ຫວຽດນາມ ພວມມານະພະຍາຍາມພ້ອມກັບປະຊາຄົມສາກົນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ພາຍຫຼັງ COP 26, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ສ້າງຕັ້ງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍການປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມ
ຫວຽດນາມ ພວມມານະພະຍາຍາມພ້ອມກັບປະຊາຄົມສາກົນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ
(ພາບ: TTXVN)

ຫວຽດນາມ ພວມຜັນຂະຫຍາຍການເຄື່ອນໄຫວລະອຽດຫຼາຍຢ່າງ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ພາຍຫຼັງກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ຢູ່ ອັງກິດ (ເດືອນພະຈິກ 2021). ນີ້ແມ່ນບາດກ້າວທີ່ເໝາະສົມເພື່ອແນໃສ່ຫັນເປົ້າໝາຍພັດທະນາປະເທດໃຫ້ປະກົດຜົນເປັນຈິງ ຕາມທິດປະສົມກົມກຽວ, ຍືນຍົງ, ຮອບດ້ານ. ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ກໍ່ໄດ້ຮັບການຕີລາຄາສູງຈາກຫາງສຽງສາກົນ.

ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນການປ່ອຍອາຍພິດກາກບອນ, ພັດທະນາແບບຍືນຍົງ ແມ່ນທ່າອ່ຽງທີ່ບໍ່ອາດຕ່າວປິ້ນໄດ້. ນີ້ແມ່ນບັນຫາທົ່ວໂລກ, ສົ່ງຜົນສະທ້ອນເຖິງປະຊາຊົນໝົດທຸກຄົນ. ລັດຖະບານ ຫວຽດນາມ ກຳນົດວ່າ ໃນທຸກການເຄື່ອນໄຫວຕ້ອງຖືປະຊາຊົນເປັນເປົ້າໝາຍ, ແມ່ນກຳລັງໜູນ, ແມ່ນໃຈກາງ, ແມ່ນເຈົ້າກຳເພື່ອປະຕິບັດ.

ບັນດາການກະທຳລະອຽດ

ພາຍຫຼັງ COP 26, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ສ້າງຕັ້ງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍການປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມ; ປະກາດໃຊ້ຂໍ້ກຳນົດການເຄື່ອນໄຫວຂອງຄະນະຊີ້ນຳ. ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ສ້າງຕັ້ງໜ່ວຍປະຕິບັດງານຊ່ວຍວຽກໃຫ້ຄະນະຊີ້ນຳ ພ້ອມກັບຂໍ້ກຳນົດການເຮັດວຽກຂອງໜ່ວຍປະຕິບັດງານ. ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 1 ຄະນະຊີ້ນຳ (ໃນກາງເດືອນ ມັງກອນ 2022), ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ:

“ເມື່ອປະຕິບັດວຽກງານກໍ່ຕ້ອງມີປະສິດທິຜົນ. ປະສິດທິຜົນນຳມາໃຫ້ປະຊາຊົນ, ໃຫ້ແກ່ປະເທດຊາດ. ຖືຂັ້ນຮາກຖານເປັນພື້ນຖານເພື່ອໃຫ້ພວກເຮົາຜັນຂະຫຍາຍບັນດາລາຍການ. ຕ້ອງສົມທົບກັນຢ່າງປະສົມກົມກຽວລະຫວ່າງການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ລະດົມກຳລັງແຮງສັງລວມຂອງທັງລະບົບການເມືອງ, ລະດັບແຫຼ່ງກຳລັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ແຫຼ່ງກຳລັງຂອງລັດ ແລະ ເອກະຊົນ ພວກເຮົາຈຶ່ງສາມາດປະຕິບັດໄດ້”.

ລັດຖະບານ ຫວຽດນາມ ກໍ່ໄດ້ສຳຫຼວດກວດກາ, ປັບປຸງບັນດາຍຸດທະສາດ, ການວາງແຜນ, ແຜນການທີ່ກ່ຽວຂ້ອງໃຫ້ເໝາະສົມກັບເປົ້າໝາຍການປ່ອຍອາຍພິດລົງເປັນ “0” ໃນປີ 2050; ເພີ່ມທະວີກຳລັງຄວາມສາມາດຜັນຂະຫຍາຍຂໍ້ຕົກລົງປາຣີ ແລະ ບັນດາຄຳໝັ້ນສັນຍາຂອງ COP 26.  ຫວຽດນາມ ສ້າງແຜນການຫັນປ່ຽນຈາກໄຟຟ້າຖ່ານຫີນໄປສູ່ພະລັງງານສະອາດ; ສ້າງຄວາມສະດວກໃຫ້ແກ່ບັນດານັກລົງທຶນເຂົ້າມາ ຫວຽດນາມ ຜັນຂະຫຍາຍໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາພະລັງງານຜະລິດຄືນໃໝ່…

ຫວຽດນາມ ກໍ່ພວມຍູ້ແຮງການສ້າງຮ່າງຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຮອດປີ 2050. ເມື່ອທຽບໃສ່ຍຸດທະສາດກ່ອນນີ້ ແມ່ນພຽງສຸມໃສ່ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ມາດຖານກຳນົດບັນດາການຫຼຸດຜ່ອນໃນຄັ້ງນີ້ແມ່ນອີງໃສ່ທ່າອ່ຽງພັດທະນາເສດຖະກິດ - ສັງຄົມແຫ່ງຊາດ, ຈາກບັນດາຂະແໜງ/ຂົງເຂດລະອຽດທີ່ມີຄວາມສາມາດບົ່ມຊ້ອນເພື່ອຫຼຸດຜ່ອນ, ເຊິ່ງໄດ້ມີການຄິດໄລ່ເຖິງບັນດາຄວາມສ່ຽງ, ສິ່ງທ້າທາຍ, ຄວາມສາມາດບົ່ມຊ້ອນ ແລະ ບຸລິມະສິດນຳໃຊ້ເຕັກໂນໂລຊີທີ່ມີຢູ່ແລ້ວ, ຄາດວ່າ ຢູ່ທັງພາຍໃນປະເທດ ແລະ ສາກົນ.

ຮ່ວມເດີນທາງພ້ອມກັບປະຊາຄົມສາກົນ

ນັບແຕ່ປີ 2022 ມາຮອດປະຈຸບັນ, ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນສາກົນຫຼາຍຄະນະ, ສິ່ງດັ່ງກ່າວເປັນການພິສູດໃຫ້ເຫັນຢ່າງມີຊີວິດຊີວາສຳລັບຄວາມສົນໃຈເປັນພິເສດຂອງປະຊາຄົມສາກົນທີ່ມີຕໍ່ ຫວຽດນາມ ພາຍຫຼັງກອງປະຊຸມ COP 26.

ໂດຍມີຄວາມປະທັບໃຈໃນຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອປະຕິບັດຄຳໝັ້ນສັນຍາ COP 26, ທ່ານ Alok Sharma, ລັດຖະມົນຕີ, ປະທານ COP 26 ຖືວ່າ ບັນດາກາລະໂອກາດທີ່ໃຫຍ່ຫຼວງຢູ່ ຫວຽດນາມ ເມື່ອ ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ, ແຕ່ກໍ່ແມ່ນປະເທດມີຄວາມສ່ຽງຢ່າງໃຫຍ່ຫຼວງຈາກການປ່ຽນແປງຂອງດິນຟ້າອາກາດ. ທ່ານລັດຖະມົນຕີ, ປະທານ COP26 Alok Sharma ຖືວ່າ:

“ການປ່ຽນແປງຂອງດິນຟ້າອາກາດແມ່ນບໍ່ຈຳແນກປະເທດໃດ. ຍ້ອນເຫດນັ້ນ, ດ້ວຍແຜນການທີ່ວ່າ ຖ້າຫາກໜ່ວຍໂລກອຸ່ນຂຶ້ນ 2 ອົງສາ C ຕື່ມອີກ, ເຂດທົ່ງພຽງແມ່ນ້ຳຂອງຕອນທາງພາກໃຕ້ ຫວຽດນາມ ກໍ່ຖືກຜົນສະທ້ອນ 40%. ແລະ ເປັນອັນວ່າ, ການປ່ຽນແປງຂອງດິນຟ້າອາກາດນັ້ນຈະສົ່ງຜົນສະທ້ອນເຖິງປະຊາຊົນ 17 ລ້ານຄົນ, ພ້ອມທັງສ້າງຄວາມເສຍຫາຍທາງດ້ານເສດຖະກິດຕື່ມອີກ. ພວກຂ້າພະເຈົ້າໄດ້ເຫັນດີ ແລະ ມີຄວາມເບີກບ່ານມ່ວນຊື່ນເມື່ອ ຫວຽດນາມ ແບ່ງປັນກ່ຽວກັບອັດຕາຂອງກຳລັງພະລັງງານຜະລິດຄືນໃໝ່ຈະກາຍເປັນແຫຼ່ງພະລັງງານຕົ້ນຕໍຂອງ ຫວຽດນາມ”.

ທ່ານ John Kerry, ທູດພິເສດຂອງທ່ານປະທານາທິບໍດີອາເມລິກາ, ໃນການຢ້ຽມຢາມ ຫວຽດນາມ ຫວ່າງມໍ່ໆມານີ້, ກໍຕີລາຄາວ່າ ຫວຽດນາມ ໄດ້ວາງອອກບັນດາຄຳໝັ້ນສັນຍາສຳຄັນ. ອາເມລິກາ ລໍຖ້າເພື່ອສາມາດຮ່ວມມືກັບ ຫວຽດນາມ ແລະ ໜູນຊ່ວຍ ຫວຽດນາມ ປະຕິບັດວິວັດການຫັນປ່ຽນດັ່ງກ່າວ.

ເລື່ອງ ຫວຽດນາມ ເປັນເຈົ້າການ, ຕັ້ງໜ້າຜັນຂະຫຍາຍບັນດາມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດເປັນການສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບຂອງ ຫວຽດນາມ ທີ່ມີຕໍ່ປະຊາຄົມສາກົນ. ສິ່ງດັ່ງກ່າວກໍ່ປະກອບສ່ວນຫັນເປົ້າໝາຍພັດທະນາຂອງ ຫວຽດນາມ ໃຫ້ປະກົດຜົນເປັນຈິງ ຕາມທິດປະສົມກົມກຽວ, ຍືນຍົງ, ຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ