ຫວຽດນາມ ມີຫົວຄິດປະດິດສ້າງ ແລະ ປັບຕົວໃຫ້ແທດເໝາະກັບການບໍລິຫານໃນປີປະທານ ອາຊຽນ 2020

(VOVWORLD) - ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM-53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ໄຂຂຶ້ນໃນວັນທີ 09 ກັນຍາ ຢູ່ ຮ່າໂນ້ຍ. ນີ້ແມ່ນບັນດາກອງປະຊຸມທີ່ມີຄວາມສຳຄັນທີ່ສຸດໃນປີປະທານ ອາຊຽນ 2020 ຂອງ ຫວຽດນາມ. 

        ໂດຍສືບທອດບັນດາຄວາມມານະພະຍາຍາມນັບແຕ່ຕົ້ນປີ ໃນສະພາບການໂລກລະບາດໂຄວິດ-19 ກໍ່ຜົນກະທົບຢ່າງໃຫຍ່ຫລວງຕໍ່ໂຄງການດຳເນີນງານ ແລະ ການເຄື່ອນໄຫວຂອງ ອາຊຽນ, ຫວຽດນາມ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ບັນດາກອງປະຊຸມຄັ້ງນີ້ບັນລຸປະສິດທິຜົນສູງສຸດ.

ຫວຽດນາມ ມີຫົວຄິດປະດິດສ້າງ ແລະ ປັບຕົວໃຫ້ແທດເໝາະກັບການບໍລິຫານໃນປີປະທານ ອາຊຽນ 2020 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ປະທານ ອາຊຽນ 2020 ກ່າວຄຳເຫັນໄຂກອງປະຊຸມ. ພາບ: TTXVN

        AMM-53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງມີການເຂົ້າຮ່ວມຂອງ 27 ຄະນະຜູ້ແທນ (ລວມມີບັນດາປະເທດສະມາຊິກ ອາຊຽນ, ບັນດາປະເທດຄູ່ຮ່ວມມື ແລະ ນັກສັງເກດການ ອາຊຽນ) ທີ່ມາຈາກ 4 ທະວີບໃນໂລກ. ໄປຄຽງຄູ່ກັບບັນດາເນື້ອໃນຕົ້ນຕໍຂອງກອງປະຊຸມ ຄືສຳຫລວດກວດຄືນສະພາບການຮ່ວມມື ແລະ ສ້າງປະຊາຄົມ ອາຊຽນ, ຜັນຂະຫຍາຍບຸລິມະສິດຂໍ້ລິເລີ່ມໃຫຍ່ ເຊິ່ງໄດ້ຮັບການເຫັນດີເປັນເອກະພາບໃຫ້ປີ 2020, ການຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ-19, AMM-53 ຍັງຜັນຂະຫຍາຍບາງເນື້ອໃນອື່ນໆ ຄືພິຈາລະນາການສ້າງຕັ້ງສາຍພົວພັນກັບບັນດາຄູ່ຮ່ວມມືໃໝ່, ຊຸກຍູ້ບົດບາດຂອງແມ່ຍິງສຳລັບສັນຕິພາບ ແລະ ຄວາມໝັ້ນຄົງແບບຍືນຍົງ, ສິດທິມະນຸດ, ພັດທະນາອະນຸພາກພື້ນ…

ພ້ອມກັບ ອາຊຽນ ສ້າງຕັ້ງການພົວພັນກັບບັນດາຄູ່ຮ່ວມມືໃໝ່

        ກ່ວາ 52 ປີຜ່ານມາ, ທີ່ຕັ້ງ, ບົດບາດຂອງ ອາຊຽນ ນັບມື້ນັບສູງຂຶ້ນ, ພວມໄດ້ຮັບຄວາມສົນໃຈຫລາຍ ແລະ ໄດ້ສະເໜີໃຫ້ສ້າງຕັ້ງການພົວພັນຄູ່ຮ່ວມມືກັບ ອາຊຽນ ຢູ່ບາງລະດັບຄື ການພົວພັນຄູ່ຮ່ວມເຈລະຈາຄົບຖ້ວນ; ການພົວພັນຄູ່ຮ່ວມເຈລະຈາກ່ຽວກັບບັນດາຂົງເຂດ ແລະ ການພົວພັນຄູ່ຮ່ວມມືພັດທະນາ. ນີ້ແມ່ນເນື້ອໃນໜຶ່ງທີ່ກອງປະຊຸມຄັ້ງນີ້ຈະພິຈາລະນາ. ທ່ານ ຫງວຽນກວກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        “ປະຈຸບັນ, ອາຊຽນ ພວມໄດ້ຮັບຄຳສະເໜີໃຫ້ເປັນຄູ່ຮ່ວມມືຢູ່ທັງ 3 ລະດັບການພົວພັນ. ໃນມໍ່ໆມານີ້ ລາຊະອານາຈັກອັງກິດ ສະເໜີໃຫ້ເປັນຄູ່ຮ່ວມເຈລະຈາຄົບຖ້ວນຂອງ ອາຊຽນ. ອາຊຽນ ພວມພິຈາລະນາການພົວພັນຄູ່ຮ່ວມເຈລະຈາກ່ຽວກັບບັນດາຂົງເຂດກັບ ມາລົກ, ສະຫະລັດອາຣັບເອມີເຣັດ ແລະ ບາງປະເທດອື່ນ. ມີບາງປະເທດກໍ່ພວມສະເໜີຢາກເຂົ້າເປັນສະມາຊິກສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC). ບັນດາຄຳສະເໜີທັງໝົດເຫຼົ່ານັ້ນ ອາຊຽນ ພວມພິຈາລະນາ, ຕີລາຄາຄູ່ຮ່ວມມື, ຜົນປະໂຫຍດຂອງ 2 ຝ່າຍ ເມື່ອກາຍເປັນຄູ່ຮ່ວມມືຂອງກັນແລະກັນ.

        ໂລກລະບາດໂຄວິດ-19 ພວມເຮັດໃຫ້ບັນດາປະເທດໃນກຸ່ມ ອາຊຽນ ຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍ, ກ່ອນອື່ນໝົດແມ່ນການຕັດຕອນຂອງລະບົບສະໜອງ. ສະນັ້ນ, ການຟື້ນຟູເສດຖະກິດຫລັງໂຄວິດ-19 ກໍ່ແມ່ນບຸລິມະສິດຂອງ ອາຊຽນ. ອາຊຽນ ພວມຕັ້ງໜ້າສ້າງກອບແຜນຟື້ນຟູສັງລວມຫລັງໂຄວິດ-19. ພ້ອມກັນນັ້ນ ແມ່ນຊຸກຍູ້ບາດກ້າວຄືບໜ້າໃນການເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ຢືນຢັນວ່າ:

        “ການເຊັນສັນຍາ RCEP ແມ່ນໜຶ່ງໃນບັນດາບຸລິມະສິດຂອງ ອາຊຽນ ໃນປີນີ້. ດ້ວຍຖານະເປັນປະທານ ອາຊຽນ 2020, ຫວຽດນາມ ສູ້ຊົນເພື່ອຊຸກຍູ້ການເຊັນສັນຍາດັ່ງກ່າວໃນທ້າຍປີນີ້. ຜ່ານມາ, ກອງປະຊຸມຂອງບັນດາລັດຖະມົນຕີເສດຖະກິດ RCEP ກໍ່ບັນລຸໄດ້ບາງຂໍ້ຕົກລົງລະຫວ່າງບັນດາປະເທດ. ຫວຽດນາມ ຫວັງວ່າ ໃນບັນດາກອງປະຊຸມຂັ້ນລັດຖະມົນຕີ, ເນືື້ອໃນຕ່າງໆຂອງສັນຍາ RCEP ຈະສຳເລັດ ແລະ ຈະໄດ້ກວດກາຄືນໃໝ່ເພື່ອລົງນາມ.

ບັນດາຂໍ້ລິເລີ່ມ, ຮັກສາທ່າຮ່ວມມືຂອງ ອາຊຽນ

        ເຖິງວ່າການເຄື່ອນໄຫວຮ່ວມມືຂອງ ອາຊຽນ ຖືກຜົນສະທ້ອນຫລາຍຢ່າງຍ້ອນການກະທົບຂອງໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ເມື່ອຫວນຄືນທັງຂະບວນວິວັດນັບແຕ່ຕົ້ນປີມາຮອດປະຈຸບັນ, ຫວຽດນາມ ໄດ້ ແລະ ພວມພະຍາຍາມປະຕິບັດໜ້າທີ່ເປັນປະທານ ອາຊຽນ ໃຫ້ສຳເລັດຢູ່ໃນລະດັບສູງສຸດ. ຫວຽດນາມ ໄດ້ສະເໜີຫລາຍຂໍ້ລິເລີ່ມ, ຮັກສາ ແລະ ຊຸກຍູ້ການຮ່ວມມືທັງໃນການປ້ອງກັນ, ສະກັດກັ້ນໂລກລະບາດ ກໍ່ຄືການກໍ່ສ້າງປະຊາຄົມ, ຍູ້ແຮງການພົວພັນຄູ່ຮ່ວມມືຂອງ ອາຊຽນ, ປັບປຸງບົດບາດເປັນໃຈກາງຂອງ ອາຊຽນ. ຕີລາຄາກ່ຽວກັບບົດບາດຂອງ ຫວຽດນາມ, ການນຳຫລາຍປະເທດກໍ່ຄືຫາງສຽງສາກົນ ລ້ວນແຕ່ມີຂໍ້ສັງເກດລວມວ່າ ຫວຽດນາມ ໄດ້ສຳເລັດໜ້າທີ່ປະທານ ອາຊຽນ ໃນຊຸມເດືອນຜ່ານມາໄດ້ເປັນຢ່າງດີ.

        ໃນຂອບເຂດກອງປະຊຸມຄັ້ງນີ້, ຫວຽດນາມ ເປັນປະທານບັນດາກອງປະຊຸມສະພາປະສານງານ ອາຊຽນ (ACC) ກ່ຽວກັບການພັດທະນາອະນຸພາກພື້ນ, ການພົບປະເຈລະຈາຂອງລັດຖະມົນຕີການຕ່າງປະເທດ ອາຊຽນ ກ່ຽວກັບການຊຸກຍູ້ບົດບາດຂອງແມ່ຍິງສຳລັບສັນຕິພາບ ແລະ ຄວາມໝັ້ນຄົງແບບຍືນຍົງ, ການພົບປະເຈລະຈາລະຫວ່າງບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ແລະ ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR).

        ໃນປະຫວັດສາດ 53 ປີທີ່ຍືນຍົງຄົງຕົວ ແລະ ພັດທະນາຂອງ ອາຊຽນ, ເປັນຄັ້ງທຳອິດທີ່ ອາຊຽນ ຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍຢ່າງຮ້າຍແຮງຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ. ເຖິງຢ່າງໃດກໍ່ຕາມ, ໃນຄວາມຫຍຸ້ງຍາກນັ້ນ ຫວຽດນາມ ອີກຄັ້ງໜຶ່ງໄດ້ຢັ້ງຢືນບົດບາດນຳໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງປະເທດປະທານໝູນວຽນໃນປີ 2020 ນີ້. ບັນດາກອງປະຊຸມຄັ້ງນີ້ ແມ່ນການສືບທອດບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ດ້ວຍຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ຮັກສາທ່າຮ່ວມມືໃນ ອາຊຽນ ./.

ຕອບກັບ

ຂ່າວ/ບົດ​ອື່ນ