ຫວຽດນາມ ​ - ລັດ​ເຊຍ ​ເພີ່ມ​ທະວີການ​ພົວພັນ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ​ຮອບດ້ານ

(VOVWORLD) -ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພວມມີການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການໃນລະຫວ່າງວັນທີ 8  11 ທັນວາ. ການຢ້ຽມຢາມ ແມ່ນເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນ ລັດເຊຍ ເວົ້າລວມ, ຫັນບັນດາເນື້ອໃນຂອງຂໍ້ຕົກລົງສະບັບຕ່າງໆລະຫວ່າງອົງການນິຕິບັນຍັດຂອງສອງປະເທດເວົ້າສະເພາະໃຫ້ເປັນລະອຽດ.

 

        ການຢ້ຽມຢາມຄັ້ງນີ້ຍິ່ງມີຄວາມໝາຍ ເມື່ອຖືກດໍາເນີນໃນສະພາບທີ່ຈັດງານລັດເຊຍຢູ່ຫວຽດນາມ ແລະ ປີຫວຽດນາມ ຢູ່ ລັດເຊຍ 2019 – 2020 ແລະ ກຽມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດສອງຝ່າຍຄົບຮອບ 70 ປີ (ວັນທີ 30 ມັງກອນ 2020).

ບັນດາບາດກ້າວເດີນສໍາຄັນໃນການພົວພັນສອງຝ່າຍ

        ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ ພວມຢູ່ໃນໄລຍະພັດທະນາຢ່າງດີງາມໃນທຸກຂົງເຂດ.

ຫວຽດນາມ ​ - ລັດ​ເຊຍ ​ເພີ່ມ​ທະວີການ​ພົວພັນ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ​ຮອບດ້ານ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນແລະ  ທ່ານປະທານສະພາຕໍ່າ Duma ລັດເຊຍ V.Volodin ລົງນາມໃນຂໍ້ຕົກລົງກ່ຽວກັບການສ້າງຕັ້ງ ລະຫວ່າງລັດຖະສະພາ ກັບ ສະຫະພັນ, ສະພາແຫ່ງຊາດ ກັບ ສະພາຕໍ່າ ແຫ່ງລັດລັດເຊຍ (ພາບ: quochoi.vn)

        ກ່ຽວກັບດ້ານການເມືອງ - ການທູດ, ສອງຝ່າຍໄດ້ຈັດການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນຢ່າງເປັນປະຈໍາ, ພິເສດ ແມ່ນຄະນະຜູ້ແທນຂັ້ນສູງ ຊຶ່ງພົ້ນເດັ່ນແມ່ນການຢ້ຽມຢາມລັດເຊຍຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ລັດເຊຍ D.Medvedev ແລະ ທ່ານປະທານສະພາຕໍ່າ Duma ລັດເຊຍ V.Volodin ເຊ່ິງລ້ວນແຕ່ໄດ້ດໍາເນີນເມື່ອປີ 2018 ແລະ ການຢ້ຽມຢາມລັດເຊຍ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫວ່າງມໍ່ໆມານີ້ ແລະ ການຢ້ຽມຢາມລັດເຊຍ ຄັ້ງນີ້ຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ. ບັນດາການຢ້ຽມຢາມເຊິ່ງກັນແລະກັນນັ້ນ ແມ່ນກໍາລັງໜູນຢ່າງແຮງ ເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍ. ໃນບັນດາເວທີປາໄສຫຼາຍຝ່າຍຢູ່ລະດັບພາກພື້ນ ແລະ ສາກົນ, ສອງຝ່າຍໄດ້ມີການສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນທັດສະນະຂອງກັນ.

        ການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນ ລະຫວ່າງສອງປະເທດ ໄດ້ມີບາດກ້າວພັດທະນາຢ່າງໄວວາ. ປີ 2018, ວົງເງິນການຄ້າຂອງສອງປະເທດບັນລຸ 4,5 ຕື້ USD, ເພີ່ມຂຶ້ນ 30% ເມື່ອທຽບໃສ່ປີ 2017; 9 ເດືອນຕົ້ນປີີ 2019 ບັນລຸ 3,4 ຕື້ USD. ເລື່ອງຫວຽດນາມ ແລະ ສະຫະພັນ ລັດເຊຍ ພວມເຂົ້າຮ່ວມ ສົນທິສັນຍາການຄ້າເສລີ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີຣົບ ນັ້ນ ໄດ້ປະກອບສ່ວນເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ.ເຖິງຢ່າງໃດກໍຕາມ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຍັງມີຄວາມສາມາດບົ່ມຊ້ອນພັດທະນາຢ່າງແຮງ ເພື່ອໃຫ້ສົມກັບສາຍພົວພັນດ້ານການເມືອງອັນດີງາມທີ່ມີມາແຕ່ດົນນານລະຫວ່າງສອງປະເທດ. ທ່ານມາຍຕ໊ຽນຢຸງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ, ຖືວ່າ:

        “ການພົວພັນດ້ານການເມືອງລະຫວ່າງຫວຽດນາມ ແລະ ສະຫະພັນ ລັດເຊຍ ມີຄວາມໄວ້ວາງໃຈຢ່າງສູງ. ການພົວພັນດ່ັງກ່າວ ໄດ້ຮັບການເພີ່ມທະວີ ໂດຍຜ່ານການຢ້ຽມຢາມ ແລະ ພົບປະກັນຢ່າງເປັນປະຈໍາຂອງການນໍາຂັ້ນສູງສອງປະເທດ. ໃນຂະນະນັ້ນ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ກໍມີການພັດທະນາຢ່າງກະໂດດຂັ້ນ. ເລື່ອງຫວຽດນາມ ກາຍເປັນປະເທດທໍາອິດທີ່ລົງນາມໃນສົນທິສັນຍາການຄ້າເສລີ ກັບ ສະຫະພັນເສດຖະກິດ ອາຊີ - ເອີຣົບ ເຊິ່ງ ລັດເຊຍ ແມ່ນສະມາຊິກນໍາໜ້າ, ພ້ອມກັບບັນດາຂົງເຂດຮ່ວມມືທີ່ມີມາແຕ່ດົນນານ ຄື ນໍ້າມັນອາຍແກັດນັ້ນ ຈະສືບຕໍ່ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ສອງປະເທດ”.

        ໃນສະພາບລວມຂອງການຮ່ວມມືສອງຝ່າຍ, ສອງຝ່າຍໄດ້ຕັ້ງໜ້າຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຈຸດສຸມຄື ການກໍ່ສ້າງສູນຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຢີນິວເຄຼຍ, ບັນດາໂຄງການພັດທະນາຄົມມະນາຄົມຕົວເມືອງ ແລະ ເສັ້ນທາງລົດໄຟຢູ່ ຫວຽດນາມ, ພ້ອມກັນນັ້ນ ກໍເປີດກວ້າງການຮ່ວມມືໃນບັນດາຂົງເຂດອື່ນໆຄື ເຕັກໂນໂລຢີດີຈີຕອນ, ເສດຖະກິດດີຈີຕອນ, ລັດຖະບານເອເລັກໂຕນິກ, ພະລັງງານຜະລິດຄືນໃໝ່, ຂະຫຍາຍແນວປູກ, ຢາຂ້າສັດຕູພືດຮັບໃຊ້ຂະແໜງກະສິກໍາ, ອຸປະກອນການແພດ ແລະ ຢາປົວພະຍາດ. ຕີລາຄາໂດຍລວມກ່ຽວກັບການພົວພັນລະຫວ່າງຫວຽດນາມ -  ສະຫະພັນລັດເຊຍ, ທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈໍາ ຫວຽດນາມ Konstantin Vnukov ຢັ້ງຢືນວ່າ:

ດ້ວຍບັນດາຄວາມມານະພະຍາຍາມລວມ, ພວກຂ້າພະເຈົ້າພວມເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດແບບຮອບດ້ານຫຼາຍຮູບຫຼາຍແບບກ່ວາ. ພວກຂ້າພະເຈົ້າພວມຊອກຫາບັນດາຮູບແບບໃໝ່ໃນການຮ່ວມມື, ເຮັດໃຫ້ການພົວພັນສອງຝ່າຍຢູ່ທຸກຂັ້ນເລິກເຊິ່ງກ້ວາງຂວາງກ່ວາ, ຍ້ອນແນວນັ້ນ ການສົມທົບກັນເຄື່ອນໄຫວລະຫວ່າງ ສອງປະເທດໃນຫຼາຍຂົງເຂດຄື ການເມືອງ, ເສດຖະກິດ, ການຄ້າ, ວິທະຍາສາດ, ເຕັກນິກ, ການພົວພັນແລກປ່ຽນຢ່າງກ້ວາງແຂວງ ລະຫວ່າງປະຊາຊົນສອງປະເທດຈະນັບມື້ນັບໄດ້ຮັບການພັດທະນາຢ່າງແຮງ.

ກຳນົດທິດການຮ່ວມມືລັດຖະສະພາ

        ໃນສະພາບການລວມຂອງການພົວພັນທີ່ໝັ້ນແກ່ນລະຫວ່າງ ສອງປະເທດ, ການຮ່ວມມືລັດຖະສະພາແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນ. ສະພາແຫ່ງຊາດ ຫວຽດນາມ ໄດ້ລົງນາມຂໍ້ຕົກລົງຮ່ວມມື ລະຫວ່າງລັດຖະສະພາ ກັບ ສະພາສະຫະພັນ, ສະພາແຫ່ງຊາດລັດເຊຍ ໃນປີ 2009 ແລະ ລົງນາມໃນຂໍ້ຕົກລົງກ່ຽວກັບການຮ່ວມມື ລະຫວ່າງລັດຖະສະພາ ກັບ ສະພາຕ່ຳ (Duma) ແຫ່ງຊາດ ລັດເຊຍ ໃນປີ 2013. ຂໍ້ຕົກລົງການຮ່ວມມືສອງສະບັບນີ້ໄດ້ສ້າງຂອບເຂດນິຕິກຳຢ່າງຄົບຖ້ວນ, ແທດຈິງ ໃຫ້ແກ່ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບ ສະພາຕ່ຳ ແລະ ສະພາສູງ ລັດຖະສະພາ ສະຫະພັນລັດເຊຍ. ພິເສດ, ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການໃນປີ 2018, ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານ ປະທານສະພາຕ່ຳ (Duma) ລັດເຊຍ Vyacheslav Viktorovich Volodin ປະທານ Duma ໄດ້ລົງນາມຂໍ້ຕົກລົງກ່ຽວກັບການສ້າງຕັ້ງ ກຳມາທິການ ຮ່ວມມື ລະຫວ່າງລັດຖະສະພາລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ  Duma ແຫ່ງຊາດ ລັດເຊຍ. ນີ້ແມ່ນຮູບແບບການຮ່ວມມືທຳອິດ ແລະ ສູງສຸດລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ກັບອົງການນິຕິບັນຍັດກຳ ຂອງປະເທດອື່ນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນວ່າ:

        ສິ່ງນີ້ໄດ້ສະແດງໃຫ້ເຫັນລະດັບຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ການນຳຂັ້ນສູງ 2 ຝ່າຍ ແລະ ຕັດສິດໃຈປະຕິບັດຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ເປັນຕົ້ນແມ່ນການຮ່ວມມືລັດຖະສະພາເພື່ອຍູ້ການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.

        ບົນພື້ນຖານແຫ່ງການພົວພັນຮ່ວມມືທີ່ໝັ້ນແກ່ນ ແລະ ໄວ້ເນື້ອເຊື່ອໃຈດ້ານການເມືອງສູງລະຫວ່າງສອງປະເທດ, ການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມແມ່ນ ມີຄວາມໝາຍສຳຄັນທີ່ສຸດ, ພິເສດແມ່ນໃນການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ