ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ ແກ້​ໄຂ​ບັນ​ຫາ​ບັດ​ເຫຼືອງ IUU

(VOVWORLD) - ຄາດວ່າໃນໄລຍະຈະມາເຖິງ, ຄະນະນັກກວດກາ ຂອງ ຄະນະກຳມະການເອີລົບ (EC) ມາຫວຽດນາມ, ດຳເນີນການກວດກາຄັ້ງທີ 5 ກ່ຽວກັບການປະຕິບັດຕາມບັນດາຂໍ້ກຳນົດກ່ຽວກັບການຕ້ານການຂຸດຄົ້ນຜິດກົດໝາຍ, ບໍ່ລາຍການ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU). ການກວດກາຄັ້ງທີ 5 ນີ້ ໄດ້ຮັບຖືວ່າ ແມ່ນຈຸດເວລາຕັດສິນຊີ້ຂາດ ເພື່ອໃຫ້ ຫວຽດນາມ ແກ້ໄຂບັນຫາບັດເຫຼືອງ ສິນໃນນ້ຳ. ດັ່ງນັ້ນ, ໃນໄລຍະຜ່ານມາ, ລັດຖະບານ, ບັນດາກະຊວງຂະແໜງການ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງຂອງ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍມາດຕະການ ເພື່ອແນໃສ່ປະຕິບັດວຽກງານຕ້ານ IUU ຢ່າງແທ້ຈິງ ດ້ວຍເປົ້າໝາຍແກ້ໄຂບັນຫາບັດເຫຼືອງໃນການກວດກາຄັ້ງນີ້.

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ ແກ້​ໄຂ​ບັນ​ຫາ​ບັດ​ເຫຼືອງ IUU - ảnh 1ພາບປະກອບ: Vietnam+

ໃນການກວດກາຄັ້ງທີ 4 (ເດືອນເມສາປີ 2023), ຄະນະນັກກວດກາ EC ໄດ້ຮັບຮູ້, ຕີລາຄາສູງຄວາມມານະພະຍາຍາມຕ້ານການຂຸດຄົ້ນ IUU ຂອງ ຫວຽດນາມ ເມື່ອ ບັນດາຂໍ້ສະເໜີໃນການກວດກາຄັ້ງກ່ອນ ໄດ້ແກ້ໄຂ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າ.

ຜັນຂະຫຍາຍຫຼາຍມາດຕະການ, ສ້າງການຫັນປ່ຽນຢ່າງຕັ້ງໜ້າ

ນັບແຕ່ການກວດກາຄັ້ງທີ 4 ຂອງ EC ກ່ຽວກັບ IUU ມາຮອດປັດຈຸບັນ, 28 ແຂວງ, ນະຄອນຢູ່ແຄມທະເລທັງໝົດ ຂອງ ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍຫຼາຍມາດຕະການເພື່ອແນໃສ່ແກ້ໄຂບັນດາຂໍ້ສະເໜີຂອງ EC. ຈຸດສຸມແມ່ນຄວບຄຸມກອງກຳປັ່ນເປັນຢ່າງດີ, ຮັກສາການເຊື່ອມຕໍ່ກັບເຄື່ອງອຸປະກອນຕິດຕາມກວດກາການເດີນທາງ (VMS), ຄວບຄຸມສະມັດຕະພາບສິນໃນນ້ຳຜ່ານທ່າກຳປັ່ນ ເປັນຢ່າງດີ, ປະຕິບັດການສຳຫຼວດກວດກາ, ສ້າງບັນຊີລາຍຊື່ທ່າກຳປັ່ນຫາປາ; ຍູ້ແຮງການໂຄສະນາເຜີຍແຜ່, ຝືກອົບຮົມບັນດາຂໍ້ກຳນົດກົດໝາຍຕ້ານການຂຸດຄົ້ນ IUU ໃຫ້ແກ່ປະຊາຄົມຊາວປະມົງ, ເປັນຕົ້ນແມ່ນຍົກສູງຄວາມຮັບຮູ້ຂອງເຈົ້າຂອງກຳປັ່ນຫາປາ, ກາບຕັນ ບໍ່ລະເມີດ IUU; ໃຫ້ຊາວປະມົງເຊັນຄຳໝັ້ນສັນຍາບໍ່ລະເມີດບັນດາຂໍ້ກຳນົດເມື່ອຫາປາໃນທະເລ… ພ້ອມກັນນັ້ນ, ບັນດາທ້ອງຖິ່ນ ກໍ່ຍູ້ແຮງການປັບໄໝບັນດາການກະທຳລະເມີດການຂຸດຄົ້ນ IUU.

ດັ່ງນັ້ນ, ໃນໄລຍະຜ່ານມາ, ຈຳນວນກຳປັ່ນລະເມີດການຂຸດຄົ້ນສິນໃນນ້ຳເຂດທະເລຕ່າງປະເທດ ຢູ່ບັນດາທ້ອງຖິ່ນຫຼຸດລົງຫຼາຍພໍສົມຄວນ. ພິເສດ, ນັບແຕ່ຕົ້ນປີມາຮອດປັດຈຸບັນ, ແຂວງກຽນຢາງ ເຊິ່ງແມ່ນໜຶ່ງໃນບັນດາທ້ອງຖິ່ນ ມີກອງກຳປັ່ນໃຫຍ່ທີ່ສຸດໃນທົ່ວປະເທດ ບໍ່ພົບເຫັນກຳປັ່ນລະເມີດການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ. ສິ່ງນີ້ສະແດງໃຫ້ເຫັນວ່າ ຊາວປະມົງນັບມື້ນັບມີສະຕິໃນການປະຕິບັດບັນດາຂໍ້ກຳນົດ IUU. ຊາວປະມົງ ຫງວຽນວັນຢຸງ ໃຫ້ຮູ້ວ່າ:

ຂ້າພະເຈົ້າໄດ້ຕັກເຕືອນອ້າຍນ້ອງຕ້ອງປະຕິບັດຢ່າງຖືກຕ້ອງຕາມຂໍ້ກຳນົດຂອງ ລັດ ແລະ ການໂຄສະນາເຜີຍແຜ່ຂອງບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບ ຢ່າງເປັນປະຈຳ. ເມື່ອໄປຫາປາ, ກຳປັ່ນຫາປາຕ້ອງຮັບປະກັນບໍ່ໄດ້ຫາປາຢູ່ເຂດໃກ້ກັບທະເລຕາງປະເທດ ເຊິ່ງລັດກຳນົດ, ເຄື່ອງຕິດຕາມ ການເດີນທາງຕ້ອງເປີດ 24 ຊົ່ວໂມງ. ໃນເວລາຫາປາ, ຖ້າມີບັນຫາເກີດຂຶ້ນຕ້ອງລາຍງານຕໍ່ອຳນາດການປົກຄອງທ້ອງຖິ່ນ.

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ ແກ້​ໄຂ​ບັນ​ຫາ​ບັດ​ເຫຼືອງ IUU - ảnh 2ທ່ານ ຫງວຽນກວາງຮຸງ, ຫົວໜ້າກົມກວດກາການປະມົງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ
(ພາບ: BNEWS/TTXVN)

ຕັດສິນໃຈ ແກ້ໄຂ “ບັດເຫຼືອງ” ພາຍຫຼັງການກວດກາຄັ້ງທີ 5

ກ່ອນທີ່ຈະມາກວດກາໂດຍກົງ, ຄາດວ່າ, ຜູ້ຕາງໜ້າຂອງ EC ຈະເຮັດວຽກໂດຍກົງກ່ຽວກັບ IUU ກັບ ຫວຽດນາມ. ເນື້ອໃນເຮັດວຽກນີ້ຈະສຸມໃສ່ເຂົ້າໃນການແກ້ໄຂບັນດາຂໍ້ສະເໜີຂອງ EC ພາຍຫຼັງການກວດກາຄັ້ງທີ 4. ທ່ານ ຫງວຽນກວາງຮຸງ, ຫົວໜ້າກົມກວດກາການປະມົງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ ນອກຈາກການເພີ່ມທະວີມາດຕະການປັບໄໝລົງໂທດຕໍ່ກຳປັນລະເມີດເຂດທະເລຕ່າງປະເທດ, ຝ່າຍ EC ກໍ່ຕ້ອງມີຄວາມເອົາໃຈໃສ່ເຖິງການກວດກາກຳປັນອອກ ເຂົ້າທຽບທ່າ; ຄົ້ນຫາຕົ້ນກຳເນີດ ສິນໃນນ້ຳທີ່ໄດ້ຫາມາ… ນີ້ໄດ້ຮັບຖືວ່າແມ່ນໜ້າທີ່ສຳຄັນຕ້ອງໄດ້ຮັບການແກ້ໄຂ ເພື່ອຮັບປະກັນປະຕິບັດຢ່າງຖືກຕ້ອງຕາມຂໍ້ສະເໜີຂອງ EC, ແກ້ໄຂບັນຫາບັດເຫຼືອງ ສຳລັບສິນໃນນ້ຳ ຫວຽດນາມ:

ກຳລັງປະຕິບັດກົດໝາຍກ່ຽວກັບສິນໃນນ້ຳຈະເພີ່ມທະວີບັ້ນກວດກາຈຸດສຸມເພື່ອລາດຕະເວນ, ກວດກາ, ຄວບຄຸມ ແລະ ແກ້ໄຂການລະເມີດລະບຽບການບໍລິຫານ, ພິເສດແມ່ນການຄວບຄຸມຢູ່ບັນດາເຂດທະເລຕິດກັບບັນດາປະເທດໃນພາກພື້ນຢ່າງແໜ້ນແຟ້ນ ເພື່ອເຮັດແນວໃດ ສະກັດກັ້ນບັນດາກຳປັ່ນຫາປາລະເມີດເຂດທະເລຕ່າງປະເທດ ກໍ່ຄືກຳປັ່ນຫາປາຕ່າງປະເທດ ລະເມີດເຂດທະເລຫວຽດນາມ. ຕັດສິນໃຈໃນເດືອນເມສານີ້, ຫວຽດນາມ ຈະບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າເພື່ອມຸ່ງໄປເຖິງການແກ້ໄຂບັນຫາບັດເຫຼືອງ.

ໃນຈຸດເວລານີ້, ລັດຖະບານ ພ້ອມກັບບັນດາກະຊວງຂະແໜງການ, ທ້ອງຖິ່ນ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ພວມສຸມທຸກແຫຼ່ງກຳລັງ ເປີດການປະຕິບັດ “ຈຸດສູງສຸດ”. ທ່ານພົນຕີ ບຸຍກວັກອວຍ, ຜູ້ຮັບຜິດຊອບການເມືອງຕຳຫຼາດທະເລ ຫວຽດນາມ ໃຫ້ຮູ້ວ່າ:

ບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບກໍ່ຄືອຳນາດການປົກຄອງບັນດາທ້ອງຖິ່ນຕ້ອງມີຄວາມຕັດສິນໃຈ ສູງທີ່ສຸດ. ກ່ຽວກັບບັນດາການກະທຳລະເມີດຂອງຊາວປະມົງ ພວກຂ້າພະເຈົ້າມີທັດສະນະແມ່ນຕ້ອງແກ້ໄຂຢ່າງເຂັ້ມງວດ, ຖືກຕ້ອງ, ປັດໄໝຖືກເປົ້າໝາຍ, ພ້ອມທັງພວກຂ້າພະເຈົ້າກໍ່ໂຄສະນາເຜີຍແຜ່, ອະທິບາຍ, ຮຽກຮ້ອງເພື່ອໃຫ້ຊາວປະມົງປະຕິບັດເປັນຢ່າງດີ. ພາຍຫຼັງໄດ້ຮັບການແກ້ໄຂ, ພວກຂ້າພະເຈົ້າຈະສ້າງເງື່ອນໄຂ ເພື່ອໃຫ້ພໍ່ແມ່ປະຊາຊົນໄປຫາປາຢູ່ທະເລ.

ຫວຽດນາມ ວາງເປົ້າໝາຍຢູ່ລະດັບສູງທີ່ສຸດແມ່ນ ແກ້ໄຂບັນຫາ “ບັດເຫຼືອງ” ພາຍຫຼັງການກວດກາຄັ້ງທີ 5 ຈະມາເຖິງ. ເລື່ອງແກ້ໄຂໄດ້ ບັນຫາບັດເຫຼືອງ IUU ຈະປະກອບສ່ວນເຂົ້າໃນການຍົກສູງມູນຄ່າ, ກຳລັງແກ້ງແຍ້ງຂອງ ສິນໃນນ້ຳ ຫວຽດນາມ ໃນຕະຫຼາດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ