ຫວຽດນາມ - ອີນເດຍຮັກສາ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ


ຫວຽດນາມ - ອີນເດຍຮັກສາ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ - ảnh 1
ທ່ານ​ນາ​ຍົກ​ລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ​ ແລະທ່ານ​
ນາ​ຍົກ​ລັດຖະມົນຕີ​ ອີນ​ເດຍ Manmohan Singh (ພາບ:internet)
ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດຖະມົນຕີ​ ອີນ​ເດຍ Manmohan Singh, ວັນ​ທີ 20/12, ທ່ານ​ນາ​ຍົກ​ລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ໄປ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ການ​ພົວພັນ​ຄູ່​ເຈລະຈາ ອາຊຽນ - ອີນ​ເດຍ ຊຶ່ງ​ຖືກ​ດຳ​ເນີນ​ແຕ່​ວັນ​ທີ 20-21/12/2012 ຢູ່​ນິວ​ເດ​ລີ​ປະ​ເທດ ອີນ​ເດຍ. ບໍ່​ພຽງ​ແຕ່​ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນຕັ້ງໜ້າ​ຊຸກຍູ້ ການ​ພົວພັນ​ຄູ່​ເຈລະຈາ ອາຊຽນ - ອີນ​ເດຍ​ໃຫ້​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເທົ່າ​ນັ້ນ, ການ​ຢ້ຽມຢາມອີນ​ເດຍຂອງ ທ່ານ​ນາ​ຍົກ​ລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸ້ງຍັງ​ສະ​ແດງ​ໃຫ້​ເຫັນ​ນະ​ໂຍບາຍ​ຢ່າງສະ​ເໝີຕົ້ນ​ສະ​ເໝີ​ປາຍຂອງຫວຽດນາມທີ່ສະຫງວນບຸລິມະສິດຢ່າງສູງໃນການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບອີນ​ເດຍ, ຊຸກຍູ້ການຮ່ວມມື 2 ຝ່າຍໃນທຸກຂົງເຂດ ກໍຄືຢູ່ໃນ ບັນດາເວທີ ປາໄສພາກພື້ນ ແລະ ສາກົນ.

    ດ້ວຍຫົວຂໍ້ວ່າ “ ຄູ່ຮ່ວມມືອາຊຽນ-ອີນ​ເດຍເພື່ອສັນຕິພາບ ແລະ ວັດທະ ນາຖາວອນລວມ ” , ກອງ​ປະຊຸມ​ສຸດ​ຍອດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ການ​ພົວພັນ​ຄູ່​ເຈລະຈາ ອາຊຽນ - ອີນ​ເດຍ ໄດ້ສຸມໃສ່ປຶກສາຫາລືການກຳນົດທິດການ​ພົວພັນ​ຄູ່​ເຈລະຈາ ອາຊຽນ - ອີນ​ເດຍໃນອະນາຄົດ ແລະ ຮັບຮອງເອົາ ຖະແຫຼງການ ວິໄສທັດ​ດ້ວຍ​ການ​ຍົກ​ການ​ພົວພັນ​ຄູ່​ເຈລະຈາ ອາຊຽນ - ອີນ​ເດຍ​ໃຫ້​ຂຶ້ນ​ສູ່​ລະດັບ ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​.

    ​ໂດຍ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ນັບ​ແຕ່​ປີ 1992 ​ເປັນ​ຕົ້ນ​ມາ, ການ​ພົວພັນ​ຄູ່​ເຈລະຈາ ອາຊຽນ - ອີນ​ເດຍ​ໃນ​ຕະຫຼອດ 20 ປີ​ທີ່​ຜ່ານ​ມາ​ໄດ້​ບັນລຸ​ບັນດາ​ໝາກຜົນ​ອັນ​ຕັ້ງໜ້າ​ໃນ​ຫຼາຍຂົງ​ເຂດ, ຊຶ່ງ​ພົ້ນ​ເດັ່ນ​ຂຶ້ນ​ແມ່ນ​ດ້ານ​ເສດຖະກິດ. 2 ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ແມ່​ບາງ​ສະບັບ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຢ່າງ ຮອບດ້ານສ້າງ​ພື້ນຖານ​ສ້າງ​ຕັ້ງ​ເຂດ​ການ​ຄ້າ ​ແລະ ລົງ​ທຶນ​ອາ​ຊຽນ - ອີນ​ເດຍ. ປະ​ຈຸ​ບັນ, 2 ຝ່າຍ​ໄດ້​ສຳ​ເລັດ​ການ​ເຈລະຈາ​ສັນຍາ​ຄ້າຂາຍ​ສິນຄ້າ, ສັນຍາ​ແກ້​ໄຂ​ການ​ພິພາດ​ອາຊຽນ - ອີນ​ເດຍ. ນີ້​ແມ່ນ​ບັນດາ​ເງື່ອນ​ໄຂ​ທີ່​ສະດວກ​ທີ່​ສຸດ​ເພື່ອ​ໃຫ້​ອີນ​ເດຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລົງທຶນ​ກັບ​ຕະຫຼາດ​ອາ​ຊຽນທີ່​ກ້ວາງ​ໃຫຍ່​ດ້ວຍ​ຈຳ​ນວນ​ປະຊາກອນ ກ່ວາ 600 ລ້ານ​ຄົນ ​ແລະ ກົງກັນຂ້າມ, ອາ​ຊຽນສາມາດ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນຢ່າງ​ໃຫຍ່​ຫຼວງ​ຈາກ​ພື້ນຖານ​ເສດຖະກິດ​ຢືນ​ອັນ​ດັບ 2 ​ໃນ​ອາຊີ, ຮັບ​ໃຊ້​ຈຸດໝາຍ​ສ້າງ​ຕັ້ງປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015 . ​ແຕ່​ປີ 2009, ອາ​ຊຽນ ​ແລະ ອີນ​ເດຍ ​ໄດ້​ເຫັນ​ດີ​ວາງ​ຈຸດໝາຍ​ຍົກ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ​ເຖິງ 70 ຕື້ USD ​ໃນ​ປີ 2012. ​ແຕ່​ໃນ​ປີ 2011, ຍອດ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ໄດ້​ບັນລຸ​ເກືອບ 75 ຕື້ USD , ຊຶ່ງ​ໄດ້​ລື​່ນກາຍ​ຕົວ​ເລກ​ຄາດໝາຍ​ໃນ​ເບື້ອງຕົ້ນ.

     ​ໃນ​ສະພາບ​ການ​ປະຈຸ​ບັນ, ທັງ​ອາຊຽນ ​ແລະ ອີນ​ເດຍ ຕ່າງ​ກໍ​ພວມ​ມີ​ບາດກ້າວ​ຂະຫຍາຍຕົວ​ຢ່າງ​ແຂງ​​ແຮງ, ​ເພາະສະ​ນັ້ນ, ກອງ​ປະຊຸມ​ຂັ້ນ​ສຸດຍອດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ການ​ພົວພັນ​ຄູ່​ເຈລະຈາ ອາຊຽນ - ອີນ​ເດຍ ຄັ້ງ​ນີ້​ ແມ່ນ​ເຫດການ​ທີ່​ສຳຄັນ​ສຳລັບ 2 ຝ່າຍ. ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ ອີນ​ເດຍປະຈຳ​ຫວຽດນາມ Ranjit Rae ​ໄດ້​ເນັ້ນ​ໜັກ​ວ່າ : 

    “ ​ໃນ​ສະພາບ​ການ​​ໃນພາກ​ພື້ນ ​ແລະ ​ໂລກ ຊຶ່ງ​ພວກ​ເຮົາ​ພວມ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັນ. ຮູບ​ແບບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ເສດຖະກິດ​ໃໝ່​ພວມ​ມີ​ຄວາມ​ຄືບ​ໜ້າ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ພາຍຫຼັງ 2 ທົດ​ສະ​ວັດ​ທີ່​ໄດ້​ສຸມ​ທຸກ​ຄວາມ​ພະຍາຍາມ, ນະ​ໂຍບາຍ​ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ​ຂອງ​ອີ​ນເດຍ​ໄດ້​ສົມບູນ​ແບບ​ແລ້ວ. ​ແລະ ອີ​ນເດຍ​ໄດ້​ກາຍ​ເປັນ​ສ່ວນ​ໜຶ່ງ​ທີ່​ບໍ່​ອາດ​ຂາດ​ໄດ້​ຂອງ​ພາກ​ພື້ນ​ອາ​ຊຽນທີ່​ຂະຫຍັນ​ຂັ່ນ​ເຄື່ອນ​ນີ້. ບັນດາ​ການ​ພົວພັນ​ຮ່ວມ​ມື​ທີ່​ແຂງ​ແຮງ​ກັບ​ອາ​ຊຽນຈະ​ຖືກ​ສະ​ແດງ​ອອກ​ຢ່າງຈະ​ແຈ້ງ​ຢູ່​ທີ່ ກອງ​ປະຊຸມ​ສຸດ​ຍອດອາຊຽນ - ອີນ​ເດຍທີ່​ຈັດ​ຂຶ້ນ​ຢູ່​ນິວ​ເດ​ລີ​ໃນ​ວັນ​ທີ 20-21/12 ”

    ສຳລັບຫວຽດນາມ​ແລ້ວ, ຍ້ອນ​ມີ​ພື້ນຖານ​ຢ່າງ​ໝັ້ນຄົງ​ໜັກ​ແໜ້ນ​ໃນ​ປະຫວັດສາດ​ແຫ່ງ​ການ​ພົວພັນ​ແລກປ່ຽນ​ວັດທະນະທຳ​ໃນ​ຊຸມ​ປີ​ຕົ້ນ​ ຄ.ສ , ບວກ​ກັບ​ການ​ນຳ​ລຸ່ນຕ່າງໆ ​ແລະ ປະຊາຊົນ​ຂອງ 2 ປະ​ເທດ​ໄດ້​ເພີ່ມ​ພູນ​ຄຸນ​ສ້າງ ​ແລະ ປົກ​ປັກ​ຮັກສາ, ດັ່ງ​ນັ້ນ 2 ປະ​ເທດ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ລວມຢ່າງ​ງ່າຍດາຍ​ກ່ຽວ​ກັບ​ຫຼາຍ​ບັນ​ຫາ. ​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້, ຫວຽດນາມ ​ແລະ ອີນ​ເດຍ​ໄດ້​ມີ​ການ​ພົວພັນ​​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ໃນ​ຂອບ​ເຂດ​ຮ່ວມ​ມື ຊຶ່ງ​ບໍ່​ພຽງ​ແຕ່​ໃນ​ອາ​ຊຽນ​ເທົ່າ​ນັ້ນ, ຫາກ​ຍັງ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ​ອີກ​ດ້ວຍ.​ໃນ​ບົດຂຽນຂອງ ສາດສະດາຈານ Patasani ສ.ສ.ຊ ອີ​ເດຍ ຊຶ່ງ​ໄດ້​ເນັ້ນ​ໜັກວ່າ ​ເຖິງ​ວ່າ​ຫວຽດນາມ-ອີນ​ເດຍມີ​ຄວາມ​ແຕກ​ຕ່າງ​ກັນ​ທາງ​ດ້ານ​ພູມີປະ​ເທດກໍ​ຕາມ, ​ແຕ່ 2 ຝ່າຍ​ລ້ວນ​ແຕ່​ຮັບ​ຮູ້​ໄດ້​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ການ​ຮ່ວມ​ມື​ໃນ​ບັນດາ​ບັນຫາ​ລະດັບ​ພາກ​ພື້ນ ​ແລະ ສາກົນ. ບົດ​ຂຽນ​ຍັງ​ເນັ້ນ​ໜັກ​ເຖິງ​ການ​ຢ້ຽມຢາມ ​ອີນ​ເດຍຂອງທ່ານນາຍົກ ລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸ້ງ ຈະ​ເປັນ​ການ​ຢືນຢັນ​ນະ​ໂຍບາຍ​ສະ​ເໝີຕົ້ນສະເໝີປາຍຂອງຫວຽດນາມທີ່ສະຫງວນ ບຸລິມະສິດ​ຢ່າງ​ສູງ​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ອີນ​ເດຍ ​ແລະ ຊຸກຍູ້​ການ​ຮ່ວມ​ມື 2 ຝ່າຍ​ໃນ​ທຸກໆ​ຂົງ​ເຂດ​ກໍ​ຄື​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. ​ໃນ​ນະ​ໂຍບາຍ “ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ ” ຂອງ​ຕົນ, ຍາມ​ໃດ​ອີ​ນເດຍກໍ​ຕີ​ລາຄາ​ສູງ​ບົດບາດ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ​ອາ​ຊຽນ, ຫວັງຢາກ​ຮ່ວມ​ມື​ພ້ອມ​ກັບ​ຫວຽດນາມ​ເພື່ອ​ພາກ​ພື້ນ​ອາຊີ​ທີ່​ພັດທະນາ​ແບບ​ຂະຫຍັນ​ຂັ່ນ​ເຄື່ອນ, ສັນຕິພາບ ​ແລະ ສະຖຽນ​ລະ​ພາບ. ທ່ານ​ເອກ​ອັກຄະ​ລັດຖະທູດ ອີນ​ເດຍປະຈຳ​ຫວຽດນາມ Ranjit Rae ​ກ່ວາອີກວ່າ : 
 “ ບັນດາ​ການ​ຫັນປ່ຽນ​ໃນ​ສະພາບ​ເສດຖະກິດ, ພູມິສາດ, ການ​ເມືອງ​ໃນ​ທົ່ວ​ໂລກ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ຕັ້ງໜ້າ​ເຖິງ​ການ​ພົ​ວພັນ​ຮອບດ້ານ​ຂອງ​ພວກ​ເຮົາ. ບັນດາ​ໂຄງການ​ປະຕິ​ຮູບ​ເສກ​ຖະກິດ​ຂອງແຕ່ລະປະເທດ ແລະ ວິວັດການ ເຊື່ອມໂຍງ​ເຂົ້າ​ກັບ​ທົ່ວ​ໂລກ​ຂອງ 2 ພື້ນຖານ​ເສດຖະກິດ​ໄດ້​ເປີດ​ບັນດາກາລະ​ໂອກາດຮ່ວມ​ມື​ທີ່​ຕ່າງ​ຝ່າຍຕ່າງມີ​ຜົນ​ປະ​ໂຫຍ​ດ. ພວກ​ເຮົາ​ໄດ້​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ເປັນການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​​ໂດຍ​ອີງ​ໃສ່​ຄວາມ​ຄ້າຍຄື​ກັນທາງ​ດ້ານ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ຮັບ​ຮູ້​ລວມຕໍ່​ການ​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ທົ່ວ​ໂລກ. ທັງ ຫວຽດນາມ ​ແລະ ອີນ​ເດຍລວ້ນ​ແຕ່​ມີ​ວິ​ໄສ​ທັດ​ຮ່ວມ​ກ່ຽວ​ກັບ​ໂຄງ​ສ້າງ​ພາກ​ພື້ນ ​ແລະ ທົ່ວ​ໂລກ​ເປີດ​ກ້ວາງ, ມີ​ປະຊາທິປະ​ໄຕ ຊຶ່ງ​ແມ່ນ​ແຫ່ງ​ທີ່​ທຸກໆ​ປະ​ເທດ​ຕ່າງ​ກໍ​ສາມາດ​ສວມ​ບົດບາດ​ອັນ​ຖືກຕ້ອງ​ຂອງ​ຕົນ. ”

     ​ໃນ​ການ​ຢ້ຽມຢາມ​ອີ​ນເດຍຄັ້ງ​ນີ້, ນອກຈາກ​ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ຂອງ ກອງ​ປະຊຸມ​ສຸດ​ຍອດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ການ​ພົວພັນ​ຄູ່​ເຈລະຈາ ອາຊຽນ - ອີນ​ເດຍ, ທ່ານ​ນາ​ຍົກ​ລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນ ຢຸ້ງ​ຍັງ​ມີ​ການ​ພົບ​ປະ 2 ຝ່າຍ​ກັບ​ການ​ນຳ ອີນ​ເດຍ ​ແລະ ບັນດາ​ປະ​ເທດອາ​ຊຽນ. ພ້ອມ​ທັງ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​​ເຂົ້າ​ໃນ​ດານ​ຊຸກຍູ້​ການ​ພົວພັນ​ອາ​ຊຽນ - ອີນ​ເດຍ​ໃຫ້​ພັດທະນາ​ຢ່າງ​ແທ້​ຈິງ ​ແລະ ມີ​ປະສິດທິ​ຜົນ, ພ້ອມ​ທັງ​ປະກອບສ່ວນ​ເພີ່ມ​ທະວີ​ປະສິດທິ​ຜົນ​ການ​ພົວພັນ ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ​ແລະ ການ​ຮ່ວມ​ມື 2 ຝ່າຍ ລະຫວ່າງ ຫວຽດນາມ ​ແລະ ອີນ​ເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ