ຫວຽດ​ນາມ ສືບ​ຕໍ່​ຍູ້​ແຮງ​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້ລາດ​ບັງຫຼວງ ແລະ ປະ​ກົດ​ການ​ຫຍໍ້​ທໍ້

(VOVWORLD) - ນັບແຕ່ຕົ້ນອາຍຸການຂອງກອງປະຊຸມໃຫຍ່ພັກກອມມະນູດ ຫວຽດນາມ ຊຸດທີ XIII ມາຮອດປັດຈຸບັນ, ວຽກງານປ້ອງກັນຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ຂອງ ຫວຽດນາມ ບັນລຸໄດ້ໝາກຜົນທີ່ພົ້ນເດັ່ນຫຼາຍຢ່າງ ແລະ ວຽກງານປ້ອງກັນຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ໄດ້ກາຍເປັນທ່າອ່ຽງທີ່ບໍ່ອາດຕ່າວປິນໄດ້. ວັນທີ 16 ສິງຫາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບວຽກງານປ້ອງກັນຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍບັນດາໜ້າທີ່ສຳຄັນຂອງຄະນະຊີ້ນຳ, ສະແດງໃຫ້ເຫັນວ່າ ຫວຽດນາມ ຈະສືບຕໍ່ຍູ້ແຮງວຽກງານປ້ອງກັນຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ໃນໄລຍະຈະມາເຖິງ.

ຫວຽດ​ນາມ ສືບ​ຕໍ່​ຍູ້​ແຮງ​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້ລາດ​ບັງຫຼວງ ແລະ ປະ​ກົດ​ການ​ຫຍໍ້​ທໍ້ - ảnh 1ກອງປະຊຸມສະຫຼຸບ 1 ປີແຫ່ງການເຄື່ອນໄຫວຂອງຄະນະຊີ້ນຳຂັ້ນແຂວງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ (ພາບ:  qdnd.vn)

ຂີດໝາຍສຳຄັນໃນວຽກງານນຳເນື້ອໃນຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ເຂົ້າສູ່ຊີວິດຕົວຈິງໃນປີ 2022, 63 ຄະນະຊີ້ນຳຂັ້ນແຂວງ ກ່ຽວກັບວຽກງານປ້ອງກັນຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເຂົ້າສູ່ການເຄື່ອນໄຫວຢູ່ທຸກແຂວງ, ນະຄອນ. ພາຍຫຼັງພຽງ 1 ປີ, ຄະນະຊີ້ນຳຂັ້ນແຂວງ ໄດ້ເຂົ້າສູ່ການເຄື່ອນໄຫວຢ່າງມີແບບມີແຜນ, ມີປະສິດທິຜົນ ແລະ ວຽກງານປ້ອງກັນຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ມີການປ່ຽນແປງຢ່າງຈະແຈ້ງ.

ປະສິດທິຜົນຂອງຄະນະຊີ້ນຳການປ້ອງກັນຕ້ານ ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ຂັ້ນແຂວງ

ວັນທີ 4 ພະຈິກ 2022, ອົງການຕຳຫຼວດສືບສວນ ຕຳຫຼວດແຂວງ ແທງັຮວາ ໄດ້ອອກຂໍ້ຕົກລົງເລີ່ມດຳເນີນຄະດີຜູ້ຕ້ອງຫາ, ກັກຕົວຊົ່ວຄາວ ທ່ານເກິ່ນບ້າຊວນ, ຮອງປະທານສະມາຄົມຊາວກະສິກອນແຂວງ ແທັງຮວາ, ດ້ວຍຂໍ້ຫາ “ສວຍໃຊ້ສິດນຳນາດໃນການປະຕິບັດໜ້າທີ່”.  ດ້ວຍບັນດາຄວາມຜິດພາດທີ່ເກີດຂຶ້ນຢູ່ໂຄງການ ຮາກແທັງ Tower, ພະນັກງານ2 ຄົນແມ່ນ ທ່ານ ຫງວຽນບ້າຮຸ່ງ, ອະດີດເລຂາຄະນະພັກເມືອງ ຍືຊວັນ ແລະ ທ່ານນາງ ດິງເກິມເວິນ, ອະດີດຫົວໜ້າພະແນກການເງິນແຂວງ ແທັງຮວາ ກໍ່ຖືກຮັບຂໍ້ຕົກລົງເລີ່ມຕົ້ນການດຳເນີນຄະດີ ຖັດຈາກ ທ່ານ ເກິ່ນບ້າຊວັນ ດ້ວຍຂໍ້ຫາ “ສວຍໃຊ້ສິດອຳນາດ ໃນການປະຕິບັດໜ້າທີ່”. ທ່ານ ຫງວຽນງອກຕຽນ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ໃຫ້ຮູ້ວ່າ:

ພາຍຫຼັງໜຶ່ງປີເຂົ້າສູ່ການເຄື່ອນໄຫວ, ຄະນະຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ກໍລະນີຫຍໍ້ທໍ້ແຂວງ ທັງຮວາ ໄດ້ນຳ 15 ຄະດີ, ກໍລະນີ ສໍ້ລາດບັງຫຼວງ, ກໍລະນີຫຍໍ້ທໍ້ທີ່ສັບສົນ, ໄດ້ຮັບຄວາມສົນໃຈຈາກຫາງສຽງສັງຄົມ ເຂົ້າການຕິດຕາມ, ຊີ້ນຳ. ເປັນປະຈຳ ຫຼື ເມື່ອຈຳເປັນ, ຄະນະຊີ້ນຳ ໄດ້ຈັດກອງປະຊຸມເປັນປະຈຳ, ກຳນົດທິດບັນດາອົງການທີ່ມີໜ້າທີ່ຍູ້ໄວຄວາມຄືບໜ້າ, ຢັ້ງຢືນ, ສືບສວນ, ແກ້ໄຂ, ເປັນຕົ້ນແມ່ນເພີ່ມທະວີວຽກງານສົມທົບກັນເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ.

ນະຄອນຮ່າໂນ້ຍ ແມ່ນທ້ອງຖິ່ນສ້າງຄະນະຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ຂັ້ນແຂວງ ໄວກ່ອນໝູ່ໃນທົ່ວປະເທດ. ມາຮອດປັດຈຸບັນ, ຄະນະຊີ້ນຳໄດ້ນຳ 60 ຄະດີ, ກໍລະນີສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ທີ່ຮ້າຍແຮງ, ສັບສົນ, ໄດ້ຮັບຄວາມສົນໃຈຈາກຫາງສຽງສັງຄົມ ເຂົ້າການຕິດຕາມ, ຊີ້ນຳ.

ແຂວງດົ່ງນາຍ, ບັນດາອົງການທີ່ມີໜ້າທີ່ຂອງແຂວງ ໄດ້ອອກຂໍ້ຕົກລົງເລີ່ມດຳເນີນຄະດີ 16 ຄະດີ ແລະ ພວມຢັ້ງຢືນເຮັດແຈ້ງ, ແກ້ໄຂ 22 ກໍລະນີໃນໄລຍະກ່ວາ 1 ປີຜ່ານມາ. ທ່ານ ຫງວຽນຮົ່ງລິງ, ເລຂາພັກແຂວງ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ແຂວງ ດົ່ງນາຍ ໃຫ້ຂໍ້ສັງເກດວ່າ:

ແຂວງດົ່ງນາຍ ຊຸກຍູ້ ການແກ້ໄຂ 38 ກໍລະນີ, ໃນນັ້ນມີ 22 ກໍລະນີ ໄດ້ຮັບການຄວບຄຸມ ຈາກຄະນະຊີ້ນຳແຂວງ, 3 ກໍລະນີແມ່ນໄດ້ຮັບການຕິດຕາມ, ຊີ້ນຳ, ແກ້ໄຂຈາກຄະນະຊີ້ນຳສູນກາງ. ບັນດາຄະດີ, ກໍລະນີລ້ວນແຕ່ໄດ້ສົ່ງຂ່າວໄປຍັງປະຊາຊົນ ເພື່ອໃຫ້ປະຊາຊົນເຂົ້າໃຈທາດແທ້ຂອງແຕ່ລະກໍລະນີ ແລະ ເປັນຫຍັງຕ້ອງແກ້ໄຂຄືແນວນັ້ນ.

ຂີດໝາຍກ່ຽວກັບການປ້ອງກັນ, ຕ້ານໄພຫຍໍ້ທໍ້ໃນເຄິ່ງອະຍຸການຂອງກອງປະຊຸມໃຫຍ່

ຫວ່າງແລ້ວນີ້, ຢູ່ກອງປະຊຸມສະຫຼຸບ 1 ປີແຫ່ງການເຄື່ອນໄຫວຂອງຄະນະຊີ້ນຳຂັ້ນແຂວງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ຊີ້ແຈ້ງວ່າ ໃນໄລຍະສັ້ນ ພຽງພາຍຫຼັງມີຂໍ້ຕົກລົງຈາກສູນກາງ, ທັງໝົດ 63ທ້ອງຖິ່ນ ໄດ້ສ້າງຕັ້ງຄະນະຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຂັ້ນແຂວງ. ບັນດາຄະນະຊີ້ນຳຂັ້ນແຂວງ ໄດ້ເຂົ້າສູ່ການເຄື່ອນໄຫວຢ່າງຮີບດ່ວນ, ສ້າງການຜັນປ່ຽນໃໝ່ໃນວຽກງານຄົ້ນພົບ ແລະ ແກ້ໄຂການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ຢູ່ທ້ອງຖິ່ນ, ຮາກຖານ, ແກ້ໄຂໄດ້ສະພາບການ “ບໍ່ລຸລ່ວງຈາກຂັ້ນເທິງຫາຂັ້ນລຸ່ມ” ໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຂອງ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຢັ້ງຢືນວ່າ:

ໝາກຜົນໃນການຄົ້ນພົບ, ແກ້ໄຂການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຢູ່ທ້ອງຖິ່ນ ມີການປ່ຽນແປງຢ່າງຈະແຈ້ງນັບແຕ່ພາຍຫຼັງຄະນະຊີ້ນຳຂັ້ນແຂວງ ໄດ້ຮັບການສ້າງຕັ້ງ ແລະ ເຂົ້າສູ່ການເຄື່ອນໄຫວ. ຈຳນວນຄະດີກໍລະນີສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ໄດ້ຖືກຄົ້ນພົບ, ດຳເນີນຄະດີ ໃໝ່ໄດ້ເພີ່ມຂຶ້ນສູງ. ຈຳນວນຄະດີມີລັກສະນະຮ້າຍແຮງ, ສັບສົນ ແລະ ຈຳນວນພະນັກງານດຳລົງຕຳແໜງການນຳ, ຜູ້ຄຸ້ມຄອງ, ທັງເປັນຜູ້ພວມເຮັດວຽກ ແລະ ພັກອອກກິນເບ້ຍບຳນານແລ້ວ ລະເມີດຖືກພົບເຫນ ແລະ ແກ້ໄຂກໍ່ຫຼາຍກ່ວາເກົ່າ, ປະກອບສ່ວນສຳຄັນເຂົ້າໃນການແກ້ໄຂສະພາບການ “ບໍ່ລຸລ່ວງຈາກຂັ້ນເທິງ ຫາຂັ້ນລຸ່ມ, ປັດຈຸບັນແມ່ນ ໄດ້ລຸລ່ວງຈາກຂັ້ນເທິງຫາຂັ້ນລຸ່ມຍິ່ງໄປແລ້ວ. ນີ້ແມ່ນຄຳຕອບທີ່ມີລັກສະນະຊວນເຊື່ອທີ່ສຸດຕໍ່ບັນດາຄວາມເປັນຫ່ວງກັງວົນຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນຈຳນວນໜຶ່ງກ່ຽວກັບປະສິດທິຜົນໃນການເຄື່ອນໄຫວຂອງຄະນະຊີ້ນຳຂັ້ນແຂວງ.

ບັນດາໝາກຜົນທີ່ມີຊີວິດຊີວາໃນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຢູ່ນະຄອນຮ່າໂຮ້ຍ, ແຂວງ ແທັງຮວາ ກໍ່ຄືຫຼາຍທ້ອງຖິ່ນໃນທົ່ວປະເທດ ແມ່ນສິ່ງພິສູດລະອຽດທີ່ສຸດໃຫ້ແກ່ຄວາມຈຳເປັນ, ຖືກຕ້ອງຂອງແຜນນະໂຍບາຍໃນການສ້າງຕັ້ງຄະນະຊີ້ນຳປ້ອງກັນຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຂັ້ນແຂວງ, ສືບຕໍ່ນຳວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຂອງ ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່, ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດສຳເລັດບັນດາເປົ້າໝາຍຂອງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ.

ຕອບກັບ

ຂ່າວ/ບົດ​ອື່ນ