ຫວຽດ​ນາມ - ມາ​ເລ​ເຊຍ: 50 ປ​ີ​ແຫ່ງ​ການ​ຮ່ວມ​ມື

(VOVWORLD) - ວັນທີ 30 ມີນາ, ຄອບຮົບ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ມາເລເຊຍ (30/3/1973 - 30/3/2023). 50 ປີທີ່ຜ່ານມາ, ຫວຽດນາມ ແລະ ມາເລເຊຍ ບໍ່ພຽງແຕ່ແມ່ນຄູ່ຮ່ວມມືສອງຝ່າຍທີ່ສະໜິດຕິດພັນເທົ່ານັ້ນ ຫາກຍັງແມ່ນຄູ່ຮ່ວມມືຫຼາຍຝ່າຍທີ່ຕັ້ງໜ້າໃນ ອາຊຽນ ແລະ ບັນດາເວທີອາໄສສາກົນ ຕ່າງໆ, ທີ່ມີເປົ້າໝາຍລວມໃນການແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ ແລະ ທົ່ວໂລກອີກດ້ວຍ.

ຫວຽດ​ນາມ - ມາ​ເລ​ເຊຍ: 50 ປ​ີ​ແຫ່ງ​ການ​ຮ່ວມ​ມື - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Sri Ismail Sabri bin Yaakob (ພາບ: VGP)

ມາເລເຊຍ ແລະ ຫວຽດນາມ ມີປະຫວັດສາດຮ່ວມມືທີ່ຍາວນານໃນຫຼາຍຂົງເຂດ, ສອງປະເທດຍາມໃດກໍ່ໃຫ້ບຸລິມະສິດຢ່າງສູງ ໃຫ້ແກ່ການເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຮອບດ້ານ.

ໝາກຜົນການຮ່ວມມືສອງຝ່າຍທີ່ພົ້ນເດັ່ນ

ຫວຽດນາມ ແລະ ມາເຊເຊຍ ລ້ວນແຕ່ຖືເປັນສຳຄັນການຮ່ວມມືສອງຝ່າຍ. ປີ 2015, ສອງປະເທດໄດ້ຍົກລະດັບການພົວພັນຄູ່ຮ່ວມມືຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ. ໄລ່ມາຮອດປັດຈຸບັນ, ຫວຽດນາມ ແລະ ມາເຊເຊຍ ໄດ້ຮັບຮອງເອົາ 2 ແຜນການເຄືອນໄຫວເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືນີ້. ການປະຕິບັດສຳເລັດແຜນການກະທຳທຳອິດ ໃຫ້ແກ່ໄລຍະ 2017 – 2019 ໄດ້ພາໄປເຖິງການຮ່ວມມືຢ່າງແຮງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດໃນຫຼາຍຂົງເຂດ. ແຜນການເຄື່ອນໄຫວທີສອງໃຫ້ແກ່ໄລຍະ 2021 – 2025 ພວມໄດ້ຮັບການຜັນຂະຫຍາຍດ້ວຍຫຼາຍເນື້ອໃນຮ່ວມມືໃໝ່, ພິເສດແມ່ນແງ່ມູນດ້ານເສດຖະກິດ.

  ປັດຈຸບັນ ມາເລເຊຍແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 10 ເຂົ້າມາລົງທຶນຢູ່ ຫວຽດນາມ ດ້ວຍໂຄງການກ່ວາ 700 ໂຄງການດ້ວຍເງິນລົງທຶນກ່ວາ 13 ຕື້ USD. ຄວາມຕ້ອງການໃນການຮ່ວມມື ແລະ ເຊື່ອມຕໍ່ຂອງສອງພື້ນຖານເສດຖະກິດນັບມື້ນັບເລິກເຊິ່ງ. ທ່ານເອກອັກຄະລັດຖະທູດ ມາເຊເຊຍ ປະຈຳ ຫວຽດນາມ Dato Tan Yang Thai ໃຫ້ຮູ້ວ່າ:

  ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາສະຖານທີ່ລົງທຶນທີ່ດຶງດູດໃຈທີ່ສຸດສຳລັບບັນດານັກລົງທຶນຕ່າງປະເທດ, ພິເສດແມ່ນນັກລົງທຶນມາເລເຊຍ. ດ້ວຍພື້ນຖານເສດຖະກິດພັດທະນາຢ່າງແຮງ, ມີຈຳນວນເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າມາຕະຫຼາດ ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງໃນຊຸມປີມໍ່ໆມານີ້. ບັນດານັກລົງທຶນມາເລເຊຍ ກໍ່ມີຄວາມສົນໃຈໃນການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຄື: ກະສິກຳ ແລະ ສິນໃນນ້ຳ, ຜະລິດຕະພັນ halal, ອາຫານປຸງແຕ່ງ, ກໍ່ຄືບັນດາຜະລິດຕະພັນ ແລະ ເຄື່ອງອາໄຫຼ່ເອເລັກໂຕນິກ.

  ຕາມຂໍ້ມູນຂອງອົງການທີ່ມີໜ້າທີ່ຄວາມຮັບຜິດຊອບຫວຽດນາມ ແລ້ວ, ປີ 2022 ວົງເງິນການຄ້າສອງຝ່າຍບັນລຸເກືອບ 14,7 ຕື້ USD. ສະເພາະສອງເດືອນຕົ້ນປີ 2023, ການແລກປ່ຽນການຄ້າລະຫວ່າງສອງປະເທດບັນລຸ 1,94 ຕື້ USD, ປະມານ 13%ຂອງທັງປີ 2022. ການນຳສອງປະເທດໄດ້ເຫັນດີເປັນເອກະພາບສຸ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 18 ຕື້ USD ໃນປີ 2025 ຕາມທິດດຸ່ນດ່ຽງ. ໃນຂົງເຂດແຮງງານ, ການນຳແຮງງານ ຫວຽດນາມ ໄປເຮັດວຽກຢູ່ມາເລເຊຍ ກໍ່ແມ່ນໜຶ່ງໃນບັນດາເນື້ອໃນຮ່ວມມືທີີ່ມີປະສິດທິຜົນ, ພິເສດແມ່ນໃນໄລຍະ 2002 – 2012. ສິ່ງນີ້ຊ່ວຍແກ້ໄຂຄວາມຕ້ອງການຢ່າງສູງກ່ຽວກັບແຮງງານຂອງ ມາເລເຊຍ ພ້ອມທັງສ້າງວຽກເຮັດງານທຳໃຫ້ແກ່ແຮງງານຫວຽດນາມ ນັບແສນຄົນ.

ຫວຽດ​ນາມ - ມາ​ເລ​ເຊຍ: 50 ປ​ີ​ແຫ່ງ​ການ​ຮ່ວມ​ມື - ảnh 2ທ່ານເອກອັກຄະລັດຖະທູດ ມາເລເຊຍ ປະຈຳຫວຽດນາມ Dato Tan Yang Thai (ພາບ: ເຮືອງຈ່າ)

ທັດສະນະກ່ຽວກັບຫຼາຍບັນຫາສາກົນ ແລະ ນະໂຍບາຍການພົວພັນພາຍໃນຂອງ ຫວຽດນາມ ແລະ ມາເລເຊຍກໍ່ມີຈຸດທີ່ຄ້າຍຄືກັນຫຼາຍຝ່າຍ. ຂໍ້ສະດວກນີ້ບວກກັບຄວາມເອົາໃຈໃສ່ຂອງການນຳກໍ່ແມ່ນພື້ນຖານເພື່ອເສີມຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ຫຼາຍກ່ວາອີກ. ກ່າວຄຳເຫັນເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ມາເລເຊຍ Sri Ismail Sabri bin Yaakob ມາຢ້ຽມຢາມຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ:

ການພົວພັນຫວຽດນາມ ແລະ ມາເລເຊຍໄດ້ຜ່ານຜ່າເສັ້ນທາງແຫ່ງການກໍ່ສ້າງ ແລະ ພັດທະນາທີ່ຍາວນານດ້ວຍຂີດໝາຍສຳຄັນແມ່ນເລື່ອງສອງປະເທດສ້າງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2015 ເຊິ່ງປັດຈຸບັນພວມພັດທະນາຢ່າງແຮງທີ່ສຸດ, ນັບມື້ນັບມີປະສິດທິຜົນສູງ. ດ້ວຍຈິນຕະນາດີ ແລະ ຄວາມມານະພະຍາຍາມຂອງສອງຝ່າຍ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ຈະນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ.

ການພົວພັນທີ່ມີຄວາມໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນໃນຂອບເຂດຫຼາຍຝ່າຍ

ບົນພື້ນຖານການພົວພັນຫຼາຍຝ່າຍ, ສອງປະເທດກໍ່ສະແດງໃຫ້ເຫັນການພົວພັນທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜິດຕິດພັນເມື່ອພ້ອມກັນເປັນສະມາຊິກຂອງຫຼາຍອົງການຫຼັກແຫຼ່ງຄື: ອາຊຽນ, ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC)…ສອງຝ່າຍໄດ້ແບ່ງປັນທັດສະນະໃນຫຼາຍບັນຫາຄື: ບົດບາດເປັນໃຈກາງຂອງອາຊຽນໃນໂຄງປະກອບຄວາມໝັ້ນຄົງໃນພາກພື້ນ, ການຜັນຂະຫຍາຍຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ (DOC) ແລະ ບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ…

ມາເລເຊຍສະໜັບສະໜູນ ຫວຽດນາມ ຮັບດຳລົງຕຳແໜ່ງສຳຄັນຢູ່ພາກພື້ນ ແລະ ສາກົນຄື: ຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ 2020, ກຳມະການບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021… ກົງກັນຂ້າມ, ຫວຽດນາມ ກໍ່ສະໜັບສະໜູນ ມາເລເຊຍກາຍເປັນສະມາຊິກຂອງອົງການການເດີນເຮືອສາກົນ (IMO), ສະໝັກເຂົ້າເປັນສະມາຊິກຂອງສະພາສິດທິມະນຸດ ສປຊ (UNHRC) ອາຍຸການ 2022 – 2024…

ເຕື້ອງເຖິງການເພີ່ມທະວີການຮ່ວມມືກັບ ຫວຽດນາມ ເພື່ອພ້ອມກັນຊຸກຍູ້ຄວາມສະຖຽນລະພາບ ແລະ ວັດທະນາຖາວອນຢູ່ພາກພື້ນ, ທ່ານເອກອັກຄະລັດຖະທູດ ມາເລເຊຍ ປະຈຳຫວຽດນາມ Dato Tan Yang Thai ໃຫ້ຮູ້ວ່າ:

ມາເລເຊຍຢາກສະເໜີ ຫວຽດນາມ ເຂົ້າຮ່ວມໂຄງການຮ່ວມມືເຕັກນິກ ມາເລເຊຍ (MTCP). ໂຄງການນີ້ແມ່ນສ່ວນໜຶ່ງໃນຄຳໝັ້ນສັນຍາຂອງລັດຖະບານ ມາເລເຊຍ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານເຕັກນິກ ລະຫວ່າງບັນດາປະເທດພວມພັດທະນາ, ເພີ່ມທະວີການຮ່ວມມືໃນພາກພື້ນ ແລະ ອະນຸພາກພື້ນ, ພ້ອມທັງຊຸກຍູ້ການສ້າງຄວາມເຂັ້ມແຂງລ້ວມໝູ່ເອງດ້ວຍຕົນເອງ ລະຫວ່າງບັນດາປະເທດພວມພັດທະນາ. ສອງປະເທດກໍ່ຄວນສວຍໃຊ້ຍາດແຍ່ງບັນດາຂໍ້ລິເລີ່ມຢູ່ເວທີປາໄສສອງຝ່າຍ ແລະ ຫຼາຍຝ່າຍ ຢ່າງສຸດຂີດ ເພື່ອເພີ່ມທະວີການຄ້າ.

ປີ 2023 ແມ່ນປີເປັນຂີດໝາຍ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ມາເລເຊຍ ຫວຽດນາມ. ບັນດາໝາກຜົນຂອງການຮ່ວມມືໃນ 5 ທົດສະວັດຜ່ານມາ ໄດ້ປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ຍາວນານ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ, ແມ່ນພື້ນຖານເພື່ອໃຫ້ສອງປະເທດພ້ອມກັນມຸ່ງໄປເຖິງບັນດາເປົ້າໝາຍພັດທະນາໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ