ຫວຽດ​ນາມ ສ້າງຄວາມ​ປະ​ທັບ​ໃຈຫຼາຍ​ຢ່າງ​ຕໍ່​ເພື່ອນ​ມິດ​ສາ​ກົນ​

(VOVWORLD) -  ປີ 2020, ຫວຽດນາມ ແລະ ບັນດາປະເທດໃນທົ່ວໂລກ ຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງທີ່ບໍ່ເຄີຍມີມາກ່ອນ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ໃນສະພາບການປະສົບກັບຄວາມຫຍຸ້ງຍາກນາໆປະການນັ້ນ, ຫວຽດນາມ ໄດ້ຮັບດຳລົງ 2 ໜ້າທີ່ ນັ້ນແມ່ນ ປະທານ ອາຊຽນ ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020  2021. ໃນຄວາມຫຍຸ້ງຍາກລຳບາກ ແລະ ສິ່ງທ້າທາຍນັ້ນ, ຫວຽດນາມ ໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ເປັນເຈົ້າການ, ມີໄຫວພິບ ແລະ ປະດິດຄິດສ້າງ, ທັງຮັບມືກັບໂລກລະບາດຢ່າງມີປະສິດທິຜົນ, ທັງປະຕິບັດບັນດາຄາດໝາຍການຕ່າງປະເທດທີ່ໄດ້ວາງອອກເປັນຢ່າງດີທີ່ສຸດ, ອັນໄດ້ສ້າງຄວາມປະທັບໃຈອັນດີງາມຫຼາຍຢ່າງຕໍ່ເພື່ອນມິດສາກົນ.

ຫວຽດ​ນາມ ສ້າງຄວາມ​ປະ​ທັບ​ໃຈຫຼາຍ​ຢ່າງ​ຕໍ່​ເພື່ອນ​ມິດ​ສາ​ກົນ​ - ảnh 1ຫວຽດນາມ ໄດ້ກາຍເປັນຈຸດເດັ່ນຂອງທົ່ວໂລກ ໃນວຽກງານປ້ອງກັນສະກັດກັ້ນໂລກະບາດ ໂຄວິດ -19

(ພາບ: ກະຊວງສາທາລະນະສຸກຫວຽດນາມ)

ໂລກລະບາດໂຄວິດ - 19 ໄດ້ເກີດຂຶ້ນນັບແຕ່ຊຸມວັນຕົ້ນປີ 2020 ນັ້ນ ໄດ້ເຮັດໃຫ້ສະພາບການໂລກປັ່ນປວນ, ໃນນັ້ນ ມີ ຫວຽດນາມ. ເຖິງຢ່າງໃດກໍຕາມ, ດ້ວຍຈິດໃຈເປັນເຈົ້າການ, ຂ້ຽວຂາດ,  “ຕ້ານໂລກລະບາດຄືຕ້ານສັດຕູ” ແລະ ເປັນຈິດໜຶ່ງໃຈດຽວຂອງທັງລະບົບການເມືອງ, ຫວຽດນາມ ໄດ້ກາຍເປັນຈຸດເດັ່ນຂອງທົ່ວໂລກ ໃນຂະນະທີ່ເປັນໜຶ່ງໃນຈຳນວນໜ້ອຍປະເທດ ສາມາດຄວບຄຸມໂລກລະບາດຢ່າງສຳເລັດຜົນ, ໄດ້ຮັບການຕີລາຄາສູງຈາກສາກົນ ກ່ຽວກັບລະດັບຄວາມຮູ້ດ້ານສາທາລະນະສຸກ, ປະສົບການໃນການກວດພົບ, ແຍກຕົວ, ປິ່ນປົວຄົນເຈັບທີ່ຕິດເຊື້ອໂຄວິດ - 19 ລວມທັງການຮ່ວມມືສາກົນໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ.  ທ່ານນາງ Lianys Torres Rivera ອະດີດເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ແບ່ງປັນວ່າ:

        “ຂ້າພະເຈົ້າມີຄວາມປະທັບໃຈຕໍ່ ຫວຽດນາມ ຍ້ອນມີວິທີການຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດ. ຂ້າພະເຈົ້າຖືວ່າ ຫວຽດນາມ ແມ່ນແບບຢ່າງໜຶ່ງໃຫ້ແກ່ປະເທດຕ່າງໆໃນໂລກ ແລະ ວິທີ ຮັບມືກັບໂລກລະບາດ, ຕໍ່ສູ້ກັບໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ຖືໂລກລະບາດເໝືອນດັ່ງສັດຕູ ແລະ ໄດ້ພະຍາຍາມຮັບປະກັນຄວາມປອດໄພທາງດ້ານຊີວິດອິນຊີ ແລະ ສຸຂະພາບຂອງປະຊາຊົນ. ຂ້າພະເຈົ້າຄິດວ່າ ພວກຂ້າພະເຈົ້າຕ້ອງຂອບໃຈ ຫວຽດນາມ ຫຼາຍໆ ຍ້ອນວ່າ ພວກຂ້າພະເຈົ້າ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ປະເທດທີ່ປອດໄພ”.

        ດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ” ນັ້ນ ໄດ້ແຜ່ຂະຫຍາຍໄປທົ່ວພາກພື້ນ ອາຊຽນ ເມື່ອ ຫວຽດນາມຮັບບົດບາດເປັນປະທານ ອາຊຽນ. ດ້ວຍເຈດຈຳນົງທີ່ອົງອາດກ້າແກ່ນ, ຄວາມຕັດສິນໃຈສູງ ແລະ ກະທຳຢ່າງແຮງຂອງທົ່ວສັງຄົມ, ການຮ່ວມມືທີ່ມີປະສິດທິຜົນຂອງບັນດາຄູ່ຮ່ວມມື ແລະ ການນຳພາຢ່າງໝັ້ນແກ່ນຂອງປະທານ ອາຊຽນ ຫວຽດນາມ, ປີປະທານ ອາຊຽນ 2020 ໄດ້ປະສົບຜົນສຳເລັດຢ່າງຮອບດ້ານ, ແທດຈິງ, ພິເສດແມ່ນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ -19. ມີຫຼາຍຂໍ້ລິເລີ່ມ ແລະ ບຸລິມະສິດຂອງ ຫວຽດນາມ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ກາຍເປັນຊັບສົມບັດລວມຂອງ ອາຊຽນ ແລະ ໄດ້ຮັບການຮັບຮູ້, ຕີລາຄາສູງຈາກບັນດາຄູ່ຮ່ວມມື. ທ່ານ Viteslav Grepl ເອກອັກຄະລັດຖະທູດປະເທດ ເຊັກໂກ ປະຈຳ ຫວຽດນາມ ເນັ້ນໜັກວ່າ:

        “ຫົວຂໍ້ຂອງ ອາຊຽນ ໃນປີ 2020 ທີ່ວ່າ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ນັ້ນ ສະແດງໃຫ້ເຫັນເນື້ອແທ້ຢ່າງຈະແຈ້ງທີ່ສຸດ. ບັນດາປະເທດ ໄດ້ປະສົບຜົນສຳເລັດທີ່ສຸດໃນບັ້ນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ພາຍໃຕ້ບົດບາດເປັນປະທານ ຂອງ ຫວຽດນາມ. ຂ້າພະເຈົ້າຖືວ່າ ຄວາມສາມັກຄີໃນ ອາຊຽນ ຈະນັບມື້ນັບຍິ່ງໃຫຍ່ກວ່າເກົ່າ ແລະ ການຮ່ວມມືຂອງ ອາຊຽນ ຈະນັບມື້ນັບປະສົບຜົນສຳເລັດກວ່າອີກ”.

        ຖ້າຫາກວ່າ ໃນຖານະຕຳແໜ່ງເປັນປະທານ ອາຊຽນ 2020, ຫວຽດນາມ ໄດ້ເປັນເຈົ້າການ, ມີໄຫວພິບ ແລະ ມີຫົວຄິດປະດິດສ້າງໃນການດັດປັບບັນດາເປົ້າໝາຍຈຸດສຸມ, ນຳພາ ອາຊຽນ ຮ່ວມແຮງຮ່ວມໃຈ, ຮ່ວມມືກັນຮັບມືກັບໂລກລະບາດໂຄວິດ - 19 ແຕ່ໃນຖານະຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ກໍໄດ້ຮັບການຕີລາຄາວ່າ ແມ່ນຄູ່ຮ່ວມມືເຂັ້ມແຂງຂອງ ສປຊ ຄືດັ່ງການຕີລາຄາຂອງທ່ານເລຂາທິການໃຫຍ່, ສປຊ Atonio Guterres ທີ່ວ່າ:

        “ຫວຽດນາມ ຍາມໃດກໍແມ່ນຄູ່ຮ່ວມມືທີ່ເຂັ້ມແຂງຂອງ ສປຊ ນັບແຕ່ເມື່ອເຂົ້າເປັນສະມາຊິກໃນປີ 1977. ກຳລັງກອງທັບຂອງ ຫວຽດນາມ ໄດ້ເຂົ້າຮ່ວມບັນດາໜ້າທີ່ປົກປັກຮັກສາສັນຕິພາບຂອງ ສປຊ ແລະ ບົດບາດເປັນເຈົ້າພາທາງຂອງ ຫວຽດນາມ ໃນການບັນລຸໄດ້ບັນດາເປົ້າໝາຍພັດທະນາ ສະຫັດສະວັດ ແມ່ນພື້ນຖານອັນໝັ້ນແກ່ນ ຊ່ວຍ ຫວຽດນາມ ຜັນຂະຫຍາຍ ໂຄງການພັດທະນາແບບຍືນຍົງ 2030. ດ້ວຍຖານະເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ໄດ້ ແລະ ພວມມີບັນດາການປະກອບສ່ວນສຳຄັນໃນການສະໜັບສະໜູນການສ້າງສັນຕິພາບແບບຍືນຍົງ”.

ຫວຽດ​ນາມ ສ້າງຄວາມ​ປະ​ທັບ​ໃຈຫຼາຍ​ຢ່າງ​ຕໍ່​ເພື່ອນ​ມິດ​ສາ​ກົນ​ - ảnh 2ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ຜູ້ຢູ່ໃຈກາງ) ທີ່ກອງປະຊຸມຂ່າວສາກົນ (ພາບ:TTXVN)

 ບໍ່ພຽງແຕ່ເສີມຂະຫຍາຍໄດ້ບົດບາດ ແລະ ທັດສະນະຢູ່ອົງການຈັດຕັ້ງໃນພາກພື້ນ ແລະ ເວທີປາໄສຫຼາຍຝ່າຍ, ໃນປິທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນໂລກລະບາດໂຄວິດ - 19, ສະພາບການຄ້າ, ເສດຖະກິດໂລກຖືກຊຸດໂຊມຢ່າງແຮງນັ້ນ, ຫວຽດນາມ ຍັງຄົງແມ່ນຈຸດເດັ່ນໃນການພັດທະນາເສດຖະກິດ. ຍ້ອນຄວາມມານະພະຍາຍາມຂອງທັງລະບົບການເມືອງ, ທຸກຂັ້ນ, ທຸກຂະແໜງການ, ປະຊາຄົມວິສາຫະກິດ ແລະ ປະຊາຊົນທົ່ວປະເທດ, ຫວຽດນາມ ສືບຕໍ່ຮັກສາໄດ້ພື້ນຖານເສດຖະກິດມະຫາພາກເປັນປົກກະຕິ ແລະ ຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ສ້າງເງື່ອນໄຂສະດວກໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ຫຼັງໂລກລະບາດ. ໃນຕາຕະລາງຈັດອັນດັບເຄື່ອງໝາຍການຄ້າແຫ່ງຊາດຂອງ ບໍລິສັດ Brand Finace (ອັງກິດ), ເຄື່ອງໝາຍການຄ້າແຫ່ງຊາດ ຂອງ ຫວຽດນາມ ມີມູນຄ່າເພີ່ມຂຶ້ນໄວທີ່ສຸດໃນປີ 2020 ດ້ວຍລະດັບ 29%, ເພີ່ມຂຶ້ນ 319 ຕື້ USD, ພ້ອມກັນນັ້ນ, ອັນດັບຂອງຫວຽດນາມ ກໍ່ໄດ້ຮັບການປັບປຸງ, ເຊິ່ງເລື່ອນຂຶ້ນເຖິງ 9 ຂັ້ນ, ແຕ່ອັນດັບທີ 42 ຂຶ້ນມາຢູ່ອັນດັບທີ 33. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ:

        “ເຖິງວ່າໄດ້ຫຼຸດລົງຢ່າງແຮງເມື່ອທຽບໃສ່ໄລຍະດຽວກັນກໍຕາມ ແຕ່ການເຕີບໂຕ GDP ຂອງ ຫວຽດນາມ ຍັງນອນໃນ Top ມີລະດັບການເຕີບໂຕສູງໃນພາກພື້ນ ແລະ ໃນໂລກ. ໃນຄວາມຫຍຸ້ງຍາກນັ້ນ, ພວກເຮົາຍັງຮັກສາການຜະລິດດຳເນີນທຸລະກິດ, ບໍ່ປະໃຫ້ຕົກເຂົ້າສູ່ສະພາບຊຸດໂຊມ; ໃນຂະນະທີ່ຫຼາຍປະເທດ, ຄູ່ຮ່ວມມືໃຫຍ່ໃນໂລກ ລ້ວນແຕ່ມີລະດັບການເຕີບໂຕເປັນລົບ. ຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານໄດ້ຮັບການຄ້ຳປະກັນ, ຕອບສະໜອງຄວາມຕ້ອງການທີ່ຈຳເປັນຂອງປະຊາຊົນໄດ້ຢ່າງຄົບຖ້ວນ, ໂດຍສະເພາະແມ່ນໃນໄລຍະປະຕິບັດການແຍກຫ່າງໃນສັງຄົມ”.

        ເມື່ອຫວນຄືນປີ 2020, ເຊິ່ງເປັນປີທີ່ມີສິ່ງທ້າທາຍຫຼາຍຢ່າງ, ຫວຽດນາມ ມີຄວາມເອກອ້າງທະນົງໃຈກັບຜົນງານທີ່ບັນລຸໄດ້. ອາດເຫັນໄດ້ວ່າ, ສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫຼາຍເທົ່າໃດ, ນ້ຳໃຈຂອງຫວຽດນາມ ຍິ່ງທະວີຄູນ ແລະ ສະແດງອອກໃຫ້ເຫັນຢ່າງຈະແຈ້ງ, ໄດ້ສະແດງໃຫ້ເຫັນຖານະບົດບາດ, ທີ່ຕັ້ງ, ບົດບາດຂອງປະເທດພວມພັດທະນາ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນໃນການແກ້ໄຂສິ່ງທ້າທາຍລວມຂອງທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ