ຫວຽດ​ນາມ​ ສະ​ມາ​ຊິກ​ຕັ້​ງ​ໜ້າ, ມີ​ຄວາມ​ເປັນ​ເຈົ້າ​ການ​ຂອງ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ ຢູ່ ສ​ປ​ຊ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພວມເຂົ້າຮ່ວມວາລະປຶກສາຫາລືລວມລະດັບສູງຊຸດທີ 78 ສະມັດຊາໃຫຍ່ ສປຊ ທີ່ໄດ້ດຳເນີນຢູ່ ນິວຢອກ, ປະເທດ ອາເມລິກາ. ເຂົ້າຮ່ວມເຫດການ ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະສົ່ງສານກ່ຽວກັບຫວຽດນາມ ທີ່ມີຄວາມຮັກຫອມສັນຕິພາບ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ຕັ້ງໜ້າ, ເປັນເຈົ້າການ ແລະ ມີປະສິດທິຜົນ ໃນວຽກງານລວມຂອງ ສປຊ. ການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ກໍ່ກົງກັບໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກຂອງ ສປຊ (20/9/1977-20/9/2023)ຢ່າງເປັນທາງການ, ສະແດງໃຫ້ເຫັນຄຳໝັ້ນສັນຍາ ແລະ ຄວາມຕັດສິນໃຈຢ່າງແຮງຂອງ ຫວຽດນາມ ໃນການຮ່ວມມືແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ.

ຫວຽດ​ນາມ​ ສະ​ມາ​ຊິກ​ຕັ້​ງ​ໜ້າ, ມີ​ຄວາມ​ເປັນ​ເຈົ້າ​ການ​ຂອງ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ ຢູ່ ສ​ປ​ຊ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງເດີນທາງໄປປະຕິບັດງານຢູ່ ອາເມລິກາ (ພາບ:VGP)

ສັບປະດາຂັ້ນສູງ ຂອງ ສະມັດຊາໃຫຍ່ ສປຊ (18 – 26 ກັນຍາ) ໄດ້ດຳເນີນໃນສະພາບການໂລກພວມປະເຊີນໜ້າກັບສິ່ງທ້າທາຍ ຄື: ຄວາມເຄັ່ງຕຶງດ້ານພູມສາດການເມືອງ, ແງ່ຫວັງ ເສດຖະກິດໂລກພວມປະສົບກັບຄວາມຫຍຸ້ງຍາກ, ການປ່ຽນແປງຂອງດິນຟ້າອາກາດກໍ່ຜົນກະທົບຕໍ່ການທຳມາຫາກິດ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນໃນທົ່ວທຸກທະວີບ… ບັນດາບັນຫານີ້ແມ່ນສິ່ງທ້າທາຍລວມຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ພັດທະນາຂອງໂລກເຊິ່ງເປັນທີ່ຈະແຈ້ງແລ້ວວ່າ ບໍ່ມີປະເທດໃດສາມາດແກ້ໄຂໄດ້.

ດ້ວຍຫົວຂໍ້ “ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ຄວາມສາມັກຄີທົ່ວໂລກ: ເພີ່ມທະວີການກະທຳກ່ຽວກັບໂຄງການດຳເນີນງານ 2030 ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ ມຸ່ງໄປເຖິງສັນຕິພາບ, ວັດທະນາຖາວອນ, ຄວາມກ້າວໜ້າ ແລະ ຍືນຍົງ ໃຫ້ແກ່ທຸກຄົນ”, ສັບປະດາຂັ້ນສູງ ປີນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດພ້ອມກັນຢັ້ງຢືນຄືນໃໝ່ຄວາມສາມັກຄີສາກົນ, ໃຫ້ຄຳໝັ້ນສັນຍາຕໍ່ລັດທິຫຼາຍຝ່າຍ ໃນນັ້ນ ສປຊ ສວມບົດບາດເປັນໃຈກາງ, ພ້ອມທັງແບ່ງປັນແນວຄວາມຄິດ ແລະ ບົດຮຽນປະສົບການ, ສ້າງທິດວິໄສທັດ, ຍຸດທະສາດຍາວນານ ແລະ ຊອກຫາມາດຕະການຮ່ວມມືຮັບມືກັບບັນດາສິ່ງທ້າທາຍລວມ.

ຫວຽດນາມ ສືບຕໍ່ສ້າງຂີດໝາຍແຫ່ງຜົນສຳເລັດ ຢູ່ ສປຊ

ຫວຽດນາມ ເຂົ້າຮ່ວມສັບປະດາຂັ້ນສູງ ຂອງ ສະມັດຊາໃຫຍ່ ສປຊ ໃນສະພາບວະປີ 2022, ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດ, ມີການປະກອບສ່ວນຫຼາຍຢ່າງເຂົ້າໃນວຽກງານລວມຂອງ ສປຊ, ໃນນັ້ນພົ້ນເດັ່ນຂຶ້ນແມ່ນ ການປະຕິບັດສຳເລັດຕຳແໜ່ງຮອງປະທານສະມັດຊາໃຫຍ່ ສປຊ ຊຸດທີ 77.

ຫວຽດນາມ ໄດ້ເຂົ້າຮ່ວມຢ່າງເລິກເຊິ່ງກວ້າງຂວາງ, ປະກອບສວ່ນຊຸກຍູ້ສະມັດຊາໃຫຍ່ ຜ່ານໂຄງການດຳເນີນງານ ກວມລວມ ທຸກແງ່ມູນຂອງຊີວິດດ້ານເສດຖະກິດ, ເຂົ້າຮ່ວມວິວັດການສະເໜີ, ວາງອອກບັນດາການຕັດສິນທີ່ສຳຄັນຂອງໂລກ ຢ່າງຄົບຖວ້ນ. ພົ້ນເດັນຂຶ້ນແມ່ນ ຫວຽດນາມ ໄດ້ເປັນປະທານສະມັດຊາໃຫຍ່ສປຊ ໃນວາລະປຶກສາຫາລື ແລະ ຮັບຮອງເອົາມະຕິຮຽກຮ້ອງສານຍຸຕິທຳສາກົນ ຍົກອອກຄຳປຶກສາຕໍ່ບັນຫາການປ່ຽນແປງຂອງດິນຟ້າອາກາດ, ບັນດາມະຕິວ່າດ້ວຍການຈັດຕັ້ງກອງປະຊຸມຂັ້ນສູງກ່ຽວກັບການກຽມພ້ອມກັນປ້ອງກັນ, ຕ້ານ, ຮັບມືກັບໂລກພະຍາດ, ປົກຄຸມການປະກັນສຸຂະພາບທົ່ວໂລກ, ພະຍາດ ວັນນະໂລກ, ຊຸກຍູ້ບັນດາເນື້ອໃນປຶກສາຫາລືຢູ່ກອງປະຊຸມຂອງ ສປຊ ກ່ຽວກັບນ້ຳ… ການເຂົ້າຮ່ວມຢ່າງເປັນເຈົ້າການ ແລະ ຕັ້ງໜ້າ ຂອງ ຫວຽດນາມ ລ້ວນແຕ່ແນໃສ່ການປະກອບສ່ວນຢ່າງລະອຽດ, ແທດຈິງ ເຂົ້າວຽກງານລວມ ແລະ ບັນດາບຸລິມະສິດໃຫຍ່ຂອງ ສປຊ ແລະ ປະຊາຄົມສາກົນ, ປະກອບສວ່ນເຂົ້າໃນການຊຸກຍູ້ການຮ່ວມມື, ສາມັກຄີສາກົນ. ຫວຽດນາມ ເປັນເຈົ້າການໃນການສະເໜີບັນດາຂໍ້ລິເລີ່ມ, ວິທີການແກ້ໄຂເພື່ອແນໃສ່ຍົກສູງປະສິດທິຜົນໃນການຜັນຂະຫຍາຍວຽກງານ, ຍົກສູງການໂອ້ລົມສົນທະນາທີ່ມີລັກສະນະສ້າງສັນເພື່ອຮັດແຄບຄວາມແຕກຕ່າງກັນ, ສ້າງຄວາມເຫັນດີເຫັນພ້ອມ ແລະ ສຽງເວົ້າລວມລະຫວ່າງບັນດາປະເທດ.

ຫວຽດ​ນາມ​ ສະ​ມາ​ຊິກ​ຕັ້​ງ​ໜ້າ, ມີ​ຄວາມ​ເປັນ​ເຈົ້າ​ການ​ຂອງ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ ຢູ່ ສ​ປ​ຊ - ảnh 2ພາບປະກອບ: baochinhphu.vn

ຢັ້ງຢືນຄຳໝັ້ນສັນຍາ ແລະ ຄວາມຕັດສິນໃຈພ້ອມກັບ ສປຊ ປະຕິບັດບັນດາເປົ້າໝາຍ

ໂດຍສືບຕໍ່ບັນດາຂີດໝາຍ ແລະ ໝາກຜົນສຳຄັນຢູ່ເວທີປາໄສຫຼາຍຝ່າຍ ສປຊ, ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 78, ກ່າວຄຳເຫັນຕໍ່ໜ້າ ສະມັດຊາໃຫຍ່ ທຸກຖ້ວນໜ້າ ແລະ ບາງກອງປະຊຸມຫຼາຍຝ່າຍຂັ້ນສູງສຳຄັນ ພ້ອມກັບຫຼາຍການເຄື່ອນໄຫວ, ແລກປ່ຽນ, ພົບປະເຈລະຈາ ທີ່ມີຄວາມໝາຍສຳຄັນພິເສດ.

ຜ່ານນັ້ນ, ຫວຽດນາມ ຢັ້ງຢືນທັດສະນະລຸລ່ວງຂອງຕົນ ແມ່ນຍາມໃດກໍ່ຖືມະນຸດເປັນໃຈກາງ, ແມ່ນກຳລັງໜູນຂອງທຸກນະໂຍບາຍຊີ້ຂາດ ແລະ ນີ້ແມ່ນແມ່ນຫຼັກການກຳນົດທິດເຊິ່ງ ສປຊ ຍາມໃດກໍ່ສູ້ຊົນເດີນຕາມ. ໃນສະພາບການຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດຖືກຫຼຸດລົງ ແລະ ການຮ່ວມມືຫຼາຍຝ່າຍປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ຫວຽດນາມ ຢັ້ງຢືນຄືນໃໝ່ຈະຕັ້ງໜ້າຜັນຂະຫຍາຍ ບັນດາຄຳໝັ້ນສັນຍາສາກົນ, ພ້ອມແລ້ວທີ່ຈະປະຕິບັດບັນດາພັນທະ ແລະ ຄວາມຮັບຜິດຊອບ ຂອງປະເທດສະມາຊິກໃນທຸກຂົງເຂດ. ໃນຕົວຈິງ, ຫວຽດນາມ ໄດ້ ແລະ ພວມເປີດກວ້າງຂອບຂະໜາດການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ປະກອບສ່ວນເຂົ້າໃນການສະກັດກັ້ນການປະທະກັນ, ສ້າງສັນຕິພາບ ຢູ່ບັນດາຈຸດຮ້ອນເຮັງ ຢູ່ອາບຟຼິກກາ, ຕັ້ງໜ້າຫັນປ່ຽນພະລັງງານ, ມານະພະຍາຍາມບັນລຸໄດ້ການປ່ອຍອາຍພິດລົງລະດັບ 0 ໃນປີ 2050, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs)…

 ນັບແຕ່ເວລາ ຫວຽດນາມ ກາຍເປັນສະມາຊິກທີ 149 ຂອງ ສປຊ ໃນວັນທີ 20 ກັນຍາ ປີ 1977, ຫວຽດນາມ ແມ່ນປະເທດຍາມໃດກໍ່ປະຕິບັດກົດບັດ ສປຊ ຢ່າງເຂັ້ມງວດ, ມານະພະຍາຍາມປົກປ້ອງ, ຍົກສູງຄວາມຈຳເປັນໃນການປະຕິບັດບັນດາຫຼັກການພື້ນຖານຂອງ ກົດບັດ ສປຊ ແລະ ກົດໝາຍສາກົນ. ຄວາມຄ້າຍຄືກັນກ່ຽວກັບຄຸນຄ່າ ແລະ ຫຼັກການສຳຄັນໄດ້ສ້າງພື້ນຖານໃຫ້ແກ່ການພົວພັນຮ່ວມມື, ຄູ່ຮ່ວມມື ລະຫວ່າງ ຫວຽດນາມ ແລະ ສປຊ.

ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງເຂົ້າຮ່ວມບັນດາການເຄື່ອນໄຫວຢູ່ສັບປະດັບຂັ້ນສູງ ສະມັດຊາໃຫຍ່ ສປຊ ຄັ້ງນີ້ ກົງກັບໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກ ສປຊ, ມີຄວາມໝາຍພິເສດເພື່ອໃຫ້ ຫວຽດນາມ ສະແດງໃຫ້ເຫັນຄວາມຕັດສິນໃຈພ້ອມກັບປະຊາຄົມສາກົນ ແບ່ງປັນບັນດາບົດຮຽນປະສົບການ, ບໍ່ພຽງແຕ່ໃນການຕໍ່ສູ້ເພື່ອເອກະລາດ ແລະ ບັນດາຫຼັກການກົດໝາຍສາກົນໃນການສ້າງສາພັດທະນາແບບກວມລວມ ເທົ່ານັ້ນ ຫາກຍັງໃນຄວາມມານະພະຍາຍາມປະຕິບັດບັນດາເປົ້າໝາບລວມທົ່ວໂລກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ