ຫວຽດນາມ ຢືນຢັນນະໂຍບາຍນຳໃຊ້ນິວເຄຼຍ ເພື່ອຈຸດປະສົງສັນຕິພາບ

(vovworld)- ວັນ​ທີ 24/3, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ນຳ​ຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນຄົງປອດໄພນິວ​ເຄຼຍ ຄັ້ງ​ທີ 3 ຈັດ​ຕັ້ງ​ຂຶ້ນ​ຢູ່ ​ໂຮ​ນລັງ. ນີ້​ແມ່ນ​ການ​ເຄື​່ອນ​ໄຫວ​ການ​ຕ່າງປະ​ເທດ​ທີ່​ສຳຄັນ​ຂອງ​ຫວຽດນາມ ​ໃນ​ປີ 2014, ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ສືບ​ຕໍ່​ຢືນຢັນ​ນະ​ໂຍບາຍ​ສະ​ເຫມີ​ຕົ້ນ​ສະ​ເໝີ​ປາຍ​ຂອງຕົນ​ໃນ​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ ​ເພື່ອ​ຈຸດປະສົງ​ສັນຕິພາບ ​ແລະ ຮັບປະກັນ​ຄວາມໝັ້ນຄົງ, ຄວາມ ປອດ​ໄພ​ນິວ​ເຄຼຍ, ສະຫນັບສະຫນູນ​ສິດ​ຂອງ​ບັນດາ​ປະ​ເທດ​ນຳ​ໃຊ້​ນິວ​ເຄຼຍ ​ເພື່ອ​ຈຸດປະສົງ​ສັນຕິພາບ, ສະຫນັບສະຫນູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຫລຸດຜ່ອນ ​ແລະ ບໍ່​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ.

ຫວຽດນາມ ຢືນຢັນນະໂຍບາຍນຳໃຊ້ນິວເຄຼຍ ເພື່ອຈຸດປະສົງສັນຕິພາບ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ
photo:cand.com.vn

        ນັບ​ແຕ່​​ເຂົ້າ​ຮ່ວມ ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນຄົງປອດໄພ ນິວ​ເຄຼຍ ຄັ້ງ​ທີ 2 ດຳ​ເນີນ​ໄປ​ຢູ່ ສ​ເກົາຫລີ ​ເມື່ອ​ປີ 2012, ບັນຫາ​ຄວາມ​ໝັ້ນຄົງ, ຄວາມ​ປອ​ດ​ໄພ​ນິວ​ເຄຼຍ ​ໄດ້ ​ແລະ ພວມ​ກາຍ​ເປັນ​ຄວາມ​ສົນ​ໃຈ​ລວມຂອງ​ທຸກ​ປະ​​ເທດ​ໃນ​ໂລກ, ນັບ​ທັງ​ບັນດາ​ປະ​ເທດ​ມີ ຫລື​ບໍ່​ທັນ​ມີ ນິວ​ເຄຼຍ. ​ເພາະສະ​ນັ້ນ, ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເຕົ້າ​ໂຮມ​ບັນດາ​ປະມຸກ​ລັດ​ ຂອງ​ບັນດາ​ປະ​ເທດ​ໃນ​ໂລກ, ລ້ວນ​ແຕ່​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ລວມ, ນັ້ນ​ແມ່ນ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ຄວາມ​ຄືບ​ຫນ້າ​ໃນ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ດ້ານ​ການ​ເມືອງ​ທີ່​ຖືກ​ຍົກ​ອອກ​ໃນ​ ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນຄົງ ນິວ​ເຄຼຍ ຄັ້ງ​ທີ 2, ວາງ​ອອກ​ບັນດາ​ການ​ກຳນົດ​ທິດ​ເຄື່ອນ​ໄຫວ​ໃຫ້​ແກ່​ກົນ​ໄກ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນຄົງ ນິວ​ເຄຼຍ.

        ບັນດາ​ຄວາມ​ມານະ​ພະ​ຍາ​ຍາມ​ປະຕິບັດ​ຄຳ​ໝັ້ນສັນຍາ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ນິວ​ເຄຼຍ

        ​​​​ເມື່ອເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນຄົງ ປອດໄພນິວ​ເຄຼຍຄັ້ງ​ທີ 1, ຫວຽດນາມ ​ໄດ້​ຕັ້ງຫນ້າ​ເຂົ້າ​ຮ່ວມ ​ແລະ ມານະ​ພ​ະຍາ​ຍາມ​ປະຕິບັດ​ບັນດາ​ເນື້ອ​ໃນ ​ແລະ ມາດ​ຕະການ​ໃນ​ບັນດາ​ຖະ​ແຫລ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງຕ່າງໆ, ຢືນຢັນ​ຄວາມ​ຮັບຜິ​ດຊອບ​ພື້ນຖານ​ທີ່​ກ່ຽວ​ຂ້ອ​ງ​ເຖິງ​ພັນທະ​ຂອງ​ຕົນ​ໃນ​ການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ເປັນ​ປະຈຳ​ສຳລັບ​ບັນດາ​ວັດຖຸ​ນິວ​ເຄຼຍ ​ແລະ ສານ​ກຳ​ມັນ​ຕະພາບ​ລັງສີ​ອື່ນ. ​ສະ​ນັ້ນ,​​ເຫດການ​ທີ່​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ຫງວຽນ​ເຕີນ​ຢູງ ນຳ​ຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນຄົງປອດໄພ ນິວ​ເຄຼຍ ຄັ້ງ​ທີ 3 ຢູ່​ໂຮ​ນລັງ ຄັ້ງ​ນີ້ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ  ສືບ​ຕໍ່​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ ຕໍ່​ໂລກ ກ່ຽວ​ກັບ​ບັນຫາ​ສົນ​ໃຈ​ລວມຂອງ​ໂລກ, ນັ້ນ​ແມ່ນ​ອາວ​ຸດນິວ​ເຄຼຍ. ທ່ານ ​ເລ​ຫາຍ​ບີ່​ງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຊີ້​ແຈ້ງວ່າ:

        “ຄະນະ​ຜູ​້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ ດ້ວຍ​ຈຸດໝາຍ​ຢືນຢັນ​ນະ​ໂຍບາຍ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ ​ເພື່ອ​ຈຸດປະສົງ​ສັນຕິພາບ, ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ຄວາມ​ໝັ້ນຄົງ​ນິວ​ເຄຼຍ, ປະກາດ​ບັນດາ​ມາດ​ຕະການ​ຊື່​ງຫວຽດນາມ ​ໄດ້​ປະຕິບັດ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນຄົງປອດໄພ ນິວ​ເຄຼຍ, ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ປະຊາ​ຄົມ​ໂລກ.”

        ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ບັນຫາ​ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ນິວ​ເຄຼຍ

        ປະຈຸ​ບັນ, ຫວຽດນາມ ພວມ​ສືບ​ຕໍ່​ສ້າງ​ກອບ​ກົດໝາຍ​ພາຍ​ໃນ​ປະ​ເທດ​ກ່ຽວ​ກັບ​ຄວາມ​ປອດ​ໄພ,​ ຄວາມ​ໝັ້ນຄົງ​ນິວ​ເຄຼຍ ​ແລະ​ ກວດກາ​ນິວ​ເຄຼຍ ໃຫ້​ສົມບູນ​ແບບ ​ເພື່ອ​​ເໝາະ​ສົມ​ກັບ​ບັນດາ​ຄຳ​ຮຽກຮ້ອງ​ໃຫມ່​ຂອງ​ອົງການ​ພະລັງງານ​ປະລະມານູ​ສາກົນ(IAEA).

        ດ້ວຍ​ການ​ຮ່ວມ​ມື​ຂອງ IAEA, ຫວຽດນາມ ພວມ​ປະຕິບັດ​ແຜນການ​ຫນູນ​ຊ່ວຍ​ຄວາມ​ໝັ້ນຄົງ​ນິວ​ເຄຼຍ, ​ໃນ​ນັ້ນ ມີ​ວິທີ​ຕີ​ລາຄາ​ຄວາມ​ສ່ຽງ​ເພື່ອ​ເປັນ​ພື້ນຖານ​ການ​ອອກ​ແບບ, ​ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ສາກົນ​ຂອງ​ບັນດາ​ສູນ​ຫນູນ​ຊ່ວຍ​ເຕັກນິກ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ ​ແລະ ການ​ກວດກາ​ນິວ​ເຄຼຍຂອງ​ຫວຽດນາມ. ຄຽງ​ຄູ່​ກັບການ​ເພີ່ມ​ທະວີ​ການ​ກວດກາ​ບັນດາ​ແຫ​ລ່ງກຳ​ມັນ​ຕະພາບ​ລັງສີ, ຫວຽດນາມ ​ໄດ້​ສ້າງ​ຕັ້ງ​ຖານ​ຂໍ້​ມູນ​ແຫ່ງ​ຊາດ​ສຳລັບ​ບັນດາ​ແຫ​ລ່ງກຳ​ມັນ​ຕະພາບ​ລັງສີ ​ແລະ ຂໍ້​ມູນ​ຂ່າວສານ​ລະອຽດ​ກ່ຽວ​ກັບ​ດ້ານ​ບໍລິຫານ​ຂອງ​ທຸກ​ຮາກ​ຖານ​ມີ​ແຫ​ລ່ງກຳ​ມັນ​ຕະພາບ​ລັງສີ.

        ຫວຽດນາ ຍາມ​ໃດ​ກໍ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ຄ້າຂາຍ​ວັດຖຸ​ນິວ​ເຄຼຍ ​ແລະ ກຳ​ມັນ​ຕະພາບ​ລັງສີຢ່າງ​ຜິດ​ກົດໝາຍ, ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນກັບ IAEA ຜ່ານ​ການ​ເຂົ້າຮ່ວມ​ເຂົ້າ​ໃນ​ຖານ​ຂໍ້​ມູນ​ຂອງ​ອົງການ​ນີ້. ສະ​ເພາະ​ປີ 2013, ຫວຽດນາມ ​ໄດ້​ຕິດ​ຕັ້ງ ​ແລະ ນຳ​ເຂົ້າ​ໃຊ້​ການ 20 ລະບົບເຄື່ອງກວດກຳ​ມັນ​ຕະພາບ​ລັງສີ​ຢູ່ ສະຫນາມ​ບິນ​ສາກົນ ​ໂນ​້ຍບາຍ ​ແລະ ທ່າ​ກຳປັ່ນ ກາຍ​ແມບ- ທີ້ຫວາຍ(ບ່າ​ເຣ້ຍຫວູງ​ເຕົາ). ຫວ່າງ​​ແລ້ວ​ນີ້, ວັນ​ທີ 26/2/2014, ຫວຽດນາມ ​ແລະ ສ​ເກົາຫລີ ​ໄດ້​ພອ້ມກັບ IAEA ​ໄດ້​ລົງ​ນາມ​​ໃນ“ຫນັງສື​ເຈດ​ຈຳນົງ” ​ເພື່ອ​ຜັນ​ຂະ​ຫຍາ​ຍການ​ທົດ​ລອງ​ການ​ນຳ​ໃຊ້​ລະບົບ​ກຳນົດທີ່ຕັ້ງ​ແຫ​ລ່ງກຳ​ມັນ​ຕະພາບ​ລັງສີ(RADLOT) ຢູ່ ຫວຽດນາມ, ​ເພື່ອ​ປະກອບສ່ວນ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ບັນດາ​ແຫ​ລ່ງກຳ​ມັນ​ຕະພາບ​ລັງສີ ​ໃນ​ການ​ເຄື່ອນ​ໄຫວ​ກວດກາ​ໂດຍບໍ່​ທຳລາຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ນາຍົກລັດຖະມົນຕີ ຫວຽດນາມ ​ແລະ ປະທານາທິບໍດີ ສ​ເກົາຫລີ ຢູ່​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນຄົງ ນິວ​ເຄຼຍ ຄັ້ງ​ທີ 2 ຢູ່ ​ເຊີ​ອູ​ນ ປະ​ເທດ ສ​ເກົາຫລີ​ເມື່ອ​ເດືອນ 3/2012.

        ​ໃນ​ວິວັດ​ການ​ມຸ່ງ​​ໄປ​​ເຖິງ​ຈຸດໝາຍ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ, ທັນ​ສະ​ໄຫມ​ໃນ​ປີ 2020, ຫວຽດນາມ ກຳນົດ​ການ​ພັດທະນາ​ພະລັງງານ​ນິວ​ເຄຼຍ ​ແມ່ນ​ໂຄງການ​ສຳຄັນ​ຂອງ​ປະ​ເທດ​ຊາດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ວິວັດ​ການ​ນັ້ນ, ຍາມ​ໃດ​ຫວຽດນາມ ກໍ​ມີ​ກາ​ນຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນກັບ​ສາກົນ, ​ເລືອກ​ເຟັ້ນ​ເຕັກ​ໂນ​ໂລ​ຊີ​ໃຫ້​ເໝາະ​ສົມ, ທັງ​ຮັບປະກັນ​ຄວາມ​ປອດ​ໄພ​ພະລັງງານ,​ຊຸກຍູ້​ທ່ວງທ່າ​ໃຫ້​ແກ່​ການ​ພັດທະນາ​ວິທະຍາສາດ​ເຕັ​ກ​ໂນ​ໂລ​ຊີ ​ແລະ ອຸດສາຫະກຳ​ສຳຮອງ, ທັງ​ຮັບປະກັນ​ຄວາມ​ປອດ​ໄພ​ພະລັງງານ​ນິວ​ເຄຼຍ. ທ່ານ ​ເລ​ດີງຕຽນ, ​ຮອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ ​ເນັ້ນ​ຫນັກ​ວ່າ:

        “ຫນຶ່ງ​ໃນ​ບັນດາ​ປັດ​ໄຈສຳຄັນ ​ໃນ​ການ​ຄົ້ນ​ຄ້ວາ​ຄວາມ​ເປັນ​ໄປ ນັ້ນ​ແມ່ນ ຕ້ອງ​ເລືອກ​ເຟັ້ນ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄຫມ​ທີ່​ສຸດ, ຮັບປະກັນ​ຄວາມ​ປອ​ດ​ໄພ​ໃນ​ວິວັດ​ການ​ເຄື່ອນ​ໄຫວ. ປະຈຸ​ບັນ, ບົນ​ພື້ນຖານ​ແນະນຳ​ທຸກ​ຄຸນ​ລັກສະນະ, ບັນດາ​ມາດຖານ​ກ່ຽວ​ກັບ​ຄວາມ​ປອດ​ໄພ, ຄວາມ​ໝັ້ນຄົງ​ຢ່າງ​ມີ​ປະສິດ​ທິຜົນ, ບັນດາ​ຜູ້​ຊ່ຽວຊານ​ຫວຽດນາມ ຈະ​ຄົ້ນ​ຄ້ວາ​ເພື່ອ​ເລ​ືອກ​ເຟັ້ນ​ເຕັກ​ໂນ​ໂລ​ຊີ​ເໝາະ​ສົມ​ທີ່​ສຸດ ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ວາງ​ອອກ.”

        ​ໂດຍ​ເສີມ​ຂະຫຍາຍ​ໝາກຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ກ່ອນ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ນິວ​ເຄຼຍ ຢູ່​ໂຮ​ນລັງ ຄັ້ງນີ້, ຫວຽດນາມ ສືບ​ຕໍ່ຢືນຢັນ​ນະ​ໂຍບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຕົນ​ກ່ຽວ​ກັບ​ການ​ຫລຸ​ດຜ່ອນ​ອາວຸດ​ນິວ​ເຄຼຍ, ບໍ່​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ ​ແລະ ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ ​ເພື່ອຈຸດປະສົງ​ສັນຕິພາບ. ພ້ອມ​ທັງຢືນຢັນ​ການເຂົ້າ​ຮ່ວມທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ​ຫວຽດນາມ​ໃນ​ປະຊາ​ຄົມ​ໂລກ, ​ເປັນ​ຕົ້ນ​ໃນ​ຖານະ​ຫວຽດນາມ ​​ເປັນ​ປະທານ​ສະພາ​ຜູ້​ວ່າການ IAEA (2013-20

ຕອບກັບ

ຂ່າວ/ບົດ​ອື່ນ