ຫວຽດນາມ ຢັ້ງຢືນບົດບາດເປັນເຈົ້າການ, ຕັ້ງໜ້າຢູ່ສະພາຄວາມໝັ້ນຄົງ, ສປຊ

(VOVWORLD) - ດ້ວຍທຸກສິ່ງທຸກຢ່າງທີ່ ຫວຽດນາມ ໄດ້ປະຕິບັດໃນ 6 ເດືອນຜ່ານມານັ້ນ, ການນຳ ສປຊ, ບັນດາປະເທດ ແລະ ຫາງສຽງສາກົນ ໄດ້ໃຫ້ຂໍ້ສັງເກດ, ຕີລາຄາຢ່າງຕັ້ງໜ້າກ່ຽວກັບບົດບາດ, ການເຂົ້າຮ່ວມຂອງ ຫວຽດນາມ, ເປັນການສະແດງໃຫ້ເຫັນບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ທີ່ຍາມໃດກໍ່ເປັນເຈົ້າການ, ມີການປະກອບສ່ວນເຂົ້າໃນທຸກຂົງເຂດເຄື່ອນໄຫວຂອງ ສປຊ. 

6 ເດືອນ ຜ່ານໄປທີ່ ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສະຫະປະຊາຊາດ (ສປຊ), ໃນນັ້ນ ມີໜຶ່ງເດືອນທີ່ໄດ້ເປັນປະທານສະພາຄວາມໝັ້ນຄົງ ສປຊ. ໃນສະພາບການທີ່ໂລກລະບາດໂຄວິດ-19 ຍັງມີການຜັນແປສັບສົນຢູ່ໃນໂລກນັ້ນ, ຫວຽດນາມ ໄດ້ມານະພະຍາຍາມສະແດງໃຫ້ເຫັນບົດບາດເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ດຸ່ນດ່ຽງໃນບັນດາບັນຫາລວມຂອງທົ່ວໂລກ.

ຫວຽດນາມ ຢັ້ງຢືນບົດບາດເປັນເຈົ້າການ, ຕັ້ງໜ້າຢູ່ສະພາຄວາມໝັ້ນຄົງ, ສປຊ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ກ່າວຄຳເຫັນທີ່ກອງປະຊຸມທາງອອນລາຍຂັ້ນສູງຂອງສະພາຄວາມໝັ້ນຄົງ ສປຊ (ພາບ: TTXVN)

        ຮັບດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ໃນຄັ້ງທີ 2 ນີ້, ຫວຽດນາມ ໄດ້ເຂົ້າຮ່ວມບົນເນື້ອໃນຈິດໃຈເປັນເອກະລາດ, ເປັນເຈົ້າຕົນເອງ, ມີຄວາມຮັບຜິດຊອບ ແລະ ດຸ່ນດ່ຽງ, ສະແດງໃຫ້ເຫັນຫຼັກໝັ້ນໃນການສະໜັບສະໜູນ, ການເຄົາລົບ, ປະຕິບັດກົດບັດ ສປຊ ແລະ ບັນດາຫຼັກຖານພື້ນຖານຂອງກົດໝາຍສາກົນຢ່າງຈະແຈ້ງ, ສະໜັບສະໜູນການຊອກຫາມາດຕະການໃຫ້ແກ່ບັນດາການປະທະກັນຢູ່ພາກພື້ນ ແລະ ສາກົນຜ່ານການເຈລະຈາໂດຍສັນຕິວິທີ, ພ້ອມທັງແບ່ງປັນບັນດາຄວາມມານະພະຍາຍາມ, ບົດຮຽນຂອງ ຫວຽດນາມ ໃນວິວັດແຫ່ງການກໍ່ສ້າງ ແລະ ພັດທະນາປະເທດຊາດຄືນໃໝ່, ເຊື່ອມໂຍງເຂົ້າກັບສາກົນ ແລະ ພາກພື້ນ.

ບັນດາສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ

       ນັບແຕ່ຕົ້ນປີ 2020, ໂລກລະບາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ທຸກດ້ານຂອງຊີວິດສັງຄົມຢູ່ທົ່ວທຸກທະວີບ. ພາຍຫລັງປິດປະຕູສຳນັກງານ ສປຊ ຊົ່ວຄາວມາເປັນເວລາ 3 ເດືອນ ຍ້ອນຜົນສະທ້ອນຈາກໂລກລະບາດ, ສະພາຄວາມໝັ້ນຄົງເວົ້າລວມ, ຫວຽດນາມ ເວົ້າສະເພາະ ໄດ້ປັບຕົວໃຫ້ແທດເໝາະກັບສະພາບການ “ປົກກະຕິໃໝ່” ເມື່ອເຄື່ອນໄຫວກົງຈັກໂດຍຜ່ານຮູບການທາງອອນລາຍ ແລະ ນຳໃຊ້ບາງມາດຕະການຊົ່ວຄາວກ່ຽວກັບກົນໄກທາບທາມຄຳເຫັນ, ປຶກສາຫາລື ແລະ ປ່ອນບັດລົງມະຕິທາງໄກ, ໃນນັ້ນ ມີບັນດາບັນຫາທີ່ພົ້ນເດັ່ນໃນການພົວພັນສາກົນ. ທ່ານ ຫວູຮົ່ງຫວຽດ, ຫົວໜ້າອົງການກົມຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ:

        “ໃນ 6 ເດືອນຕົ້ນປີ, ສະພາບການຢູ່ພາກພື້ນ ແລະ ໂລກ ມີການຫັນປ່ຽນຢ່າງເລິກເຊິ່ງ ແລະ ຍາກທີ່ຄາດຄະເນລ່ວງໜ້າໄດ້. ເມື່ອຫາກໍ່ກ້າວເຂົ້າປີໃໝ່ ໄດ້ເກີດມີເຫດການ ອາເມລິກາ ບຸກໂຈມຕີໃສ່ ອີຣານ ແລະ ເຂັ່ນຂ້ານາຍພົນ Soleiman, ຫລັງຈາກນັ້ນ ແມ່ນການບຸກໂຈມຕີໂຕ້ຕອບຂອງ ອີຣານ, ຕໍ່ມາ ໂລກກໍ່ຕ້ອງປະເຊີນໜ້າກັບໂລກລະບາດໂຄວິດ-19 ແລະ ມາຮອດປັດຈຸບັນຍັງມີການຜັນແປທີ່ສັບສົນຢ່າງຕໍ່ເນື່ອງ. ໃນສະພາບການນັ້ນ ພວກເຮົາໄດ້ປະຕິບັດໜ້າທີ່ສຳເລັດເປັນຢ່າງດີ, ສ້າງທ່ວງທ່າໃຫ້ ຫວຽດນາມ ມີການເຂົ້າຮ່ວມເປັນຢ່າງດີກ່ວາໃນໄລຍະຈະມາເຖິງ.

ຂີດໝາຍຂອງ ຫວຽດນາມ

       ດ້ວຍຖານະບົດບາດເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນ ມັງກອນ 2020, ຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງ, ບໍລິຫານວຽກງານທີ່ໄດ້ກຳນົດໄວ້ ແລະ ເກີດຂຶ້ນຢ່າງກະທັນຫັນຫລາຍຢ່າງ. ພິເສດ, ແມ່ນ ຫວຽດນາມ ມີຂໍ້ລິເລີ່ມຈັດຕັ້ງ 2 ເຫດການສຳຄັນທີ່ສາມາດດຶງດູດຄວາມສົນໃຈຈາກ ສປຊ, ປະຊາຄົມສາກົນ ແລະ ສ້າງຂີດໝາຍໃຫ້ແກ່ ຫວຽດນາມ ຢູ່ສະພາຄວາມໝັ້ນຄົງ. ນັ້ນແມ່ນ “ກອງປະຊຸມປຶກສາຫາລືເປີດຂອງສະພາຄວາມໝັ້ນຄົງ ດ້ວຍຫົວຂໍ້ວ່າ ຊຸກຍູ້ການປະຕິບັດ, ເຄົາລົບກົດບັດ ສປຊ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ” ແລະ “ວາລະປະຊຸມກ່ຽວກັບການຮ່ວມມືລະຫວ່າງ ສປຊ ແລະ ອາຊຽນ”. ນີ້ເປັນຄັ້ງທຳອິດທີ່ສະພາຄວາມໝັ້ນຄົງໄດ້ປຶກສາຫາລືກ່ຽວກັບບັນດາຫົວຂໍ້ດັ່ງກ່າວ. ທ່ານ ຫວູຮົ່ງຫວຽດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ຕື່ມອີກວ່າ:

        “ນີ້ແມ່ນເຫດການປະຫວັດສາດຂອງສະພາຄວາມໝັ້ນຄົງ ສປຊ ຍ້ອນຈຳນວນປະເທດເຂົ້າຮ່ວມບັນລຸຕົວເລກສະຖິຕິ, ຜູ້ຕາງໜ້າຂອງ 111 ປະເທດໄດ້ເຂົ້າຮ່ວມປະກອບຄຳເຫັນ ແລະ ກໍ່ເປັນຄັ້ງທຳອິດທີ່ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາຖະແຫຼງການປະທານວ່າດ້ວຍການຍົກສູງບົດບາດຂອງກົດບັດ ສປຊ. ທີສອງແມ່ນວາລະເຈລະຈາລະຫວ່າງ ອາຊຽນ ແລະ ສະພາຄວາມໝັ້ນຄົງ ດ້ວຍການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ ອາຊຽນ. ເນື່ອງໃນໂອກາດນີ້ ບັນຫາທະເລຕາເວັນອອກກໍ່ໄດ້ເຕື້ອງເຖິງໃນວິວັດການປຶກສາຫາລື.

        ຄວານເປັນເຈົ້າການຂອງ ຫວຽດນາມ ຍັງສະແດງໃຫ້ເຫັນກ່ຽວກັບເລື່ອງ ພ້ອມກັບ 8 ປະເທດສະມາຊິກບໍ່ປະຈຳການອື່ນໆ ສະເໜີໃຫ້ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມທາງອອນລາຍ ເພື່ອປຶກສາຫາລືກ່ຽວກັບໂລກລະບາດໂຄວິດ-19 ໃນຕົ້ນເດືອນ ເມສາ ຜ່ານມາ ແລະ ນີ້ແມ່ນກອງປະຊຸມທຳອິດຂອງສະພາຄວາມໝັ້ນຄົງກ່ຽວກັບບັນຫາດັ່ງກ່າວ. ນອກນັ້ນ, ຫວຽດນາມ ກໍ່ໄດ້ເຂົ້າຮ່ວມ ແລະ ມີບັນດາການປະກອບສ່ວນຢ່າງແທດຈິງ ເຂົ້າໃນວິວັດການປຶກສາຫາລືບັນດາເອກະສານຂອງສະພາຄວາມໝັ້ນຄົງ, ຕອບສະໜອງຄວາມສົນໃຈລວມ ແລະ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ມີບັນດາຂໍ້ລິເລີ່ມປະກອບສ່ວນຍົກສູງບົດບາດ, ການຮ່ວມມື ແລະ ການມີໜ້າຂອງ ອາຊຽນ ຢູ່ສະພາຄວາມໝັ້ນຄົງ ສປຊ. ຫວຽດນາມ ໄດ້ເປັນເຈົ້າການຊຸກຍູ້, ສົມທົບກັບ ອິນໂດເນເຊຍ ເພື່ອເປັນຄັ້ງທຳອິດທີ່ 2 ປະເທດ ອາຊຽນ ໄດ້ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ແລະ ມີບົດກ່າວຄຳເຫັນຮ່ວມກັນຢູ່ສະພາຄວາມໝັ້ນຄົງ. ຫວຽດນາມ ກໍ່ສະເໜີໃຫ້ຈັດຕັ້ງກອງປະຊຸມເຈລະຈາສຸດຍອດລະຫວ່າງ ອາຊຽນ - ສປຊ ກ່ຽວກັບການພັດທະນາແບບຍືນຍົງ ເນື່ອງໃນໂອກາດທີ່ຈະດຳເນີນກອງປະຊຸມສຸດຍອດ ອາຊຽນ - ສປຊ ໃນເດືອນ ຕຸລາ ຈະມາເຖິງ.

ຫວຽດນາມ ຢັ້ງຢືນບົດບາດເປັນເຈົ້າການ, ຕັ້ງໜ້າຢູ່ສະພາຄວາມໝັ້ນຄົງ, ສປຊ - ảnh 2ທ່ານເອກອັກຄະລັດຖະທູດ ດັ້ງດີງກຸຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເຂົ້າຮ່ວມກອງປະຊຸມ  (ພາບ:TTXVN)

        ດ້ວຍທຸກສິ່ງທຸກຢ່າງທີ່ ຫວຽດນາມ ໄດ້ປະຕິບັດໃນ 6 ເດືອນຜ່ານມານັ້ນ, ການນຳ ສປຊ, ບັນດາປະເທດ ແລະ ຫາງສຽງສາກົນ ໄດ້ໃຫ້ຂໍ້ສັງເກດ, ຕີລາຄາຢ່າງຕັ້ງໜ້າກ່ຽວກັບບົດບາດ, ການເຂົ້າຮ່ວມຂອງ ຫວຽດນາມ, ເປັນການສະແດງໃຫ້ເຫັນບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ທີ່ຍາມໃດກໍ່ເປັນເຈົ້າການ, ມີການປະກອບສ່ວນເຂົ້າໃນທຸກຂົງເຂດເຄື່ອນໄຫວຂອງ ສປຊ. ສິ່ງດັ່ງກ່າວ ໄດ້ປະກອບສ່ວນຍົກສູງອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງ ຫວຽດນາມ, ສ້າງປະຖົມປັດໄຈ ເພື່ອໃຫ້ຫວຽດນາມ ມີຄວາມເຊື່ອໝັ້ນຕົນເອງ ເສີມຂະຫຍາຍບົດບາດຂອງຕົນກ່ວາອີກ, ແບກຫາບພາລະໜ້າທີ່ ແລະ ປະຕິບັດຄວາມຮັບຜິດຊອບເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງໃຫ້ສຳເລັດເປັນຢ່າງດີໃນໄລຍະທີ່ຍັງເຫຼືອຂອງອາຍຸການ, ພ້ອມທັງ ຢືນຢັນ ຫວຽດນາມ ເປັນສະມາຊິກຕັ້ງໜ້າ, ເປັນເຈົ້າການຂອງ ສປຊ, ເປັນຄູ່ຮ່ວມມືໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ./.

ຕອບກັບ

ຂ່າວ/ບົດ​ອື່ນ