ຫວຽດນາມ ມານະພະຍາຍາມໃນການປະຕິບັດໜ້າທີ່ສຳຄັນໃນປີເປັນປະທານ AIPA 2020

(VOVWORLD) -ພາຍຫຼັງຮັບດຳລົງຕຳແໜ່ງປະທານ AIPA 2020, ຕິດພັນກັບຫົວຂໍ້ປີປະທານອາຊຽນ, ສະພາແຫ່ງຊາດ ຫວຽດນາມ ໄດ້ສະເໜີຫົວຂໍ້ລວມຂອງກອງປະຊຸມລັດຖະສະພາ AIPA 41 ແມ່ນ “ການທູດລັດຖະສະພາເພື່ອປະຊາຄົມອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.

ຫວຽດນາມ ມານະພະຍາຍາມໃນການປະຕິບັດໜ້າທີ່ສຳຄັນໃນປີເປັນປະທານ AIPA 2020 - ảnh 1ການນຳຫວຽດນາມ ແລະ ຜູ້ແທນສາກົນເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 41

(ພາບ: VGP)

ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 41 ຖືກໄຂຂຶ້ນໃນວັນທີ 08 ກັນຍາ ຢ່າງເປັນທາງການ. ດ້ວຍຫົວຂໍ້ວ່າ “ການທູດລັດຖະສະພາເພື່ອປະຊາຄົມອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ກອງປະຊຸມລັດຖະສະພາ AIPA 41 ແລະ ບັນດາກອງປະຊຸມໃນຂອບເຂດຂອງປີເປັນປະທານ AIPA 2020 ໄດ້ສະແດງໃຫ້ເຫັນການເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ການປະກອບສ່ວນຢ່າງແທດຈິງຂອງສະພາແຫ່ງຊາດຫວຽດນາມ ທີ່ມີຕໍ່ AIPA, ປະກອບສ່ວນປັບປຸງນ້ຳໃຈສາມັກຄີ ແລະ ນຳພາບັນດາຄວາມມານະພະຍາຍາມລວມ ເພື່ອໃຫ້ AIPA ໜູນຊ່ວຍອາຊຽນ ໃນວິວັດທະນາການກໍ່ສ້າງປະຊາຄົມອາຊຽນ.

        ພາຍຫຼັງຮັບດຳລົງຕຳແໜ່ງປະທານ AIPA 2020, ຕິດພັນກັບຫົວຂໍ້ປີປະທານອາຊຽນ, ສະພາແຫ່ງຊາດ ຫວຽດນາມ ໄດ້ສະເໜີຫົວຂໍ້ລວມຂອງກອງປະຊຸມລັດຖະສະພາ AIPA 41 ແມ່ນ “ການທູດລັດຖະສະພາເພື່ອປະຊາຄົມອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. ຫົວຂໍ້ດັ່ງກ່າວແມ່ນສ່ອງແສງໃຫ້ເຫັນທ່າອ່ຽງພັດທະນາຂອງການທູດລັດຖະສະພາໃນພາກພື້ນອາຊຽນ, ສະໜັບສະໜູນການພັດທະນາຂອງປະຊາຄົມອາຊຽນ ທີ່ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື, ຜ່ານຜ່າບັນດາສິ່ງທ້າທາຍ, ມຸ່ງໄປເຖິງການພັດທະນາແບບຍືນຍົງ.

ບັນດາຂໍ້ລິເລີ່ມສຳຄັນ

        ເມື່ອຮັບບົດບາດປະທານ AIPA ໃນສະພາບເກີດໂລກລະບາດໂຄວິດ-19 ແລະ ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ແຕ່ສະພາແຫ່ງຊາດຫວຽດນາມ ກໍ່ໄດ້ຫັນບັນດາການເຄື່ອນໄຫວໃນປີເປັນປະທານ AIPA 2020 ໃຫ້ໄປສູ່ຮູບແບບອອນລາຍຢ່າງທັນການ. ນີ້ແມ່ນການເປັນເຈົ້າການ ແລະ ມີໄຫວພິບເພື່ອທັງປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງປະທານ AIPA, ທັງປະກອບສ່ວນໃຫ້ແກ່ການປ່ຽນແປງໃໝ່ວິທີການເຄື່ອນໄຫວຂອງ AIPA.

        ພ້ອມກັບການເຄື່ອນໄຫວຂອງລັດຖະບານ, ສະພາແຫ່ງຊາດຫວຽດນາມ ໄດ້ປະຕິບັດບັນດາການເຄື່ອນໄຫວການທູດລັດຖະສະພາທາງອອນລາຍ, ເຊິ່ງແມ່ນການສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບຂອງປະທານ AIPA 2020. ທ່ານ ຫງວຽນແມ້ງຕ໊ຽນ, ຮອງຫົວໜ້າກຳມາທິການການຕ່າງປະເທດ, ຫົວໜ້າອະນຸກຳມະການຖະແຫຼງຂ່າວໂຄສະນາເຜີຍແຜ່ AIPA 41, ໃຫ້ຮູ້ວ່າ.

        “ວັນທີ 30 ມີນາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ດ້ວຍບົດບາດເປັນປະທານ AIPA ໄດ້ສົ່ງຈົດໝາຍເຖິງບັນດາການນຳລັດຖະສະພາສະມາຊິກ AIPA ແບ່ງປັນບັນດາຜົນເສຍຫາຍຍ້ອນໂລກລະບາດໂຄວິດ-19, ພ້ອມທັງຮຽກຮ້ອງໃຫ້ບັນດາລັດຖະສະພາສະມາຊິກ AIPA ຈົ່ງສາມັກຄີກັນ, ເພີ່ມທະວີການກະທຳ, ຮ່ວມເດີນທາງພ້ອມກັບລັດຖະບານ ໃນການຮັບມືກັບໂລກລະບາດ. ໃນຂອບເຂດກອງປະຊຸມສຸດຍອດອາຊຽນ 36 ເຊິ່ງຈັດຕັ້ງທາງອອນລາຍ, ວັນທີ 26 ມິຖຸນາ, ວາລະເຈລະຈາລະຫວ່າງບັນດາການນຳອາຊຽນ ແລະ AIPA ໄດ້ຮັບການຈັດຕັ້ງຢ່າງສຳເລັດຜົນ, ປະກອບສ່ວນເຂົ້າໃນການປະຕິບັດບັນດາໜ້າທີ່ໃນປີປະທານອາຊຽນ 2020 ແລະ ປະທານ AIPA ປີ 2020 ຂອງຫວຽດນາມ, ເຊິ່ງໄດ້ຮັບການຕີລາຄາສູງຈາກບັນດາລັດຖະສະພາອາຊຽນ.”

        ສະພາແຫ່ງຊາດຫວຽດນາມ ກໍ່ປະສົບຜົນສຳເລັດໃນການເປັນປະທານກອງປະຊຸມສະພາທີ່ປຶກສາ AIPA ກ່ຽວກັບຢາເສບຕິດຄັ້ງທີ 3 (AIPACODD 3) ເມື່ອວັນທີ 29 ມິຖຸນາ ແລະ ກອງປະຊຸມຄູ່ຮ່ວມມືລັດຖະສະພາກ່ຽວກັບການຮ່ວມມືດ້ານການສຶກສາ, ວັດທະນະທຳເພື່ອການພັດທະນາແບບຍືນຍົງ (AIPA ECC) ເມື່ອວັນທີ 30 ກໍລະກົດ. ນີ້ແມ່ນຄັ້ງທຳອິດທີ່ AIPA ໄດ້ຈັດກອງປະຊຸມທາງອອນລາຍຫົວເລື່ອງສະເພາະ ເພື່ອແນໃສ່ຊຸກຍູ້ການພັດທະນາການພົວພັນຄູ່ຮ່ວມມືລັດຖະສະພາ ໃນການຜັນຂະຫຍາຍການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງເວົ້າລວມ, ກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ວັດທະນະທຳເວົ້າສະເພາະ. ທ່ານ ຫງວຽນວັນເຢົ່າ, ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ, ຮອງຫົວໜ້າຄະນະຜູ້ປະຈຳການຄະນະຈັດຕັ້ງ AIPA 41, ໃຫ້ຮູ້ວ່າ.

        “ຂໍ້ລິເລີ່ມຈັດຕັ້ງກອງປະຊຸມເຊິ່ງໄດ້ຮັບການສະໜັບສະໜູນຈາກທັງໝົດປະເທດແມ່ນຄູ່ຮ່ວມມືລັດຖະສະພາ ກ່ຽວກັບການຮ່ວມມືພັດທະນາການສຶກສາເພື່ອການພັດທະນາແບບຍືນຍົງ ເພື່ອແນໃສ່ປະຕິບັດເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ. ແຕ່ສິ່ງທີ່ໃຫຍ່ຫຼວງກວ່າ ແລະ ຄວາມປາດຖະໜາຂອງພວກຂ້າພະເຈົ້າໃນແຕ່ລະສະໄໝ AIPA ຈະຄັດເລືອກເອົາຫົວຂໍ້ຂອງສະຫະປະຊາຊາດ ໃນ 17 ເປົ້າໝາຍ ແລະ 169 ຄາດໝາຍເພື່ອປຶກສາຫາລືກັບສະຫະພັນລັດຖະສະພາໂລກ ແລະ ສະຫະປະຊາຊາດ, ສ້າງເວທີປາໄສຂອງ AIPA ເປັນປະຈຳ ເພື່ອພ້ອມກັນແລກປ່ຽນ, ຊອກຫາບັນດາມາດຕະການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໃນພາກພື້ນອາຊຽນ ຢ່າງມີປະສິດທິຜົນ”.

ພ້ອມກັນຜ່ານຜ່າສິ່ງທ້າທາຍ

        ກອງປະຊຸມລັດຖະສະພາ AIPA 41 ດຳເນີນໄປໃນສະພາບອາຊຽນ ສືບຕໍ່ຢືນຢັນເປົ້າໝາຍສະໜິດຕິດພັນຢ່າງແໜ້ນແຟ້ນ, ເພີ່ມທະວີສຽງເວົ້າເປັນໃຈກາງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້. ບັນດາປະເທດອາຊຽນ ກໍ່ພວມມານະພະຍາຍາມຜັນຂະຫຍາຍບັນດາມາດຕະການຄວບຄຸມໂລກລະບາດໂຄວິດ-19, ປະຕິບັດບັນດານະໂຍບາຍເພື່ອແນໃສ່ເພີ່ມທະວີຄວາມສາດໃນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດ, ຄ້ຳປະກັນສະບຽງອາຫານ, ສະກັດກັ້ນການຊຸດໂຊມທາງດ້ານເສດຖະກິດ ແລະ ຮັບປະກັນຊີວິດສັງຄົມ. ພ້ອມກັນນັ້ນແມ່ນບັນດາການຫັນປ່ຽນຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງສະພາບການໂລກ, ການປັບປຸ່ງນະໂຍບາຍ ແລະ ການພົວພັນລະຫວ່າງບັນດາປະເທດໃຫຍ່. ໃນສະພາບການນັ້ນ, ກອງປະຊຸມລັດຖະສະພາ AIPA 41 ສຸມໃສ່ພິຈາລະນາ ແລະ ຄາດວ່າຈະຮັບຮອງເອົາມະຕິຫຼາຍສະບັບ.

        ກອງປະຊຸມລັດຖະສະພາ AIPA ຄັ້ງທີ 41 ແມ່ນໂອກາດເພື່ອໃຫ້ບັນດາລັດຖະສະພາອາຊຽນ ພ້ອມກັນຫວນຄືນບັນດາຜົນງານ, ສິ່ງທ້າທາຍ, ປັບປຸງຄວາມສາມັກຄີ, ການຮ່ວມມື, ເປັນເອກະພາບໃນຫຼາຍຮູບຫຼາຍແບບ, ເພື່ອແນໃສ່ພ້ອມກັນຮັບມືກັບບັນດາສິ່ງທ້າທາຍອັນໃຫຍ່ຫຼວງຂອງພາກພື້ນ ແລະ ໃນໂລກ ໃນໄລຍະຈະມາເຖິງ, ຕັ້ງໜ້າປະກອບສ່ວນເຂົ້າໃນວິວັດທະນາການສ້າງປະຊາຄົມອາຊຽນ ໃຫ້ນັບມື້ນັບພັດທະນາກວ່າອີກ.

25 ປີແຫ່ງການເຂົ້າເປັນສະມາຊິກຂອງ AIPA, ສະພາແຫ່ງຊາດຫວຽດນາມ ບໍ່ພຽງແຕ່ເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດ AIPA ຢ່າງຄົບຖ້ວນເທົ່ານັ້ນ, ຫາກຍັງປະກອບຄຳຄິດຄຳເຫັນ, ຂໍ້ລິເລີ່ມທີ່ແທດຈິງຫຼາຍຢ່າງ ເພື່ອປ່ຽນແປງໃໝ່ອົງການຈັດຕັ້ງ, ການເຄື່ອນໄຫວ, ໂຄງການດຳເນີນງານຂອງ AIPO/AIPA, ຊຸກຍູ້ບົດບາດຂອງ AIPO/AIPA ແລະ ການເຊື່ອມຕໍ່ກັບອາຊຽນ ໃນການແກ້ໄຂບັນດາບັນຫາລວມຂອງພາກພື້ນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ