ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ໃຫ້​ແກ່​ປີ​ເປັນ​ປະທານ ອາຊຽນ

(VOVWORLD) -ນັບແຕ່ວັນທີ 1 ມັງກອນ 2020 ເປັນຕົ້ນໄປ, ຫວຽດນາມ ໄດ້ດໍາລົງຕໍາແໜ່່ງເປັນປະທານ ອາຊຽນ ຢ່າງເປັນທາງການ. ນັບແຕ່ນີ້ ຈົນຮອດວັນທີ 31 ທັນວາ 2020, ດ້ວຍຖານະບົດບາດເປັນປະທານ, ຫວຽດນາມຈະປະສານງານ ແລະ ຈັດຕັ້ງເຫດການນ້ອຍ, ໃຫຍ່ໃນຂົງເຂດການເມືອງ, ການຕ່າງປະເທດ, ເສດຖະກິດ, ປ້ອງກັນຊາດ ຕະຫຼອດຮອດ ວັດທະນະທໍາ - ສັງຄົມຫຼາຍກວ່າ 300 ເຫດການ. ເຖິງວ່າ ປະລິມານວຽກງານທີ່ຫຼວງຫຼາຍປານໃດກໍຕາມ ແຕ່ຫວຽດນາມ ໄດ້ກຽມພ້ອມໃຫ້ແກ່ປີເປັນປະທານ ອາຊຽນ ທີ່ເຕັມໄປດ້ວຍຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບ.
ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ໃຫ້​ແກ່​ປີ​ເປັນ​ປະທານ ອາຊຽນ - ảnh 1(ພາບປະກອບ: chinhphu.vn) 

        ດ້ວຍຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ພ້ອມດ້ວຍບຸລິມະສິດ 5 ປະການໃນອາຍຸການຂອງຕົນ, ຫວຽດນາມ ໄດ້ກະກຽມຢ່າງລອບຄອບຖີ່ຖ້ວນ ໃຫ້ແກ່ ອາຍຸການເປັນປະທານ ທີ່ຂະຫຍັນຂັນເຄື່ອນ ດ້ວຍການຈັດຕັ້ງການເຄື່ອນໄຫວຫຼາຍຢ່າງໃນທຸກຂົງເຂດ.

        ບຸລິມະສິດ 5 ຂໍ້ ແລະ ການເຄື່ອນໄຫວ 300 ຢ່າງ

        ອາດເວົ້າໄດ້ວ່າ, ປະລິມານວຽກງານ ເຊິ່ງຫວຽດນາມ ຈະແບກຫາບໃນຖານະເປັນ ປະທານ ອາຊຽນໃນປີ 2020 ແມ່ນໜັກໜ່ວງທີ່ສຸດ, ນັບທັງດ້ານເນື້ອໃນ ແລະ ວຽກງານຈັດຕັ້ງ, ພິທີການ ແລະ ການໂຄສະນາເຜີຍແຜ່. ພາຍໃຕ້ຫົວຂໍ້ລຸລ່ວງ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື”, ຫວຽດນາມຈະຊຸກຍູ້ບຸລິມະສິດ 5 ຂໍ້ ແລະ ນີ້ກໍແມ່ນ 5 ປັດໄຈທີ່ຈໍາເປັນເພື່ອກໍ່ສ້າງປະຊາຄົມສະໜິດຕິດພັນ ແລະ ເປັນເຈົ້າການຮັບມື. ນັ້ນແມ່ນຄວາມສາມັກຄີ ແລະ ຄວາມເປັນເອກະພາບ; ຊຸກຍູ້ການຮ່ວມສໍາພັນ ແລະ ເຊື່ອມຕໍ່ກັບພາກພື້ນ, ຍົກສູງກໍາລັງຄວາມສາມາດໃນການຮັບມື ແລະ ຍາດແຍ່ງກາລະໂອກາດຂອງການປະຕິວັດອຸດສາຫະກໍາ 4.0; ຊຸກຍູ້ສະຕິໃນການປະກອບສ່ວນໃຫ້ປະຊາຄົມ, ສ້າງສັນບັນດາຄຸນຄ່າລວມຂອງ ອາຊຽນ ແລະ ເຜີຍແຜ່ເຖິງປະຊາຊົນຢ່າງກວ້າງຂວາງ; ຍູ້ແຮງການພົວພັນລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື; ຍົກສູງກໍາລັງຄວາມສາມາດໃນການຮັບມື ແລະ ປະສິດທິຜົນການເຄື່ອນໄຫວຂອງກົງຈັກການຈັດຕັ້ງ ອາຊຽນ.

        ບົນພື້ນຖານກໍານົດໄດ້ຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ດັ່ງກ່າວ, ຫວຽດນາມ ໄດ້ເລີ່ມຜັນຂະຫຍາຍວຽກງານກະກຽມໃຫ້ແກ່ ອາຍຸການເປັນປະທານ ອາຊຽນ 2020 ແຕ່ດົນແລ້ວ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ, ເລຂາທິການໃຫຍ່ ຄະນະກໍາມະການແຫ່ງຊາດ ອາຊຽນ ຫວຽດນາມ 2020, ຢັ້ງຢືນວ່າ:

        “ປະລິມານວຽກງານແມ່ນຫຼາຍທີ່ສຸດ, ສະນັ້ນ ວຽກງານການກະກຽມກໍມີຂອບຂະໜາດໃຫຍ່ ແລະ ຕ້ອງປະຕິບັດກ່ອນ. ກ່ຽວກັບກົງຈັກການຈັດຕັ້ງ, ແຕ່ທ້າຍປີ 2018, ຄະນະກໍາມະການແຫ່ງຊາດ ອາຊຽນ ໄດ້ຮັບການສ້າງຕັ້ງ ແລະ ພວກເຮົາໄດ້ກໍານົດເອົາຫົວຂໍ້, ຈຸດສຸມບຸລິມະສິດ ກໍຄືບັນດາຂໍ້ລິເລີ່ມໃຫ້ແກ່ທັງປີ. ສໍາລັບບັນດາວຽກງານອື່ນໆຄື ວຽກງານໂຄສະນາເຜີຍແຜ່ວັດທະນະທໍາ ພວກເຮົາກໍໄດ້ສ້າງແຜນຮ່າງໄວ້, ວຽກງານພິທີການ, ປ້ອງກັນຄວາມສະຫງົບປອດໄພ, ສາທາລະນະສຸກ, ພະລາທິການ ລ້ວນແຕ່ໄດ້ຂຶ້ນແຜນເປັນລະອຽດ ເພື່ອຮັບປະກັນວ່າ ພວກເຮົາຈະຈັດຕັ້ງປີເປັນປະທານ ອາຊຽນ 2020 ໄດ້ເປັນຢ່າງດີ ດ້ວຍຄວາມລອບຄອບຖີ່ຖ້ວນສູງສຸດ”.

        ໃນປີເປັນປະທານ ອາຊຽນ 2020, ຫວຽດນາມ ໄດ້ເປັນເຈົ້າພາບໃນການປະສານງານ,ຈັດຕັ້ງກອງປະຊຸມ ແລະ ການເຄື່ອນໄຫວທີ່ແຕກຕ່າງກັນ ປະມານ 300 ເຫດການ, ໃນນັ້ນສໍາຄັນທີ່ສຸດແມ່ນ 2 ກອງປະຊຸມຂັ້ນສູງທີ່ຈະດໍາເນີນໃນເດືອນ ເມສາ ແລະ ເດືອນ ພະຈິກ 2020 . ນອກຈາກນັ້ນ, ຍັງມີກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ອາຊຽນ ຄັ້ງທີ 41 ເຊິ່ງຈະດໍາເນີນໃນເດືອນສິງຫາ ຢູ່ ກວ໋າງນິງ ແລະ ກອງປະຊຸມຂັ້ນລັດຖະມົນຕີຫຼາຍກວ່າ 20 ກອງປະຊຸມ. ຜ່ານມາ, ຫວຽດນາມກໍຈັດຕັ້ງສໍາເລັດກອງປະຊຸມທໍາອິດ ນັ້ນແມ່ນ ກອງປະຊຸມລັດຖະມົນຕີການຕ່າງປະເທດວົງແຄບ ອາຊຽນ ຢູ່ ຍາຈາງ (ແຂວງແຄ໊ງຮວ່າ). 

ຕັດສິນໃຈຢ່າງສູງສຸດເພື່ອສຳເລັດໜ້າທີ່ໃນປີເປັນປະທານອາຊຽນ 2020

        ປີ 2020 ແມ່ນປີພິເສດຂອງ ອາຊຽນ ແລະ ຫວຽດນາມ. ສຳລັບ ອາຊຽນ, ປີ 2020 ແມ່ນ ປີສະເຫຼີມສະຫຼອງວັນສ້າງຕັ້ງປະຊາຄົມອາຊຽນຄົບຮອບ 5 ປີ, ເປັນຂີດໝາຍແຫ່ງການສຳຫຼວດກວດກາກາງໄລຍະ ການຜັນຂະຫຍາຍການສ້າງປະຊາຄົມອາຊຽນ 2015 – 2020, ເຮັດສຳເລັດການຜັນຂະຫຍາຍບັນດາແຜນການກະທຳລະຫວ່າງ ອາຊຽນກັບບັນດາຄູ່ຮ່ວມມື. ເມື່ອ ດຳລົງຕຳແໜ່ງເປັນປະທານອາຊຽນ 2020, ຫວຽດນາມທັງມີຄວາມຮັບຜິດຊອບ ທັງມີກາລະໂອກາດ. ບົດບາດຄວາມຮັບຜິດຊອບແມ່ນ ຕ້ອງເຮັດແນວໃດ ເພື່ອຮັກສາໄດ້ທ່າພັດທະນາຂອງ ອາຊຽນ. ບັນດາຜົນສຳເລັດທີ່ ອາຊຽນ ບັນລຸໄດ້ ຫວຽດນາມ ຕ້ອງຜັນຂະຫຍາຍ, ຊຸກຍູ້ເພື່ອສ້າງປະຊາຄົມໃຫ້ໝັ້ນຄົງເຂັ້ມແຂງກ່ວາອີກ. ພ້ອມທັງ, ສິ່ງທີ່ສຳຄັນທີ່ສຸດ ແມ່ນ ຫວຽດນາມ ຕ້ອງເປັນເຈົ້າພາທາງເພື່ອ ໃຫ້ອາຊຽນບໍ່ພຽງແຕ່ມີຄວາມເຂັ້ມແຂງທາງດ້ານພາຍໃນເທົ່ານັ້ນ ຫາກຍັງຕ້ອງເພີ່ມທະວີອິດທິພົນຊື່ສຽງ, ບົດບາດໃນພາກພື້ນ, ປະກອບສ່ວນເຂົ້າວິວັດທະນາການພັດທະນາລວມກໍ່ຄືຄວາມສົນໃຈຂອງທົ່ວໂລກ.

        ໃນຕະຫຼອດ 25 ປີທີ່ເຂົ້າຮ່ວມອາຊຽນ, ຫວຽດນາມຍາມໃດກໍ່ແມ່ນປະເທດສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ມີການປະກອບສ່ວນສຳຄັນຫຼາຍຢ່າງສຳລັບວິວັດການພັດທະນາອາຊຽນ. ປີ 2010, ເຊິ່ງເປັນຄັ້ງທຳອິດດຳລົງຕຳແໜ່ງເປັນປະທານອາຊຽນ, ຫວຽດນາມໄດ້ປະສານງານກຸ່ມ ອາຊຽນໃຫ້ປະສົບຜົນສຳເລັດໃນບັນດາຂົງເຂດທັງໝົດ, ໄດ້ຮັບການຕີລາຄາສູງຈາກບັນດາປະເທດສະມາຊິກ ແລະ ບັນດາຄູ່ຮ່ວມມື. ໃນຄັ້ງທີ 2 ດຳລົງຕຳແໜ່ງເປັນປະທານອາຊຽນໃນປີ 2020, ຫວຽດນາມຈະສືບຕໍ່ເສີມຂະຫຍາຍບັນດາຜົນສຳເລັດເຊີ່ງ ອາຊຽນບັນລຸໄດ້, ຊຸກຍູ້ການຮ່ວມມືພາຍໃນ ແລະ ຍົກສູງທີ່ຕັ້ງບົດບາດຂອງອາຊຽນກັບພາຍນອກ. ທ່ານ ຮອງລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ຫງວຽນກ໊ວກຢຸງ, ເລຂາທິການໃຫຍ່ຄະນະກຳມະການແຫ່ງຊາດ ອາຊຽນ ຫວຽດນາມ 2020, ໝັ້ນໃຈເນັ້ນໜັກວ່າ:

        ພາຍຫຼັງ 10ປີ, ຫວຽດນາມ ໄດ້ເຕີບໃຫຍ່ຫຼາຍພໍສົມຄວນ, ນັບທັງທີ່ຕັ້ງໃນໂລກ, ສິ່ງພິເສດອີກອັນໜຶ່ງແມ່ນ ຫວຽດນາມ ໄດ້ມີບົດຮຽນປະສົບການເພື່ອຈັດຕັ້ງກອງປະຊຸມຄືແນວນີ້. ອິດທິພົນຊື່ສຽງຂອງ ຫວຽດນາມ ນັບມື້ນັບໄດ້ສູງຂຶ້ນ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ແລະໄດ້ຮັບການສະໜັບສະໜູນຈາກບັນດາປະເທດໃນພາກພື້ນ ກໍ່ຄືໃນທົ່ວໂລກ.

        ສຳລັບ ຫວຽດນາມ, ອາຍຸການປະທານອາຊຽນບໍ່ພຽງແຕ່ກ່ຽວກັບດ້ານວິຊາການເທົ່ານັ້ນ ຫາກຍັງແມ່ນກຳລັງຄວາມສາມາດໃນການຈັດຕັ້ງອີກດ້ວຍ. ດ້ວຍບັນດາບົດຮຽນປະສົບການທີ່ມີຢູ່ແລ້ວ ແລະ ຈິດໃຈມານະພະຍາຍາມ, ຫວຽດນາມພ້ອມແລ້ວທີ່ຈະສະແດງກຳລັງແຮງ ແລະ ເສີມຂະຫຍາຍບົດບາດເປັນເຈົ້າພາທາງຂອງ ຕົນ, ມີຄວາມຕັດສິນໃຈ ແລະ ບຸລິມະສິດສູງທີ່ສຸດເພື່ອແນໃສ່ປະຕິບັດສຳເລັດໜ້າທີ່ສຳຄັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ