ຫວຽດນາມ - ລາວ: ສາຍພົວພັນທີ່ນັບມື້ນັບສະໜິດແໜ້ນຕາມການເວລາ

(VOVWORLD) -ກ່ອນນີ້ 45 ປີຄືວັນທີ 02 ທັນວາ 1975 ຢູ່ນະຄອນຫຼວງວຽງຈັນ, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດໄດ້ຮັບຮອງເອົາມະຕິປະຫວັດສາດ ລົບລ້າງລະບອບລາຊາທິປະໄຕ, ສ້າງຕັ້ງປະເທດສປປ.ລາວ, ເປິດສັງກາດໃໝ່ - ສັງກາດທີ່ປະຊາຊົນລາວ ເປັນເຈົ້າຂອງຊາຕະກຳ ແລະ ປະເທດຕົນ.

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຊາດລາວ ຄົບຮອບ 45 ປີ (02 ທັນວາ 1975 - 02) ແລະ ວັນຄ້າຍວັນເກີດຂອງປະທານ ໄຫສອນ ພົມວິຫານ ຄົບຮອບ 100 ປີ (13 ທັນວາ 1920 – 13 ທັນວາ 2020), ນັກຂ່າວ VOV ໄດ້ສຳພາດທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ ກ່ຽວກັບເຫດການພິເສດນີ້.

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ, ໃນໄລຍະ 45 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ປະເທດລາວ ໄດ້ມີການປ່ຽນແປງຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດ. ຂໍຮຽນທ່ານຈົ່ງໃຫ້ຮູ້ກ່ຽວກັບບາງຜົນງານພົ້ນເດັ່ນເຊິ່ງພັກ, ລັດ ແລະ ປະຊາຊົນລາວ ບັນລຸໄດ້ໃນໄລຍະຜ່ານມາ.

(ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ)

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ນັບແຕ່ດົນນານມາແລ້ວ, ການພົວພັນລະຫວ່າງຫວຽດນາມ - ລາວ ໄດ້ກາຍເປັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ. ສາຍພົວພັນນັ້ນໄດ້ເປີດບັນດາກາລະໂອກາດຄືແນວໃດໃຫ້ແກ່ທັງ 2 ປະເທດ?

(ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ)

ນັກຂ່າວ: ໃນສະພາບການໂລກ ແລະ ພາກພື້ນມີການຜັນປ່ຽນຫຼາຍຢ່າງ ແລະ ການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ-19 ຄືໃນປະຈຸບັນ. ຂໍຮຽນທ່ານຈົ່ງໃຫ້ຮູ້ກ່ຽວກັບການສົມທົບກັບລະຫວ່າງ 2 ປະເທດໃນການແກ້ໄຂບັນຫາຄວາມໝັ້ນຄົງແບບໃໝ່ ໄດ້ຮັບການປະຕິບັດຄືແນວໃດ?

(ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ)

ນັກຂ່າວ: ປີ 2020, ຫວຽດນາມ ຮັບດຳລົງຕຳແໜ່ງປະທານໝູນວຽນອາຊຽນ ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021, ໃນສະພາບການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ-19. ຂໍຮຽນທ່ານ, ທ່ານໄດ້ຕີລາຄາຄືແນວໃດກ່ຽວກັບວຽກງານຈັດຕັ້ງ ແລະ ໝາກຜົນເຊິ່ງຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ?

(ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ)

ຂໍຂອບໃຈທ່ານເອກອັກຄະລັດຖະທູດ.

ຕອບກັບ

ຂ່າວ/ບົດ​ອື່ນ