ຫວຽດ​ນາມ ສືບ​ຕໍ່​ເປັນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ຕັ້ງ​ໜ້າ ຂອງ APEC

(VOVWORLD) - ນັບແຕ່ວັນທີ 14 ພະຈິກ ຫາວັນທີ 17 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມສັບປະດາສຸດຍອດ ເວທີປາໄສານຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2023 ແລະ ສົມທົບການເຂົ້າຮ່ວມບັນດາການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ. ເຫດການດັ່ງກ່າວກໍເປັນສ້າງຂີດໝາຍ 25 ປີ ແຫ່ງວັນ ຫວຽດນາມເຂົ້າຮ່ວມ APEC, ພ້ອມທັງສືບຕໍ່ຢັ້ງຢືນ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນບັນດາການເຄື່ອນໄຫວຮ່ວມມື APEC, ເຊິ່ງໄດ້ ແລະ ພວມສືບຕໍ່ມີຫຼາຍຂໍ້ລິເລີ່ມ, ໂຄງການຮ່ວມມື ທີ່ໄດ້ຮັບການຕີລາຄາສູງຈາກບັນດາປະເທດສະມາຊິກ.

ສຳລັບ ຫວຽດນາມ, ພາກພື້ນ ອາຊີ - ປາຊີຟິກ ແລະ ເວທີປາໄສ APEC ມີຄວາມໝາຍສຳຄັນ. ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນເຂົ້າໃນຜົນສຳເລັດລວມຂອງສັບປະດາສຸດຍອດ.

25 ປີ ເຂົ້າຮ່ວມ APEC ດ້ວຍຫຼາຍຂີດໝາຍທີ່ພົ້ນເດັ່ນ

ນັບແຕ່ເມື່ອເຂົ້າຮ່ວມ APEC ປີ 1998, ຫວຽດນາມ ຍາມໃດກໍຕັ້ງໜ້າປະກອບສ່ວນຄວາມຮັບຜິດຊອບ ແລະ ປະສິດທິຜົນເຂົ້າໃນທຸກຂົງເຂດຮ່ວມມື, ເພື່ອນຳມາເຊິ່ງຂີດໝາຍສຳຄັນໃນວິວັດທະນາການພັດທະນາຂອງ APEC.

ຫວຽດ​ນາມ ສືບ​ຕໍ່​ເປັນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ຕັ້ງ​ໜ້າ ຂອງ APEC - ảnh 1ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ (ພາບ:ກະຊວງການຕ່າງປະເທດ)

ລະອຽດ, ຫວຽດນາມ ແມ່ນໜຶ່ງໃນຈຳນວນບໍ່ຫຼາຍພື້ນຖານເສດຖະກິດ ທີ່ໄດ້ຮັບຄວາມໄວ້ວາງໃຈສະໜັບສະໜູນໃຫ້ດຳລົງບົດບາດເປັນເຈົ້າພາບ APEC ເຖິງ 2 ຄັ້ງ, ນັ້ນຄື APEC 2006 ແລະ APEC 2017. ພາຍໃຕ້ການເປັນເຈົ້າພາບຂອງ ຫວຽດນາມ, ສອງກອງປະຊຸມສຸດຍອດດັ່ງກ່າວ ລ້ວນແຕ່ໄດ້ຮັບການຕີລາຄາວ່າ ປະສົບຜົນສຳເລັດຢ່າງຈົບງາມ ແລະ ບັນລຸໄດ້ຫຼາຍໝາກຜົນສຳຄັນ, ມີຄວາມໝາຍຍຸດທະສາດສຳລັບເວທີປາໄສ APEC ກໍຄືການຮ່ວມມື, ການຮ່ວມສຳພັນເສດຖະກິດຢູ່ພາກພື້ນ ອາຊີ - ປາຊີຟິກ. ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ໃຫ້ຮູ້ວ່າ:

“ໃນປີ APEC 2006, ຫວຽດນາມ ໄດ້ສ້າງຂີດໝາຍດ້ວຍໂຄງການດຳເນີນງານ ຮ່າໂນ້ຍ ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍ Bogor ກ່ຽວກັບການຫັນການຄ້າ ແລະ ການລົງທຶນເປັນເສລີ. ປີ 2017, ຫວຽດນາມ ໄດ້ສະເໜີຂໍ້ລິເລີ່ມສ້າງວິໄສທັດໃໝ່ຂອງ APEC ຫຼັງປີ 2020 ແລະ ສ້າງກຸ່ມວິໄສທັດ APEC. ນີ້ແມ່ນໝາກຜົນທີ່ສະແດງໃຫ້ເຫັນວິທີການສຳຜັດທີ່ຍາວນານ, ສັງລວມຂອງ ຫວຽດນາມ, ໂດຍບັນດາສະມາຊິກໄດ້ໃຫ້ການສະໜັບສະໜູນ ແລະ ຕີລາຄາສູງ, ຈາກນັ້ນ ກໍ່ສ້າງພື້ນຖານເພື່ອໃຫ້ APEC ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບວິໄສທັດ Putrajaya ຮອດປີ 2040, ກຳນົດບັນດາການກຳນົດທິດ, ເປົ້າໝາຍຍຸດທະສາດ ແລະ ບຸລິມະສິດຮ່ວມມືຂອງ APEC ໃນໄລຍະໃໝ່.”

25 ປີຜ່ານມາ, ຫວຽດນາມ ແມ່ນໜຶ່ງໃນບັນດາສະມາຊິກຕັ້ງໜ້າທີ່ສຸດໃນການສະເໜີບັນດາຂໍ້ລິເລີ່ມ, ໂຄງການຮ່ວມມືໃນຂອບເຂດ APEC, ດ້ວຍເກືອບ 150 ໂຄງການ, ໃນບັນດາຂົງເຂດນັບແຕ່ການພັດທະນາແຫຼ່ງຊັບພະຍາກອນມະນຸດ, ຊຸກຍູ້ການຄ້າເອເລັກໂຕນິກ, ຄ້ຳປະກັນດ້ານສະບຽງອາຫານ, ຍົກສູງສິດອຳນາດຂອງ ແມ່ຍິງ ໃນຂົງເຂດເສດຖະກິດ ຕະຫຼອດຮອດການພັດທະນາຊົນນະບົດ ແລະ ຕົວເມືອງ, ສິ່ງເສດເຫຼືອຢູ່ມະຫາສະໝຸດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ… ພ້ອມດຽວກັນນັ້ນ, ຫວຽດນາມ ກໍຢັ້ງຢືນບົດບາດບໍລິຫານ, ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືຂອງ APEC ຜ່ານການດຳລົງບັນດາບົດບາດສຳຄັນໃນກົນໄກຕ່າງໆຂອງເວທີປາໄສ.

ພ້ອມກັບ APEC ຟື້ນຟູ ແລະ ພັດທະນາແບບຍືນຍົງ

ສັບປະດາສຸດຍອດ APEC ປີ 2023 ດຳເນີນໃນສະພາບການເສດຖະກິດໂລກ, ການຮ່ວມສຳພັນເສດຖະກິດສາກົນ ແລະ ພາກພື້ນ ມີການປ່ຽນແປງຫຼາຍຢ່າງ. ບັນດາຄວາມສ່ຽງ, ສິ່ງທ້າທາຍໄປຄຽງຄູ່ກັບກາລະໂອກາດໃຫຍ່ສຳລັບການຮ່ວມມື ແລະ ພັດທະນາ, ບັນດາສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ກໍ່ມີການຜັນແປຢ່າງສັບສົນ. ດັ່ງນັ້ນ, ນີ້ແມ່ນຈຸດເວລາທີ່ຮຽກຮ້ອງໃຫ້ບັນດາສະມາຊິກ APEC ຕ້ອງເພີ່ມທະວີການເຈລະຈາ, ຮ່ວມມື, ຫັນສິ່ງທ້າທາຍເປັນໂອກາດ ເພື່ອຟື້ນຟູ ແລະ ພັດທະນາແບບຍືນຍົງ.

ຫວຽດ​ນາມ ສືບ​ຕໍ່​ເປັນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ຕັ້ງ​ໜ້າ ຂອງ APEC - ảnh 2 ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມດ້ວຍພັນລະຍາ ເດີນທາງໄປເຂົ້າຮ່ວມ APEC 2023 ຢູ່ ອາເມລິກາ (ພາບ: TTXVN)

ດ້ວຍຄວາມໝາຍສຳຄັນພິເສດຂອງກອງປະຊຸມສຸດຍອດ APEC ປີນີ້ ແລະ ໃນສະພາບການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ສືບຕໍ່ພັດທະນາຢ່າງແຮງໃນໄລຍະຜ່ານມາ, ເມື່ອສອງປະເທດໄດ້ກຳນົດຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ APEC ແລະ ບັນດາການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ຂອງ ທ່ານປະທານປະເທດ ຫວໍວັນເຖືອງ ແມ່ນມີຄວາມໝາຍສຳຄັນ. ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ ເນັ້ນໜັກວ່າ:

“ທ່ານປະທານປະເທດ ຫວຽດນາມ ຈະພ້ອມກັບບັນດາການນຳ APEC ປຶກສາຫາລືກ່ຽວກັບບັນຫາທີ່ມີຄວາມໝາຍຫຼັກແຫຼ່ງແກ່ນສານສຳລັບເສດຖະກິດໂລກ ແລະ ພາກພື້ນ, ວາງອອກບັນດາການກຳນົດທິດຮ່ວມມືກ່ຽວກັບການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ບັນດາຂົງເຂດອື່ນ. ຫວຽດນາມ ຈະພ້ອມກັບບັນດາສະມາຊິກ ຊຸກຍູ້ຈິດໃຈປຶກສາຫາລື, ສ້າງສັນ, ມີຄວາມຮັບຜິດຊອບ, ຍົກສູງລັດທິຫຼາຍຝ່າຍ, ພ້ອມກັນຮ່ວມມື, ພ້ອມກັນກະທຳເພື່ອການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນຂອງພາກພື້ນ.”

ເມື່ອຫວນຄືນເສັ້ນທາງ 25 ປີຜ່ານມາ, ການຜັນຂະຫຍາຍແຜນນະໂຍບາຍ ຫວຽດນາມ ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນນັ້ນ, ສາມາດຢັ້ງຢືນ ຫວຽດນາມ ໄດ້ເຂົ້າຮ່ວມ APEC ຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການພັດທະນາຂອງເວທີປາໄສ APEC. ບັນດາການປະກອບສ່ວນສຳຄັນຂອງ ຫວຽດນາມ ຢູ່ເວທີປາໄສໄດ້ປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງປະເທດບົນເວທີສາກົນ, ຍາດແຍ່ງກາລະໂອກາດ, ກຳລັງຢ່າງສຸດຂີດຈາກການຮ່ວມມື APEC ແລະ ບັນດາກົນໄກຮ່ວມມື, ການຮ່ວມສຳພັນເສດຖະກິດໃນພາກພື້ນ ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ