ຫວຽດນາມ ມານະພະຍາຍາມປະຕິບັດເປົ້າໝາຍຄວບຄູ່ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ພັດທະນາເສດຖະກິດ-ສັງຄົມ

(VOVWORLD) - ລັດຖະບານຫວຽດນາມ ມານະພະຍາຍາມຜ່ານຜ່າສິ່ງທ້າທາຍ, ຕັດສິນໃຈບັນລຸໄດ້ເປົ້າໝາຍ “ຄວບຄູ່” ແມ່ນທັງຄວບຄຸມ, ຈຳກັດໂລກລະບາດໂຄວິດ- 19, ທັງຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ.
ຫວຽດນາມ ມານະພະຍາຍາມປະຕິບັດເປົ້າໝາຍຄວບຄູ່ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ພັດທະນາເສດຖະກິດ-ສັງຄົມ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14 .  ພາບ: VOV

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງຄືດັ່ງກ່າວເມື່ອສະເໜີບົດລາຍງານໝາກຜົນຕັ້ງໜ້າໃນແຜນການພັດທະນາເສດຖະກິດ-ສັງຄົມປີ 2020 ແລະ 5 ປິໄລຍະ 2016 – 2020; ຄາດຄະເນແຜນການພັດທະນາເສດຖະກິດ-ສັງຄົມປີ 2021, ເປົ້າໝາຍຕົ້ນຕໍ ແລະ ບາງໜ້າທີ່, ມາດຕະການແກ້ໄຂການພັດທະນາເສດຖະກິດ-ສັງຄົມໄລຍະ 2021 – 2025 ທີ່ວາລະໄຂກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ເຊິ່ງດຳເນີນໃນຕອນເຊົ້າວັນທີ 20 ຕຸລາ.

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ, ເຖິງວ່າຖືກຜົນສະທ້ອນຢ່າງໃຫຍ່ຫຼວງຈາກໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ຫວຽດນາມ ກໍ່ບັນລຸໄດ້ຜົນສຳເລັດໃນວຽກງານປ້ອງກັນ, ຕ້ານ, ຄວບຄຸມໂລກລະບາດ ແລະ ຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ, ເຊິ່ງໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ. ເສດຖະກິດມະຫາພາກໄດ້ຮັບການຮັກສາເປັນປົກກະຕິ, ສືບຕໍ່ຮັກສາທ່າເຕີບໂຕ, ຮັບປະກັນການຊ່ວຍໜູນສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ ໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ຄືດັ່ງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ຂໍ້ສັງເກດວ່າ, ບໍ່ມີຍາມໃດທີ່ປະເທດຫວຽດນາມ ມີຄວາມໝັ້ນຄົງ, ກຳລັງຄວາມສາມາດບົ່ມຊ້ອນ ແລະ ອິດທິພົນຊື່ສຽງຕໍ່ສາກົນຄືໃນປະຈຸບັນ.

ລະດັບ GDP ເພີ່ມຂຶ້ນປະມານ 1,4 ເທົ່າເມື່ອທຽບໃສ່ປີ 2015

        ໃນຂະນະທີ່ໂລກລະບາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດຢ່າງສັບສົນໃນທົ່ວໂລກນັ້ນ, ຫວຽດນາມ ສາມາດຄວບຄຸມໂລກລະບາດ, ບໍ່ປະໃຫ້ແຜ່ລະບາດໃນຊຸມຊົນ; ພ້ອມທັງຍູ້ແຮງການຮ່ວມມືກັບສາກົນ, ໜູນຊ່ວຍບັນດາປະເທດໃນການປ້ອງກັນ, ຕ້ານໂລກລະບາດຢ່າງທັນການ. ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລ້ວ, ອົງການອະນາໄມໂລກ, ປະຊາຄົນສາກົນໄດ້ຕີລາຄາສູງ ແລະ ຖືວ່າ ຫວຽດນາມ ແມ່ນນອນໃນຈຳນວນໜ້ອຍໃນບັນດາປະເທດທີ່ຄວບຄຸມໂລກລະບາດໄດ້ເປັນຢ່າງດີ, ມີວິທີປະຕິບັດຢ່າງຖືກຕ້ອງ, ທັນການ, ມີປະສິດທິຜົນ ແລະ ຄ່າໃຊ້ຈ່າຍຕ່ຳ. ກອງທຶນເງິນຕາສາກົນໄດ້ຕີລາຄາວ່າ ຜົນສຳເລັດຂອງຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ເປັນແບບຢ່າງໃນການພິສູດໃຫ້ເຫັນກ່ຽວກັບວິທີທີ່ປະເທດໜຶ່ງພວມພັດທະນາສາມາດຕ້ານໂລກລະບາດ, ນຳມາເຊິ່ງບົດຮຽນທີ່ມີຄວາມໝາຍສຳລັບບັນດາປະເທດອື່ນທີ່ພວມພັດທະນາ. ຍ້ອນສາມາດສະກັດກັ້ນໂລກລະບາດໄດ້ນັ້ນ ໄດ້ເປັນການປະກອບສ່ວນເຂົ້າໃນການຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມຢູ່ໃນລະດັບຕ່ຳ, ຄຸນນະພາບການເຕີບໂຕໄດ້ຮັບການຍົກສູງຂຶ້ນ, ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບການປົວແປງ. ການເຕີບໂຕໄລຍະ 2016 – 2019 ບັນລຸລະດັບສູງພໍສົນຄວນ, ຄິດສະເລ່ຍແມ່ນ 6,8%/ປີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ໃຫ້ຮູ້ວ່າ:

        “ປີ 2020, ເຖິງວ່າຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນໂລກລະບາດກໍ່ຕາມ, ແຕ່ລະດັບການເຕີບໂຕໃນ 9 ເດືອນຕົ້ນປີບັນລຸລະດັບ 2,12%, ທັງປີຄາດວ່າບັນລຸລະດັບ 2-3%; ແມ່ນໜຶ່ງໃນບັນດາປະເທດບັນລຸການເຕີບໂຕສູງທີ່ສຸດຢູ່ພາກພື້ນ ແລະ ໃນໂລກ ຍ້ອນກຳລັງແຮງພາຍໃນ, ນຳໃຊ້ບັນດາກາລະໂອກາດໄດ້ເປັນຢ່າງດີ, ຄວາມສາມາດຫັນເປັນຫຼາຍຮູບຫຼາຍແບບ, ຮັບມືກັບພື້ນຖານເສດຖະກິດຢ່າງມີໄຫວພິບ. ດັດຊະນີການປ່ຽນແປງໃໝ່ປະດິດຄິດສ້າງທົ່ວໂລກຂອງຫວຽດນາມ ໃນປີ 2020 ແມ່ນຢືນອັນດັບທີ 42/131, ນຳໜ້າກຸ່ມ 29 ປະເທດທີ່ມີພື້ນຖານເສດຖະກິດໂດຍມີລາຍຮັບຢູ່ໃນລະດັບດຽວກັນ”.

ເປົ້າໝາຍສັງລວມປີ 2021 ແລະ ໄລຍະ 2021 2025

        ກ່ຽວກັບທິດທາງ, ໜ້າທີ່ພັດທະນາເສດຖະກິດ-ສັງຄົມປີ 2021 ແລະ ໄລຍະ 5 ປິ 2021 – 2025, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງບັນດາເປົ້າໝາຍຕົ້ນຕໍ ແລະ ບາງໜ້າທີ່, ມາດຕະການແກ້ໄຂໃນການພັດທະນາເສດຖະກິດ-ສັງຄົມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ຊີ້ແຈ້ງວ່າ.

        “ຫວຽດນາມ ສືບຕໍ່ວາງອອກເປົ້າໝາຍພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ບົນພື້ນຖານຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຍູ້ແຮງການປະຕິບັດບັນດາຂອດບຸກທະລຸຍຸດທະສາດ ແລະ ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ເພີ່ມທະວີການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງ. ສູ້ຊົນໃຫ້ຮອດປີ 2025 ແມ່ນປະເທດພວມພັດທະນາ ມີພື້ນຖານອຸດສາຫະກຳຕາມທິດທັນສະໄໝລື່ນກາຍລະດັບລາຍຮັບປານກາງຕ່ຳ. ໃນປີ 2021 ແລະ ຊຸມປີຕົ້ນໄລຍະ 2021 – 2025, ສືບຕໍ່ສຸມໃສ່ປະຕິບັດ “ໜ້າທີ່ຄວບຄູ່”, ເຊິ່ງແມ່ນທັງປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ, ຮັກສາສຸຂະພາບໃຫ້ແກ່ປະຊາຊົນ, ທັງນຳໃຊ້ບັນດາກາລະໂອກາດໃຫ້ເປັນຢ່າງດີ, ມານະພະຍາຍາມຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມໃນສະພາບປົກກະຕິໃໝ່”.

        ທ່ານນາຍົກລັດຖະມົນຕີ ຫວຽນຊວັນຟຸກ ກໍ່ໄດ້ຊີ້ແຈ້ງ 12 ຄາດໝາຍຕົ້ນຕໍກ່ຽວກັບຂົງເຂດເສດຖະກິດ, ສັງຄົມ, ສິ່ງແວດລ້ອມໃນແຜນການພັດທະນາເສດຖະກິດ-ສັງຄົມປີ 2021, ໃນນັ້ນມີ: ຍອດຜະລິດຕະພັນພາຍໃນປະເທດ (GDP) ເພີ່ມຂຶ້ນປະມານ 6%; ດັດຊະນີການໃຊ້ສອຍ (CPI) ຄິດສະເລ່ຍບັນລຸປະມານ 4%; ສະມັດຕະພາບແຮງງານສັງຄົມເພີ່ມຂຶ້ນປະມານ 4,8%... ໃນໄລຍະ 2021 – 2025, ຄາດວ່າຈະມີ 15 ຄາດໝາຍຕົ້ນຕໍ; ໃນນັ້ນລະດັບເຕີບໂຕ GDP ຄິດສະເລ່ຍປະມານ 6,5-7%; ຮອດປີ 2025, GDP ຄິດສະເລ່ຍຕໍ່ຫົວຄົນບັນລຸແຕ່ 4.700 – 5.000 USD… ທ່ານນາຍົກລັດຖະມົນຕີ ກໍ່ຊີ້ແຈ້ງເຖິງ 10 ໝວດໜ້າທີ່, ມາດຕະການແກ້ໄຂຕົ້ນຕໍ, ໃນນັ້ນມີການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ ແລະ ຫຼຸດຜ່ອນຄວາມເສຍຫາຍຍ້ອນໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ, ຍົກສູງຄຸນນະພາບ ແລະ ນຳໃຊ້ແຫຼ່ງຊັບພະຍາກອນຢ່າງມີປະສິດທິຜົນ ຕິດພັນກັບການຍູ້ແຮງການປ່ຽນແປງໃໝ່ປະດິດຄິດສ້າງ, ນຳໃຊ້ ແລະ ພັດທະນາວິທະຍາສາດ, ເຕັກໂນໂລຊີຢ່າງແຮງ; ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳ, ຊາວຫວຽດນາມ ແລະ ກຳລັງແຮງຂອງທົ່ວປວງຊົນທັງຊາດ, ປະຕິບັດຄວາມກ້າວໜ້າ, ຄວາມຍຸຕິທຳໃນສັງຄົມ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ