ຫວຽດ​ນາມ ພວມ​ປະ​ຕິ​ບັດ​ບົດ​ບາດ​ຊຸກ​ຍູ້​ການ​ຫັນ​ປ່ຽນ​ລະ​ບົບ​ທັນ​ຍາ​ຫານ, ອາ​ຫານ​ທົ່ວ​ໂລກ​ເປ​ັນ​ຢ່າງ​ດີ

(VOVWORLD) -  ວັນທີ 27 ເມສາ, ກອງປະຊຸມຄັ້ງທີ 4 ລະບົບທັນຍາຫານ, ອາຫານແບບຍືນຍົງ - ເຄືອຂ່າຍໜ່ວຍໂລກດຽວຂອງ ສປຊ ໄດ້ອັດລົງຢູ່ ຮ່າໂນ້ຍ, ພາຍຫຼັງການປະຊຸມທີ່ດຳເນີນເປັນເວລາ 4 ວັນ (24  27 ເມສາ). ບັນດາບົດຮຽນປະສົບການຂອງ ຫວຽດນາມ ໃນວິວັດການຫັນປ່ຽນລະບົບທັນຍາຫານ, ອາຫານ ໄດ້ຮັບການຕີລາຄາສູງຈາກບັນດາອົງການຈັດຕັ້ງສາກົນ, ເຂົາເຈົ້າຖືວ່າ ຫວຽດນາມ ພວມປະຕິບັດບົດບາດຫັນປ່ຽນລະບົບທັນຍາຫານ, ອາຫານທົ່ວໂລກເປັນຢ່າງດີ.

ຫວຽດ​ນາມ ພວມ​ປະ​ຕິ​ບັດ​ບົດ​ບາດ​ຊຸກ​ຍູ້​ການ​ຫັນ​ປ່ຽນ​ລະ​ບົບ​ທັນ​ຍາ​ຫານ, ອາ​ຫານ​ທົ່ວ​ໂລກ​ເປ​ັນ​ຢ່າງ​ດີ - ảnh 1ກອງປະຊຸມຄັ້ງທີ 4 ລະບົບທັນຍາຫານ, ອາຫານແບບຍືນຍົງ - ເຄືອຂ່າຍໜ່ວຍໂລກດຽວຂອງ ສປຊ (ພາບ:qdnd.vn)

ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດບັນລຸຜົນສຳເລັດໃຫຍ່ຫຼວງກ່ຽວກັບການຜະລິດກະສິກຳ. ຈາກປະເທດນຳເຂົ້າທັນຍາຫານ, ຫວຽດນາມ ໄດ້ກາຍເປັນປະເທດມີຄວາມເປັນເຈົ້າຕົນເອງກ່ຽວກັບທັນຍາຫານ ແລະ ແມ່ນໜຶ່ງໃນບັນດາປະເທດສົ່ງອອກທັນຍາຫານແຖວໜ້າໂລກ. ປັດຈຸບັນ, ຫວຽດນາມ ພວມຕັ້ງໜ້າຜັນຂະຫຍາຍການຫັນປ່ຽນລະບົບທັນຍາຫານ, ອາຫານເພື່ອແນໃສ່ຮັບປະກັນການພັດທະນາແບບຍືນຍົງ.

ເປັນເຈົ້າໃນການໃນການຫັນປ່ຽນລະບົບທັນຍາຫານ, ອາຫານ

ຕາມທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລມິງຮວານແລ້ວ, ພື້ນຖານກະສິກຳ ຫວຽດນາມ ພວມປະເຊີນໜ້າຕໍ່ການຜັນແປໃຫຍ່ 3 ຢ່າງນັ້ນແມ່ນ: ການປ່ຽນແປງຂອງດິນຟ້າອາກາດ, ການຜັນປ່ຽນຂອງຕະຫຼາດ ແລະ ຫັນປ່ຽນ ຂອງທ່າອ່ຽງຊົມໃຊ້ ເຖິງຢ່າງໃດກໍ່ຕາມ, ຂະແໜງກະສິກຳ ຫວຽດນາມ ມີຄວາມເປັນເຈົ້າການຕໍ່ການປ່ຽນແປງນີ້. ຫວຽດນາມ ມີຍຸດທະສາດສັງລວມໃນກະສິກຳເພື່ອຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນເທື່ອລະກ້າວ. ຫວ່າງມໍ່ໆມານີ້, ວັນທີ 28 ເມສາທີ່ຜ່ານມາ, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ແຜນການກະທຳແຫ່ງຊາດຫັນປ່ຽນລະບົບທັນຍາຫານ, ອາຫານຢ່າງໂປງໄສ, ມີຄວາມຮັບຜິດຊອບ ແລະ ຍືນຍົງຮອດປີ 2030”. ແຜນການເພື່ອແນໃສ່ຫັນປ່ຽນລະບົບທັນຍາຫານ, ອາຫານນັບແຕ່ການຜະລິດ, ປຸ່ງແຕ່ງ, ຈຳໜ່າຍຕະຫຼອດຮອດການຊົມໃຊ້ຢ່າງໂປງໄສ, ມີຄວາມຮັບຜິດຊອບ ແລະ ຍືນຍົງ, ຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຮັບປະກັນສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ປະກອບສ່ວນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ຫວຽດນາມ ແລະ ການເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບຕໍ່ໂລກ.

ຕາມທ່ານລັດຖະມົນຕີແລ້ວ, ເພື່ອຜັນຂະຫຍາຍແຜນການນີ້, ຫວຽດນາມ ຈະຕີລາຄາ ແລະ ສຳເລັດກົນໄກ, ນະໂຍບາຍ, ບັນດາຂັ້ນຕອນ, ມາດຖານ, ຂັ້ນຕອນໃຫ້ແກ່ການຜະລິດ, ປຸ່ງແຕງ ແລະ ການບໍລິໂພກທັນຍາຫານ, ອາຫານຕາມທິດໂປງໄສ, ມີຄວາມຮັບຜິດຊອບ ແລະ ຍືນຍົງ, ມຸ່ງໄປເຖິງພື້ນຖານກະສິກຳສີຂຽວ. ທ່ານລັດຖະມົນຕີ ເລມິງຮວານຢັ້ງຢືນວ່າ:

ກະຊວງກະສິກຳພວມຜັນຂະຫຍາຍແຜນການກະທຳເພື່ອປະຕິບັດຍຸດທະສາດພັດທະນາກະສິກຳ, ຊົນນະບົດຍືນຍົງ ໃຫ້ປະກົດຜົນເປັນຈິງ, ໃນນັ້ນ ພວກເຮົາໄດ້ເຕື້ອງເຖິງທ່າອ່ຽງຈະກາຍເປັນ ສູນກ່ຽວກັບການຫັນປ່ຽນລະບົບທັນຍາຫານ, ອາຫານຂອງພາກພື້ນ. ນັ້ນແມ່ນພື້ນຖານເພື່ອ ຫວຽດນາມ ຮຽກຮ້ອງການຮ່ວມມືຂອງບັນດາອົງການຈັດຕັ້ງສາກົນ, ບັນດາຜູ້ອຸປະຖຳ, ບັນດາສຳນັກການເງິນ ພ້ອມກັບ ຫວຽດນາມ ຫັນປ່ຽນພື້ນຖານກະສິກຳໃຫ້ເໝາະສົມກັບທ່າອ່ຽງໃໝ່.

ຫວຽດ​ນາມ ພວມ​ປະ​ຕິ​ບັດ​ບົດ​ບາດ​ຊຸກ​ຍູ້​ການ​ຫັນ​ປ່ຽນ​ລະ​ບົບ​ທັນ​ຍາ​ຫານ, ອາ​ຫານ​ທົ່ວ​ໂລກ​ເປ​ັນ​ຢ່າງ​ດີ - ảnh 2ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ (ພາບ: TTXVN)

ໄປຄຽງຄູ່ກັບແຜນການກະທຳແຫ່ງຊາດກ່ຽວກັບການຫັນປ່ຽນລະບົບທັນຍາຫານ, ອາຫານຢ່າງໂປງໄສ, ມີຄວາມຮັບຜິດຊອບ ແລະ ຍືນຍົງຮອດປີ 2030, ຫວຽດນາມ ກໍ່ຊຸກຍູ້ການຜັນຂະຫຍາຍຄຳໝັ້ນສັນຍາການປ່ອຍອາພິດລົງລະດັບ 0 ໃນປີ 2050 ແລະ ສອງຄຳໝັ້ນສັນຍາຕ່າງໆ ທີ່ມີສ່ວນກ່ຽວຂ້ອງຢ່າງແໜ້ນແຟ້ນກັບຂະແໜງກະສິກຳ. ທ່ານລັດຖະມົນຕີເລມິງຮວານໃຫ້ຮູ້ວ່າ:

ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາຮອດປີ 2050 ແມ່ນ Net – Zero” (ໝາຍເຖິງການປ່ອຍອາພິດລົງລະດັບ 0) ຫວຽດນາມ ໃຫ້ຄຳໝັ້ນສັນຍາແມ່ນພື້ນຖານກະສິກຳທີ່ມີຄວາມຮັບຜິດຊອບ, ຍືນຍົງ, ພວກເຮົາໄດ້ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ, ເຂົ້າຮ່ວມລະບົບສະໜອງທັນຍາຫານ, ອາຫານທົ່ວໂລກ. ບັນດາສານນີ້ຈະໄດ້ຫັນປ່ຽນດ້ວຍບັນດາການກະທຳທີ່ລະອຽດ, ດ້ວຍຄວາມຮັບຜິດຊອບຂອງຜູ້ຜະລິດ, ຂອງປະຊາຊົນ ແລະ ວິສາຫະກິດ.

ຫວຽດນາມ ພວມກ້າວເດີນຖືກທິດ

ດ້ວຍການກຳນົດທິດໂດຍຫວຽດນາມ ແບ່ງປັນ, ຢູ່ນອກກອງປະຊຸທົ່ວໂລກ ຄັ້ງທີ 4 ລະບົບທັນຍາຫານ, ອາຫານແບບຍືນຍົງ, ຜູ້ຕາງໜ້າບາງອົງການຈັດຕັ້ງສາກົນ ຖືວ່າ ຫວຽດນາມ ພວມປະຕິບັດບົດບາດຊຸກຍູ້ການຫັນປ່ຽນລະບົບທັນຍາຫານ, ອາຫານເປັນຢ່າງດີ. ທ່ານ Gunther Beger,ຜູ້ອຳນວຍການຝ່າຍບໍລິຫານອົງການພັດທະນາອຸດສາຫະກຳ ສປຊ (UNIDO),  ຕີລາຄາ ຫວຽດນາມ ມີການພັດທະນາທີ່ເປັນໜ້າຊື່ນຊົມ ໃນຂົງເຂດຜະລິດທັນຍາຫານ, ອາຫານ, ພິເສດແມ່ນໃນການປຸ່ງແຕ່ງອາຫານ. ເຖິງຢ່າງໃດກໍ່ຕາມ, ຂັ້ນຕອນການພັດທະນາຜະລິດນີ້ກໍ່ມີຜົນຕາມມາຕໍ່ສິ່ງແວດລ້ອມ. ເພາະສະນັ້ນ, ເລື່ອງ ຫວຽດນາມ ຫັນປ່ຽນລະບົບທັນຍາຫານ, ອາຫານຕາມທິດຍືນຍົງກ່ວາເກົ່າ, ມຸ່ງໄປເຖິງພື້ນຖານກະສິກຳສີຂຽວ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ.

ທ່ານນາງ Corinna Hawkes ຜູ້ອຳນວຍການລະບົບອາຫານ ແລະ ຄວາມປອດໄພດ້ານ ອາຫານ ຂອງ ອົງການທັນຍາຫານ ແລະ ການກະເສດ ສປຊ (FAO) ຕີລາຄາວ່າ ກອງປະຊຸມຄັ້ງນີ້ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ ໄດ້ສະແດງໃຫ້ເຫັນບົດບາດຂອງ ຫວຽດນາມ ໃນການຫັນປ່ຽນຕາມທິດຍືນຍົງ, ຈາກນັ້ນ ຫວຽດນາມ ອາດຈະແບ່ງປັນບົດຮຽນປະສົບການຂອງຕົນກັບ ໂລກ ແລະ ກົງກັນຂ້າມ, ບັນດາປະເທດອາດຈະຮ່ຳຮຽນເຊິ່ງກັນແລະກັນ ເພື່ອປະຕິບັດຄວາມມານະພະຍາຍາມນີ້.

ເລື່ອງຫັນປ່ຽນລະບົບທັນຍາຫານ, ອາຫານສວມບົດບາດສຳຄັນທີ່ສຸດໃນຄວາມມານະພະຍາຍາມເພື່ອແນໃສ່ບັນລຸໄດ້ທັງໝົດ 17 ເປົ້າໝາຍພັດທະນາແບບຍືນຍົງ (SDGs) ໃນປີ 2030 ຂອງ ສປຊ. ດ້ວຍບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາ ແລະ ບັນດາແຜນການຈະໄດ້ຮັບການຜັນຂະຫຍາຍພ້ອມກັບໝາກຜົນຂອງກອງປະຊຸມທົ່ວໂລກຄັ້ງທີ 4, ຫວຽດນາມ ຍິ່ງສະແດງໃຫ້ເຫັນຢ່າງຈະແຈ້ງບົດບາດໃນການຊຸກຍູ້ການຫັນປ່ຽນລະບົບທັນຍາຫານ, ອາຫານທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ