ຫວຽດນາມ - ສະຫະປະຊາຊາດ: ສ້າງຂີດໝາຍ 40 ປີແຫ່ງການຮ່ວມມື

(VOVWORLD) -ປີ 2017 ເປັນຂີດໝາຍ 40 ປີ ທີ່ຫວຽດນາມ ເຂົ້າເປັນສະມາຊິກຂອງສະຫະປະຊາຊາດ (20/09/1977), ເປັນຂີດໝາຍໃຫ້ແກ່ການຮັບຮອງຂອງປະຊາຄົມສາກົນສຳລັບປະເທດ ຫວຽດນາມ ເອກະລາດ, ເສລີພາບ, ເອກະພາບ, ເປີດໄລຍະໃຫ້ ຫວຽດນາມ ກ້າວເຂົ້າສູ່ການເຊື່ອມໂຍງເຂົ້າກັບສາກົນ. 40 ປີຜ່ານມາ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະປະຊາຊາດ (ສປຊ) ກາຍເປັນຕົວຢ່າງພົ້ນເດັ່ນກ່ຽວກັບການຮ່ວມມືພັດທະນາລະຫວ່າງບັນດາປະເທດສະມາຊິກ ສປຊ ກໍ່ຄືກ່ຽວກັບບົດບາດຂອງ ສປຊ ໃນເລື່ອງຊຸກຍູ້ການຮ່ວມມືສາກົນ ເພື່ອແນໃສ່ແກ້ໄຂບັນດາບັນຫາເສດຖະກິດ, ສັງຄົມ, ວັດທະນະທຳ ແລະ ມະນຸດສະທຳ.
ຫວຽດນາມ - ສະຫະປະຊາຊາດ: ສ້າງຂີດໝາຍ 40 ປີແຫ່ງການຮ່ວມມື - ảnh 1 (ສະຫະປະຊາຊາດ / ພາບປະກອບ)

ການຮ່ວມມືລະຫວ່າງ ສປຊ ແລະ ຫວຽດນາມ ໃນ 40 ປີຜ່ານມາ ຖືກດຳເນີນໃນຫລາຍຂົງເຂດ ແລະ ບັນລຸໄດ້ຜົນງານຕັ້ງໜ້າຫລາຍຢ່າງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ຫວຽດນາມ ກ່ຽວກັບການພັດທະນາເສດຖະກິດ - ສັງຄົມໃນແຕ່ລະໄລຍະພັດທະນາ. ກ່າວຄຳເຫັນເນື່ອງໃນໂອກາດຢ້ຽມຢາມ ອາເມລິກາ ຢ່າງເປັນທາງການແຕ່ວັນທີ 29 – 31 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ: ປະຊາຊົນ ຫວຽດນາມ ຍາມໃດກໍ່ຈົດຈຳການໜູນຊ່ວຍອັນລ້ຳຄ່າຂອງ ສປຊ ແລະ ປະຊາຄົມສາກົນໃນວິວັດການສ້າງປະເທດຄືນໃໝ່ພາຍຫລັງສົງຄາມ, ພັດທະນາ ແລະ ບັນລຸໄດ້ບັນດາຜົນງານຄືໃນປະຈຸບັນ.

ຂີດໝາຍຕ່າງໆໃນການຮ່ວມມື

        ພາຍຫລັງເຂົ້າເປັນສະມາຊິກ ສປຊ, ຫວຽດນາມ ຍາດແຍ່ງຄວາມເຫັນດີເຫັນພ້ອມ ແລະ ສະໜັບສະໜູນຈາກບັນດາປະເທດສະມາຊິກ ສປຊ ເພື່ອໃຫ້ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 32 (ປີ 1977) ຮຽກຮ້ອງບັນດາປະເທດ; ບັນດາອົງການຈັດຕັ້ງສາກົນ, ອຸປະຖຳ, ຊ່ວຍເຫຼືອ ຫວຽດນາມ ສ້າງສາປະເທດຄືນໃໝ່ພາຍຫລັງສົງຄາມ. ໃນໄລຍະແຕ່ປີ 1977 – 1986, ບັນດາອົງການຂອງ ສປຊ ໄດ້ຊ່ວຍ ຫວຽດນາມ ລົງທຶນໃນບັນດາໂຄງການພັດທະນາສັງຄົມ, ສຸມໃສ່ເຂົ້າບັນດາຂົງເຂດຄື: ການສຶກສາ, ສາທາລະນະສຸກ, ເບິ່ງແຍງດູແລສຸຂະພາບ, ປົກປ້ອງແມ່ ແລະ ເດັກ, ປະຊາກອນ ແລະ ວາງແຜນຄອບຄົວ. ການຮ່ວມມືກັບ ສປຊ ປະກອບສ່ວນສ້າງເງື່ອນໄຂສະດວກ ຍົກສູງລະດັບຄວາມຮູ້ດ້ານເຕັກໂນໂລຊີ ແລະ ຊຸກຍູ້ຄວາມກ້າວໜ້າດ້ານວິທະຍາສາດ - ເຕັກນິກຢູ່ ຫວຽດນາມ, ຟື້ນຟູ ແລະ ກໍ່ສ້າງໃໝ່ບາງຮາກຖານຜະລິດ, ເພີ່ມທະວີກຳລັງຄວາມສາມາດພັດທະນາ. ພ້ອມທັງ ຢູ່ໃນສະພາວະຖືກປິດລ້ອມຂວ້ຳບາດ, ການຮ່ວມມືກັບ ສປຊ ໄດ້ສ້າງເງື່ອນໄຂ ເພື່ອໃຫ້ ຫວຽດນາມ ສຳຜັດກັບແຫຼ່ງທຶນຊ່ວຍເຫຼືອຂອງຫລາຍປະເທດຝ່າຍຕາເວັນຕົກ.

        ໃນວິວັດການປະຕິບັດແນວທາງແຫ່ງການປ່ຽນແປງໃໝ່, ບັນດາບ້ວງເງິນຊ່ວຍເຫຼືອລ້າຂອງ ສປຊ ສະຫງວນໃຫ້ ຫວຽດນາມ ແມ່ນແຫຼ່ງໜູນຊ່ວຍຫລາຍພໍສົມຄວນ, ຊ່ວຍໃຫ້ລັດຖະບານ ຫວຽດນາມ ສ້າງນະໂຍບາຍພັດທະນາ. ຕາມຂໍ້ສະເໜີຂອງລັດຖະບານ ຫວຽດນາມ ແລ້ວ, ສປຊ ຫັນທິດໜູນຊ່ວຍດ້ານເຕັກນິກຢ່າງແຮງໄປສູ່ການໜູນຊ່ວຍບັນດາມາດຕະການປະຕິຮູບກ່ຽວກັບນະໂຍບາຍ ແລະ ລະບອບລະບຽບການເສດຖະກິດ, ລັດວິສາຫະກິດ, ບໍລິຫານພາກລັດ, ກົດໝາຍ…

        ເຖິງວ່າຈຳນວນເງິນຊ່ວຍເຫຼືອຂອງ ສປຊ ທີ່ສະຫງວນໃຫ້ ຫວຽດນາມ ໃນໄລຍະຜ່ານມາ ພຽງກ່ວາ 2 ຕື້ USD ກໍ່ຕາມ ແຕ່ມີຄວາມໝາຍຢ່າງໃຫຍ່ຫລວງ ເພາະວ່າ ສປຊ ໄດ້ສຸມໃສ່ໜູນຊ່ວຍຫລາຍຂົງເຂດຈຳເປັນກ່ຽວກັບການພັດທະນາເສດຖະກິດ, ສ້າງລະບອບລະບຽບການ, ກົດໝາຍ, ແກ້ໄຂຫລາຍບັນຫາໃນສັງຄົມຢ່າງຮີບດ່ວນ.

ເປັນສະມາຊິກມີຄວາມຮັບຜິດຊອບຂອງ ສປຊ

        ໂດຍປະຕິບັດນະໂຍບາຍພົວພັນຕ່າງປະເທດ ເປັນຫລາຍຝ່າຍ, ຫລາຍຮູບຫລາຍແບບ, ເປັນເພື່ອນມິດກັບທຸກປະເທດ, ຫວຽດນາມ ຍາດແຍ່ງເວທີປາໄສ ສປຊ ເປັນພື້ນຖານ ເພື່ອເພີ່ມທະວີການພົວພັນກັບບັນດາອົງການຈັດຕັ້ງໃນລະບົບ ສປຊ, ເປີດກ້ວາງການພົວພັນ 2 ຝ່າຍ ແລະ ຫລາຍຝ່າຍກັບບັນດາປະເທດ ແລະ ອົງການຈັດຕັ້ງສາກົນ. ຫວຽດນາມ ໄດ້ສຳເລັດໜ້າທີ່ເປັນກຳມະການບໍ່ປະຈຳສະພາຄວາມໝັ້ນຄົງ ສປຊ ອາຍຸການ 2008 – 2009. ນີ້ເປັນຄັ້ງທຳອິດທີ່ ຫວຽດນາມ ເຂົ້າຮ່ວມໃນອົງການສຳຄັນທີ່ສຸດຂອງ ສປຊ ກ່ຽວກັບສັນຕິພາບ, ຄວາມໝັ້ນຄົງສາກົນ. ຫວຽດນາມ ກໍ່ຕັ້ງໜ້າເຈລະຈາ ແລະ ກາຍເປັນສະມາຊິກຂອງສົນທິສັນຍາຫ້າມອາວຸດເຄມີ (CWC) ຢ່າງເປັນທາງການ ປີ 1998, ເຂົ້າຮ່ວມການເຈລະຈາ ແລະ ແມ່ນໜຶ່ງໃນບັນດາປະເທດທຳອິດເຊັນສົນທິສັນຍາຫ້າມທົດລອງນິວເຄຼຍຮອບດ້ານ (CTBT) ໃນປີ 1996, ເຂົ້າຮ່ວມ ແລະ ກາຍເປັນສະມາຊິກຂອງກອງປະຊຸມຫລຸດຜ່ອນອາວຸດ (CD) ປີ 1996. ນັບແຕ່ວັນທີ 01 ມັງກອນ 2014, ຫວຽດນາມ ກາຍເປັນສະມາຊິກຂອງສະພາສິດທິມະນຸດ (ອາຍຸການ 2014 - 2016) ຢ່າງເປັນທາງການ. ທ່ານ ຫງວຽນຈູງແທ່ງ ອະດີດສະມາຊິກກຸ່ມເຮັດວຽກຂອງສະພາສິດທິມະນຸດ ສປຊ ໃຫ້ຮູ້ວ່າ:

        “ພວກເຮົາໄດ້ຮັບການສະເໜີ ສວມບົດບາດສຳຄັນ ໃນສະພາສິດທິມະນຸດພໍສົມຄວນ, ຂ້າພະເຈົ້າຖືວ່າ ນັ້ນແມ່ນການຕີລາຄາສູງຂອງປະຊາຄົມສາກົນ. ໄດ້ນຳມາໃຫ້ພວກເຮົາບັນດາບົດຮຽນດີ, ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການພັດທະນາ, ປ່ຽນແປງໃໝ່ພາຍໃນປະເທດ, ເພີ່ມທະວີການຊຸກຍູ້ ແລະ ປົກປ້ອງສິດທິມະນຸດຢູ່ພາຍໃນປະເທດ ກໍ່ຄືການຕອບກັບຈາກໂລກ ເພື່ອປະຕິບັດວຽກງານນີ້ເປັນຢ່າງດີ, ສວມບົດບາດເປັນເຈົ້າການ ແລະ ຕັ້ງໜ້າຄືຈິດໃຈຂອງລັດຊີ້ນຳ ໃນເລື່ອງກາຍເປັນປະເທດ ຫວຽດນາມ ເປັນເພື່ອນມິດ, ເປັນສະມາຊິກມີຄວາມຮັບຜິດຊອບຂອງວົງຄະນະຍາດປະຊາຄົມສາກົນ.

        ຫວຽດນາມ ບໍ່ພຽງແຕ່ປະຕິບັດໜ້າທີ່ດຶງດູດການຊ່ວຍເຫຼືອຂອງບັນດາອົງການຈັດຕັ້ງພັດທະນາ ສປຊ ເປັນຢ່າງດີເທົ່ານັ້ນ ຫາກຍັງເປັນເຈົ້າການໃນການກໍ່ສ້າງບັນດາຮູບການຮ່ວມມື ແລະ ເຂົ້າຮ່ວມໃນບັນດາອົງການຈັດຕັ້ງນີ້ອີກດ້ວຍ. ຮູບແບບຮ່ວມມື 3 ຝ່າຍ ໄດ້ຮັບການເປີດກ້ວາງ ແລະ ໝູນໃຊ້ຢ່າງກ້ວາງຂວາງ, ໄດ້ຮັບຖືວ່າເປັນຮູບການຮ່ວມມື ໃຕ້-ໃຕ້. ຫວຽດນາມ ຕັ້ງໜ້າສົມທົບກັບບັນດາອົງການຈັດຕັ້ງພັດທະນາຂອງ ສປຊ ປະຕິບັດການທົດລອງຂໍ້ລິເລີ່ມ “ສະຫະປະຊາຊາດແຫ່ງດຽວ”, ໄດ້ຮັບການຕີລາຄາສູງຈາກປະຊາຄົມບັນດານັກອຸປະຖຳ. ປະຈຸບັນ, ຫວຽດນາມ ພວມຕັ້ງໜ້າຂົນຂວາຍອອກສະໝັກຮັບເລືອກຕັ້ງເປັນສະມາຊິກເຂົ້າສະພາຄວາມໝັ້ນຄົງ ອາຍຸການ 2020 – 2021. ທ່ານນາງ Pratibha Mehta ຜູ້ປະສານງານປະຈຳການຂອງ ສປຊ ປະຈຳ ຫວຽດນາມ ແຕ່ປີ 2012 – 2016 ຕີລາຄາວ່າ:

        “ຫວຽດນາມ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າທີ່ສຸດ ແລະ ນັບມື້ນັບເຊື່ອມໂຍງຢ່າງລວງເລິກເຂົ້າບັນດາການເຄື່ອນໄຫວຂອງສະຫະປະຊາຊາດ. ຫວຽດນາມ ເຂົ້າຮ່ວມໃນສະພາສິດທິມະນຸດ ສະຫະປະຊາຊາດ, ເປັນສະມາຊິກຂອງສະພາເສດຖະກິດ - ສັງຄົມສະຫະປະຊາຊາດ (ECOSOC), ເຂົ້າຮ່ວມກຳລັງຮັກສາສັນຕິພາບຢູ່ ຊູດັງ ແລະ ສ້າງຕັ້ງສູນຮັກສາສັນຕິພາບ. ຂ້າພະເຈົ້າຄິດວ່າ ນັ້ນແມ່ນຫຼັກຖານໃຫ້ແກ່ການຮ່ວມມືນັບມື້ນັບຮອບດ້ານລະຫວ່າງ ສະຫະປະຊາຊາດ ແລະ ຫວຽດນາມ ກ່ວາ.

        ອີງໃສ່ຜົນງານແຫ່ງການຮ່ວມມື 40 ປີ, ໃນ 5 ປີຈະມາເຖິງ, ສປຊ ຈະສືບຕໍ່ໜູນຊ່ວຍລັດຖະບານ ຫວຽດນາມ ປະຕິບັດບັນດາຈຸດໝາຍພັດທະນາແບບຍືນຍົງ, ເອົາໃຈໃສ່ເປັນພິເສດເຖິງຄົນທຸກຍາກ, ກຸ່ມຄົນຖືກຄວາມສ່ຽງສູງກ່ວາເພີ່ນ; ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາສິ່ງແວດລ້ອມໃຫ້ໝັ້ນຄົງ; ຊຸກຍູ້ຄວາມວັດທະນາຖາວອນ ແລະ ການພົວພັນຄູ່ຮ່ວມມື…

        ບັນດາຜົນງານແຫ່ງການຮ່ວມມືລະຫວ່າງ ຫວຽດນາມ ແລະ ສປຊ ໃນ 40 ປີຜ່ານມາ ກາຍເປັນຕົວຢ່າງດີເດັ່ນກ່ຽວກັບການຮ່ວມມືພັດທະນາລະຫວ່າງບັນດາປະເທດສະມາຊິກ ສປຊ, ສ້າງເງື່ອນໄຂສະດວກໃຫ້ແກ່ຄວາມມານະພະຍາຍາມລວມຂອງ 2 ຝ່າຍ ໃນການຍົກສູງປະສິດທິຜົນການຮ່ວມມື 2 ຝ່າຍກ່ວາອີກ, ໜູນຊ່ວຍຢ່າງຕັ້ງໜ້າໃຫ້ພາລະກິດຫັນປະເທດ ຫວຽດນາມ ເປັນປະເທດອຸດສາຫະກຳ ແລະ ທັນສະໄໝ ແລະ ປະກອບສ່ວນຍົກສູງບົດບາດຂອງ ສປຊ ໃນໄລຍະໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ