ຫວຽດນາມ ສືບຕໍ່ຊຸກຍູ້ການພັດທະນາແມ່ນ້ຳຂອງແບບຍືນຍົງ

(VOVWORLD) -ແມ່ນ້ຳຂອງຍາວປະມານ 4,800 ກີໂລແມັດ ໄຫຼຜ່ານ 6 ປະເທດ ແມ່ນ ຈີນ, ມຽນມາ, ລາວ, ໄທ, ກຳປູເຈຍ, ຫວຽດນາມ. ດ້ວຍແຫຼ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ປະຊາກອນໃນເຂດອະນຸພາກພື້ນແມ່ນ້ຳຂອງ 65 ລ້ານຄົນ ໄດ້ ແລະ ພວມປະກອບສ່ວນ ຊຸກຍູ້ການພັດທະນາເສດຖະກິດຂອງບັນດາປະເທດໃນພາກພື້ນ.

ກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງຄັ້ງທີ 3 ໄດ້ດຳເນີນແຕ່ວັນທີ 4 5 ເມສາ ຢູ່ Siem Reap ປະເທດ ກຳປູເຈຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ພ້ອມກັບການນຳບັນດາປະເທດສະມາຊິກຄະນະກຳມາທິການແມ່ນ້ຳຂອງ, 2 ຄູ່ຮ່ວມ ເຈລະຈາ, ຄູ່ຮ່ວມພັດທະນາ, ບັນດານັກອຸປະຖຳ, ບັນດາອົງການຈັດຕັ້ງສາກົນ, ບັນດາອົງການຈັດຕັ້ງເຂດອ່າງແມ່ນ້ຳຂອງສາກົນ…ເຂົ້າຮ່ວມ. ເປົ້າໝາຍສຳຄັນຂອງກອງປະຊຸມ ນັ້ນແມ່ນເພີ່ມທະວີຄວາມມານະພະຍາຍາມລວມ ແລະ ການພົວພັນຄູ່ຮ່ວມມື ແນໃສ່ບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງເປົ້າໝາຍການຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳແບບຍືນຍົງ.

ຫວຽດນາມ ສືບຕໍ່ຊຸກຍູ້ການພັດທະນາແມ່ນ້ຳຂອງແບບຍືນຍົງ - ảnh 1 ແມ່ນ້ຳຂອງ

        ໂດຍສືບຕໍ່ກອງປະຊຸມສຸດຍອດຄັ້ງທີ 2 ທີ່ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ ຫວຽດນາມ ເມື່ອປີ 2014, ກອງປະຊຸມຄັ້ງນີ້ ໄດ້ສືບຕໍ່ສະແດງໃຫ້ເຫັນເຈດຈຳນົງ ແລະ ຄຳໝັ້ນສັນຍາດ້ານການເມືອງຂອງການນຳບັນດາປະເທດສະມາຊິກຄະນະກຳມາທິການແມ່ນ້ຳຂອງ ໃນການຮ່ວມມື ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ມຸ່ງໄປເຖິງການພັດທະນາເຂດອ່າງແມ່ນ້ຳຂອງແບບຍືນຍົງ.

ຮ່ວມແມ່ນ້ຳສາຍດຽວ, ຮ່ວມຊາຕາກຳດຽວ

ແມ່ນ້ຳຂອງຍາວປະມານ 4,800 ກີໂລແມັດ ໄຫຼຜ່ານ 6 ປະເທດ ແມ່ນ ຈີນ, ມຽນມາ, ລາວ, ໄທ, ກຳປູເຈຍ, ຫວຽດນາມ. ດ້ວຍແຫຼ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ປະຊາກອນໃນເຂດອະນຸພາກພື້ນແມ່ນ້ຳຂອງ 65 ລ້ານຄົນ ໄດ້ ແລະ ພວມປະກອບສ່ວນ ຊຸກຍູ້ການພັດທະນາເສດຖະກິດຂອງບັນດາປະເທດໃນພາກພື້ນ.

        ຄະນະກຳມາທິການແມ່ນ້ຳຂອງ (MRC) ແມ່ນອົງການຈັດຕັ້ງລະຫວ່າງລັດຖະບານກ່ຽວກັບການຮ່ວມມື ແລະ ເຈລະຈາລະດັບພາກພື້ນຢູ່ເຂດອ່າງແມ່ນ້ຳຂອງ, ໄດ້ສ້າງຕັ້ງຂຶ້ນແຕ່ປີ 1995 ໂດຍອີງໃສ່ສົນທິສັນຍາແມ່ນ້ຳຂອງລະຫວ່າງ ກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ. MRC ມີພາລະບົດບາດປຽບເໝືອນເວທີປາໄສພາກພື້ນກ່ຽວກັບດ້ານການທູດແຫຼ່ງຊັບພະຍາກອນນ້ຳ, ກໍ່ຄືຈຸດສຸມກ່ຽວກັບການຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳ ເພື່ອການພັດທະນາແບບຍືນຍົງຂອງພາກພື້ນ.

        ພາຍຫລັງສ້າງຕັ້ງມາເປັນເວລາ 20 ປີ, ຄະນະກຳມາທິການແມ່ນ້ຳຂອງ ບັນລຸໄດ້ໝາກຜົນຕັ້ງໜ້າຫລາຍຢ່າງ, ປະກອບສ່ວນຊຸກຍູ້ການຮ່ວມມືເຂດອ່າງແມ່ນ້ຳຂອງຄື: ສ້າງບັນດາລະບຽບການນຳໃຊ້ແຫຼ່ງຊັບພະຍາກອນນ້ຳ, ຄຸ້ມຄອງສິ່ງແວດລ້ອມ, ອາຊີບຫາປາ, ຮ່ວມສຳພັນການຄົມມະນາຄົມທາງນ້ຳ, ເປີດກ້ວາງການຮ່ວມມືກັບບັນດາຄູ່ຮ່ວມມືໃນ ແລະ ນອກພາກພື້ນ. ເຖິງຢ່າງໃດກໍ່ຕາມ ປັດຈຸບັນ ເຂດອ່າງແມ່ນ້ຳຂອງ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍໃຫຍ່ຫລວງ ທີ່ກ່ຽວຂ້ອງເຖິງບັນຫາແຫຼ່ງຊັບພະຍາກອນນ້ຳ ກໍ່ຄືສະພາບນ້ຳທະເລຊຶມເຂົ້າ ແລະ ບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ປັດຈຸບັນ ແມ່ນ້ຳຂອງແມ່ນໜຶ່ງໃນຫ້າເຂດອ່າງແມ່ນ້ຳໃຫຍ່ໃນໂລກ ມີກະແສນ້ຳໄຫຼຖືກຊຸດໂຊມຫລາຍທີ່ສຸດ ຍ້ອນໄພແຫ້ງແລ້ງ, ຜົນກະທົບຈາກບັນດາກິດຈະກຳເຂື່ອນໄຟຟ້ານ້ຳຕົກ. ດັ່ງນັ້ນ, ກອງປະຊຸມຄັ້ງນີ້ ຢັ້ງຢືນຄຳໝັ້ນສັນຍາຮ່ວມກຳລັງແຮງຂອງບັນດາປະເທດໃນພາກພື້ນ, ບັນດາຄູ່ຮ່ວມມື, ບັນດານັກອຸປະຖຳ ຮັບປະກັນຄວາມໝັ້ນຄົງແຫຼ່ງຊັບພະຍາກອນນ້ຳ, ເພີ່ມທະວີການຄຸ້ມຄອງ ແລະ ພັດທະນາເຂດອ່າງແມ່ນ້ຳຂອງໃຫ້ໝັ້ນຄົງ. ທ່ານ ເລດຶກຈູງ, ຫົວໜ້າຫ້ອງການຄະນະປະຈຳຄະນະກຳມາທິການແມ່ນ້ຳຂອງ ຫວຽດນາມ ຢືນຢັນວ່າ:

        “ຄະນະກຳມາທິການແມ່ນ້ຳຂອງສາກົນ ປະຕິບັດໄດ້ບັນດາບັນຫາ ທີ່ມີລັກສະນະຍຸດທະສາດໃນພາກພື້ນ. ທີ 1 ແມ່ນຮັບຮອງເອົາບັນດາແຜນການຂອງພາກພື້ນ ແລະ ປະເທດປະຕິບັດຍຸດທະສາດການພັດທະນາເຂດອ່າງແມ່ນ້ຳ ອີງໃສ່ການຄຸ້ມຄອງສັງລວມຊັບພະຍາກອນນ້ຳ. ກອງປະຊຸມສຸດຍອດຄັ້ງນີ້ ມີຄວາມໝາຍສຳຄັນຍິ່ງ, ຢືນຢັນຄືນໃໝ່ຄຳໝັ້ນສັນຍາສູງສຸດຂອງ 4 ປະເທດສະມາຊິກ ໃນການຮັບປະກັນເຂດອ່າງແມ່ນ້ຳຂອງໃຫ້ໝັ້ນຄົງ, ກຳນົດບັນດາຂົງເຂດບຸລິມະສິດ ແລະ ທິດທາງໃນໄລຍະຈະມາເຖິງ”.

ຜົນປະໂຫຍດຂອງ ຫວຽດນາມ ຕິດພັນກັບແມ່ນ້ຳຂອງ

        ສຳລັບ ຫວຽດນາມ ແລ້ວ, ແມ່ນ້ຳຂອງມີບົດບາດສຳຄັນພິເສດສຳລັບການພັດທະນາ 2 ເຂດເສດຖະກິດຈຸດສຸມແມ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ເຂດໄຕງວຽນ, ປະກອບສ່ວນເກືອບ 60% ຍອດຈຳນວນກະແສນ້ຳໄຫຼປະຈຳປີຂອງ ຫວຽດນາມ ແລະ ກວມເອົາປະມານ 23% ຍອດຈຳນວນປະຊາກອນ. ຍ້ອນເຫດນັ້ນ, ຫວຽດນາມ ຍາມໃດກໍ່ຕັ້ງໜ້າເຂົ້າຮ່ວມການຮ່ວມມືຢູ່ບັນດາອົງການຈັດຕັ້ງໃນພາກພື້ນ, ສາກົນກ່ຽວກັບແຫຼ່ງຊັບພະຍາກອນນ້ຳ ກໍ່ຄືເພີ່ມທະວີການຮ່ວມມືແມ່ນ້ຳຂອງກັບບັນດາຄູ່ຮ່ວມມືຄື: ທະນາຄານໂລກ, ທະນາຄານພັດທະນາອາຊີ…

        ພິເສດ, ທີ່ກອງປະຊຸມສຸດຍອດອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ (GMS)ຄັ້ງທີ 6 ເຊິ່ງຫາກໍ່ດຳເນີນໄປຢູ່ ຮ່າໂນ້ຍ ໃນອາທິດກ່ອນ, ໃນ ບັນຫານຳໃຊ້ແຫຼ່ງຊັບພະຍາກອນນ້ຳແມ່ນ້ຳຂອງແບບຍືນຍົງອີກຄັ້ງໜຶ່ງ ຫວຽດນາມ ຕັ້ງໜ້າຊຸກຍູ້, ບັນລຸໄດ້ຄວາມເຫັນດີເຫັນພ້ອມຢ່າງສູງຈາກບັນດາປະເທດສະມາຊິກ ແລະ ບັນດາປະເທດຄູ່ຮ່ວມມື, ໃຫ້ຄຳໝັ້ນສັນຍາພ້ອມກັນຮ່ວມມືນຳພາກພື້ນແມ່ນ້ຳຂອງກາຍເປັນພາກພື້ນພັດທະນາແບບຍືນຍົງຕາມບັດດາຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ ຫວຽດນາມ ຫງວຽນຊວນຟຸກ ທີ່ໄດ້ຍົກອອກມາວ່າ:

        “ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ດຳເນີນການຄົ້ນຄວ້າຮ່ວມກ່ຽວກັບການຄຸ້ມຄອງ, ຂຸດຄົ້ນ, ການນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງຢ່າງມີປະສິດທິຜົນ ແລະ ໝັ້ນຄົງ. ຍົກສູງປະສິດທິຜົນແຫ່ງການຮ່ວມມືກ່ຽວກັບການພັດທະນາແບບຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມ. ສົມທົບຍຸດທະສາດການເຕີບໂຕຂຽວເຂົ້າໃນນະໂຍບາຍພັດທະນາປະເທດຊາດຂອງແຕ່ລະປະເທດສະມາຊິກ. ຊຸກຍູ້ເລື່ອງຕີລາຄາການບໍລິການລະບົບຊີວະພາບ ເພື່ອເຮັດແຈ້ງຜົນປະໂຫຍດຂອງສິ່ງແວດລ້ອມຊີວະພາບທີ່ເຂັ້ມແຂງ ໃຫ້ແກ່ການພັດທະນາແບບຍືນຍົງ ແລະ ໜ້າທີ່ພ້ອມກັນປົກປັກຮັກສາສິ່ງແວດລ້ອມ ”.

        ໃນສະພາວະທີ່ ຫວຽດນາມ ພວມຮັບດຳລົງຕຳແໜ່ງເປັນປະທານສະມັດຊານະກຳມາທິການແມ່ນ້ຳຂອງສາກົນປີ 2018, ເລື່ອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງສາກົນຄັ້ງທີ 3 ໄດ້ຢືນຢືນເຖິງຄວາມເອົາໃຈໃສ່ ແລະ ຄຳໝັ້ນສັນຍາຂອງ ຫວຽດນາມ ສຳລັບການຮ່ວມມືໃນຂອບເຂດຄະນະກຳມາທິການແມ່ນ້ຳຂອງ. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ ຫວຽດນາມ ສືບຕໍ່ຢັ້ງຢືນຄຳໝັ້ນສັນຍາຂອງຕົນ ຮ່ວມກຳລັງແຮງພ້ອມກັບບັນດາປະເທດໃນພາກພື້ນ, ບັນດາຄູ່ຮ່ວມມື, ບັນດານັກອຸປະຖຳ ແນໃສ່ບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງຂອງ ສະຫະປະຊາຊາດ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງເປົ້າໝາຍການຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳແບບຍືນຍົງ /.

ຕອບກັບ

ຂ່າວ/ບົດ​ອື່ນ