ຫວຽດນາມ ມານະພະຍາຍາມປະຕິບັດບັນດາມາດຕະຖານແຮງງານສາກົນ

(VOVWORLD) - ຫວຽດນາມ ມີພັນທະຕ້ອງລາຍງານສະພາບການປະຕິບັດສົນທິສັນຍາຂອງ ILO 9 ສະບັບ, ໃນນັ້ນມີສົນທິສັນຍາພື້ນຖານ 3 ສະບັບ ນັ້ນແມ່ນ ສົນທິສັນຍາສະບັບເລກທີ 138, 182 ວ່າດ້ວຍແຮງງານເດັກນ້ອຍ ແລະ ສົນທິສັນຍາສະບັບເລກທີ 29 ວ່າດ້ວຍແຮງງານບີບບັງຄັບ.

ການໃຫ້ສັດຕະຍາບັນ ແລະ ປະຕິບັດບັນດາມາດຕະຖານແຮງງານສາກົນ ພວມນັບມື້ນັບສຳຄັນໃນການຍົກສູງກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດ. ໃນໄລຍະມໍ່ໆມານີ້, ຫວຽດນາມ ຕັ້ງໜ້າໃຫ້ສັດຕະບັນສົນທິສັນຍາຕື່ມອີກຫລາຍສະບັບຂອງອົງການແຮງງານສາກົນຢ່າງຕັ້ງໜ້າ, ປະກອບສ່ວນສ້າງພື້ນຖານໃຫ້ແກ່ການເຄື່ອນໄຫວຂອງຕະຫລາດແຮງງານ ຫວຽດນາມ ໃຫ້ເໝາະສົມກັບກົດເກນພາວະວິໄສຂອງເສດຖະກິດການຕະຫລາດ, ກ້າວໄປເຖິງການສ້າງການພົວພັນແຮງງານທັນສະໄໝ.

ຫວຽດນາມ ມານະພະຍາຍາມປະຕິບັດບັນດາມາດຕະຖານແຮງງານສາກົນ - ảnh 1 ພາບປະກອບ

        ຫວຽດນາມ ກັບຄືນເຂົ້າຮ່ວມດ້ວຍຖານະເປັນສະມາຊິກຂອງອົງການແຮງງານສາກົນ (ILO) ແຕ່ປີ 1992. ນັບແຕ່ນັ້ນມາຮອດປັດຈຸບັນ, ຫວຽດນາມ ໄດ້ຕັ້ງໜ້າປະຕິບັດບັນດາມາດຕະຖານແຮງງານສາກົນ, ສ້າງລະບອບລະບຽບການບໍລິຫານຕະຫລາດແຮງງານໃຫ້ສົມບູນແບບ…ສະເພາະໃນປີ 2019, ຫວຽດນາມ ໄດ້ໃຫ້ສັດຕະຍາບັນສົນທິສັນຍາ 3 ສະບັບຂອງ ILO, ລວມມີ: ສົນທິສັນຍາສະບັບເລກທີ 88 ວ່າດ້ວຍອົງການບໍລິຫານວຽກເຮັດງານທຳ; ສົນທິສັນຍາສະບັບເລກທີ 159 ວ່າດ້ວຍການປັບຕົວຄືນໃໝ່ໃຫ້ແທດເໝາະກັບວຽກເຮັດງານທຳໃຫ້ແກ່ຄົນພິການ; ພິເສດແມ່ນສົນທິສັນຍາສະບັບເລກທີ 98 ວ່າດ້ວຍສິດຈັດຕັ້ງ ແລະ ເຈລະຈາລວມໝູ່ (ແມ່ນໜຶ່ງໃນ 8 ສົນທິສັນຍາພື້ນຖານຂອງ ILO).

ເຊື່ອມໂຍງໃນຂົງເຂດແຮງງານແມ່ນສິ່ງຈຳເປັນ

       ການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ໃນນັ້ນ ມີການເຂົ້າຮ່ວມ ແລະ ປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບແຮງງານແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງການນຳ ຫວຽດນາມ ທຸກຂັ້ນ. ໃນສະພາບການ ຫວຽດນາມ ພວມເພີ່ມທະວີການເຊື່ອມໂຍງເຂົ້າເສດຖະກິດສາກົນ, ເລື່ອງເຂົ້າຮ່ວມ ແລະ ຜັນຂະຫຍາຍການປະຕິບັດບັນດາສົນທິສັນຍາສາກົນກ່ຽວກັບແຮງງານ ແມ່ນແນໃສ່ສ້າງພື້ນຖານນິຕິກຳຢ່າງຄົບຖ້ວນ, ກ້າວໜ້າ ເພື່ອແກ້ໄຂບັນດາການພົວພັນແຮງງານໃຫ້ມີຄວາມກົມກຽວ. ນີ້ກໍ່ແມ່ນໜຶ່ງໃນບັນດາເງື່ອນໄຂຮັບປະກັນການແກ່ງແຍ້ງຢ່າງຍຸຕິທຳ ເມື່ອ ຫວຽດນາມ ເຂົ້າຮ່ວມບັນດາສັນຍາການຄ້າເສລີ ແລະ ແມ່ນເງື່ອນໄຂຊຸກຍູ້ວິວັດການເຊື່ອມໂຍງ. ເຫດຜົນຍ້ອນວ່າ ສົນທິສັນຍາຂອງ ILO ຫລາຍສະບັບໄດ້ກຳນົດກົນໄກສ້າງຕັ້ງຄ່າອອກແຮງງານ ຫຼື ເງື່ອນໄຂແຮງງານທີ່ເໝາະສົມກັບກົນໄກຕະຫລາດ, ຮັບປະກັນຄວາມກະຈ່າງແຈ້ງ, ການແກ່ງແຍ້ງຢ່າງຍຸຕິທຳລະຫວ່າງບັນດາວິສາຫະກິດຢູ່ບັນດາປະເທດອື່ນກັບວິສາຫະກິດຢູ່ ຫວຽດນາມ. ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອັກຢຸງ ໃຫ້ຮູ້ວ່າ:

        “ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງອົງການນີ້. ຫວຽດນາມ ໄດ້ໃຫ້ສັດຕະຍາບັນສົນທິສັນຍາຂອງ ILO 24 ສະບັບ, ໃນນັ້ນມີສົນທິສັນຍາພື້ນຖານ 6 ສະບັບ (ໃນຈຳນວນສົນທິສັນຍາພື້ນຖານ 8 ສະບັບຂອງ ILO). ພິເສດແມ່ນ, ສະພາແຫ່ງຊາດ ຫວຽດນາມ ຫາກໍ່ລົງຄະແນນສຽງຮັບຮອງເອົາສົນທິສັນຍາສະບັບເລກທີ 98 ຂອງ ILO ວ່າດ້ວຍສິດຈັດຕັ້ງ ແລະ ເຈລະຈາລວມໝູ່ ດ້ວຍອັດຕາສ່ວນສະຫນັບສະຫນູນ 100% ບັນດາສະມາຊິກສະພາແຫ່ງຊາດທີ່ມີໜ້າ.”

        ພ້ອມກັບເລື່ອງເຂົ້າຮ່ວມບັນດາສົນທິສັນຍາ, ຫວຽດນາມ ກໍ່ສະແດງໃຫ້ເຫັນການເຂັ້ມງວດ ໃນການຫັນບັນດາມາດຕະຖານແຮງງານສາກົນເປັນກົດໝາຍ ເຊິ່ງໄດ້ເຕື້ອງເຖິງໃນບັນດາສົນທິສັນຍາໃນລະບົບກົດໝາຍແຫ່ງຊາດ. ຕົວຢ່າງຄືການປັບປຸງ, ເພີ່ມເຕີມປະມວນກົດໝາຍວ່າດ້ວຍແຮງງານ ພວມຮັບເອົາຄຳເຫັນຈາກຫາງສຽງ, ໃນນັ້ນ ມີການຫັນບັນດາມາດຕະຖານແຮງງານເປັນກົດໝາຍ, ພິເສດແມ່ນບັນດາມາດຕະຖານແຮງງານທີ່ເປັນພື້ນຖານ. ສະຫະພັນໃຫຍ່ແຮງງານ ຫວຽດນາມ ພວມຍື່ນສະເຫນີອະນຸມັດຜ່ານແຜນຮ່າງປ່ຽນແປງໃໝ່ການຈັດຕັ້ງເຄື່ອນໄຫວຂອງກຳມະບານ ຫວຽດນາມ. ຕາມນັ້ນແລ້ວ, ໄດ້ອອກແບບກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວຕາມທຳນຽມສາກົນ ແລະ ບົດຮຽນຂອງບາງປະເທດທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງອົງການກຳມະບານ. ກ່ຽວກັບຝ່າຍລັດຖະບານ, ກໍ່ປະຕິບັດພັນທະການລາຍງານສະພາບການປະຕິບັດບັນດາສົນທິສັນຍາ ແລະ ຂໍ້ສະເໜີແນະຂອງ ILO ຢ່າງເຂັ້ມງວດ. ສະເພາະປີ 2019, ຫວຽດນາມ ມີພັນທະຕ້ອງລາຍງານສະພາບການປະຕິບັດສົນທິສັນຍາຂອງ ILO 9 ສະບັບ, ໃນນັ້ນມີສົນທິສັນຍາພື້ນຖານ 3 ສະບັບ ນັ້ນແມ່ນ ສົນທິສັນຍາສະບັບເລກທີ 138, 182 ວ່າດ້ວຍແຮງງານເດັກນ້ອຍ ແລະ ສົນທິສັນຍາສະບັບເລກທີ 29 ວ່າດ້ວຍແຮງງານບີບບັງຄັບ.

ສາກົນຕີລາຄາຢ່າງຕັ້ງໜ້າ

       ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການເຊື່ອມໂຍງແຮງງານສາກົນ ໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກປະຊາຄົມສາກົນ. ເຂົາເຈົ້າຖືວ່າ: ຫວຽດນາມ ບັນລຸໄດ້ບັນດາບາດກ້າວໃຫຍ່ໃນການໃຫ້ສັດຕະຍາບັນບັນດາສົນທິສັນຍາພື້ນຖານຂອງ ILO ກໍ່ຄືການປັບປຸງປະມວນກົດໝາຍວ່າດ້ວຍແຮງງານ, ນັ້ນໄດ້ສະແດງໃຫ້ເຫັນເຈດຕະນາດີ ແລະ ບັນດາຄວາມມານະພະຍາຍາມຢ່າງມີປະສິດທິຜົນ. ເລື່ອງ ຫວຽດນາມ ໃຫ້ສັດຕະຍາບັນສົນທິສັນຍາຂອງ ILO ນັບມື້ນັບຫລາຍຂຶ້ນນັ້ນ ອາດຈະພາໄປເຖິງການມີເງື່ອນໄຂເຮັດວຽກທີ່ດີກ່ວາ, ສະມັດຕະພາບແຮງງານສູງກ່ວາ ແລະ ຄວາມຮຸ່ງເຮືອງສີວິໄລຖືກແບ່ງປັນຢ່າງຍຸຕິທຳ, ປະກອບສ່ວນ ນຳມາເຊິ່ງການພັດທະນາແບບຍືນຍົງ. ທ່ານນາງ Deborah Greenfiel ຮອງຜູ້ອຳນວຍການໃຫຍ່ ILO ຕີລາຄາວ່າ:

 “ຂ້າພະເຈົ້າຂໍຊົມເຊີຍ ຫວຽດນາມ ທີ່ໄດ້ໃຫ້ສັດຕະຍາບັນໜຶ່ງໃນບັນດາສົນທິສັນຍາພື້ນຖານຂອງ ILO, ສົນທິສັນຍາສະບັບເລກທີ 98 ວ່າດ້ວຍສິດຈັດຕັ້ງ ແລະ ເຈລະຈາລວມໝູ່, ພ້ອມກັບສົນທິສັນຍາເຕັກນິກ 2 ສະບັບ ນັ້ນແມ່ນສົນທິສັນຍາສະບັບເລກທີ 88 ແລະ 159. ຫວຽດນາມ ກໍ່ມີການພັດທະນາທີ່ເປັນໜ້າຊື່ນຊົມໃນແຜນຮ່າງປະມວນກົດໝາຍວ່າດ້ວຍແຮງງານສະບັບປັບປຸງ, ເໝາະສົມກັບຖະແຫຼງການປີ 1998 ຂອງ ILO ກ່ຽວກັບບັນດາຫຼັກການ ແລະ ສິດພື້ນຖານໃນກ່ຮອອກແຮງງານ. ຫວຽດນາມ ກໍ່ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຕໍ່ບັນດາມາດຕະຖານແຮງງານສາກົນ ໃນສະພາບການເຊື່ອມໂຍງເຂົ້າກັບເສດຖະກິດທົ່ວໂລກໂດຍຜ່ານມະຕິເລກທີ 06 ວ່າດ້ວຍການເຊື່ອມໂຍງເຂົ້າກັບສາກົນ, ມະຕິເລກທີ 27 ວ່າດ້ວຍການປະຕິຮູບນະໂຍບາຍເງິນເດືອນ ແລະ ມະຕິເລກທີ 28 ວ່າດ້ວຍການປະຕິຮູບນະໂຍບາຍປະກັນສັງຄົມ.”

ເລື່ອງໃຫ້ສັດຕະຍາບັນ ແລະ ປະຕິບັດບັນດາມາດຕະຖານແຮງງານສາກົນຂອງ ILO ພວມນັບມື້ນັບມີຄວາມສຳຄັນ, ພິເສດແມ່ນບັນດາມາດຕະຖານແຮງງານພື້ນຖານ. ນີ້ແມ່ນບັນດາບາດກ້າວແທດຈິງ ທີ່ສະແດງໃຫ້ເຫັນວ່າ ຫວຽດນາມ ປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບແຮງງານຢ່າງເຂັ້ມງວດ ພ້ອມທັງສ້າງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ