ຫວຽດນາມ ສືບຕໍ່ບຸລິມະສິດແກ່ການຮັກສາເສດຖະກິດມະຫາພາກເປັນປົກກະຕິ

(VOVWORLD) - ທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການພັດທະນາເສດຖະກິດ - ສັງຄົມ ໃນໄລຍະຈະມາເຖິງ. ສສຊ ຮັບຮູ້ວ່າ ລັດຖະບານ ໄດ້ບໍລິຫານພື້ນຖານເສດຖະກິດບົນພື້ນຖານວາງອອກຄາດໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິແມ່ນວຽກງານແຖວໜ້າ, ສ້າງພື້ນຖານໃຫ້ແກ່ໄລຍະຕໍ່ໄປ ຕາມການເຕີບໂຕແບບຍືນຍົງ. ບົດຂຽນ “ຫວຽດນາມ ສືບຕໍ່ບຸລິມະສິດແກ່ການຮັກສາເສດຖະກິດມະຫາພາກເປັນປົກກະຕິ” ຂອງນັກຂ່າວ ງອັກແອງ.
ຫວຽດນາມ ສືບຕໍ່ບຸລິມະສິດແກ່ການຮັກສາເສດຖະກິດມະຫາພາກເປັນປົກກະຕິ - ảnh 1 ພາບປະກອບ

ຕາມບົດລາຍງານຂອງລັດຖະບານແລ້ວ, ທັງ 13 ຄາດໝາຍຂອງປີ 2017 ໃນມະຕິເຊິ່ງສະພາແຫ່ງຊາດໄດ້ວາງອອກ ຄາດຄະເນວ່າຈະບັນລຸ ແລະ ລື່ນກາຍເມື່ອທຽບໃສ່ແຜນການວາງອອກ. ໃນນັ້ນ, ເປັນໜ້າສົນໃຈແມ່ນ: ລະດັບເພີ່ມຍອດວົງເງິນສົ່ງອອກແມ່ນ 14,4%; ລະດັບການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ແມ່ນ 6,7%; ລະດັບເພີ່ມດັດຊະນີລາຄາໃຊ້ສອຍ (CPI) ສະເລ່ຍປະມານ 4%. ເສດຖະກິດ ຫວຽດນາມ ພວມມີຫຼາຍຈຸດເດັ່ນນັບທັງຂົງເຂດການຜະລິດ ແລະ ການສົ່ງອອກ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ລັກສະນະແກ່ງແຍ້ງຂອງພື້ນຖານເສດຖະກິດໄດ້ຮັບການປັບປຸງ. ນີ້ແມ່ນປະຖົມປັດໄຈຢ່າງໝັ້ນຄົງ, ສ້າງທ່າພັດທະນາເສດຖະກິດ - ສັງຄົມ ໃນຊຸມປີຕໍ່ໄປ.

ລັດຖະບານ ບໍລິຫານພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ, ມີໄຫວພິບ

       ໝາກຜົນທີ່ບັນລຸໄດ້ແມ່ນອີງໃສ່ຄວາມມານະພະຍາຍາມຂອງລັດຖະບານໃນການຊີ້ນຳ, ບໍລິຫານ, ພື້ນຖານເສດຖະກິດຢ່າງເປັນເຈົ້າການ, ມີໄຫວພິບ, ເພື່ອແນໃສ່ຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຊຸກຍຸ້ການເຕີບໂຕ. ບັນດາ ສສຊ ໄດ້ຕີລາຄາສູງບັນດາມາດຕະການຂອງລັດຖະບານ ເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ເປີດກ້ວາງຕະຫຼາດສົ່ງອອກ, ຂຸດຄົ້ມ ບັນດາທ່າໄດ້ປຽນໃນບັນດາສັນຍາການຄ້າສາກົນ ຢ່າງມີປະສິດທິຜົນ… ທ່ານ ຫງວຽນງອັກເຟືອງ, ຮອງຫົວໜ້າ ສສຊ ແຂວງ ກວາງບີ່ງ, ໃຫ້ຮູ້ວ່າ:

        “ນາຍົກລັດຖະມົນຕີ  ໄດ້ການກະທຳຫຼາຍຢ່າງ ເພື່ອສົ່ງເສີມການພັດທະນາເສດຖະກິດ. ການກະທຳສຳຄັນແມ່ນ ການໂອ້ລົມສົນທະນາກັບວິສາຫະກິດ ແລະ ມີບັນດາລັດຖະນະໂຍບາຍໃໝ່ໃນບັນຫາສ້າງເງື່ອນໄຂໃຫ້ວິສາຫະກິດພັດທະນາ. ນີ້ແມ່ນບັນດາບັນຫາມີຄວາມຂະຫຍັນຂັນເຄື່ອນຫຼາຍ ໃນການພັດທະນາເສດຖະກິດ.”

        ລັດຖະບານ ກໍ່ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ປະຕິບັດບັນດາມາດຕະການຢ່າງຂ້ຽວຂາດ, ຄົບຊຸດ: ຈາກການກວດກາ, ປັບປຸງນະໂຍບາຍ, ກົດໝາຍ, ຫັນລະບຽບການບໍລິຫານເປັນງ່າຍດາຍ, ນຳໃຊ້ທຸກໆແຫຼ່ງກຳລັງພາຍໃນ ແລະ ຕ່າງປະເທດຢ່າງມີປະສິດທິຜົນເພື່ອພັດທະນາ ຕະຫຼອດຮອດການຍົກສູງກຳລັງແກ່ງແຍ້ງຂອງວິສາຫະກິດ.

ຫວຽດນາມ ສືບຕໍ່ບຸລິມະສິດແກ່ການຮັກສາເສດຖະກິດມະຫາພາກເປັນປົກກະຕິ - ảnh 2

        ຫັນປ່ຽນຮູບແບບການເຕີບໂຕ

       ເລື່ອງບັນລຸໝາກຜົນແຫ່ງການເຕີບໂຕດີພໍສົມຄວນໄດ້ສະແດງໃຫ້ເຫັນການໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕໄດ້ເສີມຂະຫຍາຍປະສິດທິຜົນໃນເບື້ອງຕົ້ນ, ຄ່ອຍໆຫລຸດຜ່ອນສະພາບຂຶ້ນກັບການຂຸດຄົ້ນຊັບພະຍາກອນທຳມະຊາດ. ທ່ານ ຮ່ວາງວັນເກື່ອງ, ສສຊ ນະຄອນ ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ນັບແຕ່ກ່ອນມາຮອດປະຈຸບັນ, ການເຕີບໂຕໄດ້ຂຶ້ນກັບໃນການຂຸດຄົ້ນຊັບພະຍາກອນບໍ່ແຮ່ຫຼາຍ. ຮອດປີ 2017, ການເຄື່ອນໄຫວຂຸດຄົ້ນຊັບພະຍາກອນບໍ່ແຮ່ມີທ່າອ່ຽງຫລຸດລົງ ແຕ່ລະດັບການເຕີບໂຕເສດຖະກິດໄດ້ຄ່ອຍໆເພີ່ມຂຶ້ນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ພວກເຮົາ ໄດ້ມີການປ່ຽນແປງກ່ຽວກັບຮູບແບບການເຕີບໂຕຕາມທິດບໍ່ອີງໃສ່ແຫຼ່ງຊັບພະຍາກອນທຳມະຊາດ ຫາກຂຸດຄົ້ນບັນດາກຳລັງພາຍໃນຄື: ການບໍລິການ, ກະສິກຳ, ອຸດສາຫະກຳ.”

ບັນດາ ສສຊ ໄດ້ເນັ້ນໜັກວ່າ: ເລື່ອງສືບຕໍ່ຜັນຂະຫຍາຍແຜນຮ່າງສັງລວມສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ແລະ ສ້າງໂຄງປະກອບບັນດາຂະແໜງການ, ຂົງເຂດຄືນໃໝ່. 3 ຂົງເຂດຈຸດສຸມໄດ້ຮັບການກຳນົດລວມມີ: ການສ້າງໂຄງປະກອບການລົງທຶນພາກລັດຄືນໃໝ່; ການສ້າງໂຄງປະກອບລະບົບການເງິນ - ທະນາຄານຄືນໃໝ່ ແລະ ການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່. ໃນສະພາບການປະຈຸບັນ, ພື້ນຖານເສດຖະກິດເຕີບໂຕເປັນປົກກະຕິແມ່ນຈຳເປັນທີ່ສຸດ. ທ່ານ ບຸ່ຍວັນເຟືອງ, ຮອງຫົວໜ້າຄະນະ ສສຊ ແຂວງ ນີງບີ່ງ, ໃຫ້ຮູ້ວ່າ:

“ບຸລິມະສິດຂອງພວກເຮົາແມ່ນຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ. ຂ້າພະເຈົ້າເຫັນວ່ານັ້ນແມ່ນສິ່ງທີ່ຈຳເປັນ. ດັ່ງນັ້ນ, ບັນຫາເຕີບໂຕພຽງແຕ່ຮັກສາໄວ້ຢູ່ໃນລະດັບເໝາະສົມເທົ່ານັ້ນ ໃນນັ້ນສຸມໃສ່ໜ້າທີ່ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່. ຖ້າຫາກພວກເຮົາພຽງແຕ່ສຸມໃສ່ການເຕີບໂຕ ຫາກບໍ່ຄິດໄລ່ຊັ່ງຊາ ກ່ຽວກັບປັດໄຈຮັກສາເສດຖະກິດມະຫາພາກຢ່າງລະອຽດ ພຽງແຕ່ໄດ້ຮັບຜົນໃນຕໍ່ໜ້າເທົ່ານັ້ນ ແຕ່ໃນໄລຍະກາງ ແລະ ໄລຍະຍາວຈະຂາດສະຖຽນລະພາບ. ຂ້າພະເຈົ້າຖືວ່າການໄດ້ວາງອອກຄາດໝາຍການເຕີບໂຕ 6,5 6,7% ໃນປີ 2018 ແມ່ນມີພື້ນຖານວິທະຍາສາດ ແລະ ພຶດຕິກຳຕົວຈິງ.”

ເມື່ອປຶກສາຫາລືທີ່ຫໍປະຊຸມສະພາແຫ່ງຊາດ ກ່ຽວກັບບັນຫາເສດຖະກິດ - ສັງຄົມ, ບັນດາ ສສຊ ໄດ້ປະກອບຄຳເຫັນດ້ານຄວາມຮັບຜິດຊອບ, ຄວາມສຸດຈິດສຸດໃຈສູງ. ຄາດໝາຍສືບຕໍ່ຮັບປະກັນການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັກສາທ່າເຕີບໂຕເສດຖະກິດເຊິ່ງສະພາແຫ່ງຊາດໄດ້ ແລະ ພວມກຳນົດ ແລະ ປະຕິບັດເພື່ອນຳປະເທດກ້າວຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ