ຫວຽດນາມ ມີຄວາມເອກອ້າງທະນົງໃຈແມ່ນສະມາຊິກຕັ້ງໜ້າໃນປະຊາຄົມ ຝລັ່ງ ໂກໂຟນີ

(VOVWORLD) -ການພົວພັນລະຫວ່າງ ຫວຽດນາມ ແລະ ປະຊາຄົມ ຝລັ່ງ ໂກໂຟນີ ນັບມື້ນັບໄດ້ຮັບການປັບປຸງ. ຍາມໃດ ຫວຽດນາມ ກໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການເຄື່ອນໄຫວລວມຂອງປະຊາຄົມ.
ຫວຽດນາມ ມີຄວາມເອກອ້າງທະນົງໃຈແມ່ນສະມາຊິກຕັ້ງໜ້າໃນປະຊາຄົມ ຝລັ່ງ ໂກໂຟນີ - ảnh 1ຫວຽດນາມ ເຂົ້າເປັນສະມາຊິກຂອງ OIF ໃນປີ 1979
(ພາບປະກອບ)

        ວັນທີ 20 ມີນາ, ຜູ້ເວົ້າພາສາ ຝລັ່ງ ກວ່າ 1,2 ຕື້ຄົນໃນທົ່ວໂລກ ຄຳນັບຊົມເຊີຍເຫດການ 53 ປີແຫ່ງວັນສ້າງຕັ້ງອົງການ ຝລັ່ງ ໂກໂຟນີສາກົນ (OIF) (1970 - 2023). ນັບແຕ່ເມື່ອເຂົ້າເປັນສະມາຊິກອົງການຮ່ວມມືພັດທະນາ ແລະ ເຕັກນິກ (ACCT - ຕົ້ນກຳເນີດຂອງ OIF) ໃນປີ 1979, ການພົວພັນລະຫວ່າງ ຫວຽດນາມ ແລະ ປະຊາຄົມ ຝລັ່ງ ໂກໂຟນີ ນັບມື້ນັບໄດ້ຮັບການປັບປຸງ. ຍາມໃດ ຫວຽດນາມ ກໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການເຄື່ອນໄຫວລວມຂອງປະຊາຄົມ.

        ພາຍຫຼັງສ້າງຕັ້ງ ແລະ ພັດທະນາມາເປັນເວລາ 53 ປີ, ປະຊາຄົມ ຝລັ່ງ ໂກໂຟນີ ໄດ້ກາຍເປັນອົງການການເມືອງ - ເສດຖະກິດ - ວັດທະນະທຳເປັນຫຼາຍຮູບຫຼາຍສີ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຮັກສາສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງຂອງໂລກ. ມາຮອດປະຈຸບັນ, ປະຊາຄົມ ຝລັ່ງ ໂກໂຟນີ ໄດ້ກາຍເປັນຊາຍຄາລວມຂອງ 88 ປະເທດສະມາຊິກ ແລະ ນັກສັງເກດການ, ປະກົດຢູ່ 5 ທະວີບໃນໂລກ. ດ້ວຍຍອດພົນລະເມືອງປະມານ 1,2 ຕື້ຄົນ, ປະຊາຄົມ ຝລັ່ງ ໂກໂຟນີ ກວມເອົາເກືອບ 20% ມູນຄ່າການແລກປ່ຽນການຄ້າ ແລະ 16% ຍອດຜະລິດຕະພັນພາຍໃນ (GDP) ຂອງໂລກ.

ປະຕູຍົກລະດັບບົດບາດ, ທີ່ຕັ້ງຂອງ ຫວຽດນາມ

        ນັບແຕ່ເມື່ອ ຫວຽດນາມ ເຂົ້າເປັນສະມາຊິກຂອງ OIF ໃນປີ 1979, ການພົວພັນລະຫວ່າງ ຫວຽດນາມ ແລະ ປະຊາຄົມ ຝລັ່ງ ໂກໂຟນີ ນັບມື້ນັບໄດ້ຮັບການປັບປຸງ. OIF ໄດ້ກາຍເປັນພື້ນຖານເພື່ອໃຫ້ ຫວຽດນາມ ມີກາລະໂອກາດເຕີບໂຕ ແລະ ເຊື່ອມໂຍງສາກົນຫຼາຍກວ່າ. ຍາມໃດ ຫວຽດນາມ ກໍ່ມານະພະຍາຍາມເພື່ອຊຸກຍູ້ການພົວພັນຮ່ວມມືກັບປະຊາຄົມ ຝລັ່ງ ໂກໂຟນີ; ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມ, ສວມບົດບາດແກ່ນສານຂອງຂະບວນການໃຊ້ພາສາ ຝລັ່ງ ຢູ່ພາກພື້ນ ອາຊີ - ປາຊີຟິກ.

        ຫວຽດນາມ ມີຫຼາຍຂໍ້ລິເລີ່ມເພື່ອຊຸກຍູ້ການຮ່ວມມື ແລະ ເພີ່ມທະວີການໂອ້ລົມສົນທະນາລະຫວ່າງບັນດາປະເທດສະມາຊິກໃນປະຊາຄົມ. ເລື່ອງການນຳຂັ້ນສູງ ຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມຂັ້ນສູງນຳໃຊ້ໃຊ້ພາສາ ຝລັ່ງ ເປັນການສະແດງໃຫ້ເຫັນເລື່ອງຖືການຮ່ວມມືກັບປະຊາຄົມ ຝລັ່ງ ໂກໂຟນີເປັນສຳຄັນ. ດ້ວຍເລື່ອງຈັດສຳເລັດກອງປະຊຸມຂັ້ນສູງປະຊາຄົມໃຊ້ພາສາ ຝລັ່ງ ຄັ້ງທີ 7 ໃນປີ 1997, ຢູ່ ຮ່າໂນ້ຍ, ຫວຽດນາມ ກໍ່ປະກອບສ່ວນສຳຄັນເຂົ້າໃນລະບອບລະບຽບການເຄື່ອນໄຫວດ້ານການເມືອງ, ຍົກສູງການຮ່ວມມືດ້ານເສດຖະກິດພ້ອມດ່ຽວກັນກັບບັນດາຂົງເຂດການເມືອງ, ວັດທະນະທຳ, ພາສາສາດຂອງ OIF.

        ພ້ອມກັນນັ້ນ, ຫວຽດນາມ ກໍ່ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງໃຫ້ດຳລົງຕຳແໜ່ງສຳຄັນເປັນຫຼາຍຄັ້ງ. ປະຊາຄົມ ຝລັ່ງ ໂກໂຟນີກໍ່ສະແດງໃຫ້ເຫັນເລື່ອງຖືເປັນສຳຄັນ, ຈັດສົ່ງຄະນະຜູ້ແທນຂັ້ນສູງມາຢ້ຽມຢາມ ຫວຽດນາມ ເປັນປະຈຳ. ໃນການຢ້ຽມຢາມ ຫວຽດນາມ ເມື່ອເດືອນ ທັນວາ 2019, ທ່ານເລຂາທິການໃຫຍ່ອົງການ ຝລັ່ງ ໂກໂຟນີສາກົນ Louise Mushikiwabo ໄດ້ຢືນຢັນເປັນພິເສດຄວາມສຳຄັນ ແລະ ບົດບາດຕັ້ງໜ້າຂອງ ຫວຽດນາມ ຕໍ່ປະຊາຄົມ ຝລັ່ງ ໂກໂຟນີ.

ຜົນງານຮ່ວມມືຫຼາຍຢ່າງ

        ໃນໄລຍະຜ່ານມາ, OIF ແລະ ບັນດາອົງການປະຕິບັດ ໄດ້ສົມທົບກັບບາງປະເທດສະມາຊິກນຳໃຊ້ພາສາ ຝລັ່ງ ປະຕິບັດຫຼາຍໂຄງການຢູ່ ຫວຽດນາມ ທີ່ຂຶ້ນກັບຫຼາຍຂົງເຂດ, ຄື: ການສຶກສາບຳລຸງສ້າງພາສາ ຝລັ່ງ, ການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ເສດຖະກິດ, ການຄ້າ, ການຢາ, ວິທະຍາສາດພື້ນຖານ, ກົດໝາຍ… ຫວຽດນາມ ກໍ່ມີການພົວພັນຮ່ວມມືດ້ານເສດຖະກິດກັບຫຼາຍປະເທດສະມາຊິກໃນປະຊາຄົມ ຝລັ່ງ ໂກໂຟນີ ຢ່າງແໜ້ນແຟ້ນ. ມີຫຼາຍປະເທດທີ່ນຳໃຊ້ພາສາ ຝລັ່ງ ຢູ່ ອາຟະລິກາ ຖື ຫວຽດນາມ ແມ່ນແບບຢ່າງບັນລຸຜົນສຳເລັດໃນວຽການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດ - ສັງຄົມ ແລະ ເຊື່ອມໂຍງເຂົ້າກັບສາກົນ, ປາດຖະໜາຢາກສືບຕໍ່ເພີ່ມທະວີການພົວພັນກັບ ຫວຽດນາມ, ກາຍເປັນຄູ່ຮ່ວມມືເສດຖະກິດ, ການຄ້າສຳຄັນຂອງ ຫວຽດນາມ. ໃນຊຸມປີມໍ່ໆມານີ້, ການແລກປ່ຽນການຄ້າລະຫວ່າງ ຫວຽດນາມ ແລະ ບັນດາປະເທດທີ່ນຳໃຊ້ພາສາ ຝລັ່ງ ໄດ້ຮັບການຮັກສາເປັນປົກກະຕິ ແລະ ຮັບຮູ້ການເຕີບໂຕຢ່າງຕໍ່ເນື່ອງ. ໂດຍບໍ່ຫົວຊາຕໍ່ສິ່ງທ້າທາຍຍ້ອນໂລກລະບາດໂຄວິດ-19, ການແລກປ່ຽນການຄ້າລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກ OIF ບັນລຸການເຕີບໂຕທີ່ໜ້າປະທັບໃຈໃນປີ 2021, ດ້ວຍວົງເງິນສົ່ງອອກ - ນຳເຂົ້າບັນລຸເກືອບ 33 ຕື້ USD.

        ທີ່ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ, ທີ່ຈັດຂຶ້ນໃນວັນທີ 08 ກັນຍາ 2020, ເປັນຄັ້ງທຳອິດໄດ້ປຶກສາຫາລືເປີດກ່ຽວກັບການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ອົງການສາກົນໃຊ້ພາສາ ຝລັ່ງ, ຫວຽດນາມ ດ້ວຍຖານະເປັນກຳມະການບໍ່ຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຍົກອອກບາງຂໍ້ລິເລີ່ມຄື: ການສ້າງເຄືອຂ່າຍ ຝລັ່ງ ໂກໂຟນີ ແບ່ງປັນບົດຮຽນປະຕິບັດບັນດາໂຄງການຂອງສະຫະປະຊາຊາດ ຢູ່ ອາຟະລິກາ, ເພີ່ມທະວີການຮ່ວມມື 3 ຝ່າຍ ສະຫະປະຊາຊາດ - ອົງການ ຝລັ່ງ ໂກໂຟນີ ສາກົນ ແລະ ສະຫະພັນ ອາຟະລິກາ (AU) ໃນການແກ້ໄຂການປະທະກັນ.

        ໂດຍຜັນຂະຫຍາຍແນວທາງການຕ່າງປະເທດຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ໃນໄລຍະ 44 ປີທີ່ຜ່ານມາ ນັບແຕ່ເຂົ້າເປັນສະມາຊິກ, ຍາມໃດ ຫວຽດນາມ ກໍ່ແມ່ນສະມາຊິກທີ່ມີການປະກອບສ່ວນຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ການພັດທະນາຂອງປະຊາຄົມ ຝລັ່ງ ໂກໂຟນີ. ບົນພື້ນຖານຢ່າງໝັ້ນແກ່ນເຊິ່ງ 2 ຝ່າຍໄດ້ເພີ່ມພູນຄູນສ້າງນັ້ນ, ຫວຽດນາມ ແລະ ປະຊາຄົມໃຊ້ພາສາ ຝລັ່ງ ຈະສືບຕໍ່ສ້າງການຮ່ວມມື, ຄູ່ຮ່ວມມືຢ່າງມີປະສິດທິຜົນ, ຍືນຍົງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ