ຫວຽດ​ນາມ ສ້າງ​ຂີດ​ໝາຍຫຼາຍ​ຢ່າງ ໃນ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

(VOVWORLD) -ໃນປີ 2021, ຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ພົ້ນເດັ່ນໃນການຮັບປະກັນສິດທິມະນຸດ. ບັນດາຜົນງານນັ້ນ ແມ່ນຫຼັກຖານພະຍານຢ່າງມີຊິວິດຊີວາ ກ່ຽວກັບລັກສະນະຖືກຕ້ອງຂອງບັນດາແຜນນະໂຍບາຍ, ແນວທາງຂອງພັກ, ກົດໝາຍຂອງລັດຫວຽດນາມ, ຢັ້ງຢືນບົດບາດ, ທີ່ຕັ້ງຂອງຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ໃນການຮັບປະກັນສິດທິມະນຸດ.

ເຄົາລົບ ແລະ ປົກປ້ອງສິດທິມະນຸດ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດຫວຽດນາມ. ສິ່ງດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງໃນບົດຖະແຫຼງປະກາດເອກະລາດ ແລະ ໃນລັດຖະທຳມະນູນ. ປີ 2021, ຫວຽດນາມ ສືບຕໍ່ຮັບຮອງເອົາ ແລະ ປັບປຸງກົດໝາຍຫຼາຍສະບັບທີ່ສຳຄັນຄື: ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດສະບັບປັບປຸງ; ພິຈາລະນາຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ ແລະ ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ. ເລື່ອງສ້າງລາຍການສ້າງກົດໝາຍ, ລັດຖະບັນຍັດໃນແຕ່ລະປີ ຍາມໃດກໍ່ຮັບປະກັນຫຼັກການບຸລິມະສິດ ເຂົ້າໃນບັນດາລາຍການສ້າງບັນດາຮ່າງກົດໝາຍ ເພື່ອແນໃສ່ຜັນຂະຫຍາຍການປະຕິບັດບັນດາຂໍ້ກຳນົດຂອງລັດຖະທຳມະນູນກ່ຽວກັບສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ.

   ຫວຽດ​ນາມ ສ້າງ​ຂີດ​ໝາຍຫຼາຍ​ຢ່າງ ໃນ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ - ảnh 1ປີ 2021, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ ລັດຖະບານ ຫວຽດນາມ ຍັງມີນະໂຍບາຍຫຼາຍຢ່າງເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ (ພາບປະກອບ: ມິງຮ່າ)
ຫວຽດນາມ ບໍ່ພຽງແຕ່ຖືການຮັບປະກັນສິດເສລີໃນການປາກເວົ້າ, ສິດເສລີທາງສື່ມວນຊົນ ແລະ ເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານ ແມ່ນພັນທະຕາມບັນດາສົນທິສັນຍາສາກົນ ກ່ຽວກັບສິດທິມະນຸດເທົ່ານັ້ນ, ໃນເນື້ອແທ້ແມ່ນເລີ່ມມາຈາກຜົນປະໂຫຍດທີ່ນຳມາໃຫ້ແກ່ການພັດທະນາປະເທດຊາດອີກດ້ວຍ. ຫວຽດນາມ ຍັງໄດ້ຮັບຮູ້ວ່າ ແມ່ນໜຶ່ງໃນບັນດາປະເທດມີລະດັບການເຕີບໂຕໄວ ແລະ ນຳໃຊ້ອິນເຕີແນັດສູງໃນໂລກ. ບັນດາພື້ນຖານດີຈີຕອນ, ສື່ສັງຄົມອອນລາຍໄດ້ສ້າງເປັນຊ່ອງທາງພົວພັນແລກປ່ຽນ, ເຊື່ອມຕໍ່ສຳຄັນເພື່ອໃຫ້ ປຊຊ ໄດ້ເຂົ້າເຖິງຂໍ້ມູນຂ່າວສານ, ແລກປ່ຽນ ແລະ ສະແດງທັດສະນະຂອງຕົນ.

      ວັນທີ 30 ສິງຫາປີ 2021, ທ່ານປະທານປະເທດຫວຽດນາມ ໄດ້ລົງເຊັນຂໍ້ຕົກລົງວ່າດ້ວຍການອະໄພຍະໂທດ, ປ່ອຍຕົວນັກໂທດກ່ອນກຳນົດ 3035 ຄົນ. ນີ້ແມ່ນແຜນນະໂຍບາຍ, ນະໂຍບາຍໃຫ່ຍຂອງພັກ, ລັດຫວຽດນາມ, ສະແດງໃຫ້ເຫັນມູນເຊື້ອອັນດີງາມຂອງຊາດຫວຽດນາມ. ຄຽງຂ້າງນັ້ນ, ການພິຈາລະນະການອະໄພຍະໂທດໃຫ້ບັນດານັກໂທດທີ່ຖືສັນຊາດຕ່າງປະເທດ ໄດ້ປະຕິບັດບົນພື້ນຖານຄວາມສະເໝີພາບ, ຈະແຈ້ງ ກໍ່ຊ່ວຍໃຫ້ປະຊາຄົມສາກົນ ມີຄວາມຮັບຮູ້ຢ່າງຈະແຈ້ງກວ່າ ກ່ຽວກັບແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດຫວຽດນາມ, ປະກອບສ່ວນເພີ່ມທະວີການພົວພັນສອງຝ່າຍ ກັບບັນດາປະເທດມີພົນລະເມືອງໄດ້ຮັບການອະໄພຍະໂທດ.

   ຫວຽດ​ນາມ ສ້າງ​ຂີດ​ໝາຍຫຼາຍ​ຢ່າງ ໃນ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ - ảnh 2ລັດຖະບານ ຫວຽດນາມ ຕັ້ງໜ້າຫັນເປັນດີຈີຕອນ (ພາບປະກອບ: dangcongsan.vn)
 ໃນປີ 2021, ໃນສະພາບການໂລກລະບາດໂຄວິດ 19 ມີການຜັນແປຢ່າງສັບສົນ, ລັດຖະບານໄດ້ປະກາດໃຊ້ຫຼາຍນະໂຍບາຍ ເພື່ອຮັບປະກັນຊີວິດການເປັນຢູ່ໃຫ້ແກ່ ປຊຊ, ພິເສດແມ່ນຄົນທຸກຍາກ. ການຜັນຂະຫຍາຍບ້ວງເງິນໜູນຊ່ວຍສັງຄົມຄັ້ງທີ 1 ທີ່ມີຈຳນວນເງິນທັງໝົດ 62.000 ຕື້ດົ່ງແລະ ຄັ້ງທີ 2 ແມ່ນ 26.000 ພັນຕື້ດົ່ງໄດ້ ເປັນພື້ນຖານເພື່ອປົກປ້ອງສິດທິມະນຸດ, ພ້ອມທັງສະແດງໃຫ້ເຫັນຢ່າງຈະແຈ້ງ ຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຂອງພັກ ແລະ ລັດຫວຽດນາມ ໃນການປະຕິບັດພັນທະປົກປ້ອງ, ຮັບປະກັນ, ຊຸກຍູ້ສິດທິມະນຸດຢູ່ຫວຽດນາມ.

    ຄຽງຄູ່ກັນນັ້ນ, ບັນດາອົງການສື່ມວນຊົນຫວຽດນາມ ໄດ້ເປັນເຈົ້າການຕີລາຄາ, ປະກອບຄວາມເຫັນໃສ່ບັນດາຮ່າງກົດໝາຍ, ນະໂຍບາຍຂອງລັດຖະບານ, ບັນດາແຜນການ, ຍຸດທະສາດ, ໂຄງການໃຫ່ຍ. ລັດຖະບານໄດ້ຮັບຟັງບັນດາຄຳເຫັນຕີລາຄາຢ່າງສ້າງສັນ, ຖືກຕ້ອງ, ດັດປັບບັນດານະໂຍບາຍ, ມາດຕະການໃຫ້ເໝາະສົມກັບສະພາບການຂອງປະເທດຊາດ, ເປັນຕົ້ນແມ່ນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ 19, ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ ໃນວິວັດການພັດທະນາເສດຖະກິດສັງຄົມ.

    ລັດຖະບານຫວຽດນາມ ກໍ່ມານະພະຍາຍາມຜັນຂະຫຍາຍລັດຖະບານເອເລກໂຕນິກຫຼາຍທີ່ສຸດ, ເພີ່ມການນຳໃຊ້ສື່ສັງຄົມອອນລາຍ ເປັນຊ່ອງສະໜອງຂໍ້ມູນຂ່າວສານ, ສຳຜັດ/ພົວພັນກັບ ປຊຊ.

    ຄຽງຂ້າງວຽກງານປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢູ່ພາຍໃນປະເທດ, ປີ 2021 ຜ່ານມາ, ວຽກງານພົວພັນຕ່າງປະເທດກ່ຽວກັບສິດທິມະນຸດ ໃນຂອບເຂດສອງຝ່າຍ ກໍ່ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ. ຫວຽດນາມ ໄດ້ຈັດຕັ້ງສຳເລັດກອງປະຊຸມໂອ້ລົມສົນທະນາກ່ຽວກັບສິດທິມະນຸດກັບ ອາເມລິກາ ແລະ ອົດສະຕາລີ, ສະໜອງຂໍ້ມູນຂ່າວສານກ່ຽວກັບບັນດາຄວາມມານະພະຍາຍາມ ແລະ ຜົນງານຂອງຫວຽດນາມ ກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ຕອບບັນດາບັນຫາທີ່ຫາງສຽງມີຄວາມສົນໃຈ, ຜ່ານນັ້ນເພີ່ມທະວີຄວາມເຂົ້າອົກເຂົ້າໃຈຊື່ງກັນ ແລະ ກັນ, ຮັດແຄບຄວາມແຕກໂຕນ, ຊອກຫາກາລະໂອກາດຮ່ວມມື ແລະ ປະກອບສວ່ນຊຸກຍູ້ການພົວພັນສອງຝ່າຍກັບບັນດາຄູ່ຮ່ວມມື.

    ຫວຽດນາມ ຮັກສາການແລກປ່ຽນກັບບັນດາຄູ່ຮ່ວມມືອື່ນໆຄື: ອີຢູ, ກຸ່ມ G4 (ການາດາ, ສະວິດ, ນອກແວ, ນິວຊີແລນ) ແລະ ດຳເນີນການທາບທາມຄຳເຫັນ ເພື່ອແນໃສ່ເພີ່ມທະວີການພົວພັນ ແລະ ຮ່ວມມືກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອຄື: ລັດເຊຍ, ຈີນ ກ່ຽວກັບຂົງເຂດສິດທິມະນຸດ. ທີ່ການພົວພັນແລກປ່ຽນສອງຝ່າຍຢູ່ຂັ້ນຕ່າງໆ, ເລື່ອງບັນດາປະເທດສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025 ສືບຕໍ່ສະແດງໃຫ້ເຫັນອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງຫວຽດນາມ ໄດ້ເພີ່ມຂຶ້ນສູງໃນຂົງເຂດຮັບປະກັນສິດທິມະນຸດ./.

ຕອບກັບ

ຂ່າວ/ບົດ​ອື່ນ