ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາຢ່າງແຮງໃນການປະຕິບັດບັນດາເປົ້າໝາຍ SDGs

(VOVWORLD) -ໃນ 5 ປີຜ່ານມາ, ບັນດາເປົ້າໝາຍພັດທະນາແບບຍືນຍົງ SDGs ໄດ້ກາຍເປັນເປົ້າໝາຍລຸລ່ວງໃນບັນດາຍຸດທະສາດ, ນະໂຍບາຍແຫ່ງຊາດ, ຂະແໜງການ ແລະ ຂົງເຂດ
ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາຢ່າງແຮງໃນການປະຕິບັດບັນດາເປົ້າໝາຍ SDGs - ảnh 1(ທີ່ກອງປະຊຸມສຳມະນາ)

        ບັນດາເປົ້າໝາຍພັດທະນາແບບຍືນຍົງ SDGs ໄດ້ກາຍເປັນເປົ້າໝາຍລຸລ່ວງໃນບັນດາຍຸດທະສາດ, ນະໂຍບາຍແຫ່ງຊາດ, ຂະແໜງການ ແລະ ຂົງເຂດຂອງ ຫວຽດນາມ. ທີ່ກອງປະຊຸມສຳມະນາປຶກສາຫາລືກ່ຽວກັບຮ່າງສຳຫຼວດກວດກາແຫ່ງຊາດແບບສະໝັກໃຈ (VNR) ກ່ຽວກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ທີ່ຈັດຂຶ້ນໃນທ້າຍອາທິດຜ່ານມາ (24 ມີນາ), ຢູ່ ຮ່າໂນ້ຍ, ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາຢ່າງແຮງ ແລະ ຢືດໝັ້ນພ້ອມກັບເພື່ອນມິດສາກົນປະຕິບັດບັນດາເປົ້າໝາຍ SDGs ເພື່ອມຸ່ງໄປເຖິງໂລກທີ່ຍືນຍົງ, ກວມລວມ ແລະ ວັດທະນາຖາວອນສຳລັບປະຊາຊົນທຸກໆຄົນ.

        ປີ 2023 ແມ່ນຄົບຮອບ 5 ປິທີ່ ຫວຽດນາມ ເຂົ້າຮ່ວມການສຳຫຼວດກວດກາແຫ່ງຊາດແບບສະໝັກໃຈຄັ້ງທີ 1 (ປີ 2018). ດ້ວຍຄວາມຫວັງຍາກແບ່ງປັນຜົນງານທີ່ບັນລຸໄດ້, ຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ບົດຮຽນໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ SDGs, ຫວຽດນາມ ໄດ້ຈົດທະບຽນ ແລະ ສະຫະປະຊາຊາດໄດ້ປະກາດເປັນທາງການວ່າແມ່ນ 1 ໃນຈຳນວນ 42 ປະເທດທີ່ຈະເຂົ້າຮ່ວມການສະເໜີ VNRs ໃນເດືອນ ກໍລະກົດ 2023.

SDGs ໄດ້ກາຍເປັນເປົ້າໝາຍລຸລ່ວງໃນບັນດາຍຸດທະສາດ, ນະໂຍບາຍແຫ່ງຊາດ

        ໂຄງການດຳເນີນງານ 2030 ເຊິ່ງບັນດາປະເທດສະມາຊິກສະຫະປະຊາຊາດຮັບຮອງເອົາໃນເດືອນ ກັນຍາ 2015 ດ້ວຍຈຸດສຸມແມ່ນ 17 ເປົ້າໝາຍພັດທະນາແບບຍືນຍົງ (SDG). ເປັນຄັ້ງທຳອິດ ຫວຽດນາມ ສ້າງ ແລະ ສະເໜີການສຳຫຼວດກວດກາແຫ່ງຊາດແບບສະໝັກໃຈ (VNR), ໝາຍຄວາມວ່າລາຍງານກ່ຽວກັບຂັ້ນຕອນການປະຕິບັດ SDGs, ໃນປີ 2018.

        ໃນ 5 ປີຜ່ານມາ, ບັນດາເປົ້າໝາຍພັດທະນາແບບຍືນຍົງ SDGs ໄດ້ກາຍເປັນເປົ້າໝາຍລຸລ່ວງໃນບັນດາຍຸດທະສາດ, ນະໂຍບາຍແຫ່ງຊາດ, ຂະແໜງການ ແລະ ຂົງເຂດ, ໃນນັ້ນ ປັດໄຈ "ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ" ຍາມໃດກໍ່ໄດ້ຮັບການເນັ້ນໜັກໃນບັນດານະໂຍບາຍຂອງ ຫວຽດນາມ. ໝາກຜົນແມ່ນ ຫວຽດນາມ ບັນລຸໄດ້ຄວາມຄືບໜ້າຫຼາຍພໍສົມຄວນ, ລວມມີ 4 ເປົ້າໝາຍບັນລຸຄວາມຄືບໜ້າທີ່ດີ, ຄື: ບໍ່ ທຸກຍາກອີກ (ເປົ້າໝາຍທີ 1); ນ້ຳສະອາດ ແລະ ຮັກສາຫຼັກອະນາໄມສິ່ງແວດລ້ອມ (ເປົ້າໝາຍທີ 6); ອຸດສາຫະກຳ, ປ່ຽນແປງໃໝ່ ແລະ ພື້ນຖານໂຄງລ່າງ (ເປົ້າໝາຍທີ 9); ຫຼຸດຜ່ອນຄວາມຂາດຄວາມສະເໝີພາບລະຫວ່າງຍິງ - ຊາຍ (ເປົ້າໝາຍທີ 10).

        ລະອຽດແມ່ນ, ອັດຕາຄອບຄົວທຸກຍາກໂດຍຫຼາຍປັດໄຈໄດ້ຫຼຸດຈາກ 9,2% ລົງເຫຼືອພຽງ 3,6% ໃນໄລຍະ 2016 – 2022. ຫວຽດນາມ ສະໜອງນ້ຳສະອາດໃຫ້ແກ່ 98,1% ຈຳນນວນພົນລະເມືອງ ແລະ ຫ້ອງນ້ຳຮັບປະກັນຫຼັກອະນາໄມໃຫ້ໃຫ້ແກ່ 95,6% ຈຳນວນພົນລະເມືອງ. ຫວຽດນາມ ກໍ່ໃຫ້ບຸລິມະສິດການລົງທຶນໃສ່ພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີ ເຊິ່ງພາໄປເຖິງມີບັນດາການປົວແປງທີ່ໜ້າປະທັບໃຈໃນການພັດທະນາອຸດສາຫະກຳ, ເພີ່ມທະວີການປ່ຽນແປງໃໝ່ ແລະ ກໍ່ສ້າງພື້ນຖານໂຄງລ່າງ… ຖ້າຫາກວ່າ ຫວຽດນາມ ຮັກສາລະດັບຄວາມກ້າວໜ້າຄືໃນປະຈຸບັນໃນຊຸມປີທີ່ຍັງເຫຼືອ ຈະບັນລຸບັນດາດັດຊະນີໄດ້ເກືອບທັງໝົດໃນປີ 2030.

ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາຢ່າງແຮງໃນການປະຕິບັດບັນດາເປົ້າໝາຍ SDGs - ảnh 2(ທ່ານປ.ອ ເລຫວຽດແອັງ)

        ເມື່ອເຕື້ອງເຖິງເລື່ອງ ຫວຽດນາມ ຈົດທະບຽນສະເໜີ VNRs ຢູ່ສະຫະປະຊາຊາດ (ຄາດວ່າໃນເດືອນ ກໍລະກົດ 2023), ທ່ານປ.ອ ເລຫວຽດແອັງ, ຫົວໜ້າກົມວິທະຍາສາດ, ສຶກສາ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ໃຫ້ຮູ້ວ່າ:

        "ເຂົ້າຮ່ວມການສຳຫຼວດກວດກາແຫ່ງຊາດແບບສະໝັກໃຈປີ 2023, ຫວຽດນາມ ປາດຖະໜາຢາກແບ່ງປັນຜົນງານ, ບາດກ້າວທີ່ບັນລຸໄດ້ໃນການປະຕິບັດບັນດາເປົ້າໝາຍ SDGs; ພ້ອມທັງແບ່ງປັນຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບົດຮຽນ ປະສົບການໃນການປະຕິບັດ SDGs ແລະ ຍົກອອກການກຳນົດທິດ, ການເຄື່ອນໄຫວຈຸດສຸມໃນເຄິ່ງໄລຍະທາງທີ່ຍັງເຫຼືອ. ເຂົ້າຮ່ວມການສຳຫຼວດກວດກາແຫ່ງຊາດແບບສະໝັກໃຈ (VNR) ປີ 2023 ເປັນການຢັ້ງຢືນວ່າ ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາຢ່າງແຮງ ແລະ ຢືດໝັ້ນພ້ອມກັບເພື່ອນມິດສາກົນໃນການປະຕິບັດບັນດາເປົ້າໝາຍ SDGs ເພື່ອມຸ່ງໄປເຖິງໂລກທີ່ຍືນຍົງ, ກວມລວມ ແລະ ວັດທະນາຖາວອນສຳລັບທຸກໆຄົນ".

ບັນດາຂົງເຂດໃຫ້ບຸລິມະສິດໃນການຜັນຂະຫຍາຍການປະຕິບັດ SDGs ທ່ີຈະມາເຖິງ

        ເພື່ອຮັບປະກັນການປະຕິບັດໂຄງການດຳເນີນງານ 2030 ໃຫ້ບັນລຸຜົນສຳເລັດນັ້ນ, ພ້ອມກັບການຮັກສາລະດັບການປະຕິບັດບັນດາເປົ້າໝາຍທີ່ບັນລຸໄດ້ແລ້ວ, ຫວຽດນາມ ຈະສືບຕໍ່ຍູ້ໄວຄວາມຄືບໜ້າການປະຕິບັດບັນດາເປົ້າໝາຍທີ່ຍັງບໍ່ທັນບັນລຸໄດ້. ພິເສດ, ຫວຽດນາມ ກໍ່ຕ້ອງເພີ່ມທະວີລະດັບຄວາມໄວໃນການເປີດກວ້າງການພົວພັນກັບຄູ່ຮ່ວມມື ເພື່ອຊຸກຍູ້ການປະຕິບັດ SDGs, ໂດຍສະເພາະແມ່ນສຸມໃສ່ເລື່ອງລະດົມແຫຼ່ງກຳລັງດ້ານການເງິນ (ເປົ້າໝາຍທີ 17) ຕື່ມອີກ. ທ່ານນາງ ປ.ອ ຟ້າມມິຮັ່ງເຟືອງ, ສະມາຊິກກຸ່ມນັກຊ່ຽວຊານໃຫ້ຄຳປຶກສາຮ່າງບົດລາຍງານສຳຫຼວດກວດກາແຫ່ງຊາດແບບສະໝັກໃຈ (VNR), ຖືວ່າ:

        “ຫວຽດນາມ ຕ້ອງມີຄວາມມານະພະຍາຍາມຫຼາຍຢ່າງໃນໄລຍະຕໍ່ໆໄປ ແລະ ຕ້ອງມີມາດຕະການແກ້ໄຂຖືລັກສະນະຍຸດທະສາດ ແລະ ກວມລວມ ເພື່ອສາມາດປະຕິບັດໂຄງການດຳເນີນງານ ກຸ່ມມາດຕະການແກ້ໄຂທຳອິດແມ່ນຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ພິເສດແມ່ນມຸ່ງໄປເຖິງບັນດາມາດຕະການແກ້ໄຂທີ່ກ່ຽວຂ້ອງເຖິງເສດຖະກິດສີຂຽວ ແລະ ເສດຖະກິດໝູນວຽນ”.

        ຫວຽດນາມ ກໍ່ຄວນໃຫ້ບຸລິມະສິດຊຸກຍູ້ການປະຕິຮູບການບໍລິຫານສາທາລະນະ, ເພີ່ມທະວີລັກສະນະກະຈ່າງແຈ້ງ ແລະ ໜ້າທີ່ຄວາມຮັບຜິດຊອບອະພິປາຍຂອງລະບົບບໍລິຫານ. ນີ້ແມ່ນບັນດາປັດໄຈສຳຄັນ ເພື່ອແກ້ໄຂຂໍ້ຕິດຂັດດ້ານລະບອບລະບຽບການໃຫ້ແກ່ການເຕີບໂຕກວມລວມໃນຊຸມປີຈະມາເຖິງ.

        ຍັງເຫຼືອພຽງ 7 ປີອີກເພື່ອໃຫ້ ຫວຽດນາມ ປະຕິບັດສຳເລັດ SDGs (ປີ 2030). ບັນດາໝາກຜົນບັນລຸໄດ້ໃນຊຸມປີຜ່ານມາ ແລະ ການກຳນົດທິດຈະມາເຖິງ ຈະແມ່ນກຳລັງໜູນ, ແມ່ນພື້ນຖານເພື່ອໃຫ້ ຫວຽດນາມ ປະຕິບັດສຳເລັດ 17 ເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ