ຫວຽດນາມ - ສ.ເກົາຫຼີ ພ້ອມກັນມຸ່ງໄປສູ່ວິໄສທັດລວມ

ວັນ​ທີ 1/10, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ໄດ້​ເລີ່​ມຕົ້ນ​ການ​ຢ້ຽມຢາມ ສ.​ເກົາຫຼີ​ຢ່າງ​ເປັນ​ທາງການ ຕາມ​ຄຳ​ເຊີນ​ຂອງ​ປະທານ​າທິບໍດີ ສ.​ເກົາຫຼີ Park Geun- Hye . ການ​ຢ້ຽມຢາມ​ ສ.​ເກົາຫຼີຂອງ​ຜູ້ນຳ​ສູງ​ສຸດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມຄັ້ງ​ນີ້ ​ເປັນ​ການສະ​ແດງ​ໃຫ້​ເຫັນຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ສູງ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ໝັ້ນ​ໝາຍຈະ​ເປີດ​ກາລະ​ໂອກາດ ຮ່ວມ​ມື​ໃໝ່​ໃນ​ທຸກໆ​ຂົງ​ເຂດ.

ຫວຽດນາມ - ສ.ເກົາຫຼີ ພ້ອມກັນມຸ່ງໄປສູ່ວິໄສທັດລວມ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ
ເລີ່​ມຕົ້ນ​ການ​ຢ້ຽມຢາມ ສ.​ເກົາຫຼີ​ຢ່າງ​ເປັນ​ທາງການ

   ພາຍຫຼັງ 22 ປີ ນັບ​ຕັ້ງ​ແຕ່​ເວລາສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ເມື່ອ​ປີ 1992 ​ແລະ ພິ​ເສດ​ພາຍຫຼັງ 5 ປີ​ນັບ​ແຕ່​ເມື່ອ​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ເປັນ “ ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ” ​ໃນ​ປີ 2009, ການ​ພົວພັນ ຫວຽດນາມ - ສ.​ເກົາຫຼີ​ໄດ້​ພັດ​ທະນາ​ຢ່າງ​ແຂງ​ແຮງ, ຮອບດ້ານ, ​ແລະ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ.

  ຄວາມ​ເຫັນດີ​ເຫັນ​ພ້ອມ​ໃນ​ການ​ພົວພັນ ຫວຽດນາມ - ສ.​ເກົາຫຼີ

  ຕາມ​ທ່ານ ດຣ ດັ້ງ​ດິງກີ້, ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ຫວຽດນາມ, ຖ້າ​ຫາກ​ລວງ​ເລິກ​ໃນ​ການ​ພົວພັນ​ສາກົນ​ລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ຕີ​ລາຄາ​ໂດຍ​ອີງ​ບົນ 3 ມາດຖານ​ຕົ້ນຕໍ ​ແມ່ນ​ລະດັບ​ຄວາມ​ກົມ​ກ່ຽວ​ດ້ານ​ຜົນ​ປະ​ໂຫຍ​ດ, ຈຳນວນ ​ແລະ ປະສິດທິ​ຜົນ​ຂອງ​ບັນດາ​ກົນ​ໄກ​ຮ່ວມມື ​ແລະ ລະດັບ​ໄວ້​ວາງ​ໃຈ​ຊຶ່ງ​ກັນ ​ແລະ ກັນ, ​ໃນ​ນັ້ນ​ມີ​ຄວາມ​ໄວ້​ວາງ​ໃຈ​ດ້ານ​ການ​​ເມື​ອງນັ້ນ, ການ​ພົວພັນ ຫວຽດນາມ - ສ.​ເກົາຫຼີ​ສາມາດ​ຕອບ​ສະໜອງ​ໄດ້​ທຸກ​ຢ່າງ.  ​ທ່ານ ດຣ ດັ້ງ​ດິງກີ້, ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ຫວຽດນາມ ກ່າວວ່າ :

   “  ທີ່ 1 , ລະດັບ​ຄວາມ​ກົມ​ກ່ຽວ​ລະຫວ່າງ 2 ພື້ນຖານ​ເສດ​ຖະກິດ ​ແມ່ນ​ໃຫຍ່​ຫຼວງ​ພໍ​ສົມຄວນ ​ແລະ ຮອບດ້ານ​ໃນ​ທຸກໆ​ຂົງ​ເຂດ. ທີ 2, ຫວຽດນາມ ​ແລະ ສ.​ເກົາຫຼີ​ໄດ້​ສ້າງ​ຫຼາຍ​ກົນ​ໄກ​ຮ່ວມ​ມື​ໃນ​ຫຼາຍ​ຂັ້ນ ​ແລະ ຫຼາຍ​ຂົງ​ເຂດ. ພ້ອມ​ກັບ​ການ​ພົວພັນ​ລະຫວ່າງ 2 ລັດຖະບານ​, 2 ສະພາ​ແຫ່ງ​ຊາດຢ່າງ​ເປັນ​ທາງ​ການ, ບັນດາ ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ, ບັນດາ​ວິສາ​ຫະກິດ, ລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ​ໄດ້​ສ້າງ​ໃຫ້​ມີ​ຫຼາຍ​ຂອບ​ເຂດ​ຮ່ວມ​ມື​ເພື່ອ​ໃຫ້ 2 ຝ່າຍ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະອຽດ, ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ສາຍ​ພົວພັນ​ຢ່າງ​ທັນ​ການ. ນອກຈາກ​ນັ້ນ, ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດຕ້ອງ​ອີ​ງບົນ​ພື້ນຖານ​​ແຫ່ງ​ຄວາມ​ເຊື່ອ​ໝັ້ນ, ນີ້​ແມ​່ນພື້ນຖານ​ທີ່​ສຳຄັນ​ຂອງ​ທຸກໆ​ການພົວພັນ​ໃນ​ສາຍ​ພົວພັນ​ສາກົນ. ສຳລັບ​ການ​ພົວພັນຫວຽດນາມ - ສ.​ເກົາຫຼີ, ຊຸມ​ປີ​ທີ່​ຜ່ານ​ມ​າ, ການ​ພົວພັນ​ແລກປ່ຽນ​ລະຫວ່າງ​ການ​ນຳ​ຂັ້ນ​ຕ່າງໆ​ຂອງ 2 ປະ​ເທດ ​ໄດ້​ເປັນ​ການ​ຢັ້ງຢືນ​ໃຫ້​ແກ່​ຄວາມ​ໄວ້​ວາງ​ໃຈ​ຢ່າງ​ສູງ​ລະຫວ່າງ 2 ປະ​ເທ​ດ ​ແລະ ​ຄວາມ​ໄວ້​ວາງ​ໃຈ​ຢ່າງ​ສູງນັ້ນ, ພວມ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຍິ່ງໆ​ຂຶ້ນ ”

    ​ໃນ​ໄລຍະ 22 ປີຜ່ານມາ, ການ​ແລກປ່ຽນ​ດ້ານ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ທົບ 45 ​ເທົ່າ, ການ​ລົງທຶນ​ເພີ່ມ​ຂຶ້ນ 250 ​ເທົ່າ, ການ​ພົ​ວພັນ​ແລກປ່ຽນ​ປະຊາຊົນ​ເພີ່ມ​ຂຶ້ນ 80 ​ເທົ​່າ ​ແລະ ຫວຽດນາມ​ກໍ​ແມ່ນ​ປະ​ເທດ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຫຼາຍ​ກ່ວາ​ໝູ່​ຂອງສ.​ເກົາຫຼີ. ​ໄລ່​ຮອດ​ທ້າຍ​ໄຕ​ມາດ 2 ປີນີ້, ສ.​ເກົາຫຼີ​ໃນ​ປະຈຸ​ບັນ ​ແມ່ນ​ນັກ​ລົງທຶນ​ໂດຍ​ກົງ​​ຕ່າງປະ​ເທດ (FDI)​ໃຫຍ່​ກວ່່າໝູ່​ກ່ຽວ​ກັບ​ຈຳນວນ​ໂຄງການ ​ແລະ ຢືນ​ອັນ​ດັບ​ທີ 2 ກ່ຽວ​ກັບ​ທຶນ​ຈົດ​ທະບຽນ. ປະຈຸ​ບັນ,ຊາວຫວຽດນາມ ​ແລະ ສ.​ເກົາຫຼີກວ່າ 100.000 ຄົນພວມ​ຢູ່​ອາ​ໄສ​ໃນ​ແຕ່ລະ​ປະ​ເທດ​ຂອງ​ກັນ. ​ເປັນ​ໜ້າ​ສົນ​ໃຈ​ແມ່ນ​ພົນລະ​ເມືອງ 2 ປະ​ເທດ 50.000 ຄູ່​ໄດ້​ກາຍ​ເປັນ​ຄູ່​ຜົວ​ເມຍ, ອັນ​ໄດ້​ເຮັດ​ໃຫ້​ສາຍ​ພົວພັນຫວຽດນາມ - ສ.​ເກົາຫຼີ​ຍິ້ງພິ​ເສດ​ກວ່າ​ອີກ. ​ທ່ານ ດຣ ດັ້ງ​ດິງກີ້, ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ຫວຽດນາມ​ໃຫ້​ຂໍ້​ສັງ​ເກດ​ວ່າ : 

“ ຕົວ​ເລ​ກ​ເຫຼົ່າ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທີ່​ຕັ້ງ​ບົດບາດ​ຂອງ​ແຕ່ລະ​ປະ​ເທດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ກັນ, ຊຶ່ງ​​ເປັນການຢັ້ງຢືນ​ການ​ເພີ່ມ​ທະວີ​ລະດັບ​ອາ​ໄສ​ຊຶ່ງກັນ ​ແລະ ກັນ. ການ​ຜູກ​ຮັດ​ນີ້​ກໍ​ປຽບ​ເໝືອກາວ​ຈອດ​ຕິດ​ແໜ້ນ​ລະຫວ່າງ 2 ປະ​ເທດ​ເຂົ້າກັນ ​ແມ່ນ​ກຳລັງ​ຊຸກຍູ້​ເພື່ອ​ສ້າງ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ທຸກໆ​ຂົງ​ເຂດ ”

   ຫວຽດນາມ - ສ.​ເກົາຫຼີ ມຸ່ງ​ໄປ​ສູ່​ວິ​ໄສ​ທັດ​ຮ່ວມ, ຄວາມ​ວັດທະນາ​ຖາວອນ​ລວມ

  ປະຈຸ​ບັນ, ບັນດາ​ການ​ຜັນ​ແປ​ໃໝ່​ໃນ​ພາກ​ພື້ນ ​ແລະ​ ​ໃນ​ໂລກ​ໄດ້​ເຮັດ​ໃຫ້​ແຕ່ລະ​ປະ​ເທດຢືນຢູ່ຕໍ່ໜ້າຄວາມ​ຮຽກຮ້ອງຕ້ອງການ​ໃໝ່. ສຳລັບ ສ.​ເກົາຫຼີ, ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຕົ້ນ​ຕໍ່​ຂອງ​ປະ​ເທດ​ນີ້ ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ຄ້າ​, ປະຕິບັດ​ແຜນການ​ປະຕິ​ຮູບ​ເສດຖະກິດ​ໄລຍະ 3 ປີ 2014 – 2017 ​ແນ​ໃສ່​ມຸ່ງ​ໄປ​ສູ່​ເປົ້າ​ໝາຍ​ສ້າງ“​ວິລະ​ກຳ​ແມ່​ນ້ຳ​ຮ່າ​ນ” ຄັ້ງ​ທີ 2 . ກ່ຽວ​ກັບ​ຝ່າຍ​ຫວຽດນາມ, ດ້ວຍ​ຈຸດໝາຍ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ເປັນ​ເຈົ້າການ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ, ຫວຽດນາມ​ມີ​ແຜນ​ນະ​ໂຍບາຍ​ນຳ​ບັນດາ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ, ມີ​ສະຖຽນ​ລະ​ພາບ, ໝັ້ນ​ຄົງ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ປະ​ເທດຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ບັນດາ​ຄູ່​ຮ່ວມ​ມື​ທີ່​ມີ​ລະດັບ​ສຳຄັນ​ສຳລັບ​ຄວາມ​ໝັ້ນ​ຄົງຍຸດ​ທະ​ສາດ​ຂອງ​ຫວຽດນາມ, ​ໃນ​ນັ້ນ, ​ມີ​ສ.​ເກົາຫຼີ. ​ເພາະສະ​ນັ້ນ, 2 ປະ​ເທດ​ພວມ​ຍາດ​ແຍ່ງ​ທຸກ​ກາລະ​ໂອກາດ​ໃນ​ສະພາບ​ການ​ໃໝ່​ເພື່ອ​ຫັນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ​ໃຫ້​ປະກົດ​ຜັນ​ເປັນ​ຈິງ. ທ່ານ ວູ້ຄວານ ອະດີດ​ຮອງ​ນາຍົກລັດຖະມົນຕີຫວຽດນາມ​ໃຫ້​ຂໍ້​ສັງ​ເກດ​ວ່າ : 

   “ ຖ້າ​ຫາກ​ວ່າ ກ່ອນ​ນີ້, ການ​ຮ່ວມ​ມື ຫວຽດນາມ - ສ.​ເກົາຫຼີພຽງ​ຈຳກັດ​ໃນ​ຂອບ​ເຂດ 2 ປະ​ເທດ​ເທົ່າ​ນັ້ນ, ປະຈຸ​ບັນ ​ແມ່ນ​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ການ​ຜັນ​ແປ​ຂອງ​ທັງ​ພາກ​ພື້ນ​ອາຊີ​-ປາຊີ​ຝິກ ​ແລະ ​ໂລກ​ອີກ​ດ້ວຍ. ຫຼື​ເວົ້າ​ແນວ​ອື່ນ​ວ່າ ​: ພື້ນຖານ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ທີ່​ນັບ​ມື້​ນັບ​ກ້ວາງ​ຂວາງ​​ເລິກ​ເຊິ່ງກ່ວານັ້ນ, ​ໄດ້​ສ້າງ​ກຳລັງ​ຊຸກຍູ້ 2 ປະ​ເທດ​ຮ່ວມ​ສຳພັນ​ນຳ​ກັນ​ຢ່າງ​ແໜ້ນ​ກວ່າ ”

    ບົນ​ພື້ນຖານ​ການ​ພົວພັນ​ອັນ​ດີ​ງານ​ນີ້, ການ​ຢ້ຽມຢາມສ.​ເກົາຫຼີ​ຂອງທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ຄັ້ງ​ນີ້ ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນທີ່​ສຸດ, ບໍ່​ພຽງ​ແຕ່​ຊຸກຍູ້ ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເທົ່ານັ້ນ, ການ​ຢ້ຽມຢາມສ.​ເກົາຫຼີ​ຂອງທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງຍັງ​​ເປັນ​ການ​ຢັ້ງຢືນ​ສິ່ງ​ໜຶ່ງ​ວ່າ : 2 ຊາດຫວຽດນາມ - ສ.​ເກົາຫຼີ​​ ​ໄດ້​ກາຍ​ເປັນ​ບັນດາ​ເພື່ອນ​ທີ່​ຈິງ​ໃຈ​ຕໍ່​ກັນ, ພ້ອມ​ກັນ​ມຸ່ງ​ໄປ​ສູ່​ຈຸດໝາຍ​ລວມ ນັ້ນ​ແມ່ນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ