ຫວຽດນາມ ມານະພະຍາຍາມປ້ອງກັນ, ຕ້ານການຄ້າມະນຸດ

(VOVWORLD) -

ລັດຖະບານ ຫວຽດນາມ ຍາມໃດກໍ່ກຳນົດການປ້ອງກັນ, ສະກັດກັ້ນຊາວອົບພະຍົບ ຜິດກົດໝາຍ ແລະ ວຽກງານຕໍ່ສູ້ປ້ອງກັນ, ຕ້ານການຄ້າມະນຸດແມ່ນໜ້າທີ່ການເມືອງ ເປັນປະຈຳ, ຍາວນານ. ດັ່ງນັ້ນ, ພ້ອມກັບການຍູ້ແຮງບັນດາມາດຕະການລະອຽດເພື່ອ ປ້ອງກັນ, ຕ້ານການຄ້າມະນຸດ, ຫວຽດນາມ ໄດ້ສ້າງລະບົບກົດໝາຍໃຫ້ສົມບູນແບບຢ່າງ ບໍ່ຢຸດຢັ້ງ, ພ້ອມທັງເປັນເຈົ້າການສົມທົບ, ຮ່ວມມືຢ່າງແໜ້ນແຟ້ນກັບປະຊາຄົມສາກົນ ເພື່ອແນໃສ່ຍູ້ໄພການຄ້າມະນຸດໃຫ້ຖອຍໄປ.

ຫວຽດນາມ ມານະພະຍາຍາມປ້ອງກັນ, ຕ້ານການຄ້າມະນຸດ - ảnh 1ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
(ພາບ: Lâm Khánh/TTXVN)

ສປຊ ໄດ້ກຳນົດການຄ້າມະນຸດແມ່ນໜ່ຶງໃນ 4 ປະເພດອາດຊະຍາກຳອັນຕະລາຍ ທີ່ສຸດ, ໄດ້ນຳເຂົ້າໂຄງການປ້ອງກັນ, ຕ້ານອາດຊະຍາກຳການຄ້າມະນຸດທົ່ວໂລກ. ຢູ່ ຫວຽດນາມ, ການປ້ອງກັນ, ຕ້ານການຄ້າມະນຸດໄດ້ຮັບຖືວ່າແມ່ນໜ້າທີ່ການເມືອງ ເປັນປະຈຳ, ຍາວນານ ແລະ ໄດ້ຮັບຄວາມເອົາໃຈໃສ່ແຕ່ດົນນານມາແລ້ວ.

ປົກປ້ອງຊາວອົບພະຍົບ, ສະກັດກັ້ນໄພຄວາມສ່ຽງກ່ຽວກັບການຄ້າມະນຸດ

ນັບແຕ່ກ່ອນມາຮອດປະຈຸບັນ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ໄດ້ຜັນຂະຫຍາຍວຽກງານປ້ອງກັນ, ຕ້ານການຄ້າມະນຸດ ຢ່າງເດັດຂາດ ກໍ່ຄືຜັນຂະຫຍາຍໂຄງການປ້ອງກັນ, ຕ້ານການຄ້າມະນຸດໄລຍະ 2021 – 2025 ແລະ ກຳນົດທິດຮອດປີ 2030 ດ້ວຍບັນດາມາດຕະການ, ໜ້າທີ່ໃໝ່ເພື່ອແນໃສ່ສະກັດກັ້ນການຄ້າມະນຸດໃນບັນດາຂົງເຂດ. ກ່ຽວຂ້ອງເຖິງສິ່ງ ດັ່ງກ່າວ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຖືວ່າ:

“ໄລຍະຜ່ານມາ, ຫວຽດນາມ ສືບຕໍ່ຜັນຂະຫຍາຍໂຄງການຕ້ານການຄ້າມະນຸດໄລຍະ 2021 2025 ແລະ ກຳນົດທິດຮອດປີ 2030 ຢ່າງເດັດຂາດ, ບັນລຸໄດ້ຫຼາຍໝາກຜົນ ສຳຄັນຄື: ເພີ່ມທະວີການສົມທົບລະຫວ່າງຂະແໜງການຢ່າງມີປະສິດທິຜົນ, ປັບປຸງ ວຽກງານສະຖິຕິ, ຍູ້ແຮງການສືບສວນສອບສວນ, ປັບໄໝລົງໂທດອາຊະຍາກຳ ການຄ້າມະນຸດ ແລະ ວຽກງານໂຄສະນາເຜີຍແຜ່ກ່ຽວກັບການປ້ອງກັນ, ສະກັດກັ້ນ, ຍົກສູງສະຕິຄວາມຮັບຮູ້. ຫວຽດນາມ ກໍ່ພວມມານະພະຍາຍາມປະຕິບັດເປົ້າໝາຍ ຂອງຂໍ້ຕົກລົງທົ່ວໂລກກ່ຽວກັບການອົບພະຍົບທີ່ຖືກຕ້ອງຕາມກົດໝາຍ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ເພືື່ອແນໃສ່ປັບປຸງສະພາບແວດລ້ອມການອົບພະຍົບທີ່ຈະແຈ້ງ, ປົກປ້ອງສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງຜູ້ອົບພະຍົບ, ສະກັດກັ້ນ ບັນດາການເຄື່ອນໄຫວການຄ້າມະນຸດໃນການອົບພະຍົບສາກົນ”.

ນັບແຕ່ເວລາໂຄງການປ້ອງກັນ, ຕ້ານການຄ້າມະນຸດໄລຍະ 2021 – 2025 ແລະ ການກຳນົດທິດຮອດປີ 2030 ໂດຍລັດຖະບານປະກາດໃຊ້ໃນເດືອນ ກຸມພາ 2021, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ຕັ້ງໜ້າຜັນຂະຫຍາຍບັນດາໜ້າທີ່, ມາດຕະການໃນຂອບເຂດພາລະບົດບາດ, ໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງເຂັ້ມງວດ. ວັນທີ 18 ກໍລະກົດ 2022, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຊັນກົດລະບຽບກ່ຽວກັບການສົມທົບກັນໃນວຽກງານຮັບ, ປົກປ້ອງ ແລະ ໜູນຊ່ວຍ ຜູ້ປະສົບເຄາະຮ້າຍຈາກໄພການຄ້າມະນຸດ, ແມ່ນຂີດໝາຍສຳຄັນຢັ້ງຢືນຄວາມມາ ນະພະຍາຍາມ ແລະ ຄວາມຕັດສິນໃຈລວມໃນການປ້ອງກັນ, ຕ້ານການຄ້າມະນຸດ, ປົກປ້ອງສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງບັນດາຜູ້ປະສົບ ເຄາະຮ້າຍຈາກການຄ້າມະນຸດ. ເລື່ອງປະກາດໃຊ້ຂໍ້ກຳນົດກົດລະບຽບກໍ່ສົ່ງສານ ຢ່າງແຮງກ່ຽວກັບຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຍົກສູງປະສິດທິຜົນ ວຽກງານການປ້ອງກັນ, ຕ້ານການຄ້າມະນຸດກ່ວາອີກ. ພິເສດ, ແຕ່ວັນທີ 1 ມັງກອນ 2022, ກົດໝາຍວ່າດ້ວຍຊາວ ຫວຽດນາມ ໄປເຮັດວຽກຢູ່່ຕ່າງປະເທດ ຕາມສັນຍາ ໄດ້ມີຜົນສັກສິດຢ່າງເປັນທາງການ, ເຊິ່ງໄດ້ປົກປ້ອງສິດ ແລະ ຜົນປະໂຫຍດທີ່ ຖືກຕ້ອງຕາມກົດໝາຍ, ຊອບທຳຂອງຜູ້ອອກແຮງງານຢູ່່ຕ່າງປະເທດ ແລະ ປ້ອງກັນ, ຕ້ານການຄ້າມະນຸດໃຫ້ດີກ່ວາອີກ. ພ້ອມກັນນັ້ນ, ຫວຽດນາມ ກໍ່ໄດ້ເລືອກວັນທີ 30 ກໍລະກົດ ຂອງທຸກໆປີແມ່ນວັນທົ່ວປວງຊົນປ້ອງກັນ, ຕ້ານການຄ້າມະນຸດ, ໄດ້ລະດົມທຸກ ແຫຼ່ງກຳລັງ, ເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວລະບົບການເມືອງ ແລະ ທົ່ວປວງຊົນເປັນເຈົ້າການ ເຂົ້າຮ່ວມການປ້ອງກັນ, ສະກັດກັ້ນ, ຍູ້ພວກອາດຊະຍາກຳ ການຄ້າມະນຸດໃນທົ່ວປະເທດໃຫ້ຖອຍໄປ.

ຫວຽດນາມ ມານະພະຍາຍາມປ້ອງກັນ, ຕ້ານການຄ້າມະນຸດ - ảnh 2ກຳລັງຕຳຫຼວດ ຫວຽດນາມ ຮັບເດັກນ້ອຍແມ່ນຜູ້ປະສົບເຄາະຮ້າຍຈາກການຄ້າມະນຸດ
(ພາບ:Nguyễn Hoàng/TTXVN)

ຍູ້ແຮງການຮ່ວມມືສາກົນ

ໄປຄຽງຄູ່ກັບການສ້າງ, ປະກາດໃຊ້ບັນດາກົນໄກ, ນະໂຍບາຍ, ກົດໝາຍທີ່ ກ່ຽວຂ້ອງໃຫ້ສົມບຸນແບບນັ້ນ, ຫວຽດນາມ ໄດ້ເອົາໃຈໃສ່ປະຕິບັດວຽກງານການຮ່ວມມື ສາກົນກ່ຽວກັບ ການປ້ອງກັນ, ຕ້ານການຄ້າມະນຸດ, ແລະ ບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ. ໃນລະດັບຊາດ, ຫວຽດນາມ ໄດ້ມານະພະຍາຍາມ ປະຕິບັດເປົ້າໝາຍຂອງຂໍ້ຕົກລົງທົ່ວໂລກກ່ຽວກັບ ການອົບພະຍົບທີ່ຖືກຕ້ອງຕາມກົດໝາຍ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ຕາມແຜນການໂດຍນາຍົກລັດຖະມົນຕີ ປະກາດໃຊ້ໃນວັນທີ 20 ມີນາ 2020, ເພື່ອແນໃສ່ສ້າງສະພາບແວດລ້ອມການອົບພະຍົບທີ່ຈະແຈ້ງ, ປົກປ້ອງສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງຊາວອົບພະຍົບ, ສະກັດກັ້ນໄພການຄ້າມະນຸດ ໃນບັນດາການເຄື່ອນໄຫວອົບພະຍົບສາກົນ. ເປັນໜ້າເສຍດາຍ, ບັນດາຄວາມ ມານະພະຍາຍາມໃນການປ້ອງກັນ, ຕ້ານການຄ້າມະນຸດຂອງ ຫວຽດນາມ ຍັງບໍ່ທັນໄດ້ຢັ້ງຢືນແບບຮອບດ້ານ, ຊັດເຈນ ໃນຂະນະທີ່ຫວ່າງມໍ່ໆມານີ້, ກະຊວງການຕ່າງປະເທດ ອາເມລິກາ ໄດ້ປະກາດບົດລາຍງານປີ 2023 ກ່ຽວກັບສະພາບການຄ້າມະນຸດໃນໂລກ, ໃນນັ້ນ, ໄດ້ຍົກຊື່ຂອງ ຫວຽດນາມ ແລະ ບາງປະເທດອື່ນອີກ. ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຊີ້ແຈ້ງວ່າ:

  “ຫວຽດນາມ ຮັບຮູ້ຝ່າຍ ອາເມລິກາ ໄດ້ມີການຕີລາຄາຕັ້ງໜ້າກ່ວາໃນບົດລາຍງານປີ 2023 ກ່ຽວກັບສະພາບການຄ້າມະນຸດໃນໂລກຂອງກະຊວງການຕ່າງປະເທດ ອາເມລິກາ. ບົນຈິດໃຈນັ້ນ, ຫວຽດນາມ ປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ຮ່ວມມືກັນ ຢ່າງແໜ້ນແຟ້ນໃນໄລຍະຈະມາເຖິງ ເພື່ອໃຫ້ຝ່າຍ ອາເມລິກາ ມີການຕີລາຄາ ຢ່າງພາວະວິໄສ, ຊັດເຈນ, ຮອບດ້ານກ່ວາກ່ຽວກັບຄວາມມານະພະຍາຍາມທີ່ແທດຈິງ ຂອງ ຫວຽດນາມ”.

  ຢູ່ຂັ້ນຮາກຖານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ສືບຕໍ່ເປັນເສນາທິການ ແລະ ຈັດຕັ້ງຜັນຂະຫຍາຍບັນດາສັນຍາຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດຢ່າງມີປະສິດທິຜົນ; ກະກຽມໃຫ້ກອງ ປະຊຸມຂັ້ນລັດຖະມົນຕີບັນດາປະເທດອະນຸພາກພື້ນ ແມ່ນຳ້ຂອງ ເປີດກ້ວາງ ກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ (COMMIT) ແລະ ຈັດກອງປະຊຸມ ຄະນະຊີ້ນຳ COMMIT ພາກພື້ນຕາມການສະເໜີຂອງລັດຖະບານລາຊະອານາຈັກ ໄທ... ກຳລັງຕຳຫຼວດ, ທະຫານປ້ອງກັນຊາຍແດນແຂວງຕ່າງໆທີ່ມີຊາຍແດນດິນຕໍ່ແຜ່ນ ກໍ່ໄດ້ສົມທົບກັບກຳລັງທີ່ກ່ຽວຂ້ອງຂອງຝ່າຍ ຈີນ, ລາວ, ກຳປູເຈຍ, ຮັກສາກອງປະຊຸມ ແລກປ່ຽນວຽກງານເປັນປະຈຳ, ສ້າງໂທລະສັບສາຍດ່ວນເພື່ອເປັນເຈົ້າການແລກປ່ຽນ ຂໍ້ມູນຂ່າວ, ສົມທົບກັນສືບສວນສອບສວນ, ຈັບຕົວອາດຊະຍາກອນ ແລະ ກູ້ເອົາຊີວິດ, ຮັບ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກການຄ້າມະນຸດ. ຜູ້ຕາງໜ້າກະຊວງ ການຕ່າງປະເທດ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ກໍ່ກຽມພ້ອມແລກປ່ຽນກັບຝ່າຍ ອາເມລິກາ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ກ່ຽວກັບບັນຫາການຮ່ວມມືໃນແຕ່ລະກໍລະນີລະອຽດ, ເພື່ອພ້ອມກັນຜັນຂະຫຍາຍວຽກງານປ້ອງກັນ, ຕ້ານການຄ້າມະນຸດຢູ່ ຫວຽດນາມ ກໍ່ຄືໃນທົ່ວໂລກໃຫ້ມີປະສິດທິຜົນ./.

ຕອບກັບ

ຂ່າວ/ບົດ​ອື່ນ