ຫວຽດນາມ ຮັດ​ແໜ້ນການ​ພົວພັນ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນຄຽງ

(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ພວມດໍາເນີນການຢ້ຽມຢາມສັນທະວະໄມຕີ ລາວ ຢ່າງເປັນທາງການ ແລະ ຢ້ຽມຢາມທາງລັດຖະກິດຢູ່ ລາຊະອານາຈັກ ກໍາປູເຈຍ ຕາມຄໍາເຊີນຂອງທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ,ປະທານປະເທດ ແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ ແລະ ພະບາດສົມເດັດພະບໍລົມມະນຽດ Norodom Sihamoni. ບັນດາການຢ້ຽມຢາມດັ່ງກ່າວ ໄດ້ປະກອບສ່ວນປັບປຸງຄວາມໄວ້ວາງໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ສອງປະເທດບ້ານໃກ້ເຮືອນຄຽງ.

ການຢ້ຽມຢາມ 2 ປະເທດບ້ານໃກ້ເຮືອນຄຽງໃນຄັ້ງນີ້ ຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແມ່ນການຢ້ຽມຢາມຄັ້ງທໍາອິດ ໃນຖານະເປັນປະທານປະເທດ, ເພື່ອແນໃສ່ຢັ້ງຢືນການສະໜັບສະໜູນຮອບດ້ານຂອງພັກ, ລັດ, ປະຊາຊົນຫວຽດນາມ ທີ່ມີຕໍ່ພາລະກິດແຫ່່ງການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດລາວ, ກໍຄືຊຸກຍູ້ນໍ້າໃຈສາມັກຄີ, ການຮ່ວມມືຮອບດ້ານ, ຍົກສູງປະສິດທິຜົນໃນການຮ່ວມມືກັບ ກໍາປູເຈຍ ໃນທຸກຂົງເຂດໃຫ້ດີກວ່າອີກ.

ຫວຽດນາມ ຮັດ​ແໜ້ນການ​ພົວພັນ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນຄຽງ - ảnh 1 ລາຍການສະແດງສິລະປະໄມຕີຈິດມິດຕະພາບລະຫວ່າງສາມປະເທດ ຫວຽດນາມ - ລາວ - ກໍາປູເຈຍ (ພາບປະກອບ: baobienphong.vn)

ຫວຽດນາມ - ລາວ ຢັ້ງຢືນສາຍພົວພັນມິດດະພາບທີ່ເປັນມູນເຊື້ອແບບສະເໝີຕົ້ນສະເໝີປາຍ

        ການຢ້ຽມຢາມລາວ ຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຖືກດໍາເນີນໃນສະພາບການທີ່ສອງປະເທດພວມມານະພະຍາຍາມ ແລະ ຕັດສິນໃຈປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ ຢ່າງມີໄຊ.

        ໃນການຢ້ຽມຢາມຄັ້ງນີ້, ການນໍາສອງທ່ານ ໄດ້ເຫັນດີ ຍູ້ແຮງການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ບົນພື້ນຖານ ເສີມຂະຫຍາຍນໍ້າໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ເຈດຈໍານົງເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍທ່າແຮງ ແລະ ກໍາລັງຄວາມສາມາດຂອງແຕ່ລະປະເທດບົນຫຼັກການ ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມທັງສະຫງວນບຸລິມະສິດ, ເອື້ອອໍານວຍຄວາມສະດວກທີ່ເໝາະສົມໃຫ້ແກ່ກັນ ບົນເນື້ອໃນຈິດໃຈຂອງສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ. ພິເສດ, ການນໍາສອງທ່ານ ຕ່າງກໍເຫັນດີເປັນເອກະພາບນໍາກັນວ່າ ໃນສະພາບການທີ່ພາກພື້ນ ແລະ ສາກົນມີການຜັນແປຢ່າງສັບສົນ ແລະ ບໍ່ອາດຄາດຄະເນໄວ້ລ່ວງໜ້າໄດ້ນັ້ນ, ຍິ່ງກວ່່າເວລາໃດໝົດ ທັງສອງປະເທດຄວນສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານຢ່າງທັນການ, ມີປະສິດທິຜົນ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນບັນດາຂອບເຂດການຮ່ວມມືທັງພາຍໃນພາກພື້ນ ແລະ ສາກົນ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຢັ້ງຢືນວ່າ:

                ເພື່ອພິສູດໃຫ້ແກ່ການຮ່ວມມືນັບມື້ນັບແໜ້ນແຟ້ນ ແລະ ມີປະສິດທິຜົນນັ້ນ, ໃນການຢ້ຽມຢາມຄັ້ງນີ້, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື 9 ສະບັບ ລະຫວ່າງບັນດາກະຊວງ, ຂະແໜງການຂອງສອງປະເທດໃນຫຼາຍຂົງເຂດ.

ຊຸກຍູ້ການຮ່ວມມືຮອບດ້ານ ລະຫວ່່າງ ຫວຽດນາມ - ກໍາປູເຈຍ

        ໃນລະຫວ່າງວັນທີ 25 – 26 ກຸມພາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຈະເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ລາຊະອານາຈັກ ກໍາປູເຈຍ. ໃນການຢ້ຽມຢາມດໍາເນີນເປັນເວລາ 02 ວັນນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຈະມີການເຈລະຈາກັບ ທ່ານພະບາດສົມເດັດພະບໍລົມມະນຽດ Sihamoni ແລະ ພະມະເຫສີ Norodom Monineath Sihanouk ກ່ອນທີ່ຈະມີການພົບປະກັບປະມຸກສົງTep Vong ແລະ ປະມຸກສົງ Bour Kry. ການນໍາຫວຽດນາມ ກໍຈະມີການພົບປະກັບທ່ານນາຍົກລັດຖະມົນຕີແຫ່ງ ລາຊະອານາຈັກ ກໍາປູເຈຍ Samdech Techo Hun Sen, ທ່ານ Samdech Heng Samrin ປະທານສະພາແຫ່ງຊາດ ກໍາປູເຈຍ ແລະ ທ່ານ Samdech Say Chhum ປະທານສະພາສູງ ກໍາປູເຈຍ.

        ທ່ານ ປອ. Kin Phea, ຜູ້ອໍານວຍການສະຖານບັນພົວພັນສາກົນ ກໍາປູເຈຍ ຖືວ່າ ນີ້ແມ່ນການຢ້ຽມຢາມທີ່ມີຄວາມສໍາຄັນທີ່ສຸດ ເພື່ອແນໃສ່ປັບປຸງ ແລະ ພັດທະນາການພົວພັນທີ່ເປັນມູນເຊື້ອລະຫວ່າງ ກໍາປູເຈຍ ແລະ ຫວຽດນາມ:

        “ການພົວພັນລະຫວ່າງ ຫວຽດນາມ - ກໍາປູເຈຍ ຖືກສ້າງຕັ້ງຂຶ້ນໃນ 4 ພື້ນຖານຄື: ປະຫວັດສາດ, ການເມືອງ, ວັດທະນະທໍາ ແລະ ທີ່ຕັ້ງພູມສາດ. ສະນັ້ນ, ເມື່ອສະພາບການໂລກມີການປ່ຽນແປງ, ສອງປະເທດຍັງຕ້ອງບູລິມະສິດການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ການຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນແລະກັນ. ດັ່ງນັ້ນ, ການຢ້ຽມຢາມ ກໍາປູເຈຍ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຄັ້ງນີ້ ແມ່ນການຢັ້ງຢືນທີ່ສະແດງໃຫ້ເຫັນວ່າ ສາຍພົວພັນລະຫວ່າງສອງປະເທດ ນັບມື້ນັບພັດທະນາດີງາມກວ່າເກົ່າ. ຜ່ານການຢ້ຽມຢາມຄັ້ງນີ້, ພວກຂ້າພະເຈົ້າຍິ່ງເຊື່ອໝັ້ນວ່າ ການພົວພັນອັນແໜ້ນແຟ້ນໃນທຸກຂົງເຂດຄື ການເມືອງ, ເສດຖະກິດ, ວັດທະນະທໍາ, ການດໍາລົງຊີວິດ ລະຫວ່າງສອງປະເທດ ຈະນັບມື້ນັບພັດທະນາຢ່າງເຂັ້ມແຂງກວ່າອີກ”.

        ໃນສະພາບການໂລກ ແລະ ພາກພື້ນ ມີການເໜັງຕີງຄືໃນປັດຈຸບັນ, ການສືບຕໍ່ປັບປຸງ ແລະ ພັດທະນາສາຍພົວພັນລະຫວ່າງ ຫວຽດນາມ ກັບ ລາວ ແລະ ກໍາປູເຈຍ ແມ່ນບູລິມະສິດໃນນະໂຍບາຍພົວພັນຕ່າງປະເທດຂອງ ຫວຽດນາມ. ການຢ້ຽມຢາມ ລາວ ແລະ ກໍາປູເຈຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງໃນຄັ້ງນີ້ ແນ່ນອນວ່າ ຈະເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ ກັບ ລາວ ແລະ ກໍາປູເຈຍ ຍິ່ງເລິກເຊິ່ງກວ່າອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ