິການ ທູ​ຮວາ ທີ່​ມີ​ຫົວ​ຂໍ້​ວ່າ “ຫວຽດນາມ ປະຕິບັດ​ບັນດາ​ຈຸດໝາຍ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ - ຊາຍ” ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ.

ຫວຽດນາມ ປະຕິບັດບັນດາຈຸດໝາຍກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ເປັນຢ່າງດີ - ảnh 1
ການໂອ້ລົມສົນທະນາກ່ຽວກັບ
​ຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ - ຊາຍ 2017
(ພາບ: TTXVN)

    ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ມີ​ຜົນງານ​ຫລາຍ​ຢ່າງ ກ່ຽວ​ກັບ​ການ​ປະຕິບັດ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ - ຊາຍ ຊຶ່ງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກສາກົນ​. ຕາມ​ຕາຕະລາງ​ຈັດ​ອັນ​ດັບ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ດັດຊະນີຄວາມ​ສະ​ເໝີ​ພາບ ລະຫວ່າງ ຍິງ - ຊາຍ (GII) ປີ 2014, ຫວຽດນາມ ຖືກຈັດ​ອັນ​ດັບ​ທີ 60/154 ປະ​ເທດ​ໃນ​ໂລກ.

        ບັນດາ​ຜົນງານ.

        ​ໃນ​ຊຸ​ມປີຜ່ານມາ, ຫວຽດນາມ ປະຕິບັດ​ຫລາຍ​ບາດ​ກ້າວ​ບຸກທະລຸກ່ຽວກັບ​ຄວາມ​ຮັບ​ຮູ້ ​ແລະ ການ​ກະທຳ, ຈາກ​ແງ່​ມູນ​ທາ​ງດ້ານ​ກົດໝາຍ, ນະ​ໂຍບາຍ​ມາ​, ຮອດພຶດຕິ​ກຳ​ຕົວ​ຈິງ ​ແລະ ​ໄດ້ບັນລຸຜົນ​ງານ​ສຳຄັນ​ຫລາຍ​ຢ່າງ​ກ່ຽວ​ກັບຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ - ຊາຍ. ຈຸ​ດພົ້ນ​ເດັ່ນ​ໃນ​ການ​ຮັບປະກັນສິດຜົນປະ​​ໂຫຍ​ດກ່ຽວ​ກັບ​ທາງເພ​ດຢູ່ ຫວຽດນາມ ​ແມ່ນ​ເລື່ອງ​ສຳ​ເລັດ​ກອບ​ກົດໝາຍ, ນະ​ໂຍບາຍ​ກ່ຽວ​ກັບຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ - ຊາຍ.  ຫວຽດນາມ ​ໄດ້​ສ້າງ ​ແລະ ປະກາດ​ໃຊ້​ບັນດາ​ເອກະສານນິຕິ​ກຳ​ທີ່​ສະ​ແດງ​ໃຫ້​ເຫັນ​ຫຼັກການ​ກ່ຽວ​ກັບຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ - ຊາຍ, ບໍ່​ຈຳ​ແນ​ກການ​ປະພຶດ​ຕາມ​​ລະບຽບ​ກົດ​ໝາຍວ່າ​ດ້ວຍຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ - ຊາຍ 2006 ​ແລະ ສົນທິສັນ​ຍາຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການລົບ​ລ້າງ​ການຈຳ​ແນ​ກ​ປະພຶດ​ຕ້ານ​ແມ່ຍິງ​ດ້ວຍ​ທຸກ​ຮູບ​ແບບ, ປະສານ​ສົມທົບຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ - ຊາຍ ​ໃນ​ການ​ກໍ່ສ້າງ ​ແລະ ປະຕິບັດ​ກົດໝາຍ​ຢູ່​ພາຍ​ໃນ​ປະ​ເທດ. ຫວຽດນາມ ກໍ່​ປະກາດ​ໃຊ້​ຍຸດ​ທະ​ສາ​ດ​ແຫ່ງ​ຊາດ​ກ່ຽວ​ກັບຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ - ຊາຍ​ໄລຍະ 2011 – 2020 ດ້ວຍ​ຈຸດໝາຍ​ຍົກ​ສູງ​ຄວາມ​ຮັບ​ຮູ້, ຮັດ​ແຄບ​ຊ່ອງ​ຫວ່າງກ່ຽວກັບ​ທາງ​ເພດ ​ແລະ ຍົກ​ສູງ​ທີ່​ຕັ້ງບົດ​ບາດ ຫວຽດນາມ ​ຂອງ​ແມ່ຍິງ; ຕັ້ງໜ້າ​ປະຕິບັດ​ບັນດາ​ຂໍ້​ລິ​ເລີ່​ມສາກົນ ​ແລະ ພາກ​ພື້ນ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ປ້ອງ​ກັນ​ສິດ​ຂອງ​ແມ່ຍິງ ​ແລະ ຕ້ານ​ການຈຳ​ແນ​ກ​ການປະພຶດສຳ​ລົບ​ແມ່ຍິງ. ​ເປົ້າໝາຍ​ສະ​ເໝີ​ພາບ​ລະຫວ່າງ ຍິງ - ຊາຍ ​ແລະ ຍົກ​ສູງ​ທີ່​ຕັ້ງ​ໃຫ້​ແກ່​ແມ່ຍິງ, ໜຶ່ງ​ໃນ​ສາມ​​ເປົ້າໝາຍ​ສະຫັດ​ສະ​ວັດ (MDG 2013), ​ຊຶ່ງ ຫວຽດນາມ ​ໄດ້​ສຳ​ເລັດ​ກ່ອນກຳນົດ​ເວລາ​ໃນ​ປີ 2015, ນຳ​ປະ​ເທດ ຫວຽດນາມ ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່ລົບ​ລ້າງຊ່ອງ​ຫວ່າງ​ທາງ​ເພດ​ໄວທີ່​ສຸດ​ໃນ​ຮອບ 20 ປີ​ຜ່ານ​ມາ​ໃນ​ໂລກ.

        ​ໂດຍກວມ​ກ່ວາ 50% ຈຳນວນປະຊາກອນ ​ແລະ ​ເກືອບ 50% ກຳລັງ​ແຮງ​ງານ​ສັງຄົມ, ​ແມ່ຍິງ ຫວຽດນາມ ນັບ​ມື້​ນັບ​ເຂົ້າ​ຮ່ວມ​​​ໃນທຸກ​ການ​ເຄື່ອ​ນ​ໄຫວ​ຢູ່​ປະຊາ​ຄົມ​ຢ່າງ​ເລິກ​ເຊິ່ງ. ອັດຕາ​ແມ່ຍິງ​ເຂົ້າ​ຮ່ວມ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 (2016 - 2021) ບັນລຸ 26,8% ນຳ​ປະ​ເທດ ຫວຽດນາມ ນອນ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ອັດຕາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ​ສູງ​ຢູ່​ໃນ​ພາກ​ພື້ນ ​ແລະ ສາກົນ. ​ແມ່​ຍິງ ​ໄດ້ດຳລົງ​​ໃນ​ຫລາຍ​ຕຳ​ແໜ່​ງ ​ຫຼັກ​ແຫຼ່ງຂອງ​ປະ​ເທດ​ຄື: ກຳມະການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ, ຮອງ​ປະທາ​ນສະພາ​ແຫ່ງ​ຊາດ, ຮອງ​ປະທານ​ປະ​ເທດ, ລັດຖະມົນຕີ, ຮອງ​ລັດຖະມົນຕີ. ຢູ່​ບັນດາ​ທ້ອງ​ຖິ່ນ, ​ແມ່ຍິງ​ຫລາຍ​ຄົນ​ໄດ້​ຮັກສາ​ບົດ​ບາດ​ຫຼັກ​ແຫຼ່ງຢູ່​ທຸກ​ຂັ້ນ, ທຸກຂະ​ແໜງ​ການ, ປະກອບສ່ວນ​ແກ້​ໄຂ​ບັນດາ​ບັນຫາ​ສຳຄັນ. ອັດຕາ​ນັກທຸລະກິດ​ຍິງ​ເປັນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ໄດ້​ເພີ່ມ​ຂຶ້ນ, ພິ​ເສດ​​ໃນ​ຂົງ​ເຂດ​ການ​ສຶກສາ, ສາທາລະນະສຸກ, ສົ່ງ​ເສີມ​ສຸຂະພາບ​ປະຊາຊົນ. ບົດບາດ​ຂອງ​ແມ່ຍິງ​ຊາວເຜົ່າ​ສ່ວນ​ໜ້ອຍ​ນັບ​ມື້​ນັບ​ໄດ້​ຮັບ​ການ​​ເສີມຂະຫຍາຍ.

​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ເປົ້າ​ໝາຍ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ

     ບົດ​ລາຍ​ງານ​ແຫ່ງ​ຊາດ​ຂອງ​ຫວຽດ​ນາມ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສິດ​ທິ​ມະ​ນຸດ​ຕາມ​ກົນ​ໄກ​ສຳຫຼວດກວດ​ກາ​ປະ​ຈຳ​ໄລ​ຍະ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ ສ.ປ.ຊ ຊຶ່ງ​ຫວຽດ​ນາມ​ເປັນ​ສະ​ມາ​ຊິກ​ໃນ​ໄລ​ຍະ 2014-2016 ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ ແລະ ຄວາມ​ກ້າວ​ໜ້າ​ຂອງ​ແມ່​ຍິງ​ຫວຽດ​ນາມ​ໄດ້​ສຸມ​ໃສ່​ຜັນ​ຂະ​ຫຍາຍ​ຢູ່​ບັນ​ດາ​ເຂດ ແລະ ຂົງ​ເຂດ​ທີ່​ຂາດຄວາມ​ສະ​ເໝີ​ພາບ​ ແລະ ມີ​ໄພ​ອັນ​ຕະ​ລາຍ​ພາ​ໄປ​ເຖິງ​ຄວາມຂາດສະ​ເໝີ​ພາບ​ຢ່າງ​ສູງ. ສິ່ງນີ້​ໄດ້​ປະ​ກອບ​ສ່ວນ​ສະ​ກັດ​ກັ້ນ, ຍູ້​ຖອຍ​ສະ​ພາບ​ຄ້າ​ຂາຍ​ແມ່​ຍິງ ແລະ ການ​ໃຊ້​ຄວາມ​ຮຸ​ນ​ແຮງໃນ​ຄອບ​ຄົວ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ແມ່​ຍິງ​ໄດ້​ຮ່ຳ​ຮຽນ, ຍົກ​ສູງ​ລະ​ດັບ​ຄວາມ​ຮູ້, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງໜ້າ​ທີ່ວຽກ​ງານ. ລັດ​ຖະ​ບານ​ກໍ​ຍັງ​ຜັນ​ຂະ​ຫຍາຍ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ກໍ​ຄື​ການ​ຮ່ວມ​ມື​ສາ​ກົນ ແນ​ໃສ່​ຜ່ານ​ຜ່າ​ບັນ​ດາ​ສິ່ງທ້າ​ທາຍຢ່າງ​ໃຫຍ່ຫຼວງ​ທີ່​ກ່ຽວ​ຂ້ອງ​ເຖິງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ, ລົບ​ລ້າງການ​ໃຊ້​ຄວາມ​ຮຸ​ນ​ແຮງ​ລະ​ຫວ່າງ​ຍິງ-ຊາຍ ແລະ ການ​ໃຊ້​ຄວາມ​ຮຸ​ນ​ແຮງໃນ​ຄອບ​ຄົວ, ຮັດ​ແຄບ​ຄວາມ​ແຕກ​ໂຕ່ນ​ກັນ​ທາງ​ດ້ານ​ວຽກ​ເຮັດ​ງານ​ທຳ, ລາຍ​ຮັບ, ຖາ​ນະ​ບົດ​ບາດ​ໃນ​ສັງ​ຄົມ…ໄດ້​ມີຫຼາຍ​ຮູບ​ແບບ​ຊຸກ​ຍູ້​ການ​ປະ​ຕິບ​ັດ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ ແລະ ຍົກ​ສູງ​ສິດ​ອຳ​ນາດ​ໃຫ້​ແກ່​ແມ່​ຍິງ​ຊຶ່ງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ບັນ​ດາ​ຂະ​ແໜງ​ການ, ຂັ້ນ​ຕ່າງໆ​ໃນ​ໄລ​ຍະ​ທີ່​​ຜ່ານ​ມາ. ​ສຳ​ລັບບັນ​ດາ​ມາດ​ຕະ​ການ​ຍົກ​ສູງ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍນີ້, ຫວຽດ​ນາມສືບ​ຕໍ່ສຸມ​ໃສ່​ຜັນ​ຂະ​ຫຍາຍ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

     ພ້ອມ​ກັນ​ນັ້ນ, ຫວຽດ​ນາມ​ກໍ​ວາງ​ເປົ້າ​ໝາຍ​ຍົກ​ສູງ​ອັດ​ຕາ​ແມ່​ຍິງ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ເຂົ້າ​ຮ່ວ​ມ​ໃນ​ຄະ​ນະ​ນຳ​ຂັ້ນ​ຕ່າງໆ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳລົງ​ຊີ​ວິດ ແລະ ທັກ​ສະ, ລະ​ດັບ​ຄວາມ​ຮູ້​ຂອງ ແມ່​ຍິງ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​. ລັດ​ຖະ​ບານ​ກໍ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສ້າງ​ໂອ​ກາດ​ໃຫ້​ແກ່​ແມ່​ຍິງ​ມີ​ວຽກ​ເຮັດ​ງານ​ທຳ​ດ້ວຍ​ລາຍ​ຮັບ​ສູງ, ເພີ່ມ​ທະ​ວີ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ໃຫ້​ແກ່​ແມ່​ຍິງ​ແຕ່ລະ​ຄົນ, ແຕ່​ລະ​ຄອບ​ຄົວ ແລະ ທົ່ວ​ທັງ​ສັງ​ຄົມ. ຫວຽດ​ນາມຍ​ນັງ​ຈະ​ສືບ​ຕໍ່​ໂຄ​ສະ​ນາ​ເຜີຍ​ແຜ່​ເພື່ອ​ເພີ່ມ​ທະ​ວີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ, ແນ​ໃສ່​ເຮັດ​ໃຫ້​ປ່ຽນ​ແປງ​ທ່າ​ທີ ແລະ ແນວ​ຄິດ​ກ່ຽວ​ກັບ​ຍິງ -ຊາຍຊຶ່ງ​ເຄີຍ​ແມ່ນ​ອະ​ຄະ​ຕິ​ໃນ​ສັງ​ຄົມ, ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ​ໃນ​ການ​ແກ້​ໄຂ​ບັນ​ຫາ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ, ພິ​ເສດ​ແມ່ນ​ບັນ​ດາ​ກຸ່ມ​ດ້ອຍ​ໂອ​ກາດ ແລະ ໃນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ຄື: ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ວຽກ​ເຮັດ​ງານ​ທຳ./.


ຕອບກັບ

ຂ່າວ/ບົດ​ອື່ນ