ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ປະ​ຊາ​ຄົມ​ໂລກ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ລູກ​ລະ​ເບີດບໍ່​ທັນ​ແຕກ

(VOVWORLD) -  ວັນທີ 8 ເມສາ, ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ໄດ້ຈັດວາລະປະຊຸມຂັ້ນລັດຖະມົນຕີທາງອອນລາຍກ່ຽວກັບຫົວເລື່ອງ “ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ແລະ ຮັກສາສັນຕິພາບແບບຍືນຍົງ: ເພີ່ມທະວີການສະໜິດຕິດພັນເພື່ອມີການກະທຳຢ່າງມີປະສິດທິຜົນກ່ວາອີກ”. ເຫດການທີ່ມີລັກສະນະມະນຸດສະທຳ ແລະ ຄວາມໝາຍນີ້ ຕິດພັນກັບວັນສາກົນໂຄສະນາເພື່ອຕ້ານລູກລະເບີດ ແລະ ການໜູນຊ່ວຍການກະທຳຕ້ານລູກລະເບີດບໍ່ທັນແຕກ (ຄືວັນທີ 4 ເມສາ) ຊື່ງ ສປຊ ໄດ້ຈັດຂຶ້ນເປັນປະຈຳທຸກໆປີ.
ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ປະ​ຊາ​ຄົມ​ໂລກ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ລູກ​ລະ​ເບີດບໍ່​ທັນ​ແຕກ - ảnh 1

ໜ່ວຍສຳຫຼວດລູກລະເບີດກອງທັບເຂດ 4 ເຮັດວຽກຢູ່ເຂດເທື້ອງແທງ ນະຄອນເຫວ້ (ພາບ: TTXVN)

   ຫວຽດນາມ ແມ່ນປະເທດໄດ້ຮັບຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງ ດ້ວຍ ລູກລະເບີດບໍ່ທັນແຕກຫຼັງສົງຄາມນັບແສນໂຕນ. ເຖິງວ່າ ຫວຽດນາມ ໄດ້ຜ່ານຜ່າໄລຍະສັນຕິພາບໃນຫຼາຍທົດສະວັດກໍ່ຕາມ ແຕ່ຄວາມສ່ຽງຖືກອຸບັດຕິເຫດຍ້ອນລູກລະເບີດບໍ່ທັນແຕກຍັງມີຢູ່ທົ່ວທຸກແຫ່ງ, ອັນໄດ້ນາບຂູ່ເຖິງຄວາມປອດໄພຂອງປະຊາຊົນ ກໍ່ຄືກີດຂວາງບັນດາຄວາມມານະພະຍາຍາມພັດທະນາເສດຖະກິດ-ສັງຄົມ.

   ດ້ວຍສະພາບຕົວຈິງຄືດັ່ງກ່າວ, ຫວຽດນາມ ຕ້ອງມີເວລານັບຮ້ອຍປີເພື່ອແກ້ໄຂບັນຫາລູກລະເບີດບໍ່ທັນແຕກໃຫ້ໝົດກ້ຽງ. ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ແມ່ນໜ້າທີ່ຂອງລັດຖະບານ ກໍ່ຄືຄວາມຄອງຄອຍຂອງປະຊາຊົນຫວຽດນາມ ນັບລ້ານຄົນ.

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ປະ​ຊາ​ຄົມ​ໂລກ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ລູກ​ລະ​ເບີດບໍ່​ທັນ​ແຕກ - ảnh 2

ລູກລະເບີດທີ່ມີນ້ຳໜັກ 225 kg ໄດ້ຄົ້ນພົບຢູ່ແຂວງຝູອຽນ ນອນໃຕ້ດິນ 2 ແມັດ (ພາບ: TTXVN)

   ບົນພື້ນຖານນັ້ນ, ຫວຽດນາມ ໄດ້ລົງນາມໃນສົນທິສັນຍາຫ້າມ ແລະ ຈຳກັດການນຳໃຊ້ບາງປະເພດອາວຸດທຳມະດາ ພ້ອມທັງຕັ້ງໜ້າເຂົ້າຮ່ວມບັນດາກອງປະຊຸມ, ກອງປະຊຸມສຳມະນາທີ່ກ່ຽວຂ້ອງເຖິງບັນຫາລູກລະເບີດ ຊື່ງລວມມີກອງປະຊຸມບັນດາປະເທດສະມາຊິກສົນທິສັນຍາຫ້າມລູກລະເບີດທີ່ເຮັດໃຫ້ຖືກບາດເຈັບ, ສົນທິສັນຍາຫ້າມລູກລະເບີດຊຸດ   ດ້ວຍຖານະເປັນນັກສັງເກດການ, ເພື່ອສະແດງໃຫ້ເຫັນບົດບາດເປັນສະມາຊິກທີ່ມີຄວາມຮັບຜິດຊອບ, ກຳສະພາບການ, ໂຄສະນາເຜີຍແຜ່ກ່ຽວກັບສະພາບມົນລະພິດລູກລະເບີດຢູ່ຫວຽດນາມ ແລະ ບັນດາຄວາມມານະພະຍາຍາມ, ໝາກຜົນທີ່ບັນລຸໄດ້, ຂົນຂວາຍການອຸປະຖຳຂອງປະເທດຕ່າງໆ, ບັນດາອົງການຈັດຕັງສາກົນ ແລະ ອົງການບໍ່ຂຶ້ນກັບລັດຖະບານ ຮັບໃຊ້ໃຫ້ແກ່ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກຢູ່ຫວຽດນາມ. ຢູ່ພາຍໃນປະເທດ, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ໂຄງການດຳເນີນງານແຫ່ງຊາດ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກຫຼັງສົງຄາມຮອດປີ 2025, ດຳລັດຂອງລັດຖະບານກ່ຽວກັບການຄຸ້ມຄອງການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ….ນອກຈາກນັ້ນ, ຫວຽດນາມ ກໍ່ໄດ້ເພີ່ມທະວີບັນດາການເຄື່ອນໄຫວໂຄສະນາໃຫ້ແກ່ບັນດາຄວາມມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກຂອງຫວຽດນາມ.

    ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ບໍ່ແມ່ນບັນຫາຂອງສະເພາະຫວຽດນາມ. ປະຈຸບັນ, ມີກ່ວາ 60 ປະເທດໃນໂລກ ຍັງຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ໜັກໜ່ວງໂດຍ ລູກລະເບີດບໍ່ທັນແຕກຫຼັງສົງຄາມກໍ່ຂຶ້ນ. ແຕ່ລະປີ, ມີປະມານ 15.000 ຄົນໃນໂລກຖືກບາດເຈັບ ຫລືເສຍຊີວິດຍ້ອນລູກລະເບີດບໍ່ທັນແຕກ . ສະນັ້ນ,     ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ແມ່ນໜຶ່ງໃນບັນດາຫົວເລື່ອງບຸລິມະສິດຂອງຫວຽດນາມ ເມື່ອໄດ້ຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ ເວົ້າລວມ ແລະ ໃນເດືອນປະທານ ສະພາຄວາມໝັ້ນຄົງ ສປຊ ເວົ້າສະເພາະ. ໂຄງການພັດທະນາແບບຍືນຍົງຮອດປີ 2030 ຂອງ ສປຊ ກໍ່ໄດ້ຖື    ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ແລະ ຜົນຮ້າຍຢ້ອນຫຼັງຈາກສົງຄາມ ແມ່ນເປົ້າໝາຍໃຫ່ຍຂອງທົ່ວໂລກ.

   ໃນຖານະເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ, ໃນໄລຍະຜ່ານມາ, ຫວຽດນາມ ໄດ້ຍົກສູງບົດບາດຂອງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ໃນການກໍ່ຜົນຮ້າຍຄືນໃໝ່ ຫຼັງການປະທະກັນ ໃນບັນດາບົດກ່າວຄຳເຫັນ, ຂໍ້ສະເໜີ ຍົກອອກບັນດາເນື້ອໃນທີ່ເໝາະສົມ ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ. ອາດເວົ້າໄດ້ວ່າ, ຫວຽດນາມ ໄດ້ ແລະ ພວມທະວີຄູນທົບສອງເທົ່າ ຄວາມມານະພະຍາຍາມຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອແນໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ຮັບໃຊ້ການພັດທະນາເສດຖະກິດ ສັງຄົມ. ວາລະປະຊຸມເມື່ອວັນທີ 8 ເມສາປີ 2021 ແມ່ນການປຶກສາຫາລືເປີດກ່ຽວກັບລູກລະເບີດ ເພື່ອເວົ້າກ່ຽວກັບບັນດາສິ່ງທ້າທາຍໃນປະຈຸບັນຂອງລູກລະເບີດ, ເພື່ອແບ່ງປັນບັນດາບົດຮຽນຂອງບັນດາປະເທດ, ບັນດາພາກພື້ນ ໃນການແກ້ໄຂບັນດາບັນຫາລູກລະເບີດ, ພ້ອມທັງຍົກອອກບັນດາມາດຕະການໃໝ່ ເພື່ອໃຫ້ວົງຄະນາຍາດສາກົນ ມີການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກເປັນຢ່າງດີກ່ວາອີກ.

   ສປຊ ໄດ້ເຕື້ອງເຖິງຫວຽດນາມ ເປັນຫຼາຍເທື່ອວ່າ “ແມ່ນແບບຢ່າງຂອງບັນດາປະເທດພັດທະນາ, ບັນດາປະເທດບືນຕົວຂຶ້ນຈາກຄວາມອຶດຫິວທຸກຍາກ, ຈາກການເພພັງຂອງສົງຄາມ”. ຫວຽດນາມ ກໍ່ແມ່ນຕົວພະຍານຫຼັກຖານທີ່ມີຊີວິດຊີວາທີ່ສຸດ ໃຫ້ແກ່ຫົວເລື່ອງແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ແລະ ຮັກສາສັນຕິພາບແບບຍືນຍົງ. ເລື່ອງຫວຽດນາມ ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຂໍ້ລິເລີ່ມລະອຽດໃນບັນຫາແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ເພື່ອໃຫ້ລູກລະເບີດ ແລະ ສົງຄາມ ກາຍເປັນອະດີດຕະການ, ຈະເປັນສະແດງໃຫ້ເຫັນບົດບາດ, ການປະກອບສ່ວນຂອງຫວຽດນາມ ໃນຂົງເຂດທີ່ຫຼາຍປະເທດ ຕ່າງກໍ່ມີຄວາມສົນໃຈ, ອັນໄດ້ສ້າງຂີດໝາຍໃນອາຍຸການສະພາຄວາມໝັ້ນຄົງ ສປຊ 2020-2021./.

ຕອບກັບ

ຂ່າວ/ບົດ​ອື່ນ