ຫວຽດນາມ ມານະພະຍາຍາມຊຸກຍູ້, ປົກປ້ອງສິດເສລີໃນການເຊື່ອຖືສາສະຫນາ


(vovworld)- ທີ່​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 28 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ຫວ່າງ​ແລ້ວນີ້, ຜູ້​ລາຍ​ງານ​ພິ​ເສດ​ກ່ຽວ​ກັບ​ສິ​ດ​ເສ​ລີ​ໃນ​ການ ການ​ເຫລື້ອມ​ໃສ ແລະ ​ເຊື່ອ​ຖື​ສາ​ສະ​ຫນາ ຂອງ ສ​ປ​ຊ ໄດ້​ສະ​ເຫນີ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ. ເຖິງວ່າ ຍັງ​ມີບັນ​ດາ​ການ​ຕີ​ລາ​ຄາ​​ທີ່ຂາດ​ພາ​ວະ​ວິ​ໄສ ແລະ ມີ​ລັກ​ສະ​ນະ​ຈັດ​ວາງ​ກໍ​ຕາມ ແຕ່​ບໍ່​ອາດ​ປະ​ຕິ​ເສດ​ໄດ້​ວ່າ ຫວຽດ​ນາມ ໄດ້ມີ​ບັນ​ດາ​ບາດ​ກ້າວ​ກະ​ໂດດ​ຂັ້ນ​ໃນ​ການ​ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ ການ​ເຫລື້ອມ​ໃສ ແລະ ເຊື່ອ​ຖື​ສາ​ສະ​ຫນາ. ກ່ຽວ​ກັບ​ບັນ​ຫານີ້, ບັນ​ນາ​ທິ​ການ ທູ​ຮ​ວາ ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ: ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້, ປົກ​ປ້ອງ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫນາ

ຫວຽດນາມ ມານະພະຍາຍາມຊຸກຍູ້, ປົກປ້ອງສິດເສລີໃນການເຊື່ອຖືສາສະຫນາ - ảnh 1
ພາບ​ປະ​ກອບ:vietnamplus.vn

        ໃນ​ບົດ​ລາຍ​ງານ​ທີ່​ວາ​ລະ​ປະ​ຊຸມ ທ່ານ  Heiner Beilefeldt, ຜູ້​ລາຍ​ງານ​ພິ​ເສດ​ກ່ຽວ​ກັບ​​ສາ​ສະ​ຫນາ ແລະ ການ​ເຫລື້ອມ​ໃສ​ຂອງ ສ​ປ​ຊ, ໄດ​້ຕີ​ລາ​ຄາສູງການ​ຮ່​ວມ​ມື ແລະ ການສ້າງ​ເງື່ອນ​ໄຂ​ຂອງ​ບັນ​ດາ​ອົງ​ການ​​ຫວຽດ​ນາມ ໃນ​ຕະ​ຫລອດ​ໄລ​ຍະ​​ການ​ຢ້ຽມ​ຢາມຫວຽດ​ນາມ. ຜູ້​ລາຍ​ງານ​ພິ​ເສດ​ໄດ້​ຕີ​ລາ​ຄ​າ​ສູງ​ບັນ​ດາ​ຜົນ​ງານ​ຊື່ງ​ຫວຽດ​ນາມ​ບັນ​ລຸໄດ້​ໃນ​ການ​ຊຸກ​ຍູ້, ປົກ​ປ້ອງ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫນາ​ໃນ​ຊຸມ​ປີ​ຜ່ານ​ມາ.

       ສິດ​ເສ​ລີ​ໃນ​ການ​ເຫລື້ອມ​ໃ​ສ,ເຊື່ອ​ຖື​ສາ​ສະ​ຫນາ​ແມ່ນ​ຄວາມ​ຈິງ​ຢ່າງ​ຈະ​ແຈ້ງ

ຜູ້​ລາຍ​ງານ​ພິ​ເສດກ່ຽວ​ກັບ​ສາ​ສະ​ຫນາ ແລະ ການ​ເຫລື້ອມ​ໃສ​ຂອງ ສ​ປ​ຊ ເນັ້ນ​ຫນັກ​​ລາຍ​ລະ​ອຽດ​ຄວາມ​ຈິງ​ກ່ຽວ​ກັບ​ສິດ​ເສ​ລີ​ໃນ​ ການ​ເຫລື້ອມ​ໃສ​ ແລະ ການ​ເຊື່ອ​ຖື​ສາ​ສະ​ຫນາຂອງ​ຫວຽດ​ນາມ. ທ່ານ Heiner Beilefeldt ຢືນ​ຢັນ: ມີ​ຜູ້​ຕາງ​ຫນ້າ​ບັນ​ດາ​ປະ​ຊາ​ຄົມ​ສາ​ສະ​ຫນາ​ແຕກ​ຕ່າງ​ກັນ​​ຍອມ​ຮັບ​ວ່າ ປະ​ຈຸ​ບັນ ມີ​ສະ​ຖານ​ທີ່​ຫລາຍ​ແຫ່ງກວ່າ​ເພື່ອ​ປະ​ຕິ​ບັດ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫນາ​ຢູ່​ຫວຽດ​ນາມ. ການ​ເຄື່ອນ​ໄຫວ​ທາງ​ດ້ານ​ສາ​ສະ​ຫນາ​ແມ່ນ​ຄວາມ​ຈິງ​ຢ່າງ​ຈະ​ແຈ້ງ, ເຊິ່ງ​ສະ​ແດງ​ອອກ​ຜ່ານ​ບັນ​ດາ​ຮາກ​ຖານ​ບູ​ຊາ​ທີ່​ຂຶ້ນ​ກັບ​ຫສາ​ສະ​ຫນາ​ຫລື​ນີ​ກາຍ​​ຕ່າງ​ໆ ແລະ ການ​ເຂົ້າ​ຮ່ວມ​​ການເຄື່ອນ​ໄຫວ​ສາ​ສະ​ຫນາ​ຕ່າງໆ​ຂອງ​ປະ​ຊາ​ຊົນ​. ໃນ​ຊຸມ​ປີມໍ່ໆ​ມານີ້, ຫວຽດ​ນາມໄດ້​ມີ​​ຄວາມ​ມາ​ນະ​ພະ​ຍາ​ຍາມ​ອະ​ນຸ​ລັກ​ຮັກ​ສາ ແລະ ຟື້ນ​ຟ​ູ​ບັນ​ດາ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນ​ດາ​ໝວດ​ຊົນ​ເຜົ່າ​ຫລື​ສາ​ສະ​ຫນາ​ກໍ​ຄື​ຮັບ​ຮູ້​ລັກ​ສະ​ນະ​ຫລາຍ​ຮູບ​ຫລາຍ​ແບບ​ພາຍ​ໃນສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ຫນາ​ຫວຽດ​ນາມ. ພິ​ເສດ ລັດ​ຖະ​ທຳ​ມະ​ນູນ ຫວຽດ​ນາມ ໄດ້​ຮັບ​ການຮັບ​ຮອງ​​ເມື່ອ​ວັນ​ທີ 28/11/2013 ໄດ້​ລະ​ບຸ​ພາກ​ຫນຶ່ງ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ, ສິດ ແລະ ພັນ​ທະ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ, ໃນ​ນັ້ນ ມາດ​ຕາ 24 ຂອງ ລັດ​ຖະ​ທຳ​ມະ​ນູນ​ປີ 2013 ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ສິດ​ເສ​ລີ​ໃນ​ການ​ເຫລື້ອມ​ໃສ​ ແລະ ການ​ເຊື່ອ​ຖື​ສາ​ສະ​ຫນາ​ຂອງໝົດ​ທຸກ​ຄົນ, ​ຕ່າງ​ກັບ​ລັດ​ຖະ​ທຳ​ມະ​ນູນ​ປີ 1992 ພຽງ​ແຕ່​ກຳ​ນົດ​ສຳ​ລັບ​ພົນ​ລະ​ເມືອງ​ຫວຽດ​ນາມ​ເທົ່າ​ນັ້ນ. ສິ່ງ​ດັ່ງ​ກ່າວ ​ແມ່ນ​ສະ​ແດງ​ໃຫ້​ເຫັນທ່າ​ທີ​ຕັ້ງ​ຫນ້າກວ່າ​ສຳ​ລັບ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫນາ”. ນອກນັ້ນ ເລື່ອງ​ຮັບ​ຮອງ​ເອົາ​ລັດ​ຖະ​ບັນ​ຍັດ​​ກ່ຽວ​ກັບ​ການ​ເຊື່ອ​ຖື, ເຫລື້ອມ​ໃສ​ສາ​ສະ​ຫນາ ແມ່ນ​ສະ​ແດງ​ບາດ​ກ້າວ​ຫນຶ່ງ​ໃນ​ການ​ສ້າງ​ພື້ນ​ຖານ​ນິ​ຕິ​ກຳ​ໃຫ້​ແກ່​ປະ​ຊາ​ຄົມ​ຜູ້​ເຊື່ອ​ຖື ແລະ ເຫລື້ອມ​ໃສ​ສາ​ສະ​ຫນາ. ບົດ​ລາຍ​ງານ​ກໍ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ: ຈຳ​ນນວນ​ຮາກ​ຖານ​ບຳ​ລຸງ​ສ້າງ​ຍົດ​ຖາ​ບັນ​ດ​າ​ສັກ​ຂອງ​ສາ​ສະ​ຫນາ​ຕ່າງໆ​ໄດ້​ເພີ່ມ​ຂຶ້ນ​ຫລາຍ​ສົມ​ຄວນ​ໃນ​ທົດ​ສະ​ວັດ​ຜ່ານ​ມາ, ຢືນ​ຢັນ ບັນ​ດາ​ປະ​ຊາ​ຄົມ​ສາ​ສະ​ຫນາ ສາ​ມາດ​ແຕ່ງ​ຕັ້ງ, ເລື່ອນຍົດ​ສັກ​ຕຳ​ແຫນ່ງ​ຕ​າມ​​ຂໍ້​ກຳ​ນົດ​ກົດ​ໝາຍ​ສາ​ສະ​ຫນາຂອງ​ເຂົາ​ເຈົ້າ, “ກ່ຽວ​ຂ້ອງ​ເຖິງ​ການ​ພົ້ນ​ຕຳ​ແຫນ່ງ​ຍົດ​ສັກ​ຕຳ​ແຫນ່ງ, ສາ​ສະ​ນີ​ກະ​ຊົນ, ເບິ່ງ​ລວມ​ແລ້ວ ບັນ​ດາ​ຂໍ້​ຕົກ​ລົງ​​ ລ້ວນ​ແຕ່​ແມ່ນ​ຂຶ້ນ​ກັບບັນ​ດາ​ປະ​ຊາ​ຄົມ​ສາ​ສະ​ຫນາ, ຕາມ​ກົດ​ໝາຍ​ສາ​ສະ​ຫນາ ແລະ ຜູ້​ຕາງ​ຫນ້າ​ຂອງ​ສະ​ມາ​ຄົມ​ພູດ​ທະ​ສາ​ສະ​ຫນາ​ຫວຽດ​ນາມ ຈ​ະ​ເພີ່ມ​ທະ​ວີ​ການ​ເຜີຍ​ແຜ່​ສາ​ສະ​ຫນາ​ໃນ​ຄຸກ.

ຫວຽດ​ນາມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື​​ກັບສາ​ກົນ​ເພື່ອ​ຊຸກ​ຍູ້​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື,ເຫລື້ອມ​ໃສ​ສາ​ສະ​ຫນາ

       ສາ​ສະ​ຫນາ​ຫວຽດ​ນາມ ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ​ບັນ​ດາ​ສາ​ສະ​ຫນາ​ຖືກ​​ນຳ​ເຂົ້າ​ຈາກ​ພາຍນອກ​ຄື: ສາ​ສະ​ຫນາ​ພຸດ, ສາ​ສະ​ຫນາ​ກາ​ໂຕ​ລິກ, ຂ່າວ​ປະ​ເສີດ, ມີ​ບາງ​ສາ​ສະ​ຫນາ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ພາຍ​ໃນ​ປະ​ເທດ​ຄື: ສາ​ສະ​ຫນາ​ກາວ​ດາຍ, ສາ​ສະ​ຫນາ ຮ່​ວາ​ຫາວ. ​ບາງ​ສາ​ສະ​ຫນາມີ​​ປະ​ຫວັດ​ຄວາມ​ເປັນມາ​ແຕ່​ດົນ​ນານ​ແລ້ວ​ຄື: ສາ​ສະ​ຫນາ​ພຸດ, ສາ​ສະ​ຫນາ​ອິດ​ສະ​ລາມ ກໍ​ຄື​ບາງ​ສາ​ສະ​ຫນາ​ຫາ​ກໍ​ພັດ​ທະ​ນາ​ຢູ່​ຫວຽດ​ນາມ ຄື: ສາ​ສະ​ຫນາ ກາວ​ດາຍ, Baha’I, ການ​ເຄື່ອນ​ໄຫວທາງ​ສາ​ສະ​ຫນາ​ຢູ່​ຫວຽດ​ນາມ ແມ່ນ​ອຸ​ດົມ​ສົມ​ບູນ, ມີ​ຊີ​ວິດ​ຊີ​ວາ ດ້ວຍ​ງານ​ບຸນ​ພື້ນ​ເມືອງກວ່າ 8000 ງານ​ບຸນ​ໃນ​ແຕ່​ລະ​ປີ.

        ເລີ່ມ​ຈາກ​ທັດ​ສະ​ນະ ວ່າ ​ການ​ເຊື່ອ​ຖື, ເຫລື້ອມ​ໃສ​ສາ​ສະ​ຫນາແມ່ນ​ຄວາມ​ຕ້ອງ​ການ​ອັນ​ຊອບ​ທຳ​ຂອງ​ມະ​ນຸດ ສະ​ນັ້ນ ລັດ​ຫວຽດ​ນາມ ມີ​ແຜນ​ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ ນັ້ນແມ່ນ​ເຄົາ​ລົບ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ​ປະ​ຕິ​ບັດ​ສິດ​ເສ​ລີ​ໃນ​ການເຫລື້ອມ​ໃສ ແລະ​ເຊື່ອ​ຖື​ສາ​ສະ​ຫນາ. ລັດ​ຫວຽດ​ນາມ  ກໍ​ຖື​ນະ​ໂຍ​ບາຍ​ສາ​ມັກ​ຄີ ແລະ ປ່ອງດອງ​ລະ​ຫວ່າງ​ບັນ​ດາ​ສາ​ສະ​ຫນາ​ເປັນ​ສຳ​ຄັນ, ຮັບ​ປະ​ກັນ​ຄວາມ​ສະ​ເຫ​ມີ​ພາບ, ບໍ່​ຈຳ​ແນກ​​ການປະ​ພຶດ​ຍ້ອນ​ສາຍ​ເຫດ​ເຊື່ອ​ຖື, ເຫລື້ອມ​ໃສສາ​ສະ​ຫນາ. ລັດ​ຫວຽດ​ນາມ ຢືນ​ຢັນ ບໍ່​ມີ​ຄຳ​ນິ​ຍາຍ​ກ່ຽວ​ກັບ​ອັນ​ທີ່​ເອີ້ນ​ວ່າ “ນັກ​ໂທດ​ມະ​ໂນ​ທຳ”.ບັນ​ດາ​ກໍ​ລະ​ນີ​​ສັ່ງຟ້ອງ, ພິ​ພາກ​ສາ ແລະ ຕັດ​ສິນ​ລົງ​ໂທດ ແມ່ນ​ຍ້ອນ​ລະ​ເມີດ​ກົດ​ໝາຍ, ບໍ່​ແມ່ນ​ຍ້ອນ​ສາ​ຍ​ເຫດ​ທັດ​ສະ​ນະ​ການ​ເມືອງ​ຫລື​ສາ​ສະ​ຫນາ, ໄດ້​ຮັບ​ການ​ປ​ະ​ຕ​ິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ຂັ້ນ​ຕອນ, ລະ​ບຽບ​ການ​ຄື​ດັ່ງ​ການ​ກຳ​ນົດ​ຂອງ​ກົດ​ໝາຍ.

        ບໍ່​ພຽງ​ແຕ່​ເຄົາ​ລົບ, ປົກ​ປ້ອງສິດ​ພື້ນ​ຖານ​ຂອງ​ມະ​ນຸດ​ທັງ​ໝົດ​, ໃນ​ນັ້ນ ມີ​ສິດ​ເສ​ລີ​ໃນ​ການ​ເຫລື້ອມ​ໃສ, ເຊື່ອ​ຖື​ສາ​ສະ​ຫນາ ຕາມ​ບັນ​ດາ​ມາດ​ຖານ​ສາ​ກົນ, ລັດ​ຖະ​ບານ​ຫວຽດ​ນາມ ຍັງ​ຖື​​ການ​ຢ້ຽມ​ຢາມຄັ້ງ​ຕ່າງໆ​ຂອງ​ຜູ້​ລາຍ​ງານ​ພິ​ເສດ ສ​ປ​ຊ ມາ​ຫວຽດ​ນາມ ແມ່ນ​ບາດ​ກ້າວ​ສືບ​ຕໍ່​ທ່າ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ລະ​ບຽບ​ການ​ພິ​ເສດ​ຂອງ ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ຜູ້​ລາຍ​ງານ​ພິ​ເສດ ຊອກ​ຮູ້​ພຶດ​ຕິ​ກຳ​ຕົວ​ຈິງ​ກ່ຽວ​ກັບ​ຄວາມ​ເສ​ລີ ແລະ ການ​ເຄື່ອນ​ໄຫວ​ເຫລື້ອມ​ໃສ, ເຊື່ອ​ຖື​ສາ​ສະ​ຫນາ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ, ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ, ບັນ​ດາ​ອົງ​ການ​ການ​ເມືອງ​ສັງ​ຄົມ, ອົງ​ການ​ສາ​ສະ​ຫນາ, ຮາກ​ຖານ​ບູ​ຊາ… ພ້ອມ​ກັນ​ຮັບ​ຮູ້ ແລະ ແບ່ງ​ບັນ​ບົດ​ຮຽນ ກໍ​ຄື​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທ​າຍ ຊື່ງ​ຫວຽດ​ນາມ ຕ້ອງ​ປະ​ເຊີນ​ຫນ້າ​ໃນ​ຂົງ​ເຂດນີ້. ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ຜູ້​ລາຍ​ງານ​ພິ​ເສດ​ຂອງ ສ​ປ​ຊ ໄດ້​​ເ​ຂົ້າ​ຮ່ວມ​ພຶດ​ຕິ​ກຳ​ຕົວ​ຈິງ​ຢູ່​ຫວຽດ​ນາມ ໃນ​ຂອບ​ເຂດ​ກົນ​ໄກ​ລະ​ບຽບ​ການ​ພິ​ເສດ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ແລະ ການ​ເຈ​ລະ​ຈາຢ່າງ​ເປີດ​​ອົກ​ເປີດ​ໃຈ​ກັບ​ເຂົາ​ເຈົ້າ​ແມ່ນ​ວຽກ​ງານ​ທີ່​ມີ​ປະ​ສິດ​ທິ​ຜົນ, ສະ​ແດງ​ເຈດ​ຕະ​ນາ​ດີ, ກາ​ນ​ຮ່ວມ​ມື​ຢ່າງ​ແທດ​ຈິງ ຂອງ​ຫວຽດ​ນາມ ກັບ​ສາ​ກົນ ເພື່ອ​ຊຸກ​ຍູ້​ສິດ​ທິ​ມະ​ນຸດ, ໃນ​ນັ້ນ ມີ​ສິດ​ເສ​ລີ​ໃນ​ການ​ເຫລື້ອມ​ໃສ, ການ​ເຊື່ອ​ຖື​ສາ​ສະ​ຫນາ.

ຕອບກັບ

ຂ່າວ/ບົດ​ອື່ນ